ການນຳແຂວງຈຳປາສັກ ພ້ອມດ້ວຍການນຳເມືອງປະທຸມພອນ ອວຍພອນນາຍ ແລະພົນທະຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ.

ໃນຕອນບ່າຍວັນທີ 25 ກຸມພາ 2026ນີ້ ຢູ່ທີ່ສະໂມສອນຂອງກອງບັນຊາການທະຫານເມືອງປະທຸມພອນ ໂດຍແມ່ນ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທຸມພອນ, ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ, ມີປະທານຄະນະເມືອງ, ຄະນະນຳພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງພ້ອມດ້ວຍຄະນະພັກ – ຄະນະບັນຊາ ກອງບັນຊາການທະຫານເມືອງ, ກອງພັນ 709, ກອງພັນ 608 ກອງຮ້ອຍ 809, ກອງຮ້ອຍຊາຍແດນ 519 ຕະຫຼອດຮອດນາຍ ແລະ ພົນທະຫານໃນທົ່ວກົມກອງ ເຂົ້າຮ່ວມ.

ໃນພິທີ ທ່ານ ພັນໂທ ສາຍຍັນ ຄູນຄໍາຕັນ ຄະນະປະຈຳພັກເມືອງ ເລຂາຄະນະພັກ ຮາກຖານ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງປະທຸມພອນ ໄດ້ລາຍງານການເຄື່ອນໄຫວ ໂດຍຫຍໍ້ ຂອງກອງບັນຊາການທະຫານເມືອງປະທຸມພອນ ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານທີ່ຄົງຄ້າງຕ່າງໆ ເພື່ອແນໃສ່ໃຫ້ການນຳແຂວງມີທິດຊີ້ນຳເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ ພ້ອມນີ້ທ່ານຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນ, ທີ່ຄະນະນຳຂອງແຂວງ ແລະ ເມືອງ ທີ່ເຫັນໄດ້ຄວາມສຳຄັນ ແລະຄວາມເປັນຫ່ວງເປັນໃຍຕໍ່ອ້າຍນ້ອງທະຫານ, ເຊິ່ງການມາອວຍພອນໃນຄັ້ງນີ້ ເປັນບາດກ້າວໜຶ່ງໃນການຊຸກຍູ້ ແລະ ເປັນຂວັນກຳລັງແຮງໃນການປະຕິບັດໜ້າທີ່ຂອງອ້າຍນ້ອງນາຍ ແລະ ພົນທະຫານ, ເພື່ອປະກອບສ່ວນເຫື່ອແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືປົກປັກຮັກສາ ເມືອງປະທຸມພອນໃຫ້ໝັ້ນຄົງຕະຫຼອດໄປ.




ໂອກາດດັ່ງກ່າວນີ້ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະຍາອົບຮົມແຂວງ ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທຸມພອນ ກໍໄດ້ມີຄຳເຫັນຕໍ່ພິທີມອບເຄື່ອງໃນຄັ້ງນີ້ ໂດຍທ່ານໄດ້ສະແດງຄວາມຢື້ຢາມຖາມຂ່າວຕໍ່ອ້າຍນ້ອງນາຍ ແລະ ພົນທະຫານ ຢູ່ທີ່ເມືອງປະທຸມພອນ ເຊິ່ງຍາມໃດບັນດາອ້າຍນ້ອງກຳລັງປ້ອງກັນຊາດພວກເຮົາແມ່ນໄດ້ເຮັດໜ້າທີ່ຂອງຕົນຢ່າງມີຜົນສຳເລັດ ເຊິ່ງສະແດງອອກໃນງານສຳຄັນຕ່າງໆແມ່ນມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມປອດໄພ 100% ໂດຍສະເພາະວຽກງານປ້ອງກັນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ,ການປ້ອງກັນຂະບວນການ 3 ວັນປະຫັວດສາດ ແລະ ການເຮັດໜ້າທີ່ໃນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ແລະ ທີ່ພິເສດສຸດກໍ່ຄືການເຮັດໜ້າທີ່ວຽກງານປ້ອງກັນບັ້ນເລືອກຕັ້ງ ສສຊ ຊຸດທີX ແລະ ສສຂ ຊຸດທີ V ນັ້ນເອງກໍ່ຄືເຮັດໃຫ້ແຂວງຈຳປາສັກກໍ່ຄືຂອບເຂດເມືອງປະທຸມພອນມີຄວາມສະຫງົບ ແລະ ປອດໄພ.
ດ້ານເຄື່ອງທີ່ນຳມາມອບປະກອບມີ, ເຄື່ອງອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ: ຢາປົວພະຍາດ, ນໍ້າດື່ມ,ປາກະປ໋ອງ,ໝີ່ ແລະ ອື່ນໆລວມມູນຄ່າ 70 ກວ່າລ້ານກີບ ເຊິ່ງແມ່ນການປະກອບສ່ວນຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຫ້ອງວ່າການແຂວງ, ພະແນກໂຍທາທີການ ແລະ ຂົນສົ່ງແຂວງ, ພະແນກສາທາລະນະສຸກແຂວງ, ໂຮງງານຜະລິດຢາ CBF, ກຸ່ມບໍລິສັດດາວເຮືອງ, ບໍລິສັດຮອນດາ ປາກເຊ, ທະນາຄານການຄ້າຕ່າງປະເທດ ມະຫາຊົນ ແລະ ອົງການປົກຄອງເມືອງປະທຸມພອນ.

ຂຽນ:ນ. ປະພິດ ສີສົມບູນ
ພາບ: ຈັນທະວີສັກ