Order Lyrica (Pregabalin) 150mg, 75mg online
Order Imitrex (Sumatriptan) 100mg, 50mg, 25mg online
Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online
Bài viết ເຄິ່ງສະໄໝຜ່ານມາໜ່ວຍພັກຄະນະໂຄສະນາອົບຮົມ ແຂວງຈຳປາສັກ ຍາດໄດ້ສຳເລັດພົ້ນເດັ່ນຫຼາຍດ້ານ đã xuất hiện đầu tiên vào ngày .
]]>ແຂວງຈຳປາສັກ ຍາດໄດ້ສຳເລັດພົ້ນເດັ່ນຫຼາຍດ້ານ

ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈຳປາສັກ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກແຂວງ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ ໃນວຽກງານການເມືອງ-ແນວຄິດ, ຊຸກຍູ້ ແລະ ກວດກາຕິດຕາມການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍນິຕິກຳຕ່າງໆຂອງຂັ້ນເທິງ, ເຄື່ອນໄຫວໂຄສະນາສຶກສາອົບຮົມວຽກງານການເມືອງ-ແນວຄິດທິດສະດີ ຂອງພັກໃຫ້ເລິກເຊິ່ງ, ແທດເຖິງຮັບປະກັນຫຼັກການລວມສູນ ເປັນເອກະພາບ ທັງມີບົດບາດນໍາພາ-ຊີ້ນຳ ສະມາຊິກ, ພະນັກງານຢູ່ພາຍໃນຄະນະໂຄສະນາອົບຮົມແຂວງ ເຮັດໜ້າທີ່ວິຊາສະເພາະຂອງຕົນ ຕາມການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດ.
ຄະນະໂຄສະນາອົບຮົມແຂວງຈໍາປາສັກ ມີພະນັກງານ-ລັດຖະກອນທັງໝົດ 36 ທ່ານ, ຍິງ 17 ທ່ານ. ໃນນັ້ນເປັນສະມາຊິກພັກ 29 ສະຫາຍ, ຍິງ 13 ສະຫາຍ, ມີຫົວໜ້າ 1 ທ່ານ, ຮອງ 3 ທ່ານປະກອບມີ 3 ຂະແໜງ, 1 ຫ້ອງການຄື: ຂະແໜງໂຄສະນາ-ປາຖະກະຖາ ແລະ ເຄື່ອນທີ່, ຂະແໜງຄົ້ນຄ້ວາສັງລວມ ແລະ ຂໍ້ມູນຂ່າວສານ, ຂະແໜງອົບຮົມ ແລະ ຫ້ອງການບໍລິຫານ-ຈັດຕັ້ງ. ໃນໄລຍະເຄິ່ງສະໄໝຜ່ານມາ ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມ ແຂວງຈຳປາສັກ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າຕາມພາລະບົດບາດໜ້າທີ່ຂອງຕົນເຊິ່ງມີຜົນສຳເລັດ
– ວຽກງານໂຄສະນາ-ປາຖະກະຖາ: ໄດ້ເປັນເຈົ້າການໂຄສະນາສຶກສາອົບຮົມການເມືອງ- ແນວຄິດ, ເຜີຍແຜ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດຕະຫຼອດຮອດປະຊາຊົນບັນດາເຜົ່າໄດ້ທັງໝົດ 394 ຄັ້ງ, ມີຜູ້ເຂົ້າຮ່ວມ 36,287 ເທື່ອຄົນ, ຍິງ 8,488 ເທື່ອຄົນ, ໃນນັ້ນມີສະມາຊິກພັກເຂົ້າຮ່ວມ 12,802 ສະຫາຍ, ຍິງ 3,305 ສະຫາຍ; ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນະພັກແຂວງ ຈໍານວນ 128 ຊຸດ, ມີຈໍານວນພົນເຂົ້າຮ່ວມ 12,046 ເທື່ອຄົນ, ຍິງ 3,859 ເທື່ອຄົນ, ໃນນັ້ນມີສະມາຊິກພັກ 7,493 ສະຫາຍ, ຍິງ 2,004 ສະຫາຍ; ໄດ້ຈັດຕັ້ງເຊື່ອມຊືມມະຕິ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ມະຕິວ່າດ້ວຍວຽກງານວັດທະນະທໍາໄລຍະໃໝ່ ປະຕິບັດໄດ້ທັງໝົດ 5 ຊຸດ ມີຈຳນວນພົນເຂົ້າຮ່ວມທັງໝົດ 254 ທ່ານ, ຍິງ 66 ທ່ານ, ໃນນັ້ນມີສະມາຊິກພັກ 241 ສະຫາຍ, ຍິງ 58 ສະຫາຍ; ໄດ້ຈັດຕັ້ງເຊື່ອມຊຶມ 2 ວາລະແຫ່ງຊາດ (ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ) 5 ຊຸດມີຈຳນວນພົນເຂົ້າຮ່ວມ 482 ທ່ານ, ຍິງ 179 ທ່ານ, ໃນນັ້ນມີສະມາຊິກພັກ 482 ສະຫາຍ, ຍິງ 179 ສະຫາຍ ພ້ອມກັນນີ້ໄດ້ເປັນເຈົ້າການຮຽບຮຽງ ບັນດາເອກະສານປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງຜູ້ນໍາ, ສະພາບການທີ່ພົ້ນເດັ່ນນັບທັງພາຍໃນ ແລະ ສາກົນ; ໄດ້ສົມທົບກັບບັນດາພະແນກການອ້ອມຂ້າງແຂວງ ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງສາກົນ ໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນ, ທະຫານ,ຕຳຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໄດ້ທັງໝົດ 130 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 22,555 ເທື່ອຄົນ, ຍິງ 5,881 ເທື່ອຄົນ, ໃນນັ້ນມີສະມາຊິກພັກທັງໝົດ 4,239 ສະຫາຍ, ຍິງ 987 ສະຫາຍ.
– ວຽກງານອົບຮົມ: ໄດ້ເປີດຝຶກອົບຮົມໃຫ້ປະຊາຊົນບັນດາເຜົ່າ ບ້ານລຽບຕາມຊາຍແດນ ຢູ່ເມືອງມຸນລະປະໂມກໄດ້ 2 ຄັ້ງມີຜູ້ເຂົ້າຮ່ວມ 77 ທ່ານ, ຍິງ 6 ທ່ານ; ໄດ້ເປີດຮຽນທິດສະດີແນວທາງຂອງພັກ ໄລຍະສັ້ນ 15 ວັນ, ໄດ້ທັງໝົດ 5 ຊຸດ, ມີຈໍານວນພົນເຂົ້າຮ່ວມ 409 ຄົນ, ຍິງ 153 ຄົນ, ໃນນັ້ນມີສະມາຊິກພັກ 188 ສະຫາຍ, ຍິງ 33 ສະຫາຍ; ໄດ້ເປີດຮຽນສະໜັບສະໜູນໃຫ້ມະ ຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກຈຳນວນ 11 ຊຸດ ມີຜູ້ເຂົ້າຮ່ວມ 334 ສະຫາຍ, ຍິງ 168 ສະຫາຍ.
– ຂະແໜງຄົ້ນຄ້ວາສັງລວມ ແລະ ຂໍ້ມູນ ຂ່າວສານ: ໄດ້ເອົາໃຈໃສ່ການເກັບກຳ ແລະ ສັງລວມຜົນສໍາເລັດໃນການເຄື່ອນໄຫວວຽກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ-ນະຄອນ ເພື່ອລາຍງານໃຫ້ຂັ້ນເທິງເປັນປົກກະຕິ; ເປັນເຈົ້າການຕິດຕາມ, ເກັບກຳສະພາບແນວຄິດ- ຫາງສຽງສັງຄົມ ໃນແຕ່ລະຮາກຖານພັກ ເພື່ອເສີມຂະຫຍາຍດ້ານດີ ແລະ ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃຫ້ສອດຄ່ອງ, ທັນການ ແລະ ໄດ້ຕິດຕາມເກັບກຳສະພາບທີ່ພົ້ນເດັ່ນ ນັບທັງພາຍໃນ ແລະ ຕ່າງປະເທດ, ຂ່າວຈາກສື່ຕ່າງໆ ທີ່ບໍ່ຫວັງດີຕໍ່ປະເທດຊາດ ກໍຄືແຂວງຈໍາປາສັກ ເພື່ອເກັບກໍາສັງລວມລາຍງານຕໍ່ຂັ້ນເທິງ; ໄດ້ເປີດຝຶກອົບຮົມໃຫ້ຄະນະກຳມະການຮັບຜິດຊອບເກັບກຳສະພາບແນວຄິດຫາງສຽງ-ສັງຄົມ ໄດ້ 2 ຄັ້ງ ມີຜູ້ເຂົາຮ່ວມ 130 ທ່ານ, ຍິງ 31 ທ່ານ; ນອກຈາກນີ້ ໄດ້ຕິດຕາມເກັບກໍາຂ່າວສານການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຂອງຄະນະນໍາຂັ້ນແຂວງ, ຄະນະໂຄສະນາອົບຮົມແຂວງ ເພື່ອໂຄສະນາອອກສີ່ເອເລັກໂຕນິກຕ່າງໆ ໄດ້ທັງໝົດ 225 ບົດ, ໃນນີ້ ອອກຜ່ານລາຍການວິທະຍຸກະຈາຍສຽງຂອງແຂວງໄດ້ 67 ບົດ, ຜ່ານສື່ສັງຄົມອອນລາຍ (ເຟດບຸກ) ຂອງຄະນະໂຄສະນາອົບຮົມແຂວງ ໄດ້ 119 ບົດ ແລະ ອອກເວັບໄຊ ຂອງຄະນະໂຄສະນາອົບຮົມແຂວງຈຳນວນ 39 ບົດ.
– ວຽກງານບໍລິຫານ-ຈັດຕັ້ງ: ໄດ້ສົ່ງພະນັກງານໄປຍົກລະດັບທິດສະດີການເມືອງ ແລະ ວິຊາສະເພາະຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 6 ທ່ານ, ຍິງ 1 ທ່ານ, ໃນນັ້ນໄປຄົ້ນຄ້ວາປະລິນຍາໂທ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ 1 ທ່ານ, ໄປຍົກລະດັບວິຊາສະເພາະປະລິນຍາຕີ ຢູ່ ສສ ຫວຽດນາມ 1 ທ່ານ, ຢູ່ພາຍໃນ 1 ທ່ານ, ໄປຍົກລະດັບທິດສະດີ ຢູ່ໂຮງຮຽນການເມືອງການປົກຄອງແຂວງ 3 ທ່ານ, ຂັ້ນສູງ 1 ທ່ານ, ຂັ້ນກາງ 2 ທ່ານ, ຍິງ 1 ທ່ານ, ຂັ້ນຕົ້ນ 1 ທ່ານ ແລະ ໄດ້ຄົ້ນຄວ້າຄັດເລືອກເອົາພະນັກງານຜູ້ທີ່ມີເງື່ອນໄຂມາດຖານລົງກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຢູ່ບັນດາເມືອງ ຈໍານວນ 2 ທ່ານ, ຍິງ 1 ທ່ານ. ພ້ອມກັນນັ້ນ ກໍໄດ້ເປັນເສນາທິການໃຫ້ແກ່ຄະນະໂຄສະນາອົບຮົມ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ໂດຍສະເພາະແມ່ນການຄົ້ນຄ້ວາສະຫຼຸບສັງລວມ, ສ້າງແຜນການເຄື່ອນໄຫວປະຈຳອາທິດ, ປະຈຳເດືອນ,3 ເດືອນ, 6 ເດືອນ, 9 ເດືອນ ແລະ 1 ປີ. ສໍາລັບທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນໄລຍະເຄິ່ງສະໄໝໜ້າ ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈຳປາສັກ ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມນໍາພາແນວຄິດຂອງພະນັກງານ, ສະມາຊິກພັກຢູ່ພາຍໃນໜ່ວຍພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານຢ່າງມີຫົວຄິດປະດິດສ້າງ, ເຮັດວຽກງານທຸກໆດ້ານ ຂອງຄະນະໂຄສະນາອົບຮົມແຂວງ ສຳເລັດຕາມແຜນການທີ່ວາງໄວ້ ໂດຍການສ້າງແຜນເຄື່ອນໄຫວວຽກງານ ຂອງຄະນະໂຄສະນາອົບຮົມແຂວງ ເປັນແຕ່ລະໄລຍະ ແລະ ນໍາພາປະຕິບັດວຽກງານຕາມແຜນການ, ຕິດພັນກັບການປັບປຸງແບບແຜນວິທີນໍາພາ ແລະ ແບບແຜນວິທີເຮັດວຽກ; ປະສານງານກັບບັນດາພະແນກການ ກົມກອງອ້ອມຂ້າງແຂວງ, ເມືອງ, ນະຄອນ ໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດ ໃຫ້ມີການຫັນປ່ຽນຢ່າງເລິກເຊິ່ງ ແລະ ຮອບດ້ານ, ແທດເໝາະກັບສະພາບຄວາມເປັນຈິງ ຂອງແຂວງ ຮັບປະກັນ ທາງດ້ານປະລິມານ ແລະ ຄຸນນະພາບ, ສືບຕໍ່ເປັນເຈົ້າການນໍາເອົາແນວທາງ, ນະໂຍບາຍ ຂອງພັກ, ແຜນການ ແລະ ລະບຽບກົດໝາຍຂອງລັດ ໄປໂຄສະນາເຜີຍແຜ່ໃຫ້ແກ່ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງຄວາມສະຫງົບ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເປັນເອກະ ພາບກັບແນວທາງນະໂຍບາຍຂອງພັກ-ລັດວາງອອກ, ເພື່ອເຮັດໃຫ້ພະນັກງານ, ລັດຖະກອນ ແລະ ສະມາຊິກພັກປະຊາຊົນ ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ; ສືບຕໍ່ຈັດຊຸດຝຶກອົບຮົມໃຫ້ແກ່ເປົ້າໝາຍຕ່າງໆ, ຕິດພັນກັບການເພີ່ມທະວີການຕິດຕາມ ແລະ ເກັບກຳສະພາບ ແນວຄິດ-ຫາງສຽງສັງຄົມ ເພື່ອສະໜອງຂໍ້ມູນໃຫ້ແກ່ອົງຄະນະພັກແຂວງໃນການເສີມຂະຫຍາຍ ດ້ານທີ່ຕັ້ງໜ້າ ແລະ ແກ້ໄຂສິ່ງທີ່ຫຍໍ້ທໍ້ໃຫ້ທັນການ; ສືບຕໍ່ເກັບກຳຂໍ້ມູນ ເພື່ອຂຽນບົດ, ຂຽນຂ່າວອອກລາຍການວິທະຍຸ ແລະ ສື່ອື່ນໆ. ພ້ອມນັ້ນກໍຈະເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ວາງອອກໃຫ້ມີຜົນສໍາເລັດຕາມຄາດໝາຍ.
#( ຂຽນໂດຍ: ເມທີ ທິບພະສອນ )

Bài viết ເຄິ່ງສະໄໝຜ່ານມາໜ່ວຍພັກຄະນະໂຄສະນາອົບຮົມ ແຂວງຈຳປາສັກ ຍາດໄດ້ສຳເລັດພົ້ນເດັ່ນຫຼາຍດ້ານ đã xuất hiện đầu tiên vào ngày .
]]>Bài viết ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ຂອງປະຊາຊົນປະຕິວັດລາວ đã xuất hiện đầu tiên vào ngày .
]]>
ໃນຕອນເຊົ້າຂອງ ວັນທີ 31 ຕຸລາ 2024 ຢູ່ທີ່ ຫ້ອງປະຊຸມຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຮ່ວມກັບ ຄະນະພັກຮາກຖານພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີ ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກສຳຮອງ 4 ສະຫາຍ ແລະ ເລື່ອນສະມາຊິກສຳຮອງ ເປັນ ສະມາຊິກພັກສົມບູນ 5 ສະຫາຍ. ໃຫ້ກຽດເປັນປະທານ ຂອງ ສະຫາຍ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົົວໜ້າຄະນະໂຄສະນາອົບຮົມແຂວງ, ໂດຍເຂົ້າຮ່ວມຂອງສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ທອງຖິ່ນ ພົມພັກດີ ຄະນະຮາກຖານພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງ, ມີ ສະຫາຍຕາງໜ້າຄະນະຈັດຕັ້ງແຂວງ, ບັນດາສະຫາຍສະມາຊິກພັກ-ພະນັກງານ ແລະ ມະຫາຊົນກ້າວໜ້າເຂົ້າຮ່ວມ ຢ່າງພ້ອມພຽງ.





ໃນພິທີນີ້ ຕາງໜ້າຄະນະຈັດຕັ້ງແຂວງກໍ່ ໄດ້ຂຶ້ນຜ່ານ ມະຕິຕົກລົງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງ ເປັນ ສະມາຊິກພັກສົມບູນ ຈຳນວນ 5 ສະຫາຍ:
1. ສະຫາຍ ນາງ ຄອນປະດິດ ແດງໄຊຍະພູມ
2. ສະຫາຍ ນາງ ແວວຕາ ພິມມະເສນ
3. ສະຫາຍ ນາງຈຽມຄຳ ໄຊຍະຈັກ
4. ສະຫາຍ ນາງ ພິລາວັນ ເພັງສະຫັວດ
5. ສະຫາຍ ຍຸກສະໄໝ ຍົມສະໝອນ
ຈາກນັ້ນ ກໍ່ໄດ້ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກສຳຮອງ ຂອງສະມາຊິກພັກປະຊາຊົນປະຕິວັດລາວ ຈຳນວນ 4 ສະຫາຍ:
1. ສະຫາຍ ນາງ ວິພາວັນ ຕານຈັນທູນ
2. ສະຫາຍ ນາງ ພອນວິສິດ ແກ້ວປະເສີດ
3. ສະຫາຍ ນາງ ລັດດາວັນ ກຸນນະບຸດ
4. ສະຫາຍ ບັນດິດ ສີລາເພັດ


ຈາກນັ້ນ ປະທານກອງປະຊຸມ ກໍ່ໄດ້ມອບໃບຢັ້ງຢືນ ແລະ ໃຫ້ກຽດໂອ້ລົມ ໃຫ້ທິດເຍືອງທາງ ຕໍ່ໜ່ວຍພັກທີ່ຮັບສະມາຊິກພັກສຳຮອງ ແລະ ສົມບູນ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ຕາມທິດຊີ້ນຳຂອງພັກ ທີ່ເປັນແວ່ນແຍງ ແລະ ທິດທາງຂອງພັກ ໃຫ້ມີຄວາມເປັນເອກະພາບກັນ; ສຳລັບຜູ້ທີ່ໄດ້ເຂົ້າເປັນສະມາຊິກພັກສົມບູນໃໝ່ກໍ່ຕ້ອງໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ, ມີຄວາມສາມັກຄີກັນໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ, ປະຕິບັດລະບຽບ, ໜ້າທີ່ ແລະ ຂໍ້ຫ້າມຂອງສະມາຊິກພັກຢ່າງເຂັ້ມງວດ.

Bài viết ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງເປັນສະມາຊິກພັກສົມບູນ ຂອງປະຊາຊົນປະຕິວັດລາວ đã xuất hiện đầu tiên vào ngày .
]]>Bài viết ເອກະສານຄູ່ມືປາຖະກະຖາ ຄະນະໂຄສະນາອົບຮົມສູນກາງພັກ ສະບັບປັບປຸງ ລ້າສຸດ ປີ 2018 ( 254 ໜ້າ ) đã xuất hiện đầu tiên vào ngày .
]]>Bài viết ເອກະສານຄູ່ມືປາຖະກະຖາ ຄະນະໂຄສະນາອົບຮົມສູນກາງພັກ ສະບັບປັບປຸງ ລ້າສຸດ ປີ 2018 ( 254 ໜ້າ ) đã xuất hiện đầu tiên vào ngày .
]]>Bài viết ມະຕິຄັ້ງທີ 8 ສະໄໝທີ XI đã xuất hiện đầu tiên vào ngày .
]]>Bài viết ມະຕິຄັ້ງທີ 8 ສະໄໝທີ XI đã xuất hiện đầu tiên vào ngày .
]]>Bài viết ເອກະສານເຊື່ອມຊຶມຕ່າງໆ đã xuất hiện đầu tiên vào ngày .
]]>Bài viết ເອກະສານເຊື່ອມຊຶມຕ່າງໆ đã xuất hiện đầu tiên vào ngày .
]]>Bài viết ຄັດຈ້ອນມະຕິ 04 ຂອງກົມການເມືອງສູນກາງພັກ đã xuất hiện đầu tiên vào ngày .
]]>Bài viết ຄັດຈ້ອນມະຕິ 04 ຂອງກົມການເມືອງສູນກາງພັກ đã xuất hiện đầu tiên vào ngày .
]]>