
ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ຄະນະໂຄສະນາອົບຮົມແຂວງຈໍາປາສັກ
ໃນຕອນເຊົ້າວັນທີ 05 ມັງກອນ 2026, ທ່ານ ນາງ ຫຼ້າຊ້ອຍ ກອງແກ້ວມະນີວົງ ຮອງຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ຄະນະໂຄສະນາອົບຮົມແຂວງຈໍາປາສັກ, ໂດຍມີ ທ່ານ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານນໍາພາ-ຄຸ້ມຄອງ, ຫົວໜ້າຂະແໜງ, ຮອງຂະແໜງ ຂອງຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ຈຸດປະສົງໃນການເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອລົງຕິດຕາມ, ຊຸກຍູ້ວຽກງານກວດກາຢູ່ຄະນະໂຄສະນາອົບຮົມຢູ່ແຂວງ, ຄະນະໂຄສະນາອົບຮົມເມືອງ, ເຜີຍແຜ່ ຂໍ້ຕົກລົງວາດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມກວດກາ ສະບັບເລກທີ 253/ຄອສພ, ລົງວັນທີ 29 ພະຈິກ 2022; ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບ, ການຈັດຕັ້ງປະຕິບັດບັນດາແຜນງານ, ແນະນໍາທັດສະນະຄວາມຮັບຮູ້-ຄວາມເຂົ້າໃຈຂອງຄະນະນໍາ ແລະ ສະມາຊິກພັກ-ພະນັກງານ ກ່ຽວກັບ ວຽກງານກວດກາ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂ ດ້ານປະກົດການຫຍໍ້ທໍ້ ຂອງສະມາຊິກພັກ-ພະນັກງານ ຂັ້ນແຂວງ, ຂັ້ນເມືອງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ທາງດ້ານແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາ, ວິທີເຮັດວຽກ.

ໃນໂອກາດນີ້, ທ່ານ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານການຈັດຕັ້ງຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ຄະນະບໍລິຫານງານພັກແຂວງ, ການຝຶກອົບຮົມໃຫ້ເປົ້າໝາຍຕ່າງໆ ແລະ ບັນດາວຽກງານບ່າງດ້ານຕາມຄໍາເຈາະຈີ້ມຂອງກົມກອງກາ ເຊິ່ງມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ; ພ້ອມນັ້ນ ບັນດາຫົວໜ້າຂະແໜງຍັງມີການປະກອບຄໍາເຫັນ ແລະ ມີຂໍ້ສະເໜີ ຕໍ່ກົມກວດກາ ແລະ ຄະນະໂຄສະນາອົບຮົມສູນກາງພັກ ເພື່ອມີທິດຊີ້ນໍາຊ່ວຍຊຸກຍູ້ ແລະ ຫາວິທີແກ້ໄຂໃນຕໍ່ໜ້າອີກດ້ວຍ.

