ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນ ປະຕິວັດລາວ ແມ່ນເຫດການການເມືອງ ທີ່ມີຄວາມໝາຍສຳຄັນສູງສຸດ ເຊິ່ງເປັນການຮ່ວມຊຸມນຸມເພື່ອສະຫຼຸບຕີລາຄາການນຳພາ, ວາງແຜນທາງຍຸດທະສາດໃນການພັດທະນາປະເທດຊາດ ແລະ ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່. ນີ້ແມ່ນຂໍ້ມູນສະຫຼຸບໂດຍຫຍໍ້ກ່ຽວກັບປະຫວັດການຈັດກອງປະຊຸມໃຫຍ່ ແຕ່ຄັ້ງທີ I ຈົນເຖິງປັດຈຸບັນ:< ປະຫວັດຄວາມເປັນມາໂດຍຫຍໍ້ >
ຄໍາຂັວນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ນັບແຕ່ຄັ້ງທີ I-XII ຂອງພັກປະຊາຊົນປະຕິວັດລາວ
ກອງປະຊຸມໃຫຍ່ ຄັ້ງທີ I (ປີ 1955) ເປັນກອງປະຊຸມສ້າງຕັ້ງ “ພັກປະຊາຊົນລາວ” (ຊື່ໃນເວລານັ້ນ) ໂດຍມີ ທ່ານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຄົນທຳອິດ.
ສະຖານທີ່: ແຂວງຫົວພັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ເຕົ້າໂຮມທຸກກຳລັງຮັກຊາດ, ຕີຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ແທດເສີຍ (ລູກມື), ຕ້ານການແຊກແຊງຂອງຈັກກະພັດອາເມລິກາ, ສ້າງຕັ້ງປະເທດລາວ ທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.”
ກອງປະຊຸມໃຫຍ່ ຄັ້ງທີ II (ປີ 1972) ໄດ້ປ່ຽນຊື່ພັກມາເປັນ “ພັກປະຊາຊົນ ປະຕິວັດລາວ” ຈົນເຖິງປັດຈຸບັນ ແລະ ວາງທິດທາງປົດປ່ອຍຊາດ.
ສະຖານທີ່: ແຂວງຫົວພັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ເສີມຂະຫຍາຍກຳລັງແຮງແຫ່ງຄວາມເປັນເຈົ້າການ, ເດັດດ່ຽວຕີຊະນະສົງຄາມຮຸກຮານຂອງຈັກກະພັດອາເມລິກາ ແລະ ລູກມື, ປົດປ່ອຍປະເທດຊາດ, ເຮັດໃຫ້ການປະຕິວັດຊາດ ປະຊາທິປະໄຕ ສຳເລັດຜົນໃນທົ່ວປະເທດ.”
ກອງປະຊຸມໃຫຍ່ ຄັ້ງທີ III (ປີ 1982) ເປັນກອງປະຊຸມໃຫຍ່ຄັ້ງທຳອິດຫຼັງຈາກສະຖາປະນາ ສປປ ລາວ (ປີ 1975) ເພື່ອວາງແນວທາງປົກປັກຮັກສາ ແລະ ສ້າງສາລະບົບໃໝ່.
ສະຖານທີ່: ນະຄອນຫຼວງວຽງຈັນ (ເປັນຄັ້ງທຳອິດຫຼັງສະຖາປະນາ ສປປ ລາວ) ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ, ເສີມຂະຫຍາຍລະບອບຜະເດັດການປະຕິວັດ, ຫັນປ່ຽນໄປສູ່ການຜະລິດໃຫຍ່ສັງຄົມນິຍົມ ເທື່ອລະກ້າວ.”
ກອງປະຊຸມໃຫຍ່ ຄັ້ງທີ IV (ປີ 1986) ເປັນຂີດໝາຍປະຫວັດສາດທີ່ສຳຄັນ ເພາະແມ່ນຈຸດເລີ່ມຕົ້ນຂອງ “ແນວທາງປ່ຽນແປງໃໝ່ຈິນຕະນາການ” ຮອບດ້ານທີ່ມີຫຼັກການ ໂດຍສະເພາະແມ່ນການຫັນປ່ຽນດ້ານເສດຖະກິດ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ປ່ຽນແປງໃໝ່ຢ່າງມີຫຼັກການ ແລະ ຮອບດ້ານ” (ນີ້ແມ່ນຈຸດເລີ່ມຕົ້ນຂອງແນວທາງຈິນຕະນາການໃໝ່, ຫັນປ່ຽນຈາກເສດຖະກິດເກື້ອກູນ ໄປສູ່ເສດຖະກິດຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ).
ກອງປະຊຸມໃຫຍ່ ຄັ້ງທີ V – X (ປີ 1991 – 2016): ແມ່ນໄລຍະການສືບຕໍ່ບູລະນະແນວທາງປ່ຽນແປງໃໝ່, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເປີດກວ້າງການທູດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ກອງປະຊຸມໃຫຍ່ ຄັ້ງທີ V ເນື້ອໃນຈິດໃຈ: “ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຊຸກຍູ້ການປ່ຽນແປງໃໝ່ຢ່າງຮອບດ້ານ, ສ້າງປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.”
*. ກອງປະຊຸມໃຫຍ່ ຄັ້ງທີ VI ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງບົດບາດນຳພາຂອງພັກ, ຊຸກຍູ້ຂະບວນການປ່ຽນແປງໃໝ່ໃຫ້ແຂງແຮງ, ສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.”
*. ກອງປະຊຸມໃຫຍ່ ຄັ້ງທີ VII ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມສາມາດນຳພາ ແລະ ສູ້ຮົບຂອງພັກ, ສືບຕໍ່ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ສ້າງປະຖົມປັດໄຈເພື່ອການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມທຸກຍາກ ແລະ ດ້ອຍພັດທະນາ.”
*. ກອງປະຊຸມໃຫຍ່ ຄັ້ງທີ VIII ເນື້ອໃນຈິດໃຈ: ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຢຶດໝັ້ນຈຸດໝາຍປ່ຽນແປງໃໝ່ຢ່າງຮອບດ້ານ, ພັດທະນາເສດຖະກິດ-ສັງຄົມ ໃຫ້ກ້າວຂຶ້ນຢ່າງໄວວາ ແລະ ຍືນຍົງ, ຍູ້ແຮງການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.
*. ກອງປະຊຸມໃຫຍ່ ຄັ້ງທີ IX ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ເຊີດຊູຄວາມເປັນຜູ້ນຳພາຂອງພັກ, ບຸກທະລຸທັງ 4 ດ້ານ (ຈິນຕະນາການ, ຊັບພະຍາກອນມະນຸດ, ກົນໄກການບໍລິຫານ, ຄວາມທຸກຍາກ), ສ້າງພື້ນຖານໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020.”
*. ກອງປະຊຸມໃຫຍ່ ຄັ້ງທີ X ເນື້ອໃນຈິດໃຈ: “ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຢ່າງມີຫຼັກການ, ຍົກສູງຄວາມສາມາດນຳພາຂອງພັກ, ສ້າງລັດແຫ່ງກົດໝາຍທີ່ສັກສິດ, ຍູ້ແຮງການພັດທະນາແບບຍືນຍົງ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວໄປສູ່ຈຸດໝາຍສັງຄົມນິຍົມ.”
*. ກອງປະຊຸມໃຫຍ່ ຄັ້ງທີ XI (ປີ 2021) ຈັດຂຶ້ນພາຍໃຕ້ສະພາບການທ້າທາຍຂອງໂລກ (ໂດຍສະເພາະແມ່ນການລະບາດຂອງໂຄວິດ-19) ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ (ຄຳຂວັນລວມ): “ເພີ່ມທະວີຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຢ່າງມີຫຼັກການ, ເຊີດຊູນ້ຳໃຈຮັກຊາດ, ເສີມຂະຫຍາຍພະລັງແຮງຂອງລະບອບປະຊາທິປະໄຕປະຊາຊົນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບຢ່າງໜັກແໜ້ນ, ເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄຸນນະພາບຊີວິດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ສ້າງບາດກ້າວບຸກທະລຸໃນການນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງມີສະຖຽນລະພາບ.”
ກອງປະຊຸມໃຫຍ່ ຄັ້ງທີ XII (ປີ 2026) ເປັນກອງປະຊຸມໃຫຍ່ຄັ້ງຫຼ້າສຸດທີ່ຫາກໍຈັດຂຶ້ນ ເພື່ອປະເມີນຜົນການຈັດຕັ້ງປະຕິບັດໄລຍະຜ່ານມາ ແລະ ວາງທິດທາງຍຸດທະສາດໃໝ່ໃນການນຳພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ ( ບົດລາຍງານການເມືອງ) :
ກອງປະຊຸມໃຫຍ່ດໍາເນີນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ. ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງສຶບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ. ໃຫ້ໜັກແໜ້ນກ້າວຂື້ນສູ່ສັງຄົມນິຍົມ.
*. ແຜນພັດທະນາເສດຖະກິດສັງຄົມ ( 5 ປີ ) 2026-2030 ພາຍໃຕ້ຄໍາຂວັນ: ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງນໍາໃຊ້ທຸກທ່າແຮງຢ່າງປະສິດທິຜົນ. ພັດທະນາເສດຖະກິດ-ສັງຄົມ ຕາມທິດວ່ອງໄວ ສີຂຽວ ແລະ ຍືນຍົງຕາມກຳນົດ 6 ເປົ້າໝາຍໃຫ່ຍ.