ຄະນະໂຄສະນາອົບຮົມເມືືງສຸຂຸມາ ໄດ້ຈັດກອງປະຊຸມ ເຜີຍແຜ່ແມ່ບົດ ວ່າດ້ວຍ: ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ສະບັບປີ 2024-2028

ໃນຕອນເຊົ້າ ຂອງວັນທີ 21 ພະຈິກ 2024 ຄະນະໂຄສະນາອົບຮົມ ເມືືອງສຸຂຸມາ ຈັດກອງປະຊຸມ ເຜີຍແຜ່ແມ່ບົດ ວ່າດ້ວຍ: ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ສະບັບປີ 2024-2028, ໂດຍຕິດພັນກັບການ ໂຄສະນາ-ປາຖະກະຖາ ວັນມະຫາປະຕິວັດເດືອນຕຸລາລັດເຊຍ 7.11.1917-7.11. 2024 ( ຄົບຮອບ 107 ປີ ) ແລະ ເອກະສານ ປາຖະກະຖາ ວັນເກີດ ທ່ານ ຟ.ອັງແກນ 28.11.1820 – 28.11.2024 (ຄົບຮອບ 204ປີ) ຢູ່ທີ່ ສະໂມສອນຂອງເມືອງ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້້າເມືອງໆສຸຂຸາມາ, ມີ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ກອງກໍ່ສ້າງຮາກຖານແຂວງ, ພະນັກງານ-ສະມາຊິກພັກອ້ອມຂ້າງເມືອງ, ກຳລັງປະກອບອາວຸດ 2 ກຳລັງ, ເລຂາຄະນະພັກຮາກຖານ 6 ກຸ່ມບ້ານ ແລະ 4 ບ້ານໃຫຍ່: ມີຈຳນວນເຂົ້າຮ່ວມຮັບຟັງທັງໝົດ 116 ຄົນ, ຍິງ 21 ຄົນ.

          ໃນພິທີ ທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້້າເມືອງໆ ສຸຂຸາມາ ເຊິ່ງໄດ້ໃຫ້ກຽດຂື້ນເຜີຍແຜ່ປາຖະກະຖາ 2 ເອກະສານຄື: ວັນມະຫາປະຕິວັດ ເດືອນຕຸລາລັດເຊຍ ( ຄົບຮອບ 107 ປີ ) ແລະ ວັນເກີດ ທ່ານ ຟ.ອັງແກນ (ຄົບຮອບ 204ປີ), ທ່ານ ຄຳສິງ ໄຊຍະພອນ ຄະນະປະຈຳພັກເມືອງ ປະທານ ແນວລາວສ້າງຊາດ ເມືອງສຸຂຸມາ ຂື້ນເຜີຍແຜ່ແມ່ບົດ ວ່າດ້ວຍ: ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ສະບັບປີ 2024-2028, ຈາກນັ້ນ ທ່ານ ບົວລຽນ ເຜີຍບຸນຊົມ ກຳມະການພັກເມືອງ ຫົວໜ້າ         ຄະນະໂຄສະນາອົບຮົມ ເມືອງ ສຸຂຸມາ ກໍ່ໄດ້ຂື້ນຜ່ານແຈ້ງການແນະນຳ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 03/ຄຈພຂ, ຈສ, ຄຳແນະນຳ ຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 341/ຄອຂ,ຈສ 08 ພະຈິກ 2024 ແລະ ມະຕິຕົກລົງ ຂອງຄະນະປະຈຳພັກເມືອງ ສະບັບເລກທີ139/ຄຈພມ.

#ພາບ-ຂ່າວ: ຄະນະໂຄສະນາອົບຮົມ ເມືອງ ສຸຂຸມາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa