ຄະນະກຳມະການເລືອກຕັ້ງຂັ້ນແຂວງ ເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງເມືອງໂຂງ

ວັນທີ 30 ມັງກອນ 2026 ນີ້ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ນຳໂດຍ ທ່ານ ປອປະດິດ ວັນລັດສະໝີ ຄະນະປະຈໍາພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງຈຳປາສັກ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມຄະນະ ປະກອບມີ ທ່ານ ປອ ສົມໃຊ ສີຫາຈັກ ຄະນະປະຈຳສະພາປະຊາຊົນແຂວງ ກໍາມະການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ບັນດາທ່ານກອງເລຂາຊ່ວຍວຽກ ລົງເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງເມືອງໂຂງ ໂດຍມີ ທ່ານ ບຸນເນື່ອງ ສີລາຄົມ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນເມຶອງ ມີບັນດາທ່ານຄະນະກໍາມະການ, ອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ກອງເລຂາຊ່ວຍວຽກ ເຂົ້າຮ່ວມ.

ການເຄື່ອນໄຫວ, ໄດ້ເປີດກອງປະຊຸມຮັບຟັງການລາຍງານຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ເຊິ່ງ ທ່ານ ບຸນເນື່ອງ ສີລາຄົມ ຮອງເລຂາຄະນະບໍລິຫານງານພັກເມືອງ, ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ລາຍງານກ່ຽວກັບການກຽມວຽກງານຮອບດ້ານ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາຂັ້ນແຂວງ ຊຸດທີ V, ເຊິ່ງ ທ່ານໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດວຽກງານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ຖືເອົາການຜັນຂະຫຍາຍນິຕິກຳຈາກຂັ້ນເທິງເປັນໜ້າທີ່ຫຼັກຜັນຂະຫຍາຍເປັນແຜນດຳເນີນງານ 4 ບາດກ້າວ ສາມາດຈັດຕັ້ງປະຕິບັດມີຜົນສໍາເລັດຫຼາຍດ້ານ. ຈາກນັ້ນ, ບັນດາທ່ານຜູ້ແທນກອງປະຊຸມໄດ້ແລກປ່ຽນຄຳຄິດ-ຄຳເຫັນຢ່າງສ້າງສັນ ແລະ ຢ່າງມີຈຸດສຸມ ແນໃສ່ເພື່ອເຮັດໃຫ້ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ມີຄວາມພ້ອມຮອບດ້ານ ແລະ ຮັບປະກັນການຈັດຕັ້ງປະຕິບັດໃຫ້ບັນລຸຄາດໝາຍ.


ພ້ອມນີ້ທີ່ປະຊຸມໄດ້ຮັບຟັງການມີຄຳເຫັນຊີ້ນຳຈາກ ທ່ານ ປອ ປະດິດ ວັນນະລັດສະໝີ ປະທານກອງປະຊຸມກ່ອນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດວຽກງານ ຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ໃນການກະກຽມວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ເປັນວຽກງານ ເປັນເຫດການທີ່ສໍາຄັນທາງດ້ານການເມືອງຂອງປະເທດ ໃນການເລືອກຕັ້ງເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊົນລາວບັນດາເຜົ່າ. ສະນັ້ນ, ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ຕະຫຼອດຮອດທຸກພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ເພີ່ມທະວີຄວາມຮັບຜີດຊອບຈັດຕັ້ງປະຕິບັດໜ້າທີ່ຕາມແຜນດໍາເນີນງານຂອງຕົນ ກໍຄືການຈັດຕັ້ງຜັນຂະຫຍາຍບັນດາແຈ້ງການ, ຂໍ້ຕົກລົງ, ຄໍາແນະນໍາ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ວຽກງານໂຄສະນາປຸກລະດົມຂະບວນການໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງໄປໃຊ້ສິດຂອງຕົ້ນ, ສ້າງຂະບວນການ ປະດັບປະດາຕິດຄໍາຂັວນ, ຕິດທຸງທິວ ໃນເທດສະບານຂອງເມືອງ ລົງສູ່ທ້ອງຖິ່ນໃຫ້ມີບັນຍາກາດຟົດຟື້ນ ຮັບປະກັນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ສາມາດບັນລຸ ຜົນສໍາເລັດຕາມ 4 ຄາດໝາຍທີ່ວາງໄວ້ ຄື:
* ນໍາພາຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%
* ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%
* ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100%
* ນໍາພາວຽກງານປ່ອນບັດເລືອກຕັ້ງໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກຳນົດເວລາ 100%.