ພິທີ​ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 101ປີ​

            ໃນຕອນເຊົ້າ ເວລາ 9:00 ນາທີ ຂອງວັນທີ 7 ກຸມພາ 2025 ແຂວງຈຳປາສັກ ໄດ້ຈັດພິທີ ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ອະດີດ ປະທານພັກ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 101 ປີ (8 ກຸມພາ 1924-8 ກຸມພາ 2025) ຕິດພັນກັບຂະບວນການຊຸກຍູ້ຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ຂຶ້ນທີ່ບ້ານ ຫົວໂຂງພະໃຫຍ່ ເມືອງໂຂງ ແຂວງຈຳປາສັກ.

              ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ, ມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະພະແນກອ້ອມຂ້າງແຂວງ, ມີ ສະຫາຍ ເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຕ່າງໜ້າຄອບຄົວ ສີພັນດອນ, ຄະນະພັກຮາກຖານ ແລະ ປະຊາຊົນ ບ້ານ ຫົວໂຂງພະໃຫ່ຍ ເຂົ້າຮ່ວມຢ່າງພ້ອມພຽງ.

       ​ໃນ​ພິທີ​ ຍັງ​ມີ​ການ​ທ່ຽວຊົມ​ເຮືອນເກີດ, ພາບການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ ພ້ອມທັງມີການສະແດງສິນລະປະ, ຂັບລຳ ແລະ ວາງສະແດງສິນຄ້າໂອດອບ ເຊິ່ງ​ເປັນເອກະລັກ​ສະ​ເພາະ​ຂອງ​ເມືອງໂຂງ ເຊິ່ງ​ເປັນ​ບ່ອນ​ເກີດ ຂອງ​ ປະ​ທານ ຄຳ​ໄຕ    ສີພັນດອນ ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa