ຄະນະກຳມະການເລືອກຕັ້ງຂັ້ນແຂວງ ລົງຕິດຕາມຄວາມພ້ອມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ນະຄອນປາກເຊ ແລະ ເມືອງປະທຸມພອນ

ໃນວັນທີ 09 ກຸມພາ 2026, ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ຫົວໜ້າອະນຸກໍາມະການໂຄສະນາປຸກລະດົມຂະບວນການ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມການກະກຽມຄວາມພ້ອມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ທີ່ນະຄອນປາກເຊ ແລະ ເມືອງປະທຸມພອນ ແຂວງຈໍາປາສັກ.


ການລົງເຄື່ອນໄຫວຄັ້ງນີ້, ທ່ານພ້ອມຄະນະໄດ້ໄປຢ້ຽມຢາມໜ່ວຍເລືອກຕັ້ງກຸ່ມທີ 1 ບ້ານພັດທະນາກົກເດື່ອ ນະຄອນປາກເຊ ແລະ ບັນດາກຸ່ມບ້ານ (ກຸ່ມມ່ວງ, ກຸ່ມປະທຸມພອນ, ກຸ່ມບຸ່ນ) ລວມເຖິງກອງບັນຊາການ ປກສ ເມືອງປະທຸມພອນ ໂດຍການຕ້ອນຮັບຂອງປະທານຄະນະກໍາມະການປົກຄອງນະຄອນ-ເມືອງ, ຄະນະກຳມະການເລືອກຕັ້ງຂັ້ນຮາກຖານ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນກອງປະຊຸມ, ບັນດາຄະນະກຳມະການເລືອກຕັ້ງຂັ້ນນະຄອນ ແລະ ເມືອງ ໄດ້ລາຍງານສະພາບການກະກຽມຮອບດ້ານ ເຊິ່ງໄດ້ຈັດຕັ້ງປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ແລະ ຄຳສັ່ງແນະນຳຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍມີຜົນງານພົ້ນເດັ່ນໃນດ້ານຕ່າງໆ ດັ່ງນີ້:
#. ດ້ານການຈັດຕັ້ງ: ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ຄະນະຜູ້ປະຈຳການ ແລະ ອະນຸກຳມະການຊ່ວຍວຽກ ໃນແຕ່ລະໜ່ວຍປ່ອນບັດທົ່ວເມືອງຢ່າງຄົບຖ້ວນ.
#. ດ້ານການໂຄສະນາ ແລະ ສ້າງຂະບວນການ: ໄດ້ຈັດຕັ້ງການປະດັບປະດາທຸງພັກ, ທຸງຊາດ, ຕິດປ້າຍຄຳຂວັນ 9 ຫົວຂໍ້ ຢູ່ຕາມສຳນັກງານອົງການ, ໂຮງໝໍ, ຕະຫຼາດ ແລະ ຫ້ອງການບ້ານ ພ້ອມທັງປຸກລະດົມຂະບວນການອອກແຮງງານອະນາໄມຕາມເສັ້ນທາງຕ່າງໆ ຢ່າງຟົດຟື້ນ.
#. ດ້ານການຝຶກອົບຮົມ: ໄດ້ສຳເລັດການຝຶກອົບຮົມໃຫ້ແກ່ອະນຸກຳມະການຊ່ວຍວຽກ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດ ເພື່ອລົງເຜີຍແຜ່ເອກະສານສຳຄັນໃຫ້ແກ່ພໍ່ແມ່ປະຊາຊົນໃຫ້ມີຄວາມເຂົ້າໃຈຢ່າງທົ່ວເຖິງ.
#. ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ເພີ່ມທະວີການຕິດຕາມກວດກາຊາຍແດນ, ເວນຍາມຕາມປ້ອມ ແລະ ຂົວ-ທາງສຳຄັນ ພ້ອມທັງແຕ່ງຕັ້ງກຳລັງ ປກຊ-ປກສ ປະຈຳແຕ່ລະໜ່ວຍປ່ອນບັດ ເພື່ອຮັບປະກັນຄວາມສະຫງົບ 100%.


ໃນຕອນທ້າຍ, ທ່ານ ປະດິດ ວັນນະລັດສະໝີ ໄດ້ກ່າວເນັ້ນໜັກໃຫ້ຄະນະຮັບຜິດຊອບທຸກຂັ້ນ ສືບຕໍ່ເອົາໃຈໃສ່ບາງວຽກງານຈຸດສຸມ ເປັນຕົ້ນແມ່ນ: ການປະດັບປະດາໄຟເຍືອງທາງໃຫ້ຮຸ່ງເຮືອງສວຍງາມ, ການຮັກສາຄວາມສະອາດ, ການປຸກລະດົມຜູ້ມີສິດເລືອກຕັ້ງໃຫ້ອອກມາໃຊ້ສິດຢ່າງພ້ອມພຽງ, ການຈັດວາງຮູບພາບຜູ້ສະໝັກໃຫ້ຈະແຈ້ງ ແລະ ທີ່ສຳຄັນແມ່ນຕ້ອງຮັກສາຄວາມສະຫງົບປອດໄພຮອບດ້ານ ເພື່ອເຮັດໃຫ້ວັນເລືອກຕັ້ງກາຍເປັນປາງບຸນໃຫຍ່ຂອງທົ່ວປວງຊົນ ແລະ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ສຳເລັດຕາມຄາດໝາຍທີ່ວາງໄວ້.
