ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ II ປີ 2026

ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ II ປີ 2026, ໂດຍຜ່ານລະບົບກອງປະຊຸມທາງໄກຂອງກົມຂໍ້ມູນຂ່າວສານ ໃນຕອນເຊົ້າຂອງວັນທີ 30 ມີຖຸນາ 2026; ພາຍໃຕ້ການເປັນປະທານ ຂອງທ່ານ ສົມປະສົງ ພົງປະເສີດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ, ມີ ບັນດາທ່ານ ຮອງຄະນະໂຄສະນາອົບຮົມແຂວງ ແລະ ຜູ້ຮັບຜິດຊອບວຽກງານເວັບໄຊ໋ຂອງຄະນະໂຄສະນາອົບຮົມໃນທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນວາລະກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຟັງ ການລາຍງານຫຍໍ້ຜົນງານອັນພົ້ນເດັ່ນ, ພ້ອມຜົນສໍາເລັດໃນການປະຕິບັດວຽກງານເວັບໄຊ໋ໃນໄລຍະຜ່ານມາ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ ພ້ອມທັງແລກປ່ຽນວິທີການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊ໋ ເຊິ່ງເປັນການຖອດຖອນບົດຮຽນໃນການຫັນເປັນທັນສະໄໝ ແລະ ກາຍເປັນເສນາທິການ ໃນການໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມທັງກຳນົດທິດທາງ-ແຜນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ ຂອງວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມແຕ່ລະແຂວງໃນທົ່ວປະເທດ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມປະສົງ ພົງປະເສີດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່(ເວັບໄຊ໋) ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ບັນດາຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ສືບຕໍ່ຕິດຕາມກວດກາຄືນການເຄືີ່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງຕົນ ກ່ຽວກັບພາລະບົດບາດ, ກົງຈັກການຈັດຕັ້ງ, ບັນດາເມນູ, ຄໍລໍາຕ່າງໆ ໃຫ້ມີການອັບເດດໃຫມ່ຕະຫຼອດ ແລະ ມີປະສິດທິພາບທີ່ສູງຂຶ້ນ.