ແແບຢ່າງຄອບຄົວຕົວແບບໃນການປູກໝາກຖົ່ວລຽນເປັນສີນຄ້າ​ ສ້າງລາຍຮັບແກ່ຄອບຄົວ

   ທ່ານ​ ສົມຮັກ ສີບຸນເຮືອງ ຢູ່ບ້ານບ້ານດົງໄລ່​ ເມືອງບາຈຽງ​ຈະເລີນ​ສຸກ​ ແຂວງຈໍາປາສັກ, ເປັນຄອບຄົວຕົວແບບໃນການປູກຖົ່ວລຽນເປັນສີນຄ້າ​ ສ້າງລາຍຮັບແກ່ຄອບຄົວ​ ເຮັດໃຫ້ຊີວິດການເປັນຢູ່ນັບມື້ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.​

        ​ໃນວັນທີ​ 14​ ມັງກອນ​ 2025​  ທ່ານ​ ສົມຮັກ ສີບຸນເຮືອງ ໄດ້ໃຫ້ສໍາພາດນີ້ວ່າ: ໃນຄອບຄົວມີຈໍານວນພົນ 4 ຄົນ,​ ຍິງ 2 ຄົນ,​ ໃນນັ້ນ​ ແຮງງານຕົ້ນຕໍ 2 ຄົນ, ຍິງ 1 ຄົນ, ແຕ່ກ່ອນເຮັດວຽກນໍາບໍລິສັດ​ ປູກໝາກມ່ວງຫິມມະພານ​ ຂອງໄທ​ ແຕ່ຍ້ອນຢາກໃຫ້ຊີວິດທີ່ມີຄວາມໝັ້ນຄົງ,​ ມີລາຍຮັບທີ່ແນ່ນອນ​ ເມື່ອເປັນແນວນັ້ນ​ທາງຄອບຄົວ ຈິ່ງຄິດຫາອາຊິບທີ່ຕົນເອງພໍມີຄວາມຮູ້​ເປັນຕົ້ນແມ່ນດ້ານການປູກຝັງ,​ ທໍາອິດຄິດວ່າຈະປູກຢາງພາລາ​ ແຕ່ສຶກສາຄົ້ນຄວ້າເບິ່ງລາຍລະອຽດ ເຫັນວ່າ​ ການປູກຢາງພາລາມີຄວາມຫຍຸ້ງຍາກຫຼາຍຢ່າງ ເລີຍປ່ຽນແຜນຫັນມາປູກໝາກຖົ່ວລຽນ ເພາະເຫັນວ່າ ຕະຫຼາດກໍມີຄວາມຕ້ອງການຫຼາຍ​ ໂດຍເລີ່ມບຸກເບີກເນື້ອທີ່ໃນປີ 2009 ແລະ​ ລົງມືປູກໃນປີນັ້ນເລີຍ ໃນເນື້ອທີ່ 4 ເຮັກຕາ,​ ປູກໝາກຖົ່ວລຽນພັນໝອນທອງ ຈຳນວນ 600 ຕົ້ນ ເຊິ່ງເປັນທຶນສ່ວນຕົວ ກໍຄືຄອບຄົວ,​ ປູກປີທໍາອິດ ຕົ້ນຖົ່ວລຽນ ຕາຍ 400 ຕົ້ນ​ ຍ້ອນ ປະສົບການ​ ແລະ​ ບົດຮຽນໃນການບົວລະບັດຮັກສາຕົ້ນຖົ່ວລຽນບໍ່ທັນສູງ,​ ສ່ວນໃຫຍ່ແມ່ນຮຽນຮູ້ດ້ວຍຕົນເອງ,​ ຮຽນຈາກຢູທຸບ ແລະ​ ຕໍາລາຕ່າງໆ,​ ປູກໄປນໍາ ຖອດຖອນບົດຮຽນໄປນໍາ.​ ໃນປີ 2010 ກໍໄດ້ປູກທົດແທນ, ໃນຈຳນວນ 4 ເຮັກຕາ,​ ໄລຍະຫ່າງ​ຂອງຕົ້ນຖົ່ວລຽນ ປູກ 7​ ແມັດ​ x 7​ ແມັດ ແລະ ໄດ້ເອົາໃຈໃສ່ບົວລະບັດຮັກສາ.​

         ທ່ານ​ ສົມຮັກ ສີບຸນເຮືອງ​ ກ່າວຕື່ມວ່າ: ປູກຖົ່ວລຽນບໍ່ງ່າຍ ບໍ່ຍາກ,​ ສໍາຄັນຕ້ອງດູແລເອົາໃຈໃສ່,​ ເຂົ້າໃຈຄວາມຕ້ອງການຂອງພືດ,​ ສະພາບ​ແວດລ້ອມ,​ ດິນ,​ ນໍ້າ​ ແລະ​ ອາກາດ.​ ການວາງລະບົບນໍ້າ​ ເພື່ອຫົດໃນຍາມແລ້ງ,​ ພາຍໃນສວນແມ່ນໃຊ້ນໍ້າບາດານ ລວມມີ​ 9​ ບໍ່,​ ແຕ່ໂປມຂຶ້ນພັກໃນໜອງສະ ແລ້ວປ່ອຍໄປຫົດຕົ້ນຖົ່ວລຽນ ແບບລະບົບສະປິງເກີ້.​ ນອກນີ້​ ກໍເອົາໃຈໃສ່ການນໍາໃຊ້ຝຸ່ນ,​ ຢາປາບແມ້ງໄມ້​ ແລະ​ ສັດຕູພືດ​ ໂດຍໃຊ້ແບບປະສົມປະສານ​ ລະຫວ່າງ​ ຝຸ່ນຊີວະພາບ 30% ແລະ ຝຸ່ນວິທະຍາສາດ 70%,​ ການປູກໝາກຖົ່ວລຽນ ສວນຫຼາຍປູກເປັນພັນໝອນທອງ,​ ພັນພວງມະນີ 80 ຕົ້ນ,​ ພັນມູຊັງຄີງ 50 ຕົ້ນ ແລະ ພັນກ້ານຍາວຈຳນວນໜຶ່ງ.​ ໃນປີ 2013 ກໍໄດ້ປູກເພີ່ມອີກ​ລວມເປັນຈຳນວນ 861 ຕົ້ນ,​ ໃນເນືອທີ່ 5,2 ເຮັກຕາ, ຮອດປີ 2014 ເລີ່ມໃຫ້ຜົນຜະລິດ​ ແລະ​ ຂາຍເປັນສິນຄ້າ​ ສ້າງລາຍຮັບໄດ້ 35​ ລ້ານກີບ,​ ໄລຍະນັ້ນ ລາຄາ​ 12​ ພັນກີບ/ກິໂລກຣາມ​; ປີ 2015 – 2019 ເຫັນວ່າຕະຫຼາດມີຄວາມຕ້ອງເພີ່ມຂຶ້ນ​ ​​ຈິ່ງໄດ້ເອົາໃຈໃສ່ບົວລະບັດຮັກສາຕົ້ນຖົ່ວລຽນດ້ວຍຄວາມຮັບຜິດຊອບເພີາມຂຶ້ນ.​ ການປູກຖົ່ວລຽນໃນສວນ ແມ່ນມີສອງຮູບແບບ ຄື ແບບບັງຄັບໃຫ້ເປັນໝາກເລີຍ​ ໂດຍເລີ່ມບັງຄັບແຕ່ເດືອນທີ 10, ​ພັກຕົ້ນ 6 ເດືອນ, ເດືອນທີ 4 – 5, ເຕັກນິກໃນການເກັບຮັກສາໝາກ,​ ຕົ້ນໜຶ່ງຈະຮັກສາໝາກໄວ້ ໂດຍອີງໃສ່ຄວາມສົມບູນຂອງຕົ້ນຖົ່ວລຽນ.​

            ຮອດປີ 2020 ຂາຍຜົນຜະລິດໄດ້ 25 ໂຕນ,​ ສ້າງລາຍຮັບໄດ້ 880 ລ້ານກີບ ເຊິ່ງໄດ້ເຮັດໃຫ້ທາງຄອບຄົວມີລາຍຮັບນັບມື້ເພີ່ມຂຶ້ນຂື້ນເລື້ອຍໆ.​ ປີ 2022 ຂາຍຜົນຜະລິດ​ ໄດ້ທັງໝົດປະມານ 46,3 ໂຕນ, ສ້າງລາຍຮັບໄດ້ 2,4 ຕື້ກີບ,​ ປີ 2023 ຂາຍຜົນຜະລິດໄດ້  43 ໂຕນ,​ ມູນຄ່າ 3,8 ຕື້ກີບ,​ ປີ 2024 ຂາຍຜົນຜະລິດໄດ້ 40 ໂຕນ,​ ມູນຄ່າ 5,1 ຕື້ກີບ.​ ຕະຫຼາດໝາກຖົ່ວລຽນ ທັງຈໍາໜ່າຍພາຍໃນແຂວງ ແລະ ຕ່າງແຂວງ,​ ການຈຳໜ່າຍແມ່ນມີແມ່ຄ້າມາຊື້ກັບສວນ ແລະ ນໍາສົ່ງຕາມການສັ່ງຈ່ອງຕາມທ້ອງຕະຫຼາດພາຍໃນ ແລະ  ຕ່າງແຂວງ​ ໂດຍຜ່ານ ບໍລິສັດຂົນສົ່ງດ່ວນມີໄຊ ໄປທີ່ຕະຫຼາດນະຄອນຫຼວງວຽງຈັນ ແລະ ຕະຫຼາດແຂວງສະຫວັນນະເຂດ. ແລະ ໃນຕໍ່ໜ້າຈະສືບຕໍ່ຜະລິດໃຫ້ຫຼາຍ ກາຍເປັນສີນຄ້າ​ ເພື່ອສົ່ງອອກໄປຕ່າງປະເທດ ຫຼື​ ບາງທີອາດຈະໄດ້ແປຮູບຜະລິດຕະພັນອົບແຫ້ງ, ເຮັດເຂົ້າໜົມ ແລະ ອື່ນໆຕື່ມອີກ.​ ຖ້າວ່າມີທຶນຮອນພຽງພໍ ຈະໄດ້ສ້າງ ສາງເຢັນ​ ເພື່ອເກັບຮັກສາໝ່ກຖົ່ວລຽນໄວ້ຂາຍ ໃນຍາມບໍ່ມີທຸລຽນຫຼາຍ.​ ພ້ອມນີ້​ ກໍຈະຍົກລະດັບເຕັກນິກດ້ານວິຊາການໃນການບົວລະບັດຮັກສາຜົນຜະລິດ​ ໃຫ້ມີຄຸນນະພາບ ໂດຍສົມທົບກັບວິຊາການທີ່ຊ້ຽວຊານດ້ານການຮັກສາຕົ້ນຖົ່ວລຽນ; ຈະຍົກສູງການບໍລິການ ໃຫ້ທຽບທັນສາກົນ ໂດຍສົມທົບກັບຕ່າງປະເທດ​ ເພື່ອສົ່ງອອກໂດຍສະເພາະການຫຸ້ມຫໍ່ໃຫ້ມີສີສັນເພື່ອຢັ້ງຢືນເຖີງຕົ້ນກຳເນີດສີນຄ້າ.

#.ຂ່າວ​-ພາບ​: ທູນທອງໃຈ​ 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa