ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີ ປະກາດພະນັກງານເຂົ້າຮັບອຸດໜູນບຳນານ

ໃນຕອນເຊົ້າ ຂອງວັນທີ 26 ກັນຍາ 2024 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປະກາດພະນັກງານເຂົ້າຮັບອຸດໜູນບຳນານ, ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ໄຊຍະກອນ ລາດສິນສະຫງວນ ຫົວໜ້າຂະແໜງບໍລິຫານຈັດຕັ້ງ ເຊິ່ງຕາງໜ້າຄະນະຈັດຕັ້ງແຂວງ, ບັນດາທ່ານຮອງຫົວຫນ້າຫົວໜ້າຂະແໜງ-ຮອງຂະແໜງ, ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຕາງຫນ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ສະບັບເລກທີ 770/ຈຂ.ຈສ, ລົງວັນທີ 05/7/2024 ວ່າດ້ວຍການອະນຸມັດ ສະຫາຍ ຄຳຜັ່ນ ວົງສັກສິດ ຮອງຫົວໜ້າຂະແໜງອົບຮົມ ເຂົ້າຮັບອຸດໜູນບຳນານຕາມລະບຽບການ. ຕິດພັນກັບການຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ 9ເດືອນ ແລະ ກຳນົດທິດທາງຈຸດສຸມ3ເດືອນທ້າຍປິ 2024.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa