ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ(ເວັບໄຊ໋)ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ III ປີ 2024

 ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ(ເວັບໄຊ໋) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ III ປີ 2024

       ໃນຕອນເຊົ້າ ຂອງວັນທີ 15 ຕຸລາ 2024 ຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ ( ເວັບໄຊ໋ ) ຂອງຄະນະໂຄສະນາອົບຮົມທົ່ວປະເທດ ໄຕມາດ III ປະຈຳປີ 2024 ໂດຍຜ່ານລະບົບກອງປະຊຸມທາງໄກຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ພາຍໃຕ້ການເປັນປະທານ ຂອງທ່ານ ວັນຕຸລາ ຮັກນຸດ ກຳມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ           ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຜູ້ຮັບຜິດຊອບວຽກງານເວັບໄຊ໋ຂອງຄະນະໂຄສະນາອົບຮົມໃນທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

       ໃນວາລະກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຟັງການລາຍງານຫຍໍ້ຜົນງານອັນພົ້ນເດັ່ນ, ພ້ອມຜົນສໍາເລັດໃນການປະຕິບັດວຽກງານເວັບໄຊ໋ໃນໄລຍະຜ່ານມາ, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກຂອງແຕ່ລະແຂວງ ພ້ອມທັງແລກປ່ຽນວິທີການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊ໋  ເພື່ອເປັນການຖອດຖອນບົດຮຽນໃນການຫັນເປັນທັນສະໄໝຂອງຄະນະໂຄສະນາອົບຮົມທົ່ວປະເທດ ແລະ ເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ໂດຍສະເພາະວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມທັງກຳນົດທິດທາງແຜນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ຂອງວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ ( ເວັບໄຊ໋ ).

ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຮັກນຸດ ກຳມະການຄະນະພັກ ຫົວໜ້າກົມຂໍ້ມູນ ແລະ ຂ່າວສານ ໄດ້ມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່(ເວັບໄຊ໋) ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ບັນດາຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ສືບຕໍ່ຕິດຕາມກວດກາຄືນ ການເຄືີ່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງຕົນກ່ຽວກັບພາລະບົດບາດ, ກົງຈັກການຈັດຕັ້ງ, ບັນດາເມນູ, ຄໍລໍາຕ່າງໆ ໃຫ້ມີການອັບເດດໃຫມ່ຕະຫຼອດ ແລະ ມີປະສິດທິພາບທີ່ສູງຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa