Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

admin, Tác giả tại https://ptcps.gov.la Mon, 17 Mar 2025 02:55:13 +0000 en-US hourly 1 https://wordpress.org/?v=6.5.7 https://ptcps.gov.la/wp-content/uploads/2024/01/cropped-ແນທທ-1-32x32.jpg admin, Tác giả tại https://ptcps.gov.la 32 32 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະໜ່ວຍພັກຊຸດໃໝ່ https://ptcps.gov.la/17-3-25/ https://ptcps.gov.la/17-3-25/#respond Mon, 17 Mar 2025 02:51:30 +0000 https://ptcps.gov.la/?p=5589                ໃນວັນທີ 13 ມີນາ 2025 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະໜ່ວຍພັກຊຸດໃໝ່ ຕິດພັນກັບການດຳເນີນຊີວິດການເມືອງທ້າຍສະໄໝ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫ່ຍໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຄັ້ງທີ X ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍໃນຄະນະພັກ, ສະມາຊິກພັກ, ຄະນະກຳມະການບຸກຄະລາກອນຂັ້ນແຂວງ ເຂົ້າຮ່ວມ.              ໃນກອງປະຊຸມ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຂັດຕັ້ງປະຕິບັດວຽກງານຮອບດ້ານເພື່ອກະກຽມການດຳເນີນກອງປະຊຸມໃຫ່ຍ ຄັ້ງທີ X ຂອງໜ່ວຍພັກຮາກຖານ, ໂດຍເຮັດໃຫ້ເຫັນພາລະບົດບາດ, ສີດໜ້າທີ່ຂອງໜ່ວຍພັກຮາກຖານ ຄອຂ ທີ່ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິິງໃນການສຶກສາອົບຮົມການເມືອງແນວຄິດ, ເຜີຍແຜ່ແນວທາງຂອງພັກໃຫ້ແກ່ພະນັກງານສະມາຊິກພັກໃນທົ່ວແຂວງ ໄດ້ຮັບຮູ້ເຂົ້າໃຈ ...

Bài viết ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະໜ່ວຍພັກຊຸດໃໝ່ đã xuất hiện đầu tiên vào ngày .

]]>

               ໃນວັນທີ 13 ມີນາ 2025 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະໜ່ວຍພັກຊຸດໃໝ່ ຕິດພັນກັບການດຳເນີນຊີວິດການເມືອງທ້າຍສະໄໝ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫ່ຍໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຄັ້ງທີ X ກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ສະຫາຍໃນຄະນະພັກ, ສະມາຊິກພັກ, ຄະນະກຳມະການບຸກຄະລາກອນຂັ້ນແຂວງ ເຂົ້າຮ່ວມ.

             ໃນກອງປະຊຸມ ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຂັດຕັ້ງປະຕິບັດວຽກງານຮອບດ້ານເພື່ອກະກຽມການດຳເນີນກອງປະຊຸມໃຫ່ຍ ຄັ້ງທີ X ຂອງໜ່ວຍພັກຮາກຖານ, ໂດຍເຮັດໃຫ້ເຫັນພາລະບົດບາດ, ສີດໜ້າທີ່ຂອງໜ່ວຍພັກຮາກຖານ ຄອຂ ທີ່ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິິງໃນການສຶກສາອົບຮົມການເມືອງແນວຄິດ, ເຜີຍແຜ່ແນວທາງຂອງພັກໃຫ້ແກ່ພະນັກງານສະມາຊິກພັກໃນທົ່ວແຂວງ ໄດ້ຮັບຮູ້ເຂົ້າໃຈ ເຊິ່ງຜ່ານມາໄດ້ສຸມໃສ່ໂຄສະນາເຜີຍແຜ່ມະຕິ, ຄຳສັ່ງ, ແນວທາງແຜນນະໂຍບາຍຂອງພັກ ຕິດພັນຊອງການປົກປັກຮັກສາມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງທ່ານຜູ້ນຳ, ສຸມໃສ່ສືກສາອົບຮົມຄວາມຮູ້ພື້ນຖານທາງດ້ານທິດສະດີແນວທາງຂອງພັກ, ຝຶກອົບຮົມບັນດາເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຢ່າງເປັນລະບົບຕໍ່ເນື່ອງຢ່າງເປັນຂະບວນຟົດພື້ນພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ ແລະ ນອກນັ້ນຍັງໄດ້ຍົກໃຫ້ເຫັນຜົນສຳເລັດໃນການນຳພາວຽກງານແຕ່ລະດ້ານຕື່ມອີກ.

               ສະຫາຍ ສາທິດ ປັດຊາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະເຂົ້າສະໝັກຄະນະພັກຊູດໃຫມ່, ຈາກນັ້ນ ກໍ່ໄດ້ດຳເນີນການປ່ອນບັດທາບທາມໃນຮອບ1-ຮອບ2 ສຳເລັດຕາມລະດັບຄາດໝາຍ.

           #. ໃນກອງປະຊຸມຍັງໄດ້ຜ່ານບົດລາຍງານການເມືອງ, ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ, ຈາກນັ້ນປະທານກອງປະຊຸມກໍ່ມີຄຳເຫັນຊີ້ນຳ ແລະ ປະກອບຄຳເຫັນຕໍ່ຮ່າງເອກະສານທັງ 2ບົດ, ເນັ້ນໃຫ້ຄະນະພັກ, ສະມາຊິກພັກ ສືບຕໍ່ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີປະສິດທິຜົນສູງກ່ວາເກົ່າ ພ້ອມທັງກຽມຄວາມພ້ອມທຸກດ້ານໃນການກະກຽມກອງປະຊຸມໃຫ່ຍ ຄັ້ງທີ X ຂອງໜ່ວຍພັກໃຫ້ສຳເລັດຕາມຄາດໝາຍ.

Bài viết ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈຳປາສັກທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະໜ່ວຍພັກຊຸດໃໝ່ đã xuất hiện đầu tiên vào ngày .

]]>
https://ptcps.gov.la/17-3-25/feed/ 0
ທ່ານຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງຈໍາປາສັກ https://ptcps.gov.la/22-22-25/ https://ptcps.gov.la/22-22-25/#respond Thu, 13 Mar 2025 02:48:51 +0000 https://ptcps.gov.la/?p=5569             ໃນລະຫວ່າງວັນທີ 23 ກຸມພາ-ວັນທີ 01 ມີນາ 2025 ທີ່ຜ່ານມາ, ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງຈໍາປາສັກ             ໂດຍໃນຕອນເຊົ້າ ຂອງວັນທີ 24 ກຸມພາ 2025 ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ສຸປານີ ສິລິປຸ່ນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອແຈ້ງຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ ໄດ້ຮັບຊາບ. ຈຸດປະສົງຕົ້ນຕໍ່ຂອງການເຄື່ອນໄຫວຢູ່ແຂວງຈໍາປາສັກ ໃນເທື່ອນີ້ ກໍເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄໍາສັ່ງ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ...

Bài viết ທ່ານຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງຈໍາປາສັກ đã xuất hiện đầu tiên vào ngày .

]]>

            ໃນລະຫວ່າງວັນທີ 23 ກຸມພາ-ວັນທີ 01 ມີນາ 2025 ທີ່ຜ່ານມາ, ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງຈໍາປາສັກ

            ໂດຍໃນຕອນເຊົ້າ ຂອງວັນທີ 24 ກຸມພາ 2025 ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ສຸປານີ ສິລິປຸ່ນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອແຈ້ງຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ ໄດ້ຮັບຊາບ. ຈຸດປະສົງຕົ້ນຕໍ່ຂອງການເຄື່ອນໄຫວຢູ່ແຂວງຈໍາປາສັກ ໃນເທື່ອນີ້ ກໍເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄໍາສັ່ງ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມູນເຊື້ອຂອງພັກຂອງຊາດ ແລະ ສາລະຄະດີຕົວແບບທີ່ດີເດັ່ນໃນດ້ານຕ່າງໆ ໃຫ້ແກ່ອໍານາດການປົກຄອງບ້ານ, ພະນັກງານ, ສະມາຊິກພັກ, ປະຊາຊົນ, ນັກຮຽນ, ຊາວໜຸ່ມ, ເຍົາວະຊົນ; ຕິດພັນກັບການສ້າງຂະບວນການຂໍານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ປຸກລະດົມຂົນຂວາຍປະຊາຊົນຢູ່ຮາກຖານໃຫ້ມີຄວາມຕື່ນຕົວ ເປັນເຈົ້າການຈັດຕັ້ງປະຕິບັດ ຕາມແນວທາງນະໂຍບາຍ ຂອງພັກ-ລັດ ແລະ ສ້າງສາພັດທະນາຊີວິດການເປັນຢູ່ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ ແລະ ອື່ນໆ; ພ້ອມດຽວກັນກໍເພື່ອເກັບກໍາຂໍ້ມູນ, ຖ່າຍທໍາຄອບຄົວຕົວແບບ ໃນການປູກຝັງ-ລ້ຽງສັດ, ຫັດຖະກໍາ, ການສ້າງຄອບຄົວພັດທະນາ ຢູ່ຮາກຖານບ້ານ ເພື່ອສ້າງເປັນສາລະຄະດີໂຄສະນາເຜີຍແຜ່ໃນຂອບເຂດທົ່ວປະເທດ.

         ໃນຕ່ອນບ່າຍຂອງວັນດຽວກັນ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ເຂົ້າພົບການນໍາຂອງເມືອງ ແລະ ລົງເຄື່ອນໄຫວຢູ່ກຸ່ມບ້ານ ໃນ 2 ເມືອງຄື: ເມືອງໂຂງ (ບ້ານນາ ແລະ ບ້ານຂະເໝົາໂພນຈໍາປາ), ເມືອງມຸນລະປາໂມກ (ບ້ານນາດີ ແລະ ບ້ານສະພັງເໜືອ) ດ້ວຍການສາຍຮູບເງົາກ່ຽວກັບມູນເຊື້ອຂອງພັກຂອງຊາດ, ກ່ຽວກັບຜົນງານ ຜົນສໍາເລັດໃນການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະຜ່ານມາ, ວິທີການປູກ-ການລ້ຽງ, ຫັດຖະກໍາຂອງຄອບຄົວ, ຕົວແບບໃນການຜະລິດເປັນສິນຄ້າຜົນຮ້າຍຂອງຢາເສບຕິດ, ເຜີຍແຜ່ສິລະປະວັດທະນະທໍາຂອງຊາດຂອງເຜົ່າ, ສາລະຄະດີການສ້າງບ້ານພັດທະນາ ແລະ ອື່ນໆ.

      ພ້ອມນັ້ນ, ກໍໄດ້ເກັບກໍາຂໍ້ມູນ, ຖ່າຍທໍາວີດີໂອ, ສໍາພາດອໍານາດການປົກຄອງບ້ານ ແລະ ສໍາພາດ ຄອບຄົວຕົວແບບ, ເມືອງໂຂງມີຄອບຄົວ ທ່ານ ຄໍາພັນ ສິດມະນີ ຄອບຄົວຕົວແບບໃນການຜະລິດເຂົ້າເປັນສິນຄ້າ(ບ້ານນາ, ກຸ່ມກາງໂຂງ, ເມືອງໂຂງ, ແຂວງຈໍາປາສັກ), ຄອບຄົວ ທ່ານ ນາງ ແຂກແກ້ວ ຄອບຄົວຕົວແບບໃນການຜະລິດເສັ້ນເຝີ(ບ້ານຂະເໝົາໂພນຈໍາປາ, ກຸ່ມຂະເໝົາ, ເມືອງໂຂງ, ແຂວງຈໍາປາສັກ); ເມືອງມຸນລະປາໂມກມີຄອບຄົວ ທ່ານ ຄໍາໂບງ ໂມ້ສີກາວົງ ຄອບຄົວຕົວແບບໃນການປູກເຂົ້າເປັນສິນຄ້າ ແລະ ຄອບຄົວ ທ່ານ ນາງ ຄໍາຫວັນ ວົງວິໄລສຸກ ຄອບຄົວຕົວແບບໃນການຜະລິດເສັ້ນເຝຢູ່ບ້ານສະພັງເໜືອ, ກຸ່ມສະພັງ, ເມືອງມຸນລະປາໂມກ, ແຂວງຈໍາປາສັກ.

Bài viết ທ່ານຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງຈໍາປາສັກ đã xuất hiện đầu tiên vào ngày .

]]>
https://ptcps.gov.la/22-22-25/feed/ 0
ພະແນກຍຸດຕິທຳ ຈັດພິທີ​ປາຖະກະຖາວັນວັນສຳຄັນ ຂອງພັກ-ຂອງຊາດ https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%8d%e0%ba%b8%e0%ba%94%e0%ba%95%e0%ba%b4%e0%ba%97%e0%ba%b3-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b2/ https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%8d%e0%ba%b8%e0%ba%94%e0%ba%95%e0%ba%b4%e0%ba%97%e0%ba%b3-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b2/#respond Thu, 13 Mar 2025 02:17:09 +0000 https://ptcps.gov.la/?p=5557            ໃນຕອນເຊົ້າ ຂອງວັນທີ 26 ກຸມພາ 2025 ພະແນກຍຸດຕິທຳແຂວງຈຳປາສັກ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 101 ປີ (8 ກຸມພາ 1924-8 ກຸມພາ 2025) ແລະ ວັນສ້າງຕັ້ງພັກຄອມມູນິດຫວຽດນາມ.           ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງ ທ່ານ ບົວສອນ ວົງຫາຈັກ ເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານສົມນຶກ ແສງອາໄພ ຫົວໜ້າກອງປະຕິບັດຄໍາຕັດສິນຂອງສານປະຈຳແຂວງຈຳປາສັກ ແລະ ມີ ບັນດາທ່ານ ...

Bài viết ພະແນກຍຸດຕິທຳ ຈັດພິທີ​ປາຖະກະຖາວັນວັນສຳຄັນ ຂອງພັກ-ຂອງຊາດ đã xuất hiện đầu tiên vào ngày .

]]>

           ໃນຕອນເຊົ້າ ຂອງວັນທີ 26 ກຸມພາ 2025 ພະແນກຍຸດຕິທຳແຂວງຈຳປາສັກ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ຄຳໄຕ ສີພັນດອນ ອະດີດປະທານພັກ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 101 ປີ (8 ກຸມພາ 1924-8 ກຸມພາ 2025) ແລະ ວັນສ້າງຕັ້ງພັກຄອມມູນິດຫວຽດນາມ.

          ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງ ທ່ານ ບົວສອນ ວົງຫາຈັກ ເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານສົມນຶກ ແສງອາໄພ ຫົວໜ້າກອງປະຕິບັດຄໍາຕັດສິນຂອງສານປະຈຳແຂວງຈຳປາສັກ ແລະ ມີ ບັນດາທ່ານ ຫົວໜ້າຂະແໜງ, ຮອງຂະແໜງ ພອ້ມດ້ວຍພະນັກງານວິຊາການເຂົ້າຮ່ວຍຢ່າງພອ້ມພຽງ.

Bài viết ພະແນກຍຸດຕິທຳ ຈັດພິທີ​ປາຖະກະຖາວັນວັນສຳຄັນ ຂອງພັກ-ຂອງຊາດ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%8d%e0%ba%b8%e0%ba%94%e0%ba%95%e0%ba%b4%e0%ba%97%e0%ba%b3-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b2/feed/ 0
ສານປະຊາຊົນແຂວງ ຈັດພິທີປາຖະກະຖາ ວັນສຳຄັນຂອງພັກຂອງຊາດ. https://ptcps.gov.la/%e0%ba%aa%e0%ba%b2%e0%ba%99%e0%ba%9b%e0%ba%b0%e0%ba%8a%e0%ba%b2%e0%ba%8a%e0%ba%bb%e0%ba%99%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b/ https://ptcps.gov.la/%e0%ba%aa%e0%ba%b2%e0%ba%99%e0%ba%9b%e0%ba%b0%e0%ba%8a%e0%ba%b2%e0%ba%8a%e0%ba%bb%e0%ba%99%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b/#respond Thu, 13 Mar 2025 01:57:40 +0000 https://ptcps.gov.la/?p=5550       ສານປະຊາຊົນແຂວງຈຳປາສັກ ໄດ້ຈັດຕັ້ງພິທີປາຖະກະຖາວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104ປີ (13 ທັນວາ 1920-13 ທັນວາ 2024), ວັນຊາດທີ 2 ທັນວາ 1975-2ທັນວາ 2024 ຄົບຮອບ 49 ປີ, ວັນຊາດສາທາລະນະລັດ ກູບາ(1-1-1959) ຄົບຮອບ 66 ປີ, ພັກຄອມມູນິດຫວຽດນາມ ( ຄົບຮອບ 95 ປີ), ວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ ( ຄົບຮອບ 101ປີ ) ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ພູວົງ ຈະເລີນລັດ ເລຂາໜວ່ຍພັກສານປະຊາຊົນແຂວງ ຫົວໜ້າກອງປະຕິບັດຄຳຕັດສິນຂອງສານປະຈຳແຂວງຈຳປາສັກ, ມີ ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານລັດຖະກອນ ...

Bài viết ສານປະຊາຊົນແຂວງ ຈັດພິທີປາຖະກະຖາ ວັນສຳຄັນຂອງພັກຂອງຊາດ. đã xuất hiện đầu tiên vào ngày .

]]>

      ສານປະຊາຊົນແຂວງຈຳປາສັກ ໄດ້ຈັດຕັ້ງພິທີປາຖະກະຖາວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104ປີ (13 ທັນວາ 1920-13 ທັນວາ 2024), ວັນຊາດທີ 2 ທັນວາ 1975-2ທັນວາ 2024 ຄົບຮອບ 49 ປີ, ວັນຊາດສາທາລະນະລັດ ກູບາ(1-1-1959) ຄົບຮອບ 66 ປີ, ພັກຄອມມູນິດຫວຽດນາມ ( ຄົບຮອບ 95 ປີ), ວັນຄ້າຍວັນເກີດປະທານ ຄຳໄຕ ສີພັນດອນ ( ຄົບຮອບ 101ປີ ) ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ພູວົງ ຈະເລີນລັດ ເລຂາໜວ່ຍພັກສານປະຊາຊົນແຂວງ ຫົວໜ້າກອງປະຕິບັດຄຳຕັດສິນຂອງສານປະຈຳແຂວງຈຳປາສັກ, ມີ ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພອ້ມພຽງ.

Bài viết ສານປະຊາຊົນແຂວງ ຈັດພິທີປາຖະກະຖາ ວັນສຳຄັນຂອງພັກຂອງຊາດ. đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%aa%e0%ba%b2%e0%ba%99%e0%ba%9b%e0%ba%b0%e0%ba%8a%e0%ba%b2%e0%ba%8a%e0%ba%bb%e0%ba%99%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b/feed/ 0
ແຂວງຈຳປາສັກ ຈັດກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%88%e0%ba%b1%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1/ https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%88%e0%ba%b1%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1/#respond Tue, 11 Mar 2025 03:51:28 +0000 https://ptcps.gov.la/?p=5537           ໃນວັນທີ 21 ກຸມພາ 2025 ແຂວງຈໍາປາສັກ ຈັດກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຫົວຂໍ້:” 70ປີ ພາຍໃຕ້ການນໍາພາຂອງພັກ ທີ່ມີກຽດສະຫງ່າ” ພິທີໄດ້ຈັດຂື້ນທີ່ສະໂມສອນຫລັກ 4 ຂອງແຂວງ; ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີສະຫາຍເລຂາຄະນະພັກ ຄະນະຜູ້ແທນ ມາຈາກ 4 ແຂວງພາກໃຕ້, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອາດີດການນຳ ພັກ-ລັດຂອງແຂວງ, ຫົວໜ້າພະແນກການອ້ອມຂ້າງ, ເຈົ້າເມືອງ ແລະ ນັກວິທະຍາສາດເຊິ່ງມາຈາກວິທະຍາສາດ ເຂົ້າຮ່ວມຢ່າງພ້ອມພຽງ.              ຈຸດປະສົງໃນການຈັດກອງຊຸມ ແມ່ນປະຕິບັດແຜນການເຄື່ອນໄຫວຂອງຄະນະກຳມະການຊີ້ນໍາລະດັບຊາດ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ ຂອງຊາດ ...

Bài viết ແຂວງຈຳປາສັກ ຈັດກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ đã xuất hiện đầu tiên vào ngày .

]]>

          ໃນວັນທີ 21 ກຸມພາ 2025 ແຂວງຈໍາປາສັກ ຈັດກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຫົວຂໍ້:” 70ປີ ພາຍໃຕ້ການນໍາພາຂອງພັກ ທີ່ມີກຽດສະຫງ່າ” ພິທີໄດ້ຈັດຂື້ນທີ່ສະໂມສອນຫລັກ 4 ຂອງແຂວງ; ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີສະຫາຍເລຂາຄະນະພັກ ຄະນະຜູ້ແທນ ມາຈາກ 4 ແຂວງພາກໃຕ້, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອາດີດການນຳ ພັກ-ລັດຂອງແຂວງ, ຫົວໜ້າພະແນກການອ້ອມຂ້າງ, ເຈົ້າເມືອງ ແລະ ນັກວິທະຍາສາດເຊິ່ງມາຈາກວິທະຍາສາດ ເຂົ້າຮ່ວມຢ່າງພ້ອມພຽງ.

             ຈຸດປະສົງໃນການຈັດກອງຊຸມ ແມ່ນປະຕິບັດແຜນການເຄື່ອນໄຫວຂອງຄະນະກຳມະການຊີ້ນໍາລະດັບຊາດ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ ຂອງຊາດ ປີ 2025, ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ມຸ້ງໜ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

           ກອງປະຊຸມສຳມະນາຄັ້ງນີ້ ມີຄວາມໝາຍສໍາຄັນທາງດ້ານທິດສະດີ ແລະ ພຶດຕິກຳ ທີ່ຈະໄດ້ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າງາມ, ຜົນງານອັນໃຫຍ່ຫຼວງແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວ ຕະຫລອດໄລຍະ 70 ປີ ແຫ່ງການກໍ່ຕັ້ງ ແລະ ນໍາພາ ພາລະກິດປະຕິວັດຢູ່ປະເທດເຮົາ.

Bài viết ແຂວງຈຳປາສັກ ຈັດກອງປະຊຸມສຳມະນາວິທະຍາສາດສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%88%e0%ba%b1%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1/feed/ 0
ພິທີ​ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 101ປີ​ https://ptcps.gov.la/8-2-25/ https://ptcps.gov.la/8-2-25/#respond Tue, 11 Mar 2025 03:31:11 +0000 https://ptcps.gov.la/?p=5525             ໃນຕອນເຊົ້າ ເວລາ 9:00 ນາທີ ຂອງວັນທີ 7 ກຸມພາ 2025 ແຂວງຈຳປາສັກ ໄດ້ຈັດພິທີ ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ອະດີດ ປະທານພັກ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 101 ປີ (8 ກຸມພາ 1924-8 ກຸມພາ 2025) ຕິດພັນກັບຂະບວນການຊຸກຍູ້ຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ຂຶ້ນທີ່ບ້ານ ຫົວໂຂງພະໃຫຍ່ ເມືອງໂຂງ ແຂວງຈຳປາສັກ.               ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍອາລຸນໄຊ ສູນນະລາດ ...

Bài viết ພິທີ​ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 101ປີ​ đã xuất hiện đầu tiên vào ngày .

]]>

            ໃນຕອນເຊົ້າ ເວລາ 9:00 ນາທີ ຂອງວັນທີ 7 ກຸມພາ 2025 ແຂວງຈຳປາສັກ ໄດ້ຈັດພິທີ ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ອະດີດ ປະທານພັກ ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 101 ປີ (8 ກຸມພາ 1924-8 ກຸມພາ 2025) ຕິດພັນກັບຂະບວນການຊຸກຍູ້ຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ຂຶ້ນທີ່ບ້ານ ຫົວໂຂງພະໃຫຍ່ ເມືອງໂຂງ ແຂວງຈຳປາສັກ.

              ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ, ມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະພະແນກອ້ອມຂ້າງແຂວງ, ມີ ສະຫາຍ ເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຕ່າງໜ້າຄອບຄົວ ສີພັນດອນ, ຄະນະພັກຮາກຖານ ແລະ ປະຊາຊົນ ບ້ານ ຫົວໂຂງພະໃຫ່ຍ ເຂົ້າຮ່ວມຢ່າງພ້ອມພຽງ.

       ​ໃນ​ພິທີ​ ຍັງ​ມີ​ການ​ທ່ຽວຊົມ​ເຮືອນເກີດ, ພາບການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ ພ້ອມທັງມີການສະແດງສິນລະປະ, ຂັບລຳ ແລະ ວາງສະແດງສິນຄ້າໂອດອບ ເຊິ່ງ​ເປັນເອກະລັກ​ສະ​ເພາະ​ຂອງ​ເມືອງໂຂງ ເຊິ່ງ​ເປັນ​ບ່ອນ​ເກີດ ຂອງ​ ປະ​ທານ ຄຳ​ໄຕ    ສີພັນດອນ ອີກດ້ວຍ.

Bài viết ພິທີ​ປາຖະກະຖາວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 101ປີ​ đã xuất hiện đầu tiên vào ngày .

]]>
https://ptcps.gov.la/8-2-25/feed/ 0
ທ່ຽວຊົມເມືອງມໍລະດົກໂລກໃນງານນະມັດສະການປະສາດຫີນວັດພູຈຳປາສັກ. https://ptcps.gov.la/27225-2/ https://ptcps.gov.la/27225-2/#respond Thu, 27 Feb 2025 03:59:28 +0000 https://ptcps.gov.la/?p=5501 ມໍລະດົກໂລກວັດພູຈຳປາສັກຕະຫລອດໄລຍະຜ່ານມາເຫັນວ່າໄດ້ຮັບການບູລະນະປະຕິສັງຂອນ,ຄຸ້ມຄອງປົກປັກຮັກສາໄວ້ເປັນຢ່າງດີອັນໄດ້ສ້າງຄຸນຄ່າທາງດ້ານວັດທະນະທຳໄວ້ເອກອ້າງຊາວລາວແລະຊາວໂລກໄດ້ເປັນຢ່າງດີ

Bài viết ທ່ຽວຊົມເມືອງມໍລະດົກໂລກໃນງານນະມັດສະການປະສາດຫີນວັດພູຈຳປາສັກ. đã xuất hiện đầu tiên vào ngày .

]]>
ມໍລະດົກໂລກວັດພູຈຳປາສັກຕະຫລອດໄລຍະຜ່ານມາເຫັນວ່າໄດ້ຮັບການບູລະນະປະຕິສັງຂອນ,ຄຸ້ມຄອງປົກປັກຮັກສາໄວ້ເປັນຢ່າງດີອັນໄດ້ສ້າງຄຸນຄ່າທາງດ້ານວັດທະນະທຳໄວ້ເອກອ້າງຊາວລາວແລະຊາວໂລກໄດ້ເປັນຢ່າງດີ

Bài viết ທ່ຽວຊົມເມືອງມໍລະດົກໂລກໃນງານນະມັດສະການປະສາດຫີນວັດພູຈຳປາສັກ. đã xuất hiện đầu tiên vào ngày .

]]>
https://ptcps.gov.la/27225-2/feed/ 0
ແແບຢ່າງຄອບຄົວຕົວແບບໃນການປູກໝາກຖົ່ວລຽນເປັນສີນຄ້າ​ ສ້າງລາຍຮັບແກ່ຄອບຄົວ https://ptcps.gov.la/%e0%bb%81%e0%bb%81%e0%ba%9a%e0%ba%a2%e0%bb%88%e0%ba%b2%e0%ba%87%e0%ba%84%e0%ba%ad%e0%ba%9a%e0%ba%84%e0%ba%bb%e0%ba%a7%e0%ba%95%e0%ba%bb%e0%ba%a7%e0%bb%81%e0%ba%9a%e0%ba%9a%e0%bb%83%e0%ba%99%e0%ba%81/ https://ptcps.gov.la/%e0%bb%81%e0%bb%81%e0%ba%9a%e0%ba%a2%e0%bb%88%e0%ba%b2%e0%ba%87%e0%ba%84%e0%ba%ad%e0%ba%9a%e0%ba%84%e0%ba%bb%e0%ba%a7%e0%ba%95%e0%ba%bb%e0%ba%a7%e0%bb%81%e0%ba%9a%e0%ba%9a%e0%bb%83%e0%ba%99%e0%ba%81/#respond Mon, 20 Jan 2025 07:23:26 +0000 https://ptcps.gov.la/?p=5483    ທ່ານ​ ສົມຮັກ ສີບຸນເຮືອງ ຢູ່ບ້ານບ້ານດົງໄລ່​ ເມືອງບາຈຽງ​ຈະເລີນ​ສຸກ​ ແຂວງຈໍາປາສັກ, ເປັນຄອບຄົວຕົວແບບໃນການປູກຖົ່ວລຽນເປັນສີນຄ້າ​ ສ້າງລາຍຮັບແກ່ຄອບຄົວ​ ເຮັດໃຫ້ຊີວິດການເປັນຢູ່ນັບມື້ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.​         ​ໃນວັນທີ​ 14​ ມັງກອນ​ 2025​  ທ່ານ​ ສົມຮັກ ສີບຸນເຮືອງ ໄດ້ໃຫ້ສໍາພາດນີ້ວ່າ: ໃນຄອບຄົວມີຈໍານວນພົນ 4 ຄົນ,​ ຍິງ 2 ຄົນ,​ ໃນນັ້ນ​ ແຮງງານຕົ້ນຕໍ 2 ຄົນ, ຍິງ 1 ຄົນ, ແຕ່ກ່ອນເຮັດວຽກນໍາບໍລິສັດ​ ປູກໝາກມ່ວງຫິມມະພານ​ ຂອງໄທ​ ແຕ່ຍ້ອນຢາກໃຫ້ຊີວິດທີ່ມີຄວາມໝັ້ນຄົງ,​ ມີລາຍຮັບທີ່ແນ່ນອນ​ ເມື່ອເປັນແນວນັ້ນ​ທາງຄອບຄົວ ຈິ່ງຄິດຫາອາຊິບທີ່ຕົນເອງພໍມີຄວາມຮູ້​ເປັນຕົ້ນແມ່ນດ້ານການປູກຝັງ,​ ທໍາອິດຄິດວ່າຈະປູກຢາງພາລາ​ ແຕ່ສຶກສາຄົ້ນຄວ້າເບິ່ງລາຍລະອຽດ ເຫັນວ່າ​ ການປູກຢາງພາລາມີຄວາມຫຍຸ້ງຍາກຫຼາຍຢ່າງ ເລີຍປ່ຽນແຜນຫັນມາປູກໝາກຖົ່ວລຽນ ເພາະເຫັນວ່າ ຕະຫຼາດກໍມີຄວາມຕ້ອງການຫຼາຍ​ ໂດຍເລີ່ມບຸກເບີກເນື້ອທີ່ໃນປີ 2009 ແລະ​ ລົງມືປູກໃນປີນັ້ນເລີຍ ໃນເນື້ອທີ່ 4 ...

Bài viết ແແບຢ່າງຄອບຄົວຕົວແບບໃນການປູກໝາກຖົ່ວລຽນເປັນສີນຄ້າ​ ສ້າງລາຍຮັບແກ່ຄອບຄົວ đã xuất hiện đầu tiên vào ngày .

]]>
   ທ່ານ​ ສົມຮັກ ສີບຸນເຮືອງ ຢູ່ບ້ານບ້ານດົງໄລ່​ ເມືອງບາຈຽງ​ຈະເລີນ​ສຸກ​ ແຂວງຈໍາປາສັກ, ເປັນຄອບຄົວຕົວແບບໃນການປູກຖົ່ວລຽນເປັນສີນຄ້າ​ ສ້າງລາຍຮັບແກ່ຄອບຄົວ​ ເຮັດໃຫ້ຊີວິດການເປັນຢູ່ນັບມື້ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ.​

        ​ໃນວັນທີ​ 14​ ມັງກອນ​ 2025​  ທ່ານ​ ສົມຮັກ ສີບຸນເຮືອງ ໄດ້ໃຫ້ສໍາພາດນີ້ວ່າ: ໃນຄອບຄົວມີຈໍານວນພົນ 4 ຄົນ,​ ຍິງ 2 ຄົນ,​ ໃນນັ້ນ​ ແຮງງານຕົ້ນຕໍ 2 ຄົນ, ຍິງ 1 ຄົນ, ແຕ່ກ່ອນເຮັດວຽກນໍາບໍລິສັດ​ ປູກໝາກມ່ວງຫິມມະພານ​ ຂອງໄທ​ ແຕ່ຍ້ອນຢາກໃຫ້ຊີວິດທີ່ມີຄວາມໝັ້ນຄົງ,​ ມີລາຍຮັບທີ່ແນ່ນອນ​ ເມື່ອເປັນແນວນັ້ນ​ທາງຄອບຄົວ ຈິ່ງຄິດຫາອາຊິບທີ່ຕົນເອງພໍມີຄວາມຮູ້​ເປັນຕົ້ນແມ່ນດ້ານການປູກຝັງ,​ ທໍາອິດຄິດວ່າຈະປູກຢາງພາລາ​ ແຕ່ສຶກສາຄົ້ນຄວ້າເບິ່ງລາຍລະອຽດ ເຫັນວ່າ​ ການປູກຢາງພາລາມີຄວາມຫຍຸ້ງຍາກຫຼາຍຢ່າງ ເລີຍປ່ຽນແຜນຫັນມາປູກໝາກຖົ່ວລຽນ ເພາະເຫັນວ່າ ຕະຫຼາດກໍມີຄວາມຕ້ອງການຫຼາຍ​ ໂດຍເລີ່ມບຸກເບີກເນື້ອທີ່ໃນປີ 2009 ແລະ​ ລົງມືປູກໃນປີນັ້ນເລີຍ ໃນເນື້ອທີ່ 4 ເຮັກຕາ,​ ປູກໝາກຖົ່ວລຽນພັນໝອນທອງ ຈຳນວນ 600 ຕົ້ນ ເຊິ່ງເປັນທຶນສ່ວນຕົວ ກໍຄືຄອບຄົວ,​ ປູກປີທໍາອິດ ຕົ້ນຖົ່ວລຽນ ຕາຍ 400 ຕົ້ນ​ ຍ້ອນ ປະສົບການ​ ແລະ​ ບົດຮຽນໃນການບົວລະບັດຮັກສາຕົ້ນຖົ່ວລຽນບໍ່ທັນສູງ,​ ສ່ວນໃຫຍ່ແມ່ນຮຽນຮູ້ດ້ວຍຕົນເອງ,​ ຮຽນຈາກຢູທຸບ ແລະ​ ຕໍາລາຕ່າງໆ,​ ປູກໄປນໍາ ຖອດຖອນບົດຮຽນໄປນໍາ.​ ໃນປີ 2010 ກໍໄດ້ປູກທົດແທນ, ໃນຈຳນວນ 4 ເຮັກຕາ,​ ໄລຍະຫ່າງ​ຂອງຕົ້ນຖົ່ວລຽນ ປູກ 7​ ແມັດ​ x 7​ ແມັດ ແລະ ໄດ້ເອົາໃຈໃສ່ບົວລະບັດຮັກສາ.​

         ທ່ານ​ ສົມຮັກ ສີບຸນເຮືອງ​ ກ່າວຕື່ມວ່າ: ປູກຖົ່ວລຽນບໍ່ງ່າຍ ບໍ່ຍາກ,​ ສໍາຄັນຕ້ອງດູແລເອົາໃຈໃສ່,​ ເຂົ້າໃຈຄວາມຕ້ອງການຂອງພືດ,​ ສະພາບ​ແວດລ້ອມ,​ ດິນ,​ ນໍ້າ​ ແລະ​ ອາກາດ.​ ການວາງລະບົບນໍ້າ​ ເພື່ອຫົດໃນຍາມແລ້ງ,​ ພາຍໃນສວນແມ່ນໃຊ້ນໍ້າບາດານ ລວມມີ​ 9​ ບໍ່,​ ແຕ່ໂປມຂຶ້ນພັກໃນໜອງສະ ແລ້ວປ່ອຍໄປຫົດຕົ້ນຖົ່ວລຽນ ແບບລະບົບສະປິງເກີ້.​ ນອກນີ້​ ກໍເອົາໃຈໃສ່ການນໍາໃຊ້ຝຸ່ນ,​ ຢາປາບແມ້ງໄມ້​ ແລະ​ ສັດຕູພືດ​ ໂດຍໃຊ້ແບບປະສົມປະສານ​ ລະຫວ່າງ​ ຝຸ່ນຊີວະພາບ 30% ແລະ ຝຸ່ນວິທະຍາສາດ 70%,​ ການປູກໝາກຖົ່ວລຽນ ສວນຫຼາຍປູກເປັນພັນໝອນທອງ,​ ພັນພວງມະນີ 80 ຕົ້ນ,​ ພັນມູຊັງຄີງ 50 ຕົ້ນ ແລະ ພັນກ້ານຍາວຈຳນວນໜຶ່ງ.​ ໃນປີ 2013 ກໍໄດ້ປູກເພີ່ມອີກ​ລວມເປັນຈຳນວນ 861 ຕົ້ນ,​ ໃນເນືອທີ່ 5,2 ເຮັກຕາ, ຮອດປີ 2014 ເລີ່ມໃຫ້ຜົນຜະລິດ​ ແລະ​ ຂາຍເປັນສິນຄ້າ​ ສ້າງລາຍຮັບໄດ້ 35​ ລ້ານກີບ,​ ໄລຍະນັ້ນ ລາຄາ​ 12​ ພັນກີບ/ກິໂລກຣາມ​; ປີ 2015 – 2019 ເຫັນວ່າຕະຫຼາດມີຄວາມຕ້ອງເພີ່ມຂຶ້ນ​ ​​ຈິ່ງໄດ້ເອົາໃຈໃສ່ບົວລະບັດຮັກສາຕົ້ນຖົ່ວລຽນດ້ວຍຄວາມຮັບຜິດຊອບເພີາມຂຶ້ນ.​ ການປູກຖົ່ວລຽນໃນສວນ ແມ່ນມີສອງຮູບແບບ ຄື ແບບບັງຄັບໃຫ້ເປັນໝາກເລີຍ​ ໂດຍເລີ່ມບັງຄັບແຕ່ເດືອນທີ 10, ​ພັກຕົ້ນ 6 ເດືອນ, ເດືອນທີ 4 – 5, ເຕັກນິກໃນການເກັບຮັກສາໝາກ,​ ຕົ້ນໜຶ່ງຈະຮັກສາໝາກໄວ້ ໂດຍອີງໃສ່ຄວາມສົມບູນຂອງຕົ້ນຖົ່ວລຽນ.​

            ຮອດປີ 2020 ຂາຍຜົນຜະລິດໄດ້ 25 ໂຕນ,​ ສ້າງລາຍຮັບໄດ້ 880 ລ້ານກີບ ເຊິ່ງໄດ້ເຮັດໃຫ້ທາງຄອບຄົວມີລາຍຮັບນັບມື້ເພີ່ມຂຶ້ນຂື້ນເລື້ອຍໆ.​ ປີ 2022 ຂາຍຜົນຜະລິດ​ ໄດ້ທັງໝົດປະມານ 46,3 ໂຕນ, ສ້າງລາຍຮັບໄດ້ 2,4 ຕື້ກີບ,​ ປີ 2023 ຂາຍຜົນຜະລິດໄດ້  43 ໂຕນ,​ ມູນຄ່າ 3,8 ຕື້ກີບ,​ ປີ 2024 ຂາຍຜົນຜະລິດໄດ້ 40 ໂຕນ,​ ມູນຄ່າ 5,1 ຕື້ກີບ.​ ຕະຫຼາດໝາກຖົ່ວລຽນ ທັງຈໍາໜ່າຍພາຍໃນແຂວງ ແລະ ຕ່າງແຂວງ,​ ການຈຳໜ່າຍແມ່ນມີແມ່ຄ້າມາຊື້ກັບສວນ ແລະ ນໍາສົ່ງຕາມການສັ່ງຈ່ອງຕາມທ້ອງຕະຫຼາດພາຍໃນ ແລະ  ຕ່າງແຂວງ​ ໂດຍຜ່ານ ບໍລິສັດຂົນສົ່ງດ່ວນມີໄຊ ໄປທີ່ຕະຫຼາດນະຄອນຫຼວງວຽງຈັນ ແລະ ຕະຫຼາດແຂວງສະຫວັນນະເຂດ. ແລະ ໃນຕໍ່ໜ້າຈະສືບຕໍ່ຜະລິດໃຫ້ຫຼາຍ ກາຍເປັນສີນຄ້າ​ ເພື່ອສົ່ງອອກໄປຕ່າງປະເທດ ຫຼື​ ບາງທີອາດຈະໄດ້ແປຮູບຜະລິດຕະພັນອົບແຫ້ງ, ເຮັດເຂົ້າໜົມ ແລະ ອື່ນໆຕື່ມອີກ.​ ຖ້າວ່າມີທຶນຮອນພຽງພໍ ຈະໄດ້ສ້າງ ສາງເຢັນ​ ເພື່ອເກັບຮັກສາໝ່ກຖົ່ວລຽນໄວ້ຂາຍ ໃນຍາມບໍ່ມີທຸລຽນຫຼາຍ.​ ພ້ອມນີ້​ ກໍຈະຍົກລະດັບເຕັກນິກດ້ານວິຊາການໃນການບົວລະບັດຮັກສາຜົນຜະລິດ​ ໃຫ້ມີຄຸນນະພາບ ໂດຍສົມທົບກັບວິຊາການທີ່ຊ້ຽວຊານດ້ານການຮັກສາຕົ້ນຖົ່ວລຽນ; ຈະຍົກສູງການບໍລິການ ໃຫ້ທຽບທັນສາກົນ ໂດຍສົມທົບກັບຕ່າງປະເທດ​ ເພື່ອສົ່ງອອກໂດຍສະເພາະການຫຸ້ມຫໍ່ໃຫ້ມີສີສັນເພື່ອຢັ້ງຢືນເຖີງຕົ້ນກຳເນີດສີນຄ້າ.

#.ຂ່າວ​-ພາບ​: ທູນທອງໃຈ​ 

Bài viết ແແບຢ່າງຄອບຄົວຕົວແບບໃນການປູກໝາກຖົ່ວລຽນເປັນສີນຄ້າ​ ສ້າງລາຍຮັບແກ່ຄອບຄົວ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%bb%81%e0%bb%81%e0%ba%9a%e0%ba%a2%e0%bb%88%e0%ba%b2%e0%ba%87%e0%ba%84%e0%ba%ad%e0%ba%9a%e0%ba%84%e0%ba%bb%e0%ba%a7%e0%ba%95%e0%ba%bb%e0%ba%a7%e0%bb%81%e0%ba%9a%e0%ba%9a%e0%bb%83%e0%ba%99%e0%ba%81/feed/ 0
ແຂວງຈຳປາສັກ ຈັດພິທີເປີດຂະບວນຖີບລົດເພື່ອສຸຂະພາບ ໄລຍະທາງ ປາກເຊ-ປາກຊ່ອງ https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%9b%e0%ba%b5%e0%ba%94/ https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%9b%e0%ba%b5%e0%ba%94/#respond Mon, 20 Jan 2025 06:41:05 +0000 https://ptcps.gov.la/?p=5473          ແຂວງຈຳປາສັກ ຈັດພິທີເປີດຂະບວນຖີບລົດ ເພື່ອສຸຂະພາບ (ໄລຍະທາງຈາກນະຄອນປາກເຊ – ເມືອງປາກຊອງ, 50 ກິໂລແມັດ). ຂະບວນຖີບລົດ ມີຂຶ້ນໃນວັນທີ 19 ມັງກອນ 2025 ພິທີເປີດ ແລະ ຈຸດເລີ່ມຕົນໃນການຖີບລົດ ແມ່ນຢູ່ເສັ້ນທາງຕໍ່ໜ້າຫ້ອງວ່າການແຂວງຈໍາປາສັກ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນໍາຂອງແຂວງ ແລະ ນັກກິລາເຂົ້າຮ່ວມ ໂດຍມີຜູ້ເຂົ້າຮ່ວມຂະບວນຖີບລົດຈາກ ຈັງຫວັດອຸບບົນຣາຊະທານີ, ຈາກນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງອັດຕະປື ແລະ ຈາກສະໂມສອນຕ່າງໆ ທົ່ວແຂວງຈຳປາສັກ ລວມທັງໝົດ 200 ກວ່າຄົນ.          ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ປະທານສະຫະພັນກິລາລົດຖີບ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການຈັດກິດຈະກຳ ຖີບລົດເພື່ອສຸຂະພາບ ໃນມື້ນີ້, ...

Bài viết ແຂວງຈຳປາສັກ ຈັດພິທີເປີດຂະບວນຖີບລົດເພື່ອສຸຂະພາບ ໄລຍະທາງ ປາກເຊ-ປາກຊ່ອງ đã xuất hiện đầu tiên vào ngày .

]]>

         ແຂວງຈຳປາສັກ ຈັດພິທີເປີດຂະບວນຖີບລົດ ເພື່ອສຸຂະພາບ (ໄລຍະທາງຈາກນະຄອນປາກເຊ – ເມືອງປາກຊອງ, 50 ກິໂລແມັດ). ຂະບວນຖີບລົດ ມີຂຶ້ນໃນວັນທີ 19 ມັງກອນ 2025 ພິທີເປີດ ແລະ ຈຸດເລີ່ມຕົນໃນການຖີບລົດ ແມ່ນຢູ່ເສັ້ນທາງຕໍ່ໜ້າຫ້ອງວ່າການແຂວງຈໍາປາສັກ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍການນໍາຂອງແຂວງ ແລະ ນັກກິລາເຂົ້າຮ່ວມ ໂດຍມີຜູ້ເຂົ້າຮ່ວມຂະບວນຖີບລົດຈາກ ຈັງຫວັດອຸບບົນຣາຊະທານີ, ຈາກນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງອັດຕະປື ແລະ ຈາກສະໂມສອນຕ່າງໆ ທົ່ວແຂວງຈຳປາສັກ ລວມທັງໝົດ 200 ກວ່າຄົນ.

         ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ປະທານສະຫະພັນກິລາລົດຖີບ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ການຈັດກິດຈະກຳ ຖີບລົດເພື່ອສຸຂະພາບ ໃນມື້ນີ້, ຈຸດປະສົງຫຼັກ ກໍ່ເພື່ອຂໍ່ານັບຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກຂອງຊາດ ໃນປີ 2025 ນີ້ຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ທັງເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນແຂວງຈຳປາສັກ ໃຫ້ເປັນຂະບວນການຟົດຟື້ນ ດຶງດູດການທ່ອງທ່ຽວໃຫ້ຫຼາຍຂື້ນກວ່າເກົ່າ.

Bài viết ແຂວງຈຳປາສັກ ຈັດພິທີເປີດຂະບວນຖີບລົດເພື່ອສຸຂະພາບ ໄລຍະທາງ ປາກເຊ-ປາກຊ່ອງ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%88%e0%ba%b1%e0%ba%94%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%9b%e0%ba%b5%e0%ba%94/feed/ 0
ກຸ່ມຜະລິດເສັ້ນເຝີ – ແຜ່ນແໜມ​ ເປັນສິນຄ້າ ສ້າງລາຍຮັບແກ່​ກຸ່ມ​ ແລະ​ ສະມາຊິກ​ໄດ້ເປັນຢ່າງດີ​ https://ptcps.gov.la/%e0%ba%81%e0%ba%b8%e0%bb%88%e0%ba%a1%e0%ba%9c%e0%ba%b0%e0%ba%a5%e0%ba%b4%e0%ba%94%e0%bb%80%e0%ba%aa%e0%ba%b1%e0%bb%89%e0%ba%99%e0%bb%80%e0%ba%9d%e0%ba%b5-%e0%bb%81%e0%ba%9c%e0%bb%88%e0%ba%99/ https://ptcps.gov.la/%e0%ba%81%e0%ba%b8%e0%bb%88%e0%ba%a1%e0%ba%9c%e0%ba%b0%e0%ba%a5%e0%ba%b4%e0%ba%94%e0%bb%80%e0%ba%aa%e0%ba%b1%e0%bb%89%e0%ba%99%e0%bb%80%e0%ba%9d%e0%ba%b5-%e0%bb%81%e0%ba%9c%e0%bb%88%e0%ba%99/#respond Mon, 20 Jan 2025 06:19:12 +0000 https://ptcps.gov.la/?p=5465         ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມເປັນສິນຄ້າ​ ບ້ານສະພັງເໜືອ ເມືອງມຸລະປາໂມກ​ ແຂວງຈໍາປາສັກ, ປັດຈຸບັນ​ ມີສະມາຊິກ​ 20​ ຄອບຄົວ,​ ສາມາດຜະລິດເສັ້ນເຝີ ໄດ້ 3.135 ກິໂລກຣາມ​/ເດືອນ,​ ມີລາຍຮັບຈາກການຂາຍເສັ້ນເຝີ 86 ລ້ານກວ່າກີບ/ເດືອນ; ແຜ່ນແໜມນ້ອຍ ສາມາດຜະລິດໄດ້ 7.200 ແຜ່ນ/ເດືອນ, ເປັນເງິນ 6 ລ້ານກີບ/ເດືອນ,​ ສາມາດສ້າງລາຍຮັບແກ່​ກຸ່ມ​ ແລະ​ ສະມາຊິກ​ ໄດ້ເປັນຢ່າງດີ.​        ທ່ານ​ ນາງ ທິບພະຈັນ ວົງ​ວິ​ໄລ​ສັກ ຕາງໜ້າປະ​ທານ​ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມ ເປັນສິນຄ້າ ໄດ້ໃຫ້ສໍາພາດ​ໃນວັນທີ​ 17​ ມັງກອນ​ 2025​ ນີ້ວ່າ: ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມເປັນສິນຄ້າ​ ບ້ານສະພັງເໜືອ ເມືອງມຸລະປາໂມກ​ ສ້າງຕັ້ງຂຶ້ນ​ ແລະ​ ...

Bài viết ກຸ່ມຜະລິດເສັ້ນເຝີ – ແຜ່ນແໜມ​ ເປັນສິນຄ້າ ສ້າງລາຍຮັບແກ່​ກຸ່ມ​ ແລະ​ ສະມາຊິກ​ໄດ້ເປັນຢ່າງດີ​ đã xuất hiện đầu tiên vào ngày .

]]>

        ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມເປັນສິນຄ້າ​ ບ້ານສະພັງເໜືອ ເມືອງມຸລະປາໂມກ​ ແຂວງຈໍາປາສັກ, ປັດຈຸບັນ​ ມີສະມາຊິກ​ 20​ ຄອບຄົວ,​ ສາມາດຜະລິດເສັ້ນເຝີ ໄດ້ 3.135 ກິໂລກຣາມ​/ເດືອນ,​ ມີລາຍຮັບຈາກການຂາຍເສັ້ນເຝີ 86 ລ້ານກວ່າກີບ/ເດືອນ; ແຜ່ນແໜມນ້ອຍ ສາມາດຜະລິດໄດ້ 7.200 ແຜ່ນ/ເດືອນ, ເປັນເງິນ 6 ລ້ານກີບ/ເດືອນ,​ ສາມາດສ້າງລາຍຮັບແກ່​ກຸ່ມ​ ແລະ​ ສະມາຊິກ​ ໄດ້ເປັນຢ່າງດີ.​

       ທ່ານ​ ນາງ ທິບພະຈັນ ວົງ​ວິ​ໄລ​ສັກ ຕາງໜ້າປະ​ທານ​ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມ ເປັນສິນຄ້າ ໄດ້ໃຫ້ສໍາພາດ​ໃນວັນທີ​ 17​ ມັງກອນ​ 2025​ ນີ້ວ່າ: ກຸ່ມການຜະລິດເສັ້ນເຝີ​ – ແຜ່ນແໜມເປັນສິນຄ້າ​ ບ້ານສະພັງເໜືອ ເມືອງມຸລະປາໂມກ​ ສ້າງຕັ້ງຂຶ້ນ​ ແລະ​ ຮັບຮອງເປັນທາງການໃນເດືອນກັນຍາ 2024,​ ມີ​ສະມາ​ຊິກ​ທັງ​ໜົດ 20 ຄອບ​ຄົວ,​ ມີລະບົບການຈັດຕັ້ງຄັກແນ່, ມີ​​ປະ​ທານ​ -​ ຮອງ​ປະ​ທານ​ກູ່ມ​ຜະ​ລິດ, ມີຄະ​ນະ​ຮັບ​ຜິດ​ຊອບ​ວຽກ​ງານ​ການຕະ​ຫຼາດ, ມີຄະ​ນະ​ຮັບ​ຜິດຊອບ​ບັນ​ຊີຢ່າງລະອຽດ; ພາຍໃນກຸ່ມ ມີຈຸຜະລິດເສັ້ນເຝີ 6 ຄອບຄົວ ແລະ ຈຸຜະລິດແຜ່ນແໜມນ້ອຍ 14 ຄອບຄົວ.​ ການຜະລິດເສັ້ນເຝີ ແລະ​ ແຜ່ນແໜມ ໄດ້ລິເລີ່ມໃນປີ 2017 (ກ່ອນໜ້ານັ້ນເອີ້ນວ່າກອງທຶນສິນເຊື່ອ) ໄດ້ຮັບທຶນເບື້ອງຕົ້ນມາຈາກທະນາຄານເຂົ້າ ຈຳນວນ 11​ ລ້ານກວ່າກີບ ແລະ​ ທຶນຈາກສະຫະພັນແມ່ຍິງແຂວງ ສົມທົບ 3 ຄັ້ງ ຈໍານວນ 78 ລ້ານກີບ ແລະ ເປີເຊັນດອກເບ້ຍຫັກເຂົ້າໃນກອງທຶນແຕ່ລະປີ 21​ ລ້ານກວ່າກີບ,​ ລວມເງິນທັງໝົດ 111 ລ້ານກວ່າກີບ; ໄລຍະເລີ່ມຕົ້ນ ໄດ້ເຮັດການຜະລິດແບບປະຖົມປະຖານ.​ ຮອດ​ປີ 2021 ການຜະລິດເສັ້ນເຝີ​ -​ ແຜ່ນ​ແໝມ ໄດ້ເລີ່ມນໍາໃຊ້ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝເຂົ້າມາຊ່ວຍ​ ເພື່ອຍົກສະມັດຕະພາບຂອງການຜະລິດໃຫ້ສູງຂຶ້ນ,​ ເມື່ອກ່ອນ ສາມາດຜະລິດເສັ້ນເຝີ​ ໄດ້ພຽງ 675 ກິໂລກຣາມ​/ເດືອນ. ປັດຈຸບັນ ສາມາດຜະລິດເສັ້ນເຝີ ໄດ້ 3.135 ກິໂລກຣາມ​/ເດືອນ,​ ລາຄາສົ່ງ 27.000 ກີບ/ກິໂລກຣາມ,​ ມີລາຍຮັບຈາກການຂາຍເສັ້ນເຝີ 86 ລ້ານກວ່າກີບ/ເດືອນ, ສະເລ່ຍກໍາໄລສຸດທິຫຼັງຫັກຄ່າໃຊ້ຈ່າຍຕ່າງໆ 23​ ລ້ານກວ່າກີບ/ເດືອນ(ບໍ່ໄດ້ຜະລິດທຸກເດືອນ).

       ສ່ວນການຜະລິດແຜ່ນແໜມ​ ສາມາດຜະລິດໄດ້ 7.200 ແຜ່ນ/ເດືອນ,​ ລາຄາ 12 ແຜ່ນ/10.000 ກິບ, ເປັນເງິນ 6 ລ້ານກີບ/ເດືອນ, ໄດ້ກໍາໄລ 3.​260.000 ລ້ານກວ່າກິບ/ເດືອນ.​ ຜ່ານການຈັດຕັ້ງປະຕິບັດ​ ກໍຄືດຳເນີນການຜະລິດໃນປີຜ່ານມາ ກຸ່ມຜະລິດເສັ້ນເຝີ -​ ແຜ່ນແໜມ ບ້ານສະພັງເໜືອ ສາມາດສ້າງມູນຄ່າການຊື້, ຂາຍ ຜະລິດຕະພັນໄດ້ທັງໝົດ 815 ລ້ານກວ່າກີບ,​ ມີລາຍຮັບຈາກການຂາຍເປັນເງິນເຂົ້າສູ່ກຸ່ມຜະລິດໄດ້ທັງໝົດ 241 ລ້ານກວ່າກີບ, ສະເລ່ຍລາຍຮັບໃສ່ຄອບຄົວສະມາຊິກ ພາຍໃນກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ ໄດ້ 12​ ລ້ານກີບ/ຄອບຄົວ/ປີ. ໃນຊຸມປີຜ່ານມາ ກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ ໄດ້ມີກົນໄກການຜະລິດທີ່ເປັນຕ່ອງໂສ້ການຜະລິດ ໂດຍທາງຫ້ອງການກະສິກໍາ -​ ປ່າໄມ້ເມືອງ ໄດ້ສ້າງຕັ້ງກຸ່ມຜະລິດເຂົ້າຈ້າວ ແລະ ມີງົບປະມານຈຳນວນໜຶ່ງ ເພື່ອສ້າງລະບົບຊົນລະປະທານ ໃຫ້ກຸ່ມຜະລິດດັ່ງກ່າວໄດ້ມີເງື່ອນໄຂສະດວກໃນການຜະລິດເຂົ້າຈ້າວ ເພື່ອຂາຍໃຫ້ກຸ່ມຜະລິດເສັ້ນເຝີ -​ ແຜ່ນແໜມ,​ ສິ່ງນີ້ ຖືໄດ້ວ່າເປັນນະໂຍບາຍທີ່ສອດຄ່ອງ ເພື່ອເຮັດໃຫ້ການຜະລິດມີທ່າຂະຫຍາຍຕົວ ແລະ ຍືນຍົງຕະຫຼອດໄປ.

           ສຳລັບການຈຳໜ່າຍຜະລິດຕະພັນ ເສັ້ນເຝີ​ -​ ແຜ່ນ​ແໜມ ຂອງ​ບ້ານ​ສະ​ພັງ​ເໜືອ,​ ທ່ານ​ ນາງ​ ທິບພະຈັນ​ ວົງວິໄລສັກ ກ່າວວ່າ: ໄດ້​ຈຳ​ໜ່າຍ​ຕາ​ມ​ທ້ອງ​ຕະ​ຫຼາດ, ຕາມ​ຫ້າງ​ຮ້າ​ນ​ຕ່າງໆ​ພາຍ​ໃນເມືອງ, ຕ່າງ​ເມືອງ ​ແລະ​ ຕ່າງ​ແຂວງ, ມາຮອດຕົ້ນປີ 2024,​ ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເມືອງ ​ໄດ້​​ເຫັນ​ທ່າແຮງ, ເງື່ອນໄຂ ແລະ ຄວາມ​ເປັນ​ໄປ​ໄດ້ ​ຈິ່ງນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ຂອງກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ ເຂົ້າ​ຕິດ​ກາ​ໝາຍເປັນ​ສິນ​ຄ້າ 1​ ເມືອງ 1 ຜ​ະ​ລິດ​ຕະ​ພັນ​ ແຫ່ງ​ຊາດ (ໂອດ໋ອບ)​ ຫຼື​ One Product One District (ODOP).​ ມາຮອດປັດຈຸບັນ ກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ ບ້ານສະພັງເໜືອ ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ນຳ​ໃຊ້​ກາ​ໝາຍ​ສີນ​ຄ້າ ໂອດ໋ອບ ​ເປັນທີ່ຮຽບຮ້ອຍແລ້ວ​ ເຊິ່ງເປັນເງື່ອນໄຂໜຶ່ງ ທີ່ໜ້າພາກພູມໃຈ ແລະ ຖືເປັນການຢັ້ງຢືນເຖິງມາດຕະຖານ,​ ຄວາມບຸກບືນພະຍາຍາມ ທັງກາຍເປັນແຮງຍູ້ດັນ ເຮັດໃຫ້ກຸ່ມຜະລິດ ຕ້ອງສືບຕໍ່ຮັກສາມາດຕະຖານ ແລະ ພັດທະນາຜະລິດຕະພັນຂອງຕົນ ໃຫ້ນັບມື້ກ້າວຂື້ນໄປເລື້ອຍໆ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ​ – ສັງຄົມທີ່ຂັ້ນເທິງວາງອອກ ແລະ ເຫັນວ່າ ຍັງມີບາງດ້ານທີ່ກຸ່ມຜະລິດເສັ້ນເຝີ​ -​ ແຜ່ນແໜມ​ ມີຄວາມຫຍຸ້ງຍາກ ແລະ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນການຜະລິດເສັ້ນເຝີ​ -​ ແຜ່ນແໜມ​ ຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກ ທັງພາຍໃນເມືອງ, ຕ່າງເມືອງ​ ແລະ​ ຕ່າງແຂວງ ຍ້ອນຍັງຂາດພື້ນຖານວັດຖຸ, ຂາດເຄື່ອງມືທີ່ທັນສະໄໝ, ເຕັກນິກ, ແຮງງານ ແລະ ການເຂົ້າເຖິງ​ແຫຼ່ງ​ທຶນ​ -​ ສິນເຊື່ອດອກເບ້ຍຕໍ່າ ຍັງມີ​ລັກສະນະ​ຈໍາກັດ,​ ສະຖານທີ່ທໍາການຜະລິດກໍຄັບແຄບ ແລະ ການຜະລິດ ຍັງບໍ່ທັນສາມາດເຮັດໄດ້ໝົດປີ, ຍາມຝົນຕົກ ບໍ່ສາມາດຜະລິດເສັ້ນເຝີ -​ ແຜ່ນແໜມ ໄດ້ ເຮັດໃຫ້ຜະລິດຕະພັນ ບໍ່ສາມາດຕອບສະໜອງໄດ້ຕະຫຼອດປີ.

#. ຂ່າວ​-ພາບ​: ທູນທອງໃຈ​

Bài viết ກຸ່ມຜະລິດເສັ້ນເຝີ – ແຜ່ນແໜມ​ ເປັນສິນຄ້າ ສ້າງລາຍຮັບແກ່​ກຸ່ມ​ ແລະ​ ສະມາຊິກ​ໄດ້ເປັນຢ່າງດີ​ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%81%e0%ba%b8%e0%bb%88%e0%ba%a1%e0%ba%9c%e0%ba%b0%e0%ba%a5%e0%ba%b4%e0%ba%94%e0%bb%80%e0%ba%aa%e0%ba%b1%e0%bb%89%e0%ba%99%e0%bb%80%e0%ba%9d%e0%ba%b5-%e0%bb%81%e0%ba%9c%e0%bb%88%e0%ba%99/feed/ 0