
ພິທີປະກາດແຕ່ງຕັ້ງກຳມະການພັກເມືອງ ແລະ ປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານນຳພາ ແລະ ຄຸ້ມຄອງ ພາຍໃນເມືອງປະທຸມພອນ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 22 ພຶດສະພາ 2026 ທີ່ສະໂມສອນເມືອງປະທຸມພອນ ໂດຍມີ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານຮອບດ້ານຢູ່ເມືອງປະທຸມພອນ ເປັນປະທານ.
ເຂົ້າຮ່ວມພິທີມີ ສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ ປະທານສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງປະທຸມພອນ, ສະຫາຍ ກິ່ງແກ້ວ ນະວະພົມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ສະຫາຍ ແສງອາທິດ ຂັນດາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ສົມຊາຍ ພັນທະວົງ ເປັນກຳມະການພັກເມືອງປະທຸມພອນ ໂດຍມີ ສະຫາຍ ປະດິດ ວັນນະລັດສະໝີ ເປັນຜູ້ມອບຂໍ້ຕົກລົງ.
ນອກຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳສະພາປະຊາຊົນແຂວງ ວ່າດ້ວຍການສ້າງຕັ້ງກົງຈັກ ແລະ ແຕ່ງຕັ້ງບຸກຄະລາກອນ ໂດຍແຕ່ງຕັ້ງ ສະຫາຍ ວັນດີ ອັກຄະວົງ ເປັນຮອງຫົວໜ້າຄະນະ ທັງເປັນຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງປະທຸມພອນ.
ພິທີດັ່ງກ່າວ ຍັງໄດ້ຜ່ານມະຕິການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຫຼາຍຕຳແໜ່ງ ຄື:
ຍົກຍ້າຍ ສະຫາຍ ແຂກແກ້ວ ວົງປະເສີດ ໄປປະຈຳຢູ່ຫ້ອງການໂຄສະນາອົບຮົມເມືອງ ພ້ອມແຕ່ງຕັ້ງເປັນຫົວໜ້າຄະນະໂຄສະນາອົບຮົມເມືອງ.
ຍົກຍ້າຍ ສະຫາຍ ບຸນໃສ ແສງຈັນ ໄປປະຈຳຢູ່ຫ້ອງການຍຸຕິທຳເມືອງ ແລະ ແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການຍຸຕິທຳເມືອງ.
ແຕ່ງຕັ້ງ ສະຫາຍ ສີຍາ ໄຊຍະວົງ ເປັນວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງ.
ແຕ່ງຕັ້ງ ສະຫາຍ ນາຄອນ ສັງໂສພອນ ເປັນຮອງເລຂາຊາວໜຸ່ມ ປປລ ເມືອງ.
ຂະນະດຽວກັນ ທີ່ປະຊຸມຍັງໄດ້ຜ່ານຂໍ້ຕົກລົງອະນຸມັດໃຫ້ ສະຫາຍ ບົວສອນ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ອອກພັກການຮັບອຸດໜູນບຳນານ ໃນງວດທີ 2 ປີ 2026 ອາຍຸກະສຽນ 59 ປີ, ອາຍຸການ 40 ປີ.

ໃນຕອນທ້າຍຂອງພິທີ, ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົມແຂວງ ໄດ້ກ່າວໂອລົມ ແລະ ຊີ້ນຳທິດທາງໃຫ້ແກ່ຄະນະພັກ, ອົງການປົກຄອງ ພ້ອມທັງພະນັກງານ-ລັດຖະກອນ ເພື່ອນຳໄປເປັນແນວທາງໃນການພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃຫ້ບັນລຸຜົນສຳເລັດຕາມເປົ້າໝາຍ.



ຂ່າວ: ນາງ ປະພິດ