Order Lyrica (Pregabalin) 150mg, 75mg online
Order Imitrex (Sumatriptan) 100mg, 50mg, 25mg online
Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online
Bài viết ເປີດຊຸດຮຽນການເມືອງ - ແນວຄິດ ໃຫ້ແກ່ ຄູ – ອາຈານ ໂຮງຮຽນຈີນ ຫົວສຽວ ປາກເຊ đã xuất hiện đầu tiên vào ngày .
]]>
ໃນວັນທີ 9 ກັນຍາ 2025, ຄະນະກໍາມະການແນວລາວສ້າງຊາດ ແຂວງຈໍາປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງ, ສະມາຄົມຈີນແຂວງ ແລະ ໂຮງຮຽນຈີນ ຫົວສຽວ ປາກເຊ ໄດ້ເປີດຊຸດຮຽນການເມືອງ - ແນວຄິດ ໃຫ້ແກ່ພະນັກງານ, ຄູ - ອາຈານ ໂຮງຮຽນດັ່ງກ່າວ. ພິທີຈັດຂຶ້ນ ຢູ່ຫ້ອງປະຊຸມສະມາຄົມຈີນ ນະຄອນປາກເຊໂດຍການເປັນປະທານຮ່ວມຂອງ ທ່ານ ປອ.ສຸປານີ ສີລິປຸ່ນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ອິນທະວັນໄຊ ຈັນທະລາວົງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ໄພທູນ ປະທຸມທອງ ປະທານສະມາຄົມຈີນແຂວງ, ທ່ານ ສັນຕິສຸກ ລີເທບພິທັກ ຮອງປະທານສະມາຄົມຈີນແຂວງ. ມີຄະນະຜູ້ອຳນວຍການ, ພະນັກງານ, ຄູ - ອາຈານ, ພະນັກງານແນວລາວ ສ້າງຊາດແຂວງ ແລະ ໂຄສະນາອົບຮົມ ເຂົ້າຮ່ວມ.

ໃນພິທີ, ທ່ານ ອິນທະວັນໄຊ ຈັນທະລາວົງ ຮອງປະທານແນວລາວ ສ້າງຊາດແຂວງ ໄດ້ຜ່ານຂໍ້ຕົກລົງຂອງປະທານແນວລາວສ້າງຊາດແຂວງ ວ່າດ້ວຍການອະນຸມັດເປີດຊຸດຮຽນການເມືອງ - ແນວຄິດ ໃຫ້ແກ່ພະນັກງານ, ຄູ - ອາຈານໂຮງຮຽນຈີນ ຫົວສຽວ ປາກເຊ. ຕໍ່ມາ, ທ່ານ ໄພທູນ ປະທຸມທອງ ປະທານສະມາຄົມຈີນແຂວງ ກໍມີຄໍາເຫັນກ່າວຕ້ອນຮັບແຂກ ແລະ ກ່າວເປີດພິທີ. ຈາກນັ້ນ, ທ່ານ ປອ.ສຸປານີ ສີລິປູນໂຍ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງ ກໍໄດ້ໃຫ້ກຽດຜ່ານເອກະສານຄຸນທາດການເມືອງ – ຄຸນສົມບັດສິນທໍາປະຕິວັດ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ ແລະ ເນື້ອໃນຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຕິດພັນກັບແບບແຜນດໍາລົງຊີວິດປອດໃສຂາວສະອາດ, ບໍ່ສວຍໃຊ້ຖານະຕຳແໜງ, ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ, ພັກພວກ, ທ້ອງຖິ່ນ ແລະ ຊົນເຜົ່າຂອງຕົນ, ມີຄວາມຮູ້ – ຄວາມສາມາດ, ມີແບບແຜນການນໍາພາ - ວິທີເຮັດວຽກ ແລະ ມີສຸຂະພາບແຂງແຮງ. ນອກນີ້, ກໍຕ້ອງມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ພາຍນອກ; ມີຄວາມບໍລິສຸດສັດຊື່ຕໍ່ພັກ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ ແລະ ໝູ່ຄະນະ, ມີຄວາມຮູ້ດ້ານທິດສະດີການເມືອງ, ຮູ້ເຕົ້າໂຮມຄວາມສາມັກຄີ, ຮູ້ປຸກລະດົມຂົນຂວາຍມະຫາຊົນ, ຮູ້ຈັດຕັ້ງນໍາພາພະນັກງານ, ຄູ - ອາຈານ ປະຕິບັດໜ້າທີ່ການເມືອງຢູ່ຂະແໜງການທີ່ຕົນຮັບຜິດຊອບ.
ພ້ອມນີ້, ທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າໂຄສະນາອົບຮົມແຂວງ ກໍໄດ້ຜ່ານເອກະສານແນວທາງນະໂຍບາຍຂອງພັກ ຕໍ່ວຽກງານການສຶກສາ ໂດຍຍົກໃຫ້ເຫັນຄວາມໝາຍສໍາຄັນ ແລະ ຫຼັກການຂອງວຽກງານການສຶກສາ ໂດຍຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ,ຮັບປະກັນຕາມ 3 ລັກສະນະ ຄື: ລັກສະນະຊາດ, ລັກສະນະວິທະຍາສາດ ທັນສະໄໝ ແລະ ລັກສະນະມະຫາຊົນ, ປະຕິບັດຕາມ 5 ຫຼັກມູນການສຶກສາ ຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານສຶກສາ, ພະລະສຶກສາ ແລະ ສິລະປະສຶກສາ ຢ່າງເປັນເອກະພາບ, ຮັບປະກັນການຮຽນ - ການສອນ ໃຫ້ໄປຄຽງຄູ່ກັບການປະຕິບັດຕົວຈິງ ແລະ ໃຫ້ມີຄວາມສະເໝີພາບ, ປະສານສົມທົບ ລະຫວ່າງ ການສຶກສາໃນໂຮງຮຽນ ແລະ ນອກໂຮງຮຽນ ກັບການສຶກສາອົບຮົມຢູ່ໃນສັງຄົມ ແລະ ຄອບຄົວ, ຮັບປະກັນຄຸນນະພາບ, ສາມາດເຊື່ອມໂຍງເຂົ້າກັບການສຶກສາພາກພື້ນ ແລະ ສາກົນ. ນອກນີ້ ຍັງຍົກໃຫ້ເຫັນຈັນຍາບັນ - ຈັນຍາທໍາ, ພາລະບົດບາດ, ສິດ – ໜ້າທີ່ ແລະ ຂໍ້ຫ້າມຕ່າງໆຂອງຄູ ຕື່ມອີກ. ທັງນີ້ ກໍເພື່ອເປັນການຍົກສູງຄວາມຮູ້ - ຄວາມສາມາດ ທາງດ້ານການເມືອງ – ແນວຄິດ ແລະ ຄຸນສົມບັດສິນທຳປະຕິວັດຂອງການນໍາ, ພະນັກງານ, ຄູ - ອາຈານ ໂຮງຮຽນຈີນ ຫົວສຽວ ປາກເຊ ໃຫ້ນັບມື້ສູງຂຶ້ນເລື້ອຍໆ.

ຕອນທ້າຍພິທີ, ທ່ານ ປອ.ສຸປານີ ສີລິປຸ່ນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍມີຄໍາເຫັນໂອ້ລົມ, ເນື້ອໃນສໍາຄັນ ທ່ານໄດ້ເນັ້ນໜັກໃຫ້ຄະນະອໍານວຍການ, ພະນັກງານ, ຄູ - ອາຈານ ໂຮງຮຽນຈີນ ຫົວສຽວ ປາກເຊ ເອົາໃຈໃສ່ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ລວມທັງແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນພັດທະນາການສຶກສາໃນຕໍ່ໜ້າ, ບຸກບືນສູ້ຊົນ, ຊອກຮູ້ຮໍ່າຮຽນ, ສ້າງຄວາມພ້ອມຮອບດ້ານ, ຂະຫຍາຍຫຼັກສູດການຮຽນ - ການສອນ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີທັງປະລິມານ ແລະ ຄຸນນະພາບ, ປັບປຸງການຈັດຕັ້ງພາຍໃນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ, ດ້ານວິທະຍາສາດ, ເທັກໂນໂລຊີ, ໄອທີ, ປັນຍາປະດິດ (ເອໄອ) ຂອງພະນັກງານ, ຄູ - ອາຈານ ໃຫ້ນັບມື້ສູງຂຶ້ນ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານການຮຽນ - ການສອນ ໃຫ້ມີການພັດທະນາ,ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະກອບສ່ວນຈັດຕັ້ງປະຕິບັດໂຄງການ ນໍາເອົານ້ອງ ຄືນສູ່ໂຮງຮຽນ, ປະສານສົມທົບກັບ ຄະນະພັກ - ອົງການປົກຄອງບ້ານ, ຜູ້ບໍລິຫານການສຶກສາຂັ້ນບ້ານ ແລະ ສະມາຄົມ - ຜູ້ປົກຄອງພໍ່ແມ່ນັກຮຽນ ເພື່ອພ້ອມກັນພັດທະນາຢ່າງບໍ່ຢຸດຢັ້ງ.

Bài viết ເປີດຊຸດຮຽນການເມືອງ - ແນວຄິດ ໃຫ້ແກ່ ຄູ – ອາຈານ ໂຮງຮຽນຈີນ ຫົວສຽວ ປາກເຊ đã xuất hiện đầu tiên vào ngày .
]]>Bài viết ຄະນະໂຄສະນາອົບຮົມແຂວງ ປິດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ຊຸດທີ I ປະຈຳປີ 2025 đã xuất hiện đầu tiên vào ngày .
]]>
ໃນຕອນບ່າຍ ຂອງວັນທີ 30 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປິດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ຊຸດທີ I ປະຈຳປີ 2025, ຢູ່ທີ່ຫອ້ງປະຊຸມລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານ ແລະ ມອບໃບຍັ້ງຢືນ ຂອງ ສະຫາຍ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ. ເຂົ້າຮ່ວມມີ ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ມະຫາຊົນກ້າວໜ້າຈຳນວນທັງໝົດ 63 ສະຫາຍ, ຍິງ 27 ສະຫາຍ.
ໃນພິທີກໍ່ໄດ້ຮັບຟັງການຜ່ານບົດສະຫຼຸບຈາກຄະນະຮັບຜິດຊອບຊຸດຝຶກອົບຮົມ ຈາກນັ້ນ, ທ່ານປະທານ ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ ແລະ ມີຄຳເຫັນໂອ້ລົມເຖິງຜົນສໍາເລັດໃນຄັ້ງນີ້ ເຊິ່ງຍັງເປັນຜົນສຳເລັດໃນຂັ້ນຕົ້ນເທົ່ານັ້ນ, ໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະຫງ່າຂອງບັນດາສະຫາຍ ຍັງຕ້ອງໄດ້ໝູນໃຊ້ ບົດຮຽນ-ທິດສະດີ ທີ່ຮຽນມາ ເຂົ້າໃນພາກພຶດຕິກຳ ໃຫ້ມີຜົນສຳເລັດທີ່ໃຫ່ຍຫລວງ ຢ່າງມີປະສິດທິຜົນສູງ, ຈາກນັ້ນທ່ານປະທານກໍ່ໄດ້ກ່າວປິດພິທີຢ່າງເປັນທາງການ.





Bài viết ຄະນະໂຄສະນາອົບຮົມແຂວງ ປິດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ຊຸດທີ I ປະຈຳປີ 2025 đã xuất hiện đầu tiên vào ngày .
]]>Bài viết ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດພິທີປະຖະກະຖາ 5 ວັນ ສຳຄັນທາງປະຫວັດສາດ đã xuất hiện đầu tiên vào ngày .
]]>
ຕອນເຊົ້າຂອງວັນທີ 21 ພຶດສະພາ 2025 ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດພິທີປະຖະກະຖາ 5 ວັນປະຫວັດສາດຄື: ວັນກຳມະກອນສາກົນ ຄົບຮອບ 139 ປີ ( 1/5/1886-1/5/2025 ); ວັນເກີດທ່ານ ກາກມາກ ຄົບຮອບ 207 ປີ ( 5/5/1818-5/5/2025 ); ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປລາວ- ສປຈີນ ຄົບຮອບ 64ປີ ( 25/4/1961-25/4/2025 ); ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ( 24/5/1960-24/5/2025 ); ວັນຜ່າວົງປິດລ້ອມຂອງກອງພັນທີ2ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ ( 18/5/1959-18/5/2025 ) ພາຍໃຕ້ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ວິໄລສັກ ສູນທອນ ເຂລາຄະນະບໍລິຫານນງານພັກເມືອງ ເຈົ້າເມືອງໆຈຳປາສັກ, ສະຫາຍ ສຸກກິດຕາ ອິນທະຈັກ ຮອງເລຂາພັກເມືອງໆຈຳປາສັກ ພາກສ່ວນ ມີ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, 2 ກຳລັງປະກອບອາວຸດ ປກສ, ປກຊ, ພະນັກງານລັດຖະກອນທັງໝົດຕະຫຼອດຮອດເລຂາພັກບ້ານ, ອົງການຈັດຕັ້ງທຸກພາກສ່ວນຂອງບ້ານເຂົ້າຮ່ວມຢ່າງຟົດຟື້ນ. ເຊິ່ງມີຈຳນວນພົນເຂົ້າຮ່ວມທັງໝົດ 195 ທ່ານ, ຍິງ 89 ທ່ານ, ສະມາຊິກພັກ 155 ສະຫາຍ ຍິງ 67 ສະຫາຍ.



Bài viết ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດພິທີປະຖະກະຖາ 5 ວັນ ສຳຄັນທາງປະຫວັດສາດ đã xuất hiện đầu tiên vào ngày .
]]>Bài viết ພິທີເປີດຊຸດຝຶກອົບຮົມມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2025 đã xuất hiện đầu tiên vào ngày .
]]>
ໃນຕອນເຊົ້າ ຂອງວັນທີ 29 ພຶດສະພາ 2025 ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ເປີດຊຸດຝຶກອົບຮົມມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2025 ເຊິ່ງໄດ້ຈັດຂື້ນທີ່ຫ້ອງປະຊຸມຫອ້ງການໄຟຟ້າທ່າຫຼວງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ ແລະ ຄະນະຮັບຜິດຊອບ ພ້ອມດ້ວຍນັກສຳມະນາກອນທັງໝົດເຂົ້າຮ່ວມຈຳນວນ 63 ສະຫາຍ, ຍິງ 27 ສະຫາຍ ເຊິ່ງມາຈາກ 09 ຮາກຖານ 04 ໜ່ວຍຮາກຖານທີ່ຂື້ນກັບ ແລະ 19 ຄະນະພັກຮາກຖານ.

ພິທີຝຶກຊຸດອົບຮົມດັ່ງກ່າວ ແມ່ນຈະໄດ້ດຳເນີນເປັນເວລາ 2 ວັນ ແລະ ເອກະສານທີ່ນຳໃຊ້ເຂົ້າໃນການອົບຮົມໃນຄັ້ງນີ້ມີ 13 ຄໍາຖາມ-ຄໍາຕອບ ເຊິ່ງປະກອບມີເອກະສານຄວາມຮູ້ເບື່ອງຕົ້ນ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ. ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕອ້ງໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ.




ໃນຕອນທ້າຍ ປະທານກໍ່ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ນັກສຳມະນາກອນທັງໝົດ, ຈົ່ງພ້ອມກັນເອົາໃຈໃສ່ບຸກບືນຫ້າວຫັນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ໄດ້ມອບໝາຍໃຫ້ຢ່າງມີຜົນສຳເລັດ, ແລະ ມອບຄວາມຮັບຜິດຊອບດັ່ງກ່າວ ໃຫ້ຄະນະພັກທີ່ກ່ຽວຂ້ອງນຳໄປສຶກສາອົບຮົມ ເພື່ອໃຫ້ມະຫາຊົນໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ຈົນກາຍເປັນສະມາຊິກພັກສຳຮອງ, ສົມບູນໃນຕໍ່ໜ້າ. ຈາກນັ້ນ ທ່ານປະທານກໍ່ໄດ້ກ່າວເປີດພິທີຢ່າງເປັນທາງການ.
Bài viết ພິທີເປີດຊຸດຝຶກອົບຮົມມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ປະຈຳປີ 2025 đã xuất hiện đầu tiên vào ngày .
]]>Bài viết ກອງປະຊຸມເຜີຍແຜ່, ເຊື່ອມຊືມເອກະສານການເມືອງ-ແນວຄິດໃຫ້ສະມາຊິກພັກ ພະນັກງານໃນທົ່ວນະຄອນປາກເຊ đã xuất hiện đầu tiên vào ngày .
]]>
ໃນວັນທີ 28 ພຶດສະພາ 2025 ທີ່ຜ່ານມາ, ຄະນະໂຄສະນາອົບຮົມນະຄອນປາກເຊ ໄດ້ຈັດຕັ້ງກອງປະຊຸມ ເຜີຍແຜ່ເຊື່ອມຊືມເອກະສານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ເພື່ອດຳເນີນຊິວິດການເມືອງໃນທົ່ວພັກ ແລະ ເອກະສານນິຕິກຳຂອງສູນກາງພັກຂອງແຂວງ. ກອງປະຊຸມໄດ້ຈັດຂຶ້ນທີ່ສະໂມສອນ ຂອງນະຄອນ ໃຫ້ກຽດເຂົ້າເປັນປະທານຂອງ ສະຫາຍ ຄອນສະຫວັນ ວັນນິວົງຄຳ ຮອງເລຂາພັກນະຄອນ ຜູ້ຊີ້ນຳວຽກງານການເມືອງແນວຄິດ, ພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນຂັ້ນນະຄອນ, ປະທານກວດກາພັກ- ລັດນະຄອນ, ມີສະຫາຍ ສຸກວິໃສ ສີສົມຫວັງ ຮອງເລຂາພັກນະຄອນ ວ່າການເຈົ້ານະຄອນປາກເຊ, ມີ ສະຫາຍ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມນະຄອນ, ມີ ບັນດາສະຫາຍ ຄະນະປະຈຳພັກ, ກຳມະການພັກ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ, ສະມາຊິກພັກ, ຫົວຫນ້າຫ້ອງການ, ຮອງຫົວຫນ້າຫ້ອງການ, ພະນັກງານ-ລັດຖະກອນອ້ອມຂ້າງນະຄອນປາກເຊເຂົ້າຮ່ວມຮັບຟັງ ເຊິ່ງມີຈຳນວນພົນເຂົ້າຮ່ວມທັງຫມົດ 155 ສະຫາຍ, ຍິງ 68 ສະຫາຍ, ສະມາຊິກພັກ 125 ສະຫາຍ, ຍິງ 60 ສະຫາຍ.





#ຂ່າວພາຍໂດຍ: ຄະນະໂຄສະນາອົບຮົມນະຄອນປາກເຊ.
Bài viết ກອງປະຊຸມເຜີຍແຜ່, ເຊື່ອມຊືມເອກະສານການເມືອງ-ແນວຄິດໃຫ້ສະມາຊິກພັກ ພະນັກງານໃນທົ່ວນະຄອນປາກເຊ đã xuất hiện đầu tiên vào ngày .
]]>Bài viết ພະແນກການໃນຂົງເຂດການເມືອງຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70ປີ đã xuất hiện đầu tiên vào ngày .
]]>
ໃນຕອນເຊົ້າວັນທີ 19 ພຶດສະພາ 2025 ບັນດາພະແນກການຂົງເຂດການເມືອງ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ(22 ມີນາ 1955-22 ມີນາ 2025) ຂຶ້ນທີ່ສະໂມສອນຂອງແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານຂອງສະຫາຍ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະພັກຄະນະພະແນກ ແລະ ພະນັກງານໃນຂົງເຂດການເມືອງເຂົ້າຮ່ວມຢ່າງພ້ອມພຽງ.



ໂອກາດນີ້ ສະຫາຍປະທານ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໂດຍ ນັບແຕ່ມື້ສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ພັກເຮົາໄດ້ນໍາພາກຳລັງປະຕິວັດ ກໍ່ຄືຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ, ປັນຍາຊົນປະຕິວັດຜ່ານຜ່າແປວໄຟສົງຄາມອັນລະອິດລະອ້ຽວ ແລະ ສ່ຽງເປັນສ່ຽງຕາຍໃນທ່າມກາງການຮຸກຮານ ແລະ ກົດຂີ່ຂູດຮີດທີ່ໂຫດຮ້າຍສາມານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານທັງແບບເກົ່າ, ແບບໃຫມ່ ແລະ ລູກແຫຼ້ງຕີນມື, ໂດຍສະເພາະຢູ່ແຂວງຈໍາປາສັກ ເຊິ່ງພາຍໃຕ້ການນໍາພາ ຂອງປະທານ ຄໍາໄຕ ສີພັນດອນ ໄດ້ນໍາພາປະຊາຊົນເຄື່ອນໄຫວການປະຕິວັດ, ສ້າງຕັ້ງກອງໄຊຈັກກະພັດ ຕໍ່ສູ້ປົດປ່ອຍແຂວງຈໍາປາສັກ ຄຽງຄູ່ກັບຜົນງານຂອງພັກ ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ກ້າວໄປເຖິງໄຊຊະນະອັນຍິ່ງໃຫຍ່ດັງກ້ອງກັງວານໃນທົ່ວໂລກ, ສາມາດລຶບລ້າງລະບອບສັກດີນາ-ຂຸນເສິກ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ, ປະຊາຊົນລາວ ບັນດາເຜົ່າໄດ້ກາຍເປັນເຈົ້າຂອງ ປະເທດຊາດຢ່າງແທ້ຈິງ, ມີເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ປະເທດຊາດພວກເຮົາໄດ້ກ້າວສູ່ສັງກາດໃຫມ່, ສັງກາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ, ນໍາເອົາຄວາມຈະເລີນວັດທະນາ ແລະ ຄວາມຮັ່ງມີຜາສຸກມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ນອກນັ້ນ, ສະຫາຍປະທານຍັງໄດ້ເນັ້ນໜັກເຖິງພະນັກງານ, ສະມາຊິກພັກໃນຂົງເຂດການເມືອງ ໃຫ້ກຳແໜ້ນມູນເຊື້ອການນໍາພາ, ຈັດຕັ້ງປະຕິບັດ, ຜັນຂະຫຍາຍແນວທາງຂອງພັກໃຫ້ມີຜົນສໍາເລັດຂຶ້ນເປັນກ້າວໆ.

Bài viết ພະແນກການໃນຂົງເຂດການເມືອງຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70ປີ đã xuất hiện đầu tiên vào ngày .
]]>Bài viết ແຂວງຈຳປາສັກເຜີຍແຜ່ເຊຶ່ອມຊຶມເອກະສານສຶກສາອົບຮົມການເມືອງແນວຄິດ, ນິຕິກຳສຳຄັນຂອງສູນກາງພັກ ແລະ ຂອງແຂວງ đã xuất hiện đầu tiên vào ngày .
]]>

ໃນວັນທີ 15 ພຶດສະພາ 2025 ຢູ່ທີ່ສະໂມສອນຂອງແຂວງ ເຊີ່ງໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງແນວຄິດ ແລະ ນິຕິກຳສຳຄັນຂອງສູນກາງພັກ ແລະ ຂອງແຂວງຂຶ້ນ ໂດຍເປັນປະທານຂອງ ສະຫາຍ ສະນັ່ນ ສີພາພຣົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກ 1 ນະຄອນ, 9 ເມືອງ, ຫົວໜ້າພະແນກການ-ກົມກອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຈາກອ້ອມຂ້າງແຂວງທີ່ນອນໃນເປົ້າໝາຍ ຈຳນວນ 350 ກ່ວາຄົນເຂົ້າຮ່ວມ.

#ສະຫາຍປະທ່ານກອງປະຊຸມ ກ່າວວ່າ: ການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ມີຄວາມສຳຄັນຫຼາຍ ຊຶ້ງຜູ້ເຂົ້າຮ່ວມຈະໄດ້ຮັບຮູ້ເຂົ້າໃຈ ບັນດາເອກະສານ ແລະນິຕິກຳສຳຄັນຂອງພັກ ເຊັ່ນ: ເອກະສານ ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ຂອງ ພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ, ເອກະສານ ມາດຕະຖານຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່, ເອກະສານ ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ, ຜົນສຳເລັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດ ຈີນສະໄໝທີ XX,ເອກະສານ ຂໍ້ຕົກລົງເລກທີ1333/ຈຂ.ຈສລົງວັນທີ 22/11/2024 ວ່າດ້ວຍການແບ່ງຄວາມ ຮັບຜິດຊອບ ໃນການຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນ ເອງໃນໄລຍະໃໝ່, ຈຸດປະສົງຂອງກອງະຊຸມ ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນ ເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ເອົາເປັນແບບຢ່າງ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ, ສະມາຊິກພັກ ຜູ້ທີ່ດີເດັ່ນ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນ ເພື່ອສຶກສາອົບຮົມສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ມາດຕະຖານ ຂອງສະມາຊິກພັກ, ພະນັກງານ ຊຶ່ງແມ່ນສິ່ງທີ່ສໍາຄັນ ແລະ ຈຳເປັນ ພ້ອມທັງແມ່ນປັດໄຈພື້ນຖານໃຫ້ແກ່ການເລືອກເຟັ້ນເອົາພະນັກງານ, ສະມາຊິກພັກ ເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່ສ້າງ, ບຳລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ ພ້ອມນັ້ນກໍາເພື່ອເປັນການປຸກລະດົມຂະບວນການຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ຕິດພັນກັບການສ້າງຜົນງານ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025 (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ); ພ້ອມທັງຕັ້ງໜ້າກະກຽມກອງປະຊຸມໃຫຍ່ຂັ້ນຂອງຕົນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ, ແຂງແຮງ ແລະ ເບີກບານມ່ວນຊື່ນ.




Bài viết ແຂວງຈຳປາສັກເຜີຍແຜ່ເຊຶ່ອມຊຶມເອກະສານສຶກສາອົບຮົມການເມືອງແນວຄິດ, ນິຕິກຳສຳຄັນຂອງສູນກາງພັກ ແລະ ຂອງແຂວງ đã xuất hiện đầu tiên vào ngày .
]]>Bài viết ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X đã xuất hiện đầu tiên vào ngày .
]]>
ໃນວັນທີ 9 ເມສາ 2025, ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ X ຂຶ້ນຢູ່ຫ້ອງປະຊຸມຫ້ອງການຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ.ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ IX, ສະຫາຍ ບຸນມີ ດວງມີສີ ຮອງຫົວໜ້າຄະນະຈັດຕັ້ງແຂວງ. ມີຄະນະບຸກຄະລາກອນຂັ້ນແຂວງ, ຄະນະໜ່ວຍພັກຮາກຖານອ້ອມຂ້າງແຂວງ ແລະ ຜູ້ແທນສົມບູນພາຍໃນໜ່ວຍພັກຮາກຖານດັ່ງກ່າວເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ IX ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງທັງ 2 ພາກ ໂດຍຕີລາຄາສະພາບການຈັດຕັ້ງປະຕິບັດການນໍາພາ – ຊີ້ນໍາວຽກງານຮອບດ້ານຂອງໜ່ວຍພັກຮາກຖານ ໃນໄລຍະ 5 ປີ ຜ່ານມາ (2020 – 2025) ເຊິ່ງຍົກໃຫ້ເຫັນສະພາບລວມ, ທີ່ຕັ້ງ, ພາລະບົດບາດ ແລະ ໂຄງປະກອບຂອງໜ່ວຍພັກຮາກຖານ, ສະພາບການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ. ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ເປັນໜ່ວຍພັກເອກະລາດໜຶ່ງ ທີ່ຢູ່ພາຍໃຕ້ການນໍາພາ – ຊີ້ນໍາໂດຍກົງຂອງອົງຄະນະພັກແຂວງ, ມີພາລະບົດບາດ, ສິດ, ໜ້າທີ່ ເປັນເສນາທິການໃຫ້ແກ່ຄະນະປະຈຳພັກແຂວງ ທາງດ້ານການເມືອງ – ແນວຄິດ, ຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມບັນດາມະຕິຂອງຄະນະບໍລິຫານງານສູນກາພັກ, ມະຕິຂອງຄະນະບໍລິຫານງານພັກແຂວງ, ການຕິດຕາມ, ການຊຸກຍູ້, ສັງລວມການຈັດຕັ້ງປະຕິບັດເຜີຍແຜ່, ເຊື່ອມຊຶມ ມະຕິຕ່າງໆຂອງພັກເວົ້າລວມ, ເວົ້າສະເພາະ ແມ່ນມີພາລະບົດບາດໃນການນໍາພາ – ຊີ້ນໍາ 4 ຂະແໜງການ, ສາມອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງໜ່ວຍພັກ. ພ້ອມນີ້, ຍັງຍົກໃຫ້ເຫັນການນໍາພາທາງດ້ານເສດຖະກິດ - ສັງຄົມ, ການພົວພັນ – ຮ່ວມມືກັບຕ່າງປະເທດ, ການນໍາພາແຜນພັດທະນາຂະແໜງການຂົງເຂດຕົນຮັບຜິດຊອບ ຕິດພັນກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ການນໍາພາວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ປ້ອງກັນສໍານັກງານຮອບດ້ານ; ວຽກງານກໍ່ສ້າງພັກ - ພະນັກງານ; ວຽກງານຄຸ້ມຄອງປ້ອງກັນພັກ - ພະນັກງານ ແລະ ວຽກງານການເງິນຂອງພັກ. ປັດຈຸບັນ ມີສະມາຊິກພັກທັງໝົດ 32 ສະຫາຍ, ຍິງ 16 ສະຫາຍ, ໃນນັ້ນ ສະມາຊິກພັກສຳຮອງ 2 ສະຫາຍ(ຍິງ). ໃນກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການ ແລະ ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ. ຕໍ່ມາ, ຄະນະໜ່ວຍພັກຮາກຖານຊຸດເກົ່າ ກໍໄດ້ຜ່ານບົດສຳຫຼວດການນໍາພາລວມ ແລະ ກ່າວລາໜ້າທີ່.





ຈາກນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຊຸດໃໝ່ ບົນພື້ນຖານຄວາມຖືກຕ້ອງ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 1 ສະຫາຍ, ໃນນັ້ນ ເລືອກເອົາ 3 ສະຫາຍ. ຜ່ານການປ່ອນບັດຕົວຈິງ ສາມາດເລືອກໄດ້ຄະນະໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ X ຈໍານວນ 3 ສະຫາຍ, ຍິງ 1 ສະຫາຍ; ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະສັນຢ່າງສົມບູນ ເລືອກເອົາເລຂາ, ຮອງເລຂາໜ່ວຍພັກຮາກຖານ ແລະ ປະທານກວດກາໜ່ວຍພັກຮາກຖານ ຄື:
1. ສະຫາຍ ບົວສອນ ວົງຫາຈັກ ເປັນເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ສະໄໝທີ X
2.ສະຫາຍ ປອ.ວັນນະລາ ສຸດທິຈັກ ເປັນຮອງເລຂາໜ່ວຍພັກຮາກຖານ
3.ສະຫາຍ ນາງ ພອນທິບ ແກ້ວປະເສີດ ເປັນປະທານກວດກາ ໜ່ວຍພັກຮາກຖານ.
ໃນຕອນທ້າຍກອງປະຊຸມ ສະຫາຍ ປອ.ສຸປານີ ສີລິປຸນໂຍ ປະທານກອງປະຊຸມ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ຕື່ມອີກ.




Bài viết ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X đã xuất hiện đầu tiên vào ngày .
]]>Bài viết ນະຄອນປາກເຊ ຈັດພິທີປາຖະກະຖາ ວັນສຳຄັນຕ່າງໆ ຂອງພັກ ຂອງຊາດ đã xuất hiện đầu tiên vào ngày .
]]>
ໃນວັນທີ 8 ເມສາ 2025 ນະຄອນປາກເຊ ຈັດພິທີປາຖະກະຖາວັນສຳຄັນຕ່າງໆ ຂອງພັກ ຂອງຊາດ ເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70ປີ, ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດເພື່ອປະເທດຊາດຄົບຮອບ 79ປີ.
ພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງນະຄອນ, ເຊິ່ງໃຫ້ກຽດເຂົ້າຮ່ວມຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວ ໂດຍ ສະຫາຍ ຄອນສະຫວັນ ວັນນິວົງຄຳ ຮອງເລຂາພັກນະຄອນ ມີ ສະຫາຍ ວິລັດ ນຽມທະຈິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະໂຄສະນາອົບຮົມນະຄອນ, ມີ ບັນດາ ສະຫາຍຄະນະປະຈຳພັກນະຄອນ, ກຳມະການພັກນະຄອນ, ຫົວຫນ້າຫ້ອງການ, ຮອງຫົວຫນ້າຫ້ອງການ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ພະນັກງານລັດຖະກອນອ້ອມຂ້າງນະຄອນປາກເຊ ເຊິ່ງມີຈຳນວນພົນເຂົ້າຮ່ວມທັງຫມົດ 176 ທ່ານ ຍິງ 68 ທ່ານ, ສະມາຊິກພັກ 142 ສະຫາຍ ຍິງ 56 ສະຫາຍ.



#ຂ່າວພາຍໂດຍ: ຄະນະໂຄສະນາອົບຮົມນະຄອນປາກເຊ.
Bài viết ນະຄອນປາກເຊ ຈັດພິທີປາຖະກະຖາ ວັນສຳຄັນຕ່າງໆ ຂອງພັກ ຂອງຊາດ đã xuất hiện đầu tiên vào ngày .
]]>Bài viết ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດຕັ້ງພິທີປາຖະກະຖາ 4 ວັນປະຫວັດສາດ đã xuất hiện đầu tiên vào ngày .
]]>
ຕອນເຊົ້າ ຂອງວັນທີ 3 ເມສາ 2025 ທີ່ຜ່ານມາ, ຄະນະໂຄສະນາອົບຮົມເມືອງຈຳປາສັກ ໄດ້ຈັດຕັ້ງພິທີປາຖະກະຖາ 4 ວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955 – 22 ມີນາ 2025 ), ວັນຄຽດແຄ້ນຂອງປະຊາຊົນລາວ ແລະ ວັນນັກຮົບເສຍອົງຄະ ຄົບຮອບ 79 ປີ ( 21 ມີນາ 1946 – 21 ມີນາ 2025 ), ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 64 ປີ ( 5 ເມສາ 1961 – 5 ເມສາ 2025 ), ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 14 ເມສາ 1955 – 14 ເມສາ 2025 )
ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສຸກກິຕາ ອິນທະຈັກ ຮອງເລຂາພັກເມືອງໆຈຳປາສັກ ເຂົ້າຮ່ວມມີ: ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ 2 ກຳລັງປະກອບອາວຸດ, ຕະຫຼອດຮອດເລຂາຄະນະພັກຮາກຖານກຸ່ມ I ຈຳປາສັກ, ພະນັກງານລັດຖະກອນ ມີຈຳນວນເຂົ້າຮ່ວມທັງໝົດ 205 ທ່ານ, ຍິງ110 ທ່ານ ສະມາຊິກພັກ 185 ສະຫາຍ ຍິງ 65 ສະຫາຍ.



#ຂ່າວພາບໂດຍ: ຄະນະໂຄສະນາອົບຮົມເມືອງຈຳປາສັກ.
Bài viết ຄະນະໂຄສະນາອົບຮົມເມືອງຈຳປາສັກ ຈັດຕັ້ງພິທີປາຖະກະຖາ 4 ວັນປະຫວັດສາດ đã xuất hiện đầu tiên vào ngày .
]]>