ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມ ປະຈຳປີ 2026 ຢ່າງຟົດຟື້ນ ພ້ອມຕັ້ງເປົ້າປູກໄມ້ໃຫ້ໄດ້ 120 ເຮັກຕາ ໃນເຂດອຸທິຍານແຫ່ງຊາດດົງຫົວສາວ

ໃນວັນທີ 13 ມິຖຸນາ 2026 ນີ້, ຢູ່ທີ່ຈຸດບ້ານນໍ້າພາກ (ເຂດອຸທິຍານແຫ່ງຊາດດົງຫົວສາວ) ແລະ ຢູ່ທີ່ຈຸດພູດິນ ບ້ານກຽດໂງ້ງ (ເຂດອຸທິຍານແຫ່ງຊາດ ເຊປຽນ) ເມືອງປະທຸມພອນ ແຂວງຈຳປາສັກ,ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຳປາສັກ ຮ່ວມກັບ ກອງຄຸມຄອງອຸທິຍານແຫ່ງຊາດດົງຫົວສາວ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ເຊປຽນ, ອົງການປົກຄອງເມືອງປະທຸມພອນ, ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ແລະ ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 – 2026) ຕິດພັນກັບວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ (5 ມິຖຸນາ) ພາຍໃຕ້ຄຳຂວັນ “ເຖິງເວລາແລ້ວ ພວກເຮົາຕ້ອງໃສ່ໃຈຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ” (#NowForClimate).

ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ໂດຍມີ ທ່ານ ສົມຈິດ ແພງສະຫວັດ, ກຳມະການພັກແຂວງ, ເລຂາພັກເມືອງ, ປະທານສະພາປະຊາຊົນປະຈຳເມືອງປະທຸມພອນ; ທ່ານ ຄຳ ນີລະວົງ, ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍບັນດາການນຳແຂວງ, ເມືອງ, ຜູ້ຕາງໜ້າຈາກພາກທຸລະກິດ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງປ່າໄມ້ ທີ່ເປັນຊັບພະຍາກອນອັນລໍ້າຄ່າ ແລະ ຕິດພັນກັບການດຳລົງຊີວິດຂອງປະຊາຊົນ. ການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ແມ່ນວຽກງານຍຸດທະສາດທີ່ສຳຄັນ ຕາມທິດທາງພັດທະນາສີຂຽວ ແລະ ຍືນຍົງ ໂດຍສຸມໃສ່ຍຸດທະສາດການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ບັນລຸ 70% ໃນປີ 2030. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນເດັກນ້ອຍ ແລະ ເຍົາວະຊົນ ໃຫ້ມີຄຸນນະພາບ, ມີສະຕິຮັກ ແລະ ຫວງແຫນທຳມະຊາດ ເພື່ອສ້າງຄົນຮຸ່ນໃໝ່ທີ່ຈະກາຍເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ ດັ່ງຄຳຂວັນທີ່ວ່າ “ປູກຕົ້ນໄມ້ໃນວັນນີ້ ເພື່ອລູກຫຼານໃນວັນໜ້າ, ເດັກນ້ອຍທີ່ດີໃນວັນນີ້ ຄືຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ”.
ໂອກາດດຽວກັນ, ທ່ານ ຄຳ ນີລະວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແສດລ້ອມ ໄດ້ມີຄໍາເຫັນໃຫ້ຮູ້ກ່ຽວກັບແຜນການຟື້ນຟູ ແລະ ປູກປ່າ ໂດຍສະເພາະໃນເຂດອຸທິຍານແຫ່ງຊາດດົງຫົວສາວ (ເຊິ່ງມີເນື້ອທີ່ທັງໝົດ 99.795 ເຮັກຕາ, ກວມເອົາເຂດເມືອງປະທຸມພອນ 57.42%). ໃນໄລຍະປີ 2025 ຜ່ານມາ ສາມາດປູກໄມ້ໄດ້ 5 ເຮັກຕາ ແລະ ຟື້ນຟູປ່າແບບທຳມະຊາດໄດ້ 1.500 ເຮັກຕາ. ສໍາລັບປີ 2026 ນີ້, ອຸທິຍານແຫ່ງຊາດດົງຫົວສາວ ມີແຜນການທີ່ຈະປູກໄມ້ທັງໝົດ ຈຳນວນ 120 ເຮັກຕາ ໂດຍຈະເລີ່ມປູກຢູ່ບ້ານນໍ້າພາກ 3 ເຮັກຕາ, ບ້ານສົມສຸກ ແລະ ບ້ານນາບອນ ບ້ານລະ 5 ເຮັກຕາ, ພ້ອມທັງສົ່ງເສີມປະຊາຊົນປູກຕົ້ນໝາກຈອງ ແລະ ຮ່ວມມືກັບເຂື່ອນໄຟຟ້ານໍ້າປາກຊ່ອງ ປູກໄມ້ໃນບໍລິເວນອ່າງຮັບນໍ້າຕື່ມອີກ 16 ເຮັກຕາ.
#ພ້ອມນີ້ທ່ານ ສົມພານ ແກ້ວຫານາມ, ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ເຊປຽນ ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມ ໂດຍຍົກໃຫ້ເຫັນວ່າ: ໃນທົ່ວແຂວງຈຳປາສັກ ມີເນື້ອທີ່ປ່າໄມ້ທັງໝົດ 1.062.648 ເຮັກຕາ, ກວມ 69,23% ຂອງເນື້ອທີ່ທົ່ວແຂວງ. ສຳລັບແຜນການປູກໄມ້ໃນປີ 2026 ນີ້, ອຸທິຍານແຫ່ງຊາດ ເຊປຽນ ມີແຜນການປູກໄມ້ໃນເຂດອຸທິຍານໃຫ້ໄດ້ 15 ເຮັກຕາ, ຟື້ນຟູປ່າແບບທຳມະຊາດ ແລະ ປູກເສີມກ້ອງປ່າໃຫ້ໄດ້ 785 ເຮັກຕາ. ສະເພາະຂະບວນການປູກໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດຄັ້ງນີ້ ແມ່ນໄດ້ຮ່ວມກັບ ອົງການ WWF-Laos ປູກໃນພື້ນທີ່ກຳນົດ 8 ເຮັກຕາ ຢູ່ຈຸດພູດິນ ບ້ານກຽດໂງ້ງ, ນຳໃຊ້ເບ້ຍໄມ້ທັງໝົດ 10,000 ເບ້ຍ (ມີ 11 ຊະນິດໄມ້ ເປັນຕົ້ນແມ່ນ ໄມ້ດູ່, ໄມ້ແຄນ, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ຍາງ ແລະ ໄມ້ໝາກຈອງ). ນອກຈາກນີ້, ຍັງມີແຜນປູກຢູ່ເຂດອຸທິຍານແຫ່ງຊາດດົງຫົວສາວ ອີກຈຳນວນ 120 ເຮັກຕາ, ໃນນັ້ນປູກຢູ່ບ້ານນຳ້ພາກ 3 ເຮັກຕາ (ໂດຍການສະໜັບສະໜູນ ຈາກບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ), ບ້ານສົມສຸກ ແລະ ບ້ານນາບອນ ບ້ານລະ 5 ເຮັກຕາ ພ້ອມທັງສົ່ງເສີມປະຊາຊົນປູກໄມ້ ແລະ ຮ່ວມກັບເຂື່ອນໄຟຟ້ານໍ້າປາກຊ່ອງ ປູກໃນເຂດອ່າງຮັບນໍ້າອີກ 16 ເຮັກຕາ.
ໃນຕອນທ້າຍຂອງພິທີ ຍັງໄດ້ມີການມອບເບ້ຍໄມ້ ແລະ ໃບກຽດຕິຄຸນ ໃຫ້ແກ່ຜູ້ສະໜັບສະໜູນຫຼັກ ເປັນຕົ້ນແມ່ນ ອົງການ WWF-Laos, ບໍລິສັດ ໄຟຟ້າແສງຕາເວັນ ບ້ານໂພນສະອາດ (ຈະເລີນເຊກອງ) ແລະ ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ. ພ້ອມດຽວກັນນັ້ນ, ຄະນະປະທານກໍ່ໄດ້ຮ່ວມກັນມອບຂອງຂວັນວັນເດັກ ໃຫ້ແກ່ນ້ອງນ້ອຍນັກຮຽນ ແລະ ນຳພາຜູ້ເຂົ້າຮ່ວມທັງໝົດ ລົງມືປູກຕົ້ນໄມ້ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ. ຫຼັງຈາກນີ້, ທາງຄະນະຮັບຜິດຊອບ ຈະໄດ້ມອບໝາຍຄວາມຮັບຜິດຊອບ ໃຫ້ແກ່ອົງການຈັດຕັ້ງທ້ອງຖິ່ນ, ພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ໃນການຕິດຕາມ, ບົວລະບັດຮັກສາ ແລະ ປູກສ້ອມແຊມຕົ້ນໄມ້ທີ່ຕາຍ ເພື່ອຮັບປະກັນໃຫ້ຕົ້ນໄມ້ທີ່ປູກໃນມື້ນີ້ ສາມາດຈະເລີນເຕີບໂຕກາຍເປັນຜືນປ່າທີ່ອຸດົມສົມບູນ ແລະ ຂຽວສົດງົດງາມໃນອະນາຄົດ.



ຂ່າວ-ພາບ: ຈັນທະວີສັກ