ຜະລິດຢາສະໝູນໄພລາວໃຕ້ເປັນສິນຄ້າ ສາມາດພັດທະນາຄອບຄົວ ໃຫ້ຮັ່ງມີເຂັ້ມແຂງ

       ທ່ານ​ ຄຳພູວັນ​ ສີຈັນທອນ​ ບ້ານລົ່ມສັກເໜືອ​ ເມືອງບາຈຽງ​ຈະເລີນ​ສຸກ​ ແຂວງຈໍາປາສັກ​ ເປັນຄອບຄົວທີ່ທໍາການຜະລິດຢາສະໜູນໄພລາວໃຕ້​ ກາພູເຂົາຂຽວ​ ທີ່ໄດ້ຮັບການຮັບຮອງຕິດກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ​ (ໂອດ໋ອບ)​ ຫຼື​ One Product One District (ODOP) ແຫ່ງຊາດ ຈາກກະຊວງອຸດສາຫະກຳ ແລະ ການຄ້າ.​

        ​ໃນວັນທີ​ 14​ ມັງກອນ​ 2025  ທ່ານ​ ຄຳພູວັນ​ ສີຈັນທອນ ໃຫ້ສໍາພາດ​ ນີ້ວ່າ: ການຜະລິດຢາສະໝູນໄພລາວໃຕ້​ ກາພູເຂົາຂຽວ​  ເຊິາງເປັນຜະລິດຕະພັນໜື່ງທີ່ຖືອາຊີບຄ້າຂາຍເປັນຕົ້ນຕໍ,​ ເຊີ່ງທາງຄອບຄົວໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ບ້ານລົ່ມສັກເໜືອ​ ໃນປີ 2015 ແລະ​ ກໍໄດ້ຍຶດຖືອາຊີບຄ້າຂາຍ ແລະ​ ຜະລິດສິນຄ້າ​ ໂດຍສະເພາະແມ່ນຢານ້ໍາດຳປົວກະເພາະ​ ທີ່ໄດ້ສືບທອດມາຈາກ​ຮຸ່ນ​ ຕໍ່​ ຮຸ່ນ​ ຈາກປູ່ຍ່າ​ – ພໍ່ແມ່ທີ່ເພີ່ນໄດ້ເຄີຍຜະລິດມາແຕ່ປີ 1959 – 1989,​ ມາຮອດຮຸ່ນ ປີ 2016 ຄອບຄົວ ທ່ານ​ ຄຳພູວັນ​ ສີຈັນທອນ ຈິ່ງໄດ້ສືບຕໍ່ຜັນຂະຫຍາຍເປັນຜະລິດຕະພັນເຄິ່ງສຳເລັດຮູບ​ ແລະ ສຳເລັດຮູບ​ ຄື: ເປັນນ້ໍາ ແລະ​ ບັນຈຸຂວດຂາຍ​ ແລະ​ ໄດ້ຕັ້ງຊື່ຜະລິດຕະພັນ​ ວ່າ​ ຢາສະໜູນໄພລາວໃຕ້​ ກາພູເຂົາຂຽວ,​ ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ​ – ລັດໃນການຜະລິດສິນຄ້າ​ ແລະ ​ການສົ່ງເສີມມູນເຊື້ອພູມປັນຍາທ້ອງຖິ່ນໃນດ້ານຢາພື້ນເມືອງ​ ທີ່ເປັນມູນມໍລະດົກສືບທອດກັນມາແຕ່ບູຮານນະການ​ ເພື່ອໃຊ້ເຂົ້າໃນການປິ່ນປົວ​ ແລະ​ ເສີມສ້າງບຳລຸງສຸຂະພາບ​ ທີ່ເປັນສ່ວນໜື່ງຂອງວຽກງານສາທາລະນະສຸກ​ ແລະ ເປັນວຽກໜຶ່ງທີ່ເປັນທ່າແຮງສູງໃນການຜະລິດເປັນສິນຄ້າ​ ເພື່ອໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ,​ ກາຍເປັນຄອບຄົວກຸ້ມຢູ່ກຸ້ມກິນ.​ ມາຮອດປີ 2021​ – 2022,​ ພັກ​ -​ ລັດ ກໍຄື ອົງການປົກຄອງເມືອງບາຈຽງຈະເລີນສຸກ​ ໂດຍສະເພາະຫ້ອງການອຸດສາຫະກຳ​ ແລະ​ ການຄ້າເມືອງ​ ທີ່ໄດ້ໃຫ້ຄວາມສຳຄັນລົງມາຊຸກຍູ້ຕິດຕາມສົ່ງເສີມຢ່າງເປັນປະຈຳ​ ເປັນຕົ້ນແມ່ນການຜະລິດ,​ ການຫຸ້ມຫໍ່,​ ການຈຳໜ່າຍ ແລະ​ ປັບປຸງໃຫ້ຜະລິດຕະພັນສາມາດເປັນທີ່ຮອງຮັບຂອງຕະຫຼາດ ແລະ​ ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຢ່າງຖືກຕ້ອງຄົບຖ້ວນຕາມລະບຽບການ. ຈາກນັ້ນ ກໍໄດ້ນຳສະເໜີຫາພະແນກອຸດສາຫະກຳ​ ແລະ​ ການຄ້າແຂວງຈຳປາສັກ​ ເພື່ອສະເໜີຂໍຕິດກາໝາຍສິນຄ້າ​ໂອດ໋ອບ ແຫ່ງຊາດມາຮອດ​ ໃນວັນທີ​ 7​ ມີນາ​ 2023 ກະຊວງອຸດສາຫະກຳ​ ແລະ ການຄ້າ​ ກໍໄດ້ອະນຸຍາດໃຫ້ຜະລິດຕະພັນ ໄດ້ຮັບການຕິດກາໝາຍສິນຄ້າ​ ໂອດ໋ອບ​ ຢ່າງເປັນທາງການ.

 


ທ່ານ​ ຄຳພູວັນ​ ສີຈັນທອນ​ ກ່າວຕື່ມວ່າ: ດ້ານການຜະລິດ​ ແລະ​ ການຈຳໜ່າຍ ໄດ້ເຮັດການຜະລິດ​ຕົ້ນຕໍ ​ກໍແມ່ນຢານ້ຳດຳທີ່ຊ່ວຍຢັບຢັ້ງການເປັນໂລກກະເພາະ,​ ມືນຊາ,​ ອຳມະພຶກ,​ ອຳມະພາດ​ ແລະ​ ບຳລຸງເສີມສ້າງຮ່າງກາຍ.​ ຈາກນັ້ນ​ ກໍແມ່ນຢາມ່ອງ​ ແລະ​ ຢາຕົ້ມ.​ ວັດຖຸດິບ ທີ່ນໍາໃຊ້ໃນການຜະລິດ​ ປະກອບມີ​ ເປືອກປະດົງ,​ ໝາກຕຸມ,​ ເຫັດຫຼິງຈື, ອ້ອຍດໍາ, ນໍ້າເຜິ້ງ, ເປືອກແຄໃຫຍ່​,​ ຫຍ້າຍຸບຍອບ, ຂີ້ເໝັ້ນ,​ ໝາກຂາມປ້ອມ ແລະ​ ພືດເປັນຢາຈໍານວນໜຶ່ງ​ ເຊິ່ງເອົາມາຈາກທໍາມະຊາດ ໂດຍອາໄສປະຊາຊົນທ້ອງຖິ່ນ ເອົາມາສົ່ງໃຫ້.​ ສໍາລັບຂັ້ນຕອນການຜະລິດ​ ມີຄວາມສະອາດ,​ ຖືກຫຼັກອະນາໄມ ແລະ​ ໄດ້ຮັບໃບຢັ້ງຢືນຄຸນນະພາບ​ ຈາກອາຫານ ແລະ​ ຢາ,​ ສາມາດຜະລິດໄດ້ 10.​000 – 15.000 ຂວດຕໍ່ປີ,​ ມີລາຍຮັບສະເລ່ຍເຖິງ 1 -​ 1,5 ຕື້ກີບຕໍ່ປີ,​ ເຮັດໃຫ້ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ,​ ກາຍເປັນຄອບຄົວທີ່ກຸ້ມກິນຈກ້າວໄປເຖິງຄອບຄົວຢູ່ດີກິນດີ​ ແລະ ຮັ່ງມີເທື່ອລະກ້າວ.

      ໃນຕອນທ້າຍ ທ່ານ​ ຄຳພູວັນ​ ສີຈັນທອນ ຍັງກ່າວອີກວ່າ: ຄຽງຄູ່ກັນນີ້,​ ການຜະລິດຢາສະໝູນໄພ ເປັນສິນຄ້າ​ ຍັງມີບາງບັນຫາຂໍ້ຫຍຸ້ງຍາກ ໂດຍສະເພາະແມ່ນວັດຖຸດິບ ທີ່ອາໄສຈາກທໍາມະຊາດ ແລະ​ ມີການບົກແຫ້ງ.​ ຍ້ອນແນວນັ້ນ,​ ໃນຕໍ່ໜ້າ​ນີ້​ ຄອບຄົວ​ຂ້າພະເຈົ້າ​ ຈະໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ​ ເຮັດສວນປູກພືດເປັນຢາ ເປັນຕອບສະໜອງວັດຖຸດິບແກ່ການຜະລິດ ທັງຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ມີວຽກເຮັດງານທໍາ ແລະ​ ມີລາຍຮັບ.​ ນອກນີ້​ ຍັງຈະໄດ້ສືບຕໍ່ກໍ່ສ້າງພື້ນຖານ​ການຜະລິດ​ ຕື່ມອີກ.​ ຖ້າວ່າທ່ານໃດສົນໃຈ ຕ້ອງການຢາສະໝຸນໄພ​ ໄປຊົມໃຊ້ ກໍສາມາດຫາຊື້ໄດ້ຕາມຮ້ານຂາຍຢາໃກ້ບ້ານທ່ານ​ ຫຼື​ ຕ້ອງການເປັນຕົວແທນຈໍາໜ່າຍ ກໍສາມາດຕິດຕໍ່ພົວພັນໄດ້ທີ່ໝາຍເລກໂທລະສັບ 020 98 968 889.

#. ຂ່າວ​-ພາບ​:ທູນທອງໃຈ​

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa