ກອງປະຊຸມສໍາມະນາວິທະຍາສາດເປີດກວ້າງ​ ກ່ຽວກັບປື້ມປະຫວັດເທວະສະຖານວັດພູຈຳປາສັກ

ວັນທີ 19 ກຸມພາ 2024, ຄະນະໂຄສະນາອົບຮົມແຂວງຈໍາປາສັກ​ ຮ່ວມກັບ​ ຄະນະ​ຊີ້ນໍາ​ລວມ, ຄະນະກອງບັນນາທິການ​ ຂຽນ​ ແລະ​ ຮິບໂຮມຂຽນປຶ້ມປະຫວັດເທວະສະຖານວັດພູຈຳປາສັກ.​ ກອງປະຊຸມ​ຈັດຂຶ້ນ​ຢູ່ຫ້ອງວ່າການແຂວງ​ ໂດຍການເປັນປະທານ​ຂອງ​ ທ່ານ​ ປອ.​ວິໄລວົງ​ ບຸດ​ດາ​ຄຳ​ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ​ຈໍາປາສັກ ມີທ່ານ​ ສາຍທອງ ໄຍຊະວົງ ຮອງເລຂາ​ພັກ​ແຂວງ​ ປະທານ​ສະພາ​ປະຊາຊົນ​ແຂວງ,​ ທ່ານ​ ສະນັ່ນ​ ສີພາພົມມະຈັນ ຮອງເລຂາ​ພັກ​ແຂວງ​ ຜູ້ຊີ້ນໍາການຂຽນປຶ້ມປະຫວັດເທວະສະຖານວັດພູຈຳປາສັກ, ທ່ານ​ ປອ.​ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ​ ຫົວໜ້າ​ຄະນະໂຄສະນາອົບຮົມແຂວງ,​ ທ່ານ​ ນາງ​ ວາດສະໜາ​ ສີລິມາ ຄະນະປະຈໍາພັກແຂວງ​ ປະທານແນວລາວສ້າງຊາດແຂວງ,​ ພຣະອາຈານ ມະຫາ​ ປອ.​ບຸນທະວີ ວິໄລຈັກ ຜູ້ຂຽນ ແລະ​ ຮິບໂຮມ​ກ່ຽວກັບປື້ມປະຫວັດເທວະສະຖານວັດພູຈຳປາສັກ.​ມີການນໍາພະແນກການທີ່ກ່ຽວຂ້ອງຂອງແຂວງ,​ ການນໍາ​ນະຄອນປາກເຊ,​ ການນໍາເມືອງຈໍາປາສັກ ແລະ​ ພະນັກງານ​ວິຊາການ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.​

ໃນໂອກາດກ່າວ​ເປີດກອງປະຊຸມ,​ ທ່ານ​ ປອ.​ວິໄລວົງ​ ບຸດ​ດາ​ຄຳ​ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ​ຈໍາປາສັກ​ ມີຄໍາເຫັນວ່າ: ກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບພິມປຶ້ມຄະຕິການສ້າງເທວະສະຖານວັດພູຈໍາປາສັກ​ ຄັ້ງນີ້​ ສຸດທີ່ມີຄວາມໝາຍສໍາຄັນ ເຊິ່ງມີທັງໝົດມີ 6 ພາກຄື: ພາກທີ 1 ປະຖົມມະບົດ, ພາກທີ​ 2 ຄວາມເປັນມາ ແລະ ຄວາມສໍາຄັນລໍາດັບການສ້າງເທວະສະຖານ, ພາກທີ​ 3 ລັກສະນະສະຖາປັດຍະກໍາ, ພາກທີ 4 ປະຫວັດສາສະໜາຮິນດູ, ພາກທີ 5 ເຖວະສະຖານຮິນດູ ກັບພຣະພຸດທະສາ ສະໜາ, ພຣະພຸດສາສະໜາເຂົ້າລາວ, ພາກທີ 6 ສະພາບວັດພູຈໍາປາສັກໃນປະຈຸບັນ.​ ດ້ວຍເຫດນັ້ນ, ຂ້າພະເຈົ້າ ຈິ່ງຂໍຮຽກຮ້ອງມາຍັງບັນດາສະຫາຍນັກວິທະຍາສາດ ຈົ່ງສຸມສະຕິປັນຍາ, ຊີ້ແຈງ, ອະທິບາຍ, ສ້າງຄວາມກະຈ່າງແຈ້ງທາງດ້ານທິດສະດີວິທະຍາສາດ ແລະ ພຶດຕິກຳ​ ໃຫ້ມີຄວາມອຸດົມສົມບູນ. ພ້ອມດຽວກັນນີ້ກໍຮຽກຮ້ອງມາຍັງຜູ່ເຂົ້າຮ່ວມຕິດຕາມຮັບຟັງ, ປະກອບຄຳຄິດເຫັນ ເພື່ອໃຫ້ກອງປະຊຸມສຳມະນາເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ບັນລຸໄດ້ ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
#ຕໍ່ມາ,​ ພຣະອາຈານ ມະຫາ​ ປອ.​ບຸນທະວີ ວິໄລຈັກ ຜູ້ຂຽນ ແລະ​ ຮິບໂຮມ​ ກ່ຽວກັບປື້ມປະຫວັດເທວະສະຖານວັດພູຈຳປາສັກ​ ກໍໄດ່ນໍາສະເໜີແຕ່ລະ ພາກຂອງການຂຽນປື້ມປະຫວັດເທວະສະຖານວັດພູ ຈຳປາສັກ​ ພ້ອມທັງລາຍງານການຄົ້ນຄວ້າ, ຮຽບຮຽງ ແລະ ຂຽນປື້ມປະຫວັດເທວະສະຖານວັດພູຈຳປາສັກ, ສັງລວມ ເນື້ອໃນລະອຽດພາກທີ 1- ພາກທີ 6. ຈາກນັ້ນ,​ ຜູ້ເຂົ້ານ່ວມກອງປະຊຸມ​ ກໍປະກອບຄຳເຫັນໃສ່ຮ່າງເນື້ອໃນປື້ມປະຫວັດເທວະສະຖານວັດພູຈຳປາສັກ​ ເພື່ອເຮັດໃຫ້ປຶ້ມ ມີເນື້ອໃນສົມບູນຄົບຖ້ວນ.

       #ການສ້າງເທວະສະຖານຜາສາດຫີນວັດພູຈໍາປາສັກ ໃນຍຸກທໍາອິດນັ້ນ ໄດ້ເລີ່ມຕົ້ນຂຶ້ນໃນ​ ສັດຕະວັດທີ 4 ເປັນສະຖາປັດຕະຍະກໍາບູຮານສະຖານທີ່ເກົ່າແກ່ ແລະ ອະລັງການທີ່ສຸດ ໃນພູມີພາກນີ້ ຕັ້ງຢູ່ເທິງບໍລິເວນເປິ້ນພູນາກ ເຊິ່ງເປັນສ່ວນໜຶ່ງຂອງພູຫົງ ແລະ ພູເກົ້າ ເປັນພູຊ້ອນກັນ ຂຶ້ນເປັນຊັ້ນໆ ຢ່າງໜ້າອັດສະຈັນ ທີ່ຫາຢູ່ໃສໃນໂລກນີ້ບໍ່ມີອີກແລ້ວ. ຫາກຫຼຽວເບິ່ງພູໜ່ວຍນີ້ ມາແຕ່ໄກຈະເຫັນຄ້າຍຄືກັບຄົນເກົ້າຜົມ ເຂົ້າຕໍາລາຂອງສາສະໜາຮິນດູ ຄ້າຍຄືພູເຂົາໄກລາດ ສະວະຍໍາພູລິງ ລຶງຄະປະປາຣະວະຕະ(ລິງຄະບັນພົດ)ປຽບດັ່ງສິວະລຶງ ອັນເປັນສັນຍາລັກ ແຫ່ງເທບພະເຈົ້າສູງສຸດຂອງພວກເຂົາ ຕົ້ນກໍາເນີດ ແລະ ທີ່ມາຂອງຄໍາວ່າ: ລິງຄະບັນພົດ ຫຼື​ ລິງຄະປາຣວະຕະ ແມ່ນມາຈາກລັກສະນະພິເສດທາງດ້ານຮູບຊົງຄື ທີ່ເກີດຂຶ້ນມາຈາກທໍາມະຊາດຂອງພູໜ່ວຍນີ້.​ ເທວະສະຖານຜາສາດຫີນວັດພູຈໍາປາສັກ ແຫ່ງນີ້ ບໍ່ແມ່ນພຣະຣາຊະວັງ ຫຼື ເມືອງເກົ່າ ເພື່ອໃຫ້ພຣະຣາຊາປະທັບຢູ່ ແຕ່ເປັນເທວະສະຖານຂອງສາສະໜາຮິນດູ ເພື່ອໃຫ້ຂາບໄຫວ້ສັກກາລະບູຊາ ແລະ ວັດທາງພຣະພຸດທະສາສະໜາ ໄດ້ຮັບການອອກແບບແຜນຜັງເທິງເສັ້ນແກນຕາເວັນອອກ ຕາເວັນຕົກ ເລີ່ມແຕ່ຊັ້ນດິນເມືອງ ຈະສ້າງຜາສາດຫີນ ຫຼື ເອີ້ນວ່າໂຮງຊາວ, ໂຮງງົວອຸສຸພະລາດ, ທະວາຣະບານ, ຂັ້ນໄດ ແລະ ອື່ນໆ.​ ພິເສດເທວະສະຖານຜາສາດຫີນວັດພູຈໍາປາສັກ ນີ້ຈະມີນໍ້າໄຫຼຊຶມອອກມາຕະຫຼອດປີ ຊາວລາວເຮົາເອີ້ນວ່າ: ນໍ້າທ່ຽງ,​ ຊາວຮິນດູ ມີຄວາມເຊື່ອວ່າວ່າ ເປັນນໍ້າສັກສິດ ທີ່ໄຫຼມາຈາກຍອດພູເກົ້າ ຫຼື​ ລິງຄະບັນພົດ,​ ປຽບເໝືອນດັ່ງໄຫຼມາຈາກສິວະລຶງ ຂອງພຣະສີວິ ເທິງພູໄກລາດ ຈິ່ງຖືວ່າເປັນນໍ້າສັກສິດ ຫຼື ນໍ້າມົນອະມະຕະ ໄຫຼຫົດສົງຢູ່ເປັນປະຈໍາຫຼາຍປີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa