ກອງປະຊຸມວຽກງານໂຄສະນາອົບຮົມແຂວງຈຳປາສັກ ເນັ້ນການເມືອງແນວຄິດຕ້ອງຕິດພັນຕົວຈິງ

ຈຳປາສັກ — ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມແຂວງຈຳປາສັກ 6 ເດືອນຕົ້ນປີ 2026 ແລະ ວາງທິດທາງ, ຈຸດສຸມ 6 ເດືອນທ້າຍປີ ໄດ້ເນັ້ນສຳຄັນໃສ່ການຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໃຫ້ມີຄວາມຖືກຕ້ອງ, ທັນສະພາບ ແລະ ຕິດພັນກັບສະພາບຕົວຈິງ; ພ້ອມທັງຫັນເນື້ອໃນການສຶກສາອົບຮົມການເມືອງແນວຄິດຂອງພັກ ໃຫ້ຕອບໂຈດບັນຫາຕົວຈິງ ແລະ ຕອບສະໜອງຄວາມຕ້ອງການອັນຈຳເປັນຂອງປະຊາຊົນ.

ກອງປະຊຸມຈັດຂຶ້ນໃນວັນທີ 28 ສິງຫາ 2026 ທີ່ສະໂມສອນນະຄອນປາກເຊ ແຂວງຈຳປາສັກ ໂດຍມີ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມ ແລະ ໃຫ້ຄຳໂອວາດ, ຊີ້ນຳ. ມີ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ; ທ່ານ ພິມພອນ ພັນດານຸວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານເສດຖະກິດແຂວງ, ພ້ອມດ້ວຍບັນດາການນຳຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມນະຄອນ-ເມືອງ, ບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ພະນັກງານໂຄສະນາອົບຮົມເຂົ້າຮ່ວມ.

ໃນພິທີເປີດ, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເນັ້ນວ່າ ວຽກງານໂຄສະນາອົບຮົມແມ່ນວຽກງານສຳຄັນຂອງວຽກງານການເມືອງ-ແນວຄິດ ທີ່ກ່ຽວພັນເຖິງທຸກຂົງເຂດວຽກງານ. ດັ່ງນັ້ນ ການໂຄສະນາ ແລະ ສຶກສາອົບຮົມ ຕ້ອງຊ່ວຍໃຫ້ບັນດາເປົ້າໝາຍມີຄວາມຮັບຮູ້, ເຂົ້າໃຈ, ຕື່ນຕົວ ແລະ ເປັນເຈົ້າການໃນການປະຕິບັດໜ້າທີ່.

ສຳຄັນກວ່ານັ້ນ ວຽກງານການເມືອງ-ແນວຄິດຈະຕ້ອງບໍ່ຢຸດຢູ່ພຽງການຖ່າຍທອດເນື້ອໃນ ແຕ່ຕ້ອງ ຕິດພັນກັບສະພາບຕົວຈິງ, ເຂົ້າເຖິງບັນຫາຂອງປະຊາຊົນ ແລະ ຊອກຫາແນວທາງແກ້ໄຂບັນຫາຢ່າງເປັນຮູບປະທຳ. ຖ້າເຮັດໄດ້ເຊັ່ນນັ້ນ ວຽກງານໂຄສະນາອົບຮົມຈຶ່ງຈະເກີດຜົນດີ ແລະ ສາມາດສ້າງຄວາມເຊື່ອໝັ້ນ, ຄວາມເຂົ້າໃຈ ແລະ ການມີສ່ວນຮ່ວມໃນສັງຄົມໄດ້ດີຂຶ້ນ.

ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມຍົກສູງຈິດໃຈຮັບຜິດຊອບ, ເສີມຂະຫຍາຍປະຊາທິປະໄຕ, ສຸມສະຕິປັນຍາ, ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອໃຫ້ມະຕິ ແລະ ແນວທາງຈາກກອງປະຊຸມສາມາດນຳໄປຜັນຂະຫຍາຍໃນຕົວຈິງໄດ້.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບຜົນການດຳເນີນວຽກງານໂຄສະນາອົບຮົມໃນ 6 ເດືອນຕົ້ນປີ 2026 ແລະ ທົບທວນຜົນການປະຕິບັດວຽກງານຕາມແຜນການ, ພ້ອມທັງພິຈາລະນາບັນຫາ, ຂໍ້ຄົງຄ້າງ ແລະ ຈຸດອ່ອນທີ່ຕ້ອງໄດ້ປັບປຸງ.

ເນື້ອໃນການປະຊຸມ ໄດ້ຄວບຄຸມເຖິງການນຳພາວຽກງານການເມືອງ-ແນວຄິດ, ວຽກງານສຶກສາອົບຮົມ, ວຽກງານໂຄສະນາ, ວຽກງານສື່ມວນຊົນ ແລະ ວຽກງານອື່ນໆຕາມຂອບເຂດຄວາມຮັບຜິດຊອບຂອງຄະນະໂຄສະນາອົບຮົມ. ພ້ອມນັ້ນ ຍັງໄດ້ກຳນົດທິດທາງ ແລະ ຈຸດສຸມສຳລັບ 6 ເດືອນທ້າຍປີ ໃຫ້ສອດຄ່ອງກັບໜ້າວຽກ ແລະ ສະພາບຕົວຈິງ.

ກອງປະຊຸມ ບັນດາຜູ້ແທນຈາກຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມນະຄອນ-ເມືອງ ແລະ ຜູ້ແທນທີ່ເຂົ້າຮ່ວມ ໄດ້ປະກອບຄຳເຫັນ, ສົນທະນາແລກປ່ຽນບົດຮຽນ, ສະເໜີບັນຫາ ແລະ ຂໍ້ຄົງຄ້າງຈາກການປະຕິບັດວຽກງານຕົວຈິງ ພ້ອມທັງສະເໜີແນວທາງປັບປຸງວຽກງານໃນຕໍ່ໜ້າ. ການປະກອບຄຳຄິດຄຳເຫັນ ໄດ້ເນັ້ນໃສ່ການເຮັດໃຫ້ວຽກງານໂຄສະນາອົບຮົມມີຄວາມເລິກເຊິ່ງ, ຮອບດ້ານ, ທັນກັບສະພາບການ ແລະ ສາມາດນຳໄປນຳໃຊ້ແກ້ໄຂບັນຫາໃນຕົວຈິງ.

ໃນໂອກາດນີ້ ທ່ານ ປອ ອາລຸນໄຊ ສູນນະລາດ ໄດ້ໃຫ້ຄຳໂອວາດ ແລະ ຊີ້ນຳແກ່ກອງປະຊຸມ ໂດຍເນັ້ນໃຫ້ຄະນະໂຄສະນາອົບຮົມແຂວງ ແລະ ບັນດາພາກສ່ວນກ່ຽວຂ້ອງ ສືບຕໍ່ກຳແໜ້ນແນວທາງ, ນະໂຍບາຍ ແລະ ວຽກງານຂອງພັກ; ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃຫ້ເຂັ້ມແຂງ, ມີເນື້ອໃນສອດຄ່ອງກັບສະພາບຕົວຈິງ ແລະ ທັນກັບສະພາບການ.

ພ້ອມນີ້ ໃຫ້ສຸມໃສ່ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ມີຄວາມເລິກເຊິ່ງ, ສາມາດສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ເຮັດໃຫ້ວຽກງານໂຄສະນາອົບຮົມມີບົດບາດໃນການເຮັດໃຫ້ສັງຄົມຈັດຕັ້ງປະຕິບັດຕາມມະຕິຂອງພັກ, ມີຄວາມສາມັກຄີ ແລະ ການເປັນເຈົ້າການໃນການປະຕິບັດໜ້າທີ່.

ຈຸດສຳຄັນຄື ການເຮັດວຽກຕ້ອງຢຶດຫຼັກ “ເນື້ອໃນຕ້ອງຕິດພັນຕົວຈິງ, ການໂຄສະນາຕ້ອງເຂົ້າເຖິງປະຊາຊົນ ແລະ ວຽກງານຕ້ອງມຸ່ງໄປສູ່ການແກ້ໄຂບັນຫາ” ເພື່ອໃຫ້ວຽກງານໂຄສະນາອົບຮົມມີຜົນເປັນຮູບປະທຳ ແລະ ເກີດປະໂຫຍດຕໍ່ສັງຄົມ.

ໂອກາດດຽວກັນ,ທ່ານເລຂາພັກແຂວງ ຍັງໄດ້ມອບອຸປະກອນສື່ມວນຊົນ ແລະ ເງິນສົດຈຳນວນໜຶ່ງ ເພື່ອຊຸກຍູ້ສະໜັບສະໜູນວຽກງານໂຄສະນາອົບຮົມແຂວງຈຳປາສັກຕື່ມອີກ.

ກອງປະຊຸມຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການທົບທວນຜົນງານໃນ 6 ເດືອນຜ່ານມາ ແຕ່ຍັງເປັນເວທີສຳຄັນໃນການກຳນົດທິດທາງ, ຈຸດສຸມ ແລະ ແນວທາງປັບປຸງວຽກງານໂຄສະນາອົບຮົມໃນ 6 ເດືອນທ້າຍປີ 2026 ໃຫ້ມີຄວາມເຂັ້ມແຂງ, ທັນສະພາບ, ມີປະສິດທິພາບ ແລະ ເກີດຜົນສຳເລັດສູງຂຶ້ນ.


ຂ່າວ-ພາບ: ວົງສະແຫວງ
#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa