Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

ຄະນະກໍາມະການເລືອກຕັ້ງລະດັບຊາດ ລົງຕິດຕາມຊຸກຍູ້ວຽກງານໂຄສະນາ ແລະ ປຸກລະດົມຂະບວນການ ຢູ່ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ -

ຄະນະກໍາມະການເລືອກຕັ້ງລະດັບຊາດ ລົງຕິດຕາມຊຸກຍູ້ວຽກງານໂຄສະນາ ແລະ ປຸກລະດົມຂະບວນການ ຢູ່ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ

ຄະນະກໍາມະການເລືອກຕັ້ງລະດັບຊາດ ລົງຕິດຕາມຊຸກຍູ້ວຽກງານໂຄສະນາ ແລະ ປຸກລະດົມຂະບວນການ ຢູ່ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ

         ໃນວັນທີ 12 ກຸ່ມພາ 2026 ຄະນະກໍາມະການເລືອກຕັ້ງລະດັບຊາດ ລົງຕິດຕາມຊຸກຍູ້ວຽກງານໂຄສະນາ ແລະ ປຸກລະດົມຂະບວນການ ຢູ່ເມືອງບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ, ນໍາໂດຍທ່ານ ຄໍາຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ສະພາແຫ່ງຊາດ, ອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ຄະນະກຳມະການເລືອກຕັ້ງລະດັບຊາດ, ທ່ານ ວັນລາຕີ ຄໍາວານວົງສາ ຜູ້ອໍານວຍການໂທລະພາບແຫ່ງຊາດລາວ, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດັບຂະບວນການຂັ້ນແຂວງ, ພ້ອມດ້ວຍຄະນະອະນຸກຳມະການຂັ້ນສູນກາງ ແລະ ຂັ້ນແຂວງຕິດຕາມ; ໂດຍມີອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ຄະນະກໍາມະການເລືອກຕັ້ງເມືອງ  ບາຈຽງຈະເລີນສຸກ ແລະ ເມືອງປາກຊ່ອງເຂົ້າຮ່ວມຕ້ອນຮັບ.

           ການລົງຕິດຕາມຊຸກຍູ້ໃນຄັ້ງນີ້, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາ ແລະປຸກລະດົມຂະບວນການ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ຂອງຄະນະກໍາມະການເລືອກຕັ້ງທັງສອງເມືອງ,ເຊິ່ງເຫັນວ່າໄດ້ເຄື່ອນໄຫວຢ່າງເປັນຂະບວນການຟົດຟື້ນ, ຕໍ່ເນື່ອງ ແລະ ທົ່ວເຖິິງທຸກເປົ້າໝາຍ ທັງມີຜົນສໍາເລັດທີ່ດີໃນທຸກດ້ານ. ພ້ອມນັ້ນ, ຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຂັ້ນແຂວງ ຍັງໄດ້ມີຄໍາເຈາະຈີ້ມຈໍານວນໜຶ່ງຕໍ່ຄະນະກຳມະການເລືອກຕັ້ງຂັ້ນເມືອງຕື່ມອີກ ເປັນຕົ້ນ: ການເຜີຍແຜ່ນິຕິກຳຂອງຂັ້ນເທິງຕໍ່ປະຊາຊົນໃນຂັ້ນຮາກຖານຕົນ, ການກະກຽມເຄື່ອງມື, ອຸປະກອນໃຫ້ແກ່ການເລືອກຕັ້ງ, ການເກັບກຳ ແລະ ແກ້ໄຂບັນຫາຫາງສຽງສັງຄົມ, ການໂຄສະນາປຸກລະດົມຜ່ານສ່ອງທາງຕ່າງໆ.

        ໃນຕອນທ້າຍ, ຍັງໄດ້ມີຄໍາເຫັນຊີ້ນໍາບາງບັນຫາເພື່່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການຊັ້ນເມືອງຄື: ເອົາໃຈໃສ່ສ້າງຈະບວນການອະນາໄມລວມຢ່າງຕໍ່ເນື່ອງ ແລະ ເປັນປະຈໍາ ເພື່ອຮັກສາຄວາມສະອາດສວຍງາມ, ການຮັກສາຄວາມສະຫງົບປອດໄຟ, ເກັບກຳຄຸ້ມຄອງຈໍາຄົນຕ່າງປະເທດ, ຄົນພັກອາໃສຊົ່ວຄາວເພື່ອຄວາມເປັນລະບຽບຮຽບຮ້ອຍ, ຕິດຕາມການອອກຂ່າວທາງສື່ສັງຄົມອອນລາຍ ເພື່ອຫຼີກລ້ຽງ, ສະກັດກັ້ນການສະໜອງຂໍ້ມູນແກ່ກຸ່ມຄົນບໍ່ດີ ແລະ ມີການສະກຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານໃຫ້ແກ່ຂັ້ນເທິງຢ່າງວ່ອງໄວທັນການ ແລະ ຖືກຕ້ອງ. ຈາກນັ້ນ, ກໍໄດ້ລົງຢ້ຽມຢາມ ແລະ ກວດກາ ສະຖານທີ່ກຳນົດເປັນໜ່ວຍປ່ອນບັດເລືອກຕັ້ງ ຂອງພະນັງານການນໍາຂອງເມືອງອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa