“ຕາແສງນ້ຳອ້ອມ” ຖືກປະກາດສ້າງຕັ້ງແລ້ວເພື່ອຍົກລະດັບການຄຸ້ມຄອງລັດ-ສັງຄົມ

ໃນວັນທີ 20 ມິນາ 2026, ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດພິທີປະກາດສ້າງຕັ້ງ “ຕາແສງນ້ຳອ້ອມ” ຢ່າງເປັນທາງການ ເພື່ອແນໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບປະສິດທິພາບການຄຸ້ມຄອງບໍລິຫານລັດໃຫ້ມີຄວາມເຂັ້ມແຂງ.
ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ (ຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງປະທຸມພອນ), ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ກິ່ງແກ້ວ ນະວະພົມ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍການນຳຂອງແຂວງ–ເມືອງ, ມີບັນດາອົງການປົກຄອງບ້ານ, ແຂກຖືກເຊີນ ແລະ ປະຊາຊົນ ເຂົ້າຮ່ວມ.



ໃນໂອກາດນີ້ ທ່ານ ກິ່ງແກ້ວ ນະວະພົມ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ລາຍງານການກະກຽມຄວາມພ້ອມ ເຊີ່ງໃຫ້ຮູ້ວ່າ: ຕາແສງນໍ້າອ້ອມ, ເມືອງປະທຸມພອນ ມີທີ່ຕັ້ງສຳນັກງານຢູ່ບ້ານນໍ້າອ້ອມ ໂດຍນໍາໃຊ້ຫ້ອງການຈຸດສຸມ ນໍ້າອ້ອມ ເປັນບ່ອນປະຈຳການ ແລະ ເຮັດວຽກຂອງອົງການປົກຄອງຕາແສງ ການສ້າງຕັ້ງຕາແສງກໍ່ເພື່ອການຈັດລະບົບບໍລິຫານລັດ ແລະ ການປົກຄອງຂອງລັດໃຫ້ເປັນການບໍລິຫານລັດ ໂດຍແມ່ນພະນັກງານສັງກັດລັດ, ເປັນຜູ້ບໍລິຫານໂດຍກົງ, ການບໍລິຫານລັດ ແລະ ການປົກຄອງໂດຍລວມແລ້ວ ແມ່ນປະຕິບັດຕາມທິດຂອງພັກ ແລະ ລັດຖະບານ ທີ່ສະມາຊິກສະພາແຫ່ງ ຊາດໄດ້ຮັບຮອງເອົາ, ລັດຖະທຳມະນູນສະບັບປັບປຸງ ປີ 2025 ແລະ ກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງ ປີ 2025 ໂດຍກຳນົດເອົາການປົກຄອງທ້ອງຖິ່ນອອກເປັນ 3 ຂັ້ນ ຄື: ຂັ້ນແຂວງ ປະກອບມີນະຄອນຫຼວງ ແລະ ແຂວງ, ຂັ້ນເມືອງປະກອບມີເມືອງ ແລະ ນະຄອນ, ຂັ້ນຕາແສງປະກອບມີຕາແສງ ສ່ວນບ້ານແມ່ນເປັນຫົວໜ່ວຍ ຊຸມຊົນໜຶ່ງ ຂື້ນກັບຕາແສງ, ຕາແສງນໍ້າອ້ອມ ມີເນື້ອທີ່ທັງໝົດ 47,718 ເຮັກຕາ, ມີຈໍານວນບ້ານຂຶ້ນກັບທັງໝົດ 13 ບ້ານຈາກກຸ່ມສະໂນດ 7 ບ້ານ ແລະ ກຸ່ມນໍ້າອ້ອມ 6 ບ້ານຄື: ບ້ານ ຫ້ວຍໂກະ, ບ້ານ ກຽດໂງ້ງ, ບ້ານທົບສອບ, ບ້ານ ພົມມະລິ, ບ້ານ ສະໂນດ, ບ້ານ ນາທົ່ງ, ບ້ານ ທົ່ງພະ, ບ້ານນໍ້າອ້ອມ, ບ້ານເຫຼົ່າຫຍ້າ, ບ້ານ ສົມສຸກ, ບ້ານ ນາ ບອນ, ບ້ານ ໜອງເອກ, ບ້ານຫ້ວຍຕ້ອນ, ມີຈຳນວນພົນລະເມືອງ ທັງໝົດ 9,458 ຄົນ, ຍິງ 5,330 ຄົນ.

ໃນພິທີ, ກໍ່ໄດ້ໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງບຸກຄະລາກອນຫຼັກແຫຼ່ງ ດັ່ງນີ້:
1). ທ່ານ ສົມຊາຍ ວໍລະລາດ (ກຳມະການພັກເມືອງ) ເປັນປະທານຄະນະກຳມະການປົກຄອງຕາແສງ.
2). ທ່ານ ວິເສດ ຟອງສະໝຸດ ເປັນຮອງປະທານ.
3). ທ່ານ ຮອ ອາທິດ ສາຍຈູມມະລີ ເປັນຮອງປະທານ.
#ນອກຈາກນີ້, ຍັງໄດ້ແຕ່ງຕັ້ງຫົວໜ້າໜ່ວຍງານ ແລະ ພະນັກງານຊ່ວຍວຽກ ເພື່ອປະຈຳການໃນແຕ່ລະຂົງເຂດວຽກງານຢ່າງຄົບຖ້ວນ.
#ໃນຕອນທ້າຍ, ທ່ານ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດໂອລົມ ແລະ ຊີ້ທິດເຍືອງທາງ ໂດຍເນັ້ນໜັກໃຫ້ຄະນະບໍລິຫານງານຕາແສງຊຸດໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບໃນການຮັບໃຊ້ປະຊາຊົນ, ສ້າງຄວາມສາມັກຄີພາຍໃນ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ໃຫ້ເຂົ້າເຖິງຮາກຖານຢ່າງທົ່ວເຖິງ.
#ຈາກນັ້ນ, ກໍ່ໄດ້ເປີດປ້າຍຫ້ອງການຢ່າງເປັນທາງການ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການເລີ່ມຕົ້ນສັງກາດໃໝ່ຂອງ “ຕາແສງນ້ຳອ້ອມ”.
ພາບ–ຂ່າວ: ສີສົມບູນ ວົງວຽງຄຳ