ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຈັດພິທີປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ

ພິທີປາຖະກະຖາເນື່ອງໃນວັນສໍາຄັນຂອງພັກ, ຂອງຊາດ ຢູ່ທີ່ພະແນກແຮງງານ ແລະສະຫວັດດີການສັງຄົມ (ຮສສ) ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 24 ມີນາ 2026 ນີ້, ໃຫ້ກຽດປາຖະກະຂອງທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ, ມີທ່ານ ຈັນທະບູນ ສີປະເສີດ ກໍາມະການພັກແຂວງ ຫົວໜ້າພະແນກ ຮສສ ແຂວງ, ມີຄະນະພັກ-ຄະນະນໍາ ແລະ ພະນັກງານພາຍໃນພະແນກ ຮສສ ເຂົ້າຮ່ວມຮັບຟັງ.
#ຈຸດປະສົງຂອງການຈັດພິທີປາຖະກະຖາ ກໍເພື່ອແນໃສ່ໃຫ້ຄະນະພັກ, ຄະນະນໍາ, ສະມາຊິກພັກ, ພະນັກງານຂອງພະແນກ ຮສສ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນວັນສໍາຄັນຕ່າງໆ ຂອງພັກ-ລັດ ເພື່ອນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານໃຫ້ເກີດປະໂຫຍດສູງສຸດ.



#ສໍາລັບເອກະສານທີ່ນໍາມາເຜີຍແຜ່ມີຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026 ), ການຜັນຂະຫາຍເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເອກະສານເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ວັນຄຽດແຄ້ນຂອງປະຊາຊົນລາວ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026).

ຂ່າວ-ພາບ: ຈັນທະວີສັກ