Order Lyrica (Pregabalin) 150mg, 75mg online
Order Imitrex (Sumatriptan) 100mg, 50mg, 25mg online
Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online
Bài viết ຄໍາຂັວນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ນັບແຕ່ຄັ້ງທີ I-XII ຂອງພັກປະຊາຊົນປະຕິວັດລາວ đã xuất hiện đầu tiên vào ngày .
]]>ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນ ປະຕິວັດລາວ ແມ່ນເຫດການການເມືອງ ທີ່ມີຄວາມໝາຍສຳຄັນສູງສຸດ ເຊິ່ງເປັນການຮ່ວມຊຸມນຸມເພື່ອສະຫຼຸບຕີລາຄາການນຳພາ, ວາງແຜນທາງຍຸດທະສາດໃນການພັດທະນາປະເທດຊາດ ແລະ ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່. ນີ້ແມ່ນຂໍ້ມູນສະຫຼຸບໂດຍຫຍໍ້ກ່ຽວກັບປະຫວັດການຈັດກອງປະຊຸມໃຫຍ່ ແຕ່ຄັ້ງທີ I ຈົນເຖິງປັດຈຸບັນ:< ປະຫວັດຄວາມເປັນມາໂດຍຫຍໍ້ >
ຄໍາຂັວນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ນັບແຕ່ຄັ້ງທີ I-XII ຂອງພັກປະຊາຊົນປະຕິວັດລາວ
ກອງປະຊຸມໃຫຍ່ ຄັ້ງທີ I (ປີ 1955) ເປັນກອງປະຊຸມສ້າງຕັ້ງ “ພັກປະຊາຊົນລາວ” (ຊື່ໃນເວລານັ້ນ) ໂດຍມີ ທ່ານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຄົນທຳອິດ.
ສະຖານທີ່: ແຂວງຫົວພັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ເຕົ້າໂຮມທຸກກຳລັງຮັກຊາດ, ຕີຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ແທດເສີຍ (ລູກມື), ຕ້ານການແຊກແຊງຂອງຈັກກະພັດອາເມລິກາ, ສ້າງຕັ້ງປະເທດລາວ ທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.”
ກອງປະຊຸມໃຫຍ່ ຄັ້ງທີ II (ປີ 1972) ໄດ້ປ່ຽນຊື່ພັກມາເປັນ “ພັກປະຊາຊົນ ປະຕິວັດລາວ” ຈົນເຖິງປັດຈຸບັນ ແລະ ວາງທິດທາງປົດປ່ອຍຊາດ.
ສະຖານທີ່: ແຂວງຫົວພັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ເສີມຂະຫຍາຍກຳລັງແຮງແຫ່ງຄວາມເປັນເຈົ້າການ, ເດັດດ່ຽວຕີຊະນະສົງຄາມຮຸກຮານຂອງຈັກກະພັດອາເມລິກາ ແລະ ລູກມື, ປົດປ່ອຍປະເທດຊາດ, ເຮັດໃຫ້ການປະຕິວັດຊາດ ປະຊາທິປະໄຕ ສຳເລັດຜົນໃນທົ່ວປະເທດ.”
ກອງປະຊຸມໃຫຍ່ ຄັ້ງທີ III (ປີ 1982) ເປັນກອງປະຊຸມໃຫຍ່ຄັ້ງທຳອິດຫຼັງຈາກສະຖາປະນາ ສປປ ລາວ (ປີ 1975) ເພື່ອວາງແນວທາງປົກປັກຮັກສາ ແລະ ສ້າງສາລະບົບໃໝ່.
ສະຖານທີ່: ນະຄອນຫຼວງວຽງຈັນ (ເປັນຄັ້ງທຳອິດຫຼັງສະຖາປະນາ ສປປ ລາວ) ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ, ເສີມຂະຫຍາຍລະບອບຜະເດັດການປະຕິວັດ, ຫັນປ່ຽນໄປສູ່ການຜະລິດໃຫຍ່ສັງຄົມນິຍົມ ເທື່ອລະກ້າວ.”
ກອງປະຊຸມໃຫຍ່ ຄັ້ງທີ IV (ປີ 1986) ເປັນຂີດໝາຍປະຫວັດສາດທີ່ສຳຄັນ ເພາະແມ່ນຈຸດເລີ່ມຕົ້ນຂອງ “ແນວທາງປ່ຽນແປງໃໝ່ຈິນຕະນາການ” ຮອບດ້ານທີ່ມີຫຼັກການ ໂດຍສະເພາະແມ່ນການຫັນປ່ຽນດ້ານເສດຖະກິດ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ປ່ຽນແປງໃໝ່ຢ່າງມີຫຼັກການ ແລະ ຮອບດ້ານ” (ນີ້ແມ່ນຈຸດເລີ່ມຕົ້ນຂອງແນວທາງຈິນຕະນາການໃໝ່, ຫັນປ່ຽນຈາກເສດຖະກິດເກື້ອກູນ ໄປສູ່ເສດຖະກິດຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ).
ກອງປະຊຸມໃຫຍ່ ຄັ້ງທີ V – X (ປີ 1991 – 2016): ແມ່ນໄລຍະການສືບຕໍ່ບູລະນະແນວທາງປ່ຽນແປງໃໝ່, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເປີດກວ້າງການທູດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ກອງປະຊຸມໃຫຍ່ ຄັ້ງທີ V ເນື້ອໃນຈິດໃຈ: “ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຊຸກຍູ້ການປ່ຽນແປງໃໝ່ຢ່າງຮອບດ້ານ, ສ້າງປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.”
*. ກອງປະຊຸມໃຫຍ່ ຄັ້ງທີ VI ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງບົດບາດນຳພາຂອງພັກ, ຊຸກຍູ້ຂະບວນການປ່ຽນແປງໃໝ່ໃຫ້ແຂງແຮງ, ສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.”
*. ກອງປະຊຸມໃຫຍ່ ຄັ້ງທີ VII ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມສາມາດນຳພາ ແລະ ສູ້ຮົບຂອງພັກ, ສືບຕໍ່ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ສ້າງປະຖົມປັດໄຈເພື່ອການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມທຸກຍາກ ແລະ ດ້ອຍພັດທະນາ.”
*. ກອງປະຊຸມໃຫຍ່ ຄັ້ງທີ VIII ເນື້ອໃນຈິດໃຈ: ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຢຶດໝັ້ນຈຸດໝາຍປ່ຽນແປງໃໝ່ຢ່າງຮອບດ້ານ, ພັດທະນາເສດຖະກິດ-ສັງຄົມ ໃຫ້ກ້າວຂຶ້ນຢ່າງໄວວາ ແລະ ຍືນຍົງ, ຍູ້ແຮງການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.
*. ກອງປະຊຸມໃຫຍ່ ຄັ້ງທີ IX ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ເຊີດຊູຄວາມເປັນຜູ້ນຳພາຂອງພັກ, ບຸກທະລຸທັງ 4 ດ້ານ (ຈິນຕະນາການ, ຊັບພະຍາກອນມະນຸດ, ກົນໄກການບໍລິຫານ, ຄວາມທຸກຍາກ), ສ້າງພື້ນຖານໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020.”
*. ກອງປະຊຸມໃຫຍ່ ຄັ້ງທີ X ເນື້ອໃນຈິດໃຈ: “ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຢ່າງມີຫຼັກການ, ຍົກສູງຄວາມສາມາດນຳພາຂອງພັກ, ສ້າງລັດແຫ່ງກົດໝາຍທີ່ສັກສິດ, ຍູ້ແຮງການພັດທະນາແບບຍືນຍົງ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວໄປສູ່ຈຸດໝາຍສັງຄົມນິຍົມ.”
*. ກອງປະຊຸມໃຫຍ່ ຄັ້ງທີ XI (ປີ 2021) ຈັດຂຶ້ນພາຍໃຕ້ສະພາບການທ້າທາຍຂອງໂລກ (ໂດຍສະເພາະແມ່ນການລະບາດຂອງໂຄວິດ-19) ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ (ຄຳຂວັນລວມ): “ເພີ່ມທະວີຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຢ່າງມີຫຼັກການ, ເຊີດຊູນ້ຳໃຈຮັກຊາດ, ເສີມຂະຫຍາຍພະລັງແຮງຂອງລະບອບປະຊາທິປະໄຕປະຊາຊົນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບຢ່າງໜັກແໜ້ນ, ເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄຸນນະພາບຊີວິດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ສ້າງບາດກ້າວບຸກທະລຸໃນການນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງມີສະຖຽນລະພາບ.”
ກອງປະຊຸມໃຫຍ່ ຄັ້ງທີ XII (ປີ 2026) ເປັນກອງປະຊຸມໃຫຍ່ຄັ້ງຫຼ້າສຸດທີ່ຫາກໍຈັດຂຶ້ນ ເພື່ອປະເມີນຜົນການຈັດຕັ້ງປະຕິບັດໄລຍະຜ່ານມາ ແລະ ວາງທິດທາງຍຸດທະສາດໃໝ່ໃນການນຳພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ ( ບົດລາຍງານການເມືອງ) :
ກອງປະຊຸມໃຫຍ່ດໍາເນີນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ. ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງສຶບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ. ໃຫ້ໜັກແໜ້ນກ້າວຂື້ນສູ່ສັງຄົມນິຍົມ.
*. ແຜນພັດທະນາເສດຖະກິດສັງຄົມ ( 5 ປີ ) 2026-2030 ພາຍໃຕ້ຄໍາຂວັນ: ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງນໍາໃຊ້ທຸກທ່າແຮງຢ່າງປະສິດທິຜົນ. ພັດທະນາເສດຖະກິດ-ສັງຄົມ ຕາມທິດວ່ອງໄວ ສີຂຽວ ແລະ ຍືນຍົງຕາມກຳນົດ 6 ເປົ້າໝາຍໃຫ່ຍ.
Bài viết ຄໍາຂັວນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ນັບແຕ່ຄັ້ງທີ I-XII ຂອງພັກປະຊາຊົນປະຕິວັດລາວ đã xuất hiện đầu tiên vào ngày .
]]>Bài viết ການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຈຳປາສັກ ພາຍໃຕ້ຮົ່ມທຸງໄຊຂອງພັກ ແລະ ພາຍໃຕ້ເນື້ອໃນຄຳຂວັນຂອງແຕ່ລະສະໄໝ ຄັ້ງທີ I- IX đã xuất hiện đầu tiên vào ngày .
]]>ຄໍາຂັວນຂອງກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງຈໍາປາສັກຄັ້ງທີ I-IX
ຄຳຂວັນ ຫຼື ທິດທາງໜ້າທີ່ລວມຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງຈຳປາສັກ ແຕ່ລະສະໄໝ (ຄັ້ງທີ I ຫາ IX )
ແມ່ນການສະຫຼຸບລວມເອົາເນື້ອໃນຈິດໃຈ, ວິໄສທັດ ແລະ ເປົ້າໝາຍຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມກໍ່ຄືການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງໃນແຕ່ລະໄລຍະ.
ກອງປະຊຸມຄັ້ງທີ I ຂອງອົງຄະນະພັກແຂວງ (1984-1989 )
ໄຂຂຶ້ນ ວັນທີ 12-22 ມີນາ 1984 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ສຸມໃສ່ການຟື້ນຟູເສດຖະກິດຫຼັງສົງຄາມ, ຫັນປ່ຽນກົນໄກການຄຸ້ມຄອງໃໝ່, ປັບປຸງຮາກຖານການເມືອງໃຫ້ໜັກແໜ້ນ ແລະສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ເທື່ອລະກ້າວ.

ກອງປະຊຸມຄັ້ງທີ II ຂອງອົງຄະນະພັກແຂວງ ( 1989-1994 )
ໄຂຂຶ້ນ ວັນທີ 24 ຕຸລາ 1989 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍູ້ແຮງການຜະລິດກະສິກຳ-ປ່າໄມ້ ຕິດພັນກັບການຫັນເປັນອຸດສາຫະກຳເບົາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະກັດກັ້ນທຸກກົນອຸບາຍທຳລາຍເພພັງຂອງອິດທິກຳລັງປໍລະປັກ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກແຂວງ ( 1994-2000 )
ໄຂຂຶ້ນ ວັນທີ 20-24 ສິງຫາ 1994 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ບຸກທະລຸທາງດ້ານຈິນຕະນາການເສດຖະກິດ, ເປີດກວ້າງການຮ່ວມມືກັບຕ່າງປະເທດ, ຫັນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເມືອງແຕ່ຮາກຖານ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກແຂວງ ( 2001-2005 )
ໄຂຂຶ້ນ ວັນທີ 28 ທັນວາ 2000 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ຊຸກຍູ້ການເຕີບໂຕທາງເສດຖະກິດຢ່າງຕໍ່ເນື່ອງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ.

ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກແຂວງ ( 2005-2010 )
ໄຂຶ້ນ ວັນທີ 21-23 ພະຈິກ 2005 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມສາມາດນຳພາຂອງພັກ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງໄວ ແລະ ໝັ້ນທ່ຽງ, ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ.

ກອງປະຊຸມໃຫຍ່ ຄັ້ອງງທີ VI ຂອງອົງຄະນະພັກແຂວງ ( 2010-2015 )
ໄຂຂຶ້ນ ວັນທີ 21 ກັນຍາ 2010 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ຍົກສູງຄວາມສາມາດນຳພາ ແລະ ສີລະທຳປະຕິວັດຂອງພັກ, ເປີດກວ້າງການຮ່ວມມື ແລະ ດຶງດູດການລົງທຶນ, ພັດທະນາພື້ນຖານໂຄງລ່າງ, ສ້າງແຂວງຈຳປາສັກໃຫ້ເປັນສູນກາງເສດຖະກິດຂອງ 4 ແຂວງພາກໃຕ້.

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ( 2015-2020 )
ໄຂຂຶ້ນວັນທີ 22-24 ກໍລະກົດ 2015 ພາຍໃຕ້ເນື້ອໃນຄຳຂວັນ:
ຄຳຂວັນລວມ: “ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະຕໍ່ສູ້ຂອງອົງຄະນະພັກ, ສ້າງຈຸດພິກຂຸ້ນໃໝ່ໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຂາດຕົວ, ສ້າງແຂວງຈຳປາສັກໃຫ້ມັ່ງຄັ່ງເຂັ້ມແຂງ.”

ກອງປະຊຸມໃຫຍ່ ຄັ້ງທີ VIII ( 2020-2025 )
ໄຂຂຶ້ນ ວັນທີ 29-30 ຕຸລາ 2020 ພາຍໃຕ້ເນື້ອໃນຄຳຂວັນ:
ຄຳຂວັນລວມ: “ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມສາມາດນຳພາຂອງພັກ, ບຸກທະລຸໃນການພັດທະນາ, ຮັບປະກັນໃຫ້ແຂວງມີສະຖຽນລະພາບ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.”

ກອງປະຊຸມໃຫ່ຍ ຄັງທີ IX ( 2025-2030 )
ໄຂຂຶ້ນ ວັນທີ 24-25 ກັນຍາ 2025 ພາຍໃຕ້ເນື້ອໃນຄຳຂວັນ:
ພາຍໃຕ້ຄຳຂັວນ: ຍົກສູງຄວາມສາມາດນຳພາຂອງພັກ ເພີ່ມທະວີການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍເສີມຂະຫຍາຍກຳລັງແຮງງານລວມສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງຢ່າງແຂງແຮງ, ສ້າງແຂວງຈຳປາສັກເພື່ອສູນກາງພັດທະນາຂອງພາຍໃຕ້ ເຮັດໃຫ້ປວງປະຊາຢູ່ດີກິນດີ.
*. ທິດທາງແຜນພັດທະນາເສດຖະກິດ–ສັງຄົມ 5ປີ ຄັ້ງທີ X ( 2026-2030 ) ຂອງແຂວງຈຳປາສັກ ພາຍໃຕ້ຄຳຂັວນ: ຍູ້ແຮງພັດທະນາເສດຖະກິດ–ສັງຄົມ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິພາບ ນຳໃຊ້ທຸກທ່າແຮງບົ່ມຊ້ອນຢ່າງມີປະສິດທິຜົນ. ຕາມທິດສີຂຽວ ແລະ ຍືນຍົງ. ຕັ້ງໜ້າເສດຖະກິດເອກະສາດເປັນເຈົາຕົນເອງ.
#.ໝາຍເຫດ: ໃນໄລຍະກອງປະຊຸມໃຫ່ຍ ຄັ້ງທີ I ຫາ IV (ໄລຍະປີ 1970-1990 ປາຍ), ເນື້ອໃນມັກຈະຖືກກຳນົດເປັນ “ທິດທາງໜ້າທີ່ລວມ” ທີ່ມີເນື້ອໃນຍາວ ແລະ ກວມລວມ, ກ່ອນທີ່ໄລຍະຫຼັງ (ຄັ້ງທີ V-IX) ຈະມີການສະຫຼຸບຫຍໍ້ໃຫ້ເປັນ “ຄຳຂວັນ” ທີ່ກະທັດຮັດ ແລະ ຊັດເຈນຂຶ້ນ ເພື່ອປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
Bài viết ການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຈຳປາສັກ ພາຍໃຕ້ຮົ່ມທຸງໄຊຂອງພັກ ແລະ ພາຍໃຕ້ເນື້ອໃນຄຳຂວັນຂອງແຕ່ລະສະໄໝ ຄັ້ງທີ I- IX đã xuất hiện đầu tiên vào ngày .
]]>Bài viết ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮ່ວມຂະບວນປູກຕົ້ນໄມ້ຢູ່ເມືອງ ປະທຸມພອນ đã xuất hiện đầu tiên vào ngày .
]]>
ໃນຕອນເຊົ້າຂອງ ວັນທີ 9 ມິຖຸນາ 2026, ເມືອງປະທຸມພອນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2026 ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2026 ຂຶ້ນຢູ່ ທີ່ໂຮງຮຽນປະຖົມສົມບູນ ບ້ານຫຼັກສີ່ສິບ
ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົງຮົມແຂວງ(ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທຸມພອນ), ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ. ພ້ອມດ້ວຍບັນດາທ່ານຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ບໍລິສັດດັກລັກຣັບເບີຈຳກັດ(ຜູ້ສະໜັບສະໜູນການຈັດງານ), ກຳລັງປກສ-ປກຊ, ຄະນະກຳມະການປົກຄອງ 5 ຕາແສງ, ບັນດາແຂກທີ່ຖຶກເຊີນ, ພະນັກງານ-ລັດຖະກອນ, ອົງການປົກຄອງບ້ານຫຼັກສີ່ສິບ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມພິທີຢ່າງພ້ອມພຽງ.

ການຈັດກິດຈະກຳໃນຄັ້ງນີ້ ມີຈຸດປະສົງເພື່ອສືບສານປະເພນີອັນດີງາມໃນການອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້, ສ້າງຈິດສຳນຶກໃຫ້ພາກສ່ວນຕ່າງໆ ແລະ ປະຊາຊົນ ໃຫ້ເຫັນຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ, ການເພີ່ມພື້ນທີ່ສີຂຽວ ແລະ ການຮ່ວມມືກັນຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ.
#ໃນໂອກາດນີ້ ທ່ານ ປະດິດ ວັນນະລັດສະໝີ ໄດ້ເນັ້ນໜັກໃຫ້ທຸກຂະແໜງການ, ອົງການຈັດຕັ້ງ ແລະ ປະຊາຊົນ ສືບຕໍ່ປຸກຈິດສຳນຶກໃນການຮັກສາປ່າໄມ້, ອະນຸລັກທຳມະຊາດ, ຫຼຸດຜ່ອນການທຳລາຍສິ່ງແວດລ້ອມ ແລະ ຮ່ວມກັນປູກຕົ້ນໄມ້ໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມຂຽວງາມ ແລະ ຄວາມຍືນຍົງໃຫ້ແກ່ສັງຄົມ.
ຫຼັງຈາກສຳເລັດພິທີເປີດ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມໃຈກັນປູກຕົ້ນໄມ້ພາຍໃນບໍລິເວນໂຮງຮຽນ ເພື່ອປະກອບສ່ວນໃນການອະນຸລັກສິ່ງແວດລ້ອມ, ສ້າງພູມສັນຖານສີຂຽວ ແລະ ສົ່ງເສີມໃຫ້ນັກຮຽນໄດ້ຮຽນຮູ້ເຖິງຄຸນຄ່າຂອງຕົ້ນໄມ້ ແລະ ທຳມະຊາດ. ບັນຍາກາດຂອງກິດຈະກຳເປັນໄປດ້ວຍຄວາມຄຶກຄື້ນ, ສາມັກຄີ ແລະ ຮັບຜິດຊອບຕໍ່ການອະນຸລັກສິ່ງແວດລ້ອມຮ່ວມກັນ.

#ຂ່າວ-ພາບ: ສີສົມບູນ ວົງວຽງຄຳ
Bài viết ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮ່ວມຂະບວນປູກຕົ້ນໄມ້ຢູ່ເມືອງ ປະທຸມພອນ đã xuất hiện đầu tiên vào ngày .
]]>Bài viết ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມ ປະຈຳປີ 2026 ຢ່າງຟົດຟື້ນ ພ້ອມຕັ້ງເປົ້າປູກໄມ້ໃຫ້ໄດ້ 120 ເຮັກຕາ ໃນເຂດອຸທິຍານແຫ່ງຊາດດົງຫົວສາວ đã xuất hiện đầu tiên vào ngày .
]]>
ໃນວັນທີ 13 ມິຖຸນາ 2026 ນີ້, ຢູ່ທີ່ຈຸດບ້ານນໍ້າພາກ (ເຂດອຸທິຍານແຫ່ງຊາດດົງຫົວສາວ) ແລະ ຢູ່ທີ່ຈຸດພູດິນ ບ້ານກຽດໂງ້ງ (ເຂດອຸທິຍານແຫ່ງຊາດ ເຊປຽນ) ເມືອງປະທຸມພອນ ແຂວງຈຳປາສັກ,ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຳປາສັກ ຮ່ວມກັບ ກອງຄຸມຄອງອຸທິຍານແຫ່ງຊາດດົງຫົວສາວ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ເຊປຽນ, ອົງການປົກຄອງເມືອງປະທຸມພອນ, ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ແລະ ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 – 2026) ຕິດພັນກັບວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ (5 ມິຖຸນາ) ພາຍໃຕ້ຄຳຂວັນ “ເຖິງເວລາແລ້ວ ພວກເຮົາຕ້ອງໃສ່ໃຈຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ” (#NowForClimate).

ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ໂດຍມີ ທ່ານ ສົມຈິດ ແພງສະຫວັດ, ກຳມະການພັກແຂວງ, ເລຂາພັກເມືອງ, ປະທານສະພາປະຊາຊົນປະຈຳເມືອງປະທຸມພອນ; ທ່ານ ຄຳ ນີລະວົງ, ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍບັນດາການນຳແຂວງ, ເມືອງ, ຜູ້ຕາງໜ້າຈາກພາກທຸລະກິດ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງປ່າໄມ້ ທີ່ເປັນຊັບພະຍາກອນອັນລໍ້າຄ່າ ແລະ ຕິດພັນກັບການດຳລົງຊີວິດຂອງປະຊາຊົນ. ການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ແມ່ນວຽກງານຍຸດທະສາດທີ່ສຳຄັນ ຕາມທິດທາງພັດທະນາສີຂຽວ ແລະ ຍືນຍົງ ໂດຍສຸມໃສ່ຍຸດທະສາດການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ບັນລຸ 70% ໃນປີ 2030. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນເດັກນ້ອຍ ແລະ ເຍົາວະຊົນ ໃຫ້ມີຄຸນນະພາບ, ມີສະຕິຮັກ ແລະ ຫວງແຫນທຳມະຊາດ ເພື່ອສ້າງຄົນຮຸ່ນໃໝ່ທີ່ຈະກາຍເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ ດັ່ງຄຳຂວັນທີ່ວ່າ “ປູກຕົ້ນໄມ້ໃນວັນນີ້ ເພື່ອລູກຫຼານໃນວັນໜ້າ, ເດັກນ້ອຍທີ່ດີໃນວັນນີ້ ຄືຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ”.
ໂອກາດດຽວກັນ, ທ່ານ ຄຳ ນີລະວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແສດລ້ອມ ໄດ້ມີຄໍາເຫັນໃຫ້ຮູ້ກ່ຽວກັບແຜນການຟື້ນຟູ ແລະ ປູກປ່າ ໂດຍສະເພາະໃນເຂດອຸທິຍານແຫ່ງຊາດດົງຫົວສາວ (ເຊິ່ງມີເນື້ອທີ່ທັງໝົດ 99.795 ເຮັກຕາ, ກວມເອົາເຂດເມືອງປະທຸມພອນ 57.42%). ໃນໄລຍະປີ 2025 ຜ່ານມາ ສາມາດປູກໄມ້ໄດ້ 5 ເຮັກຕາ ແລະ ຟື້ນຟູປ່າແບບທຳມະຊາດໄດ້ 1.500 ເຮັກຕາ. ສໍາລັບປີ 2026 ນີ້, ອຸທິຍານແຫ່ງຊາດດົງຫົວສາວ ມີແຜນການທີ່ຈະປູກໄມ້ທັງໝົດ ຈຳນວນ 120 ເຮັກຕາ ໂດຍຈະເລີ່ມປູກຢູ່ບ້ານນໍ້າພາກ 3 ເຮັກຕາ, ບ້ານສົມສຸກ ແລະ ບ້ານນາບອນ ບ້ານລະ 5 ເຮັກຕາ, ພ້ອມທັງສົ່ງເສີມປະຊາຊົນປູກຕົ້ນໝາກຈອງ ແລະ ຮ່ວມມືກັບເຂື່ອນໄຟຟ້ານໍ້າປາກຊ່ອງ ປູກໄມ້ໃນບໍລິເວນອ່າງຮັບນໍ້າຕື່ມອີກ 16 ເຮັກຕາ.
#ພ້ອມນີ້ທ່ານ ສົມພານ ແກ້ວຫານາມ, ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ເຊປຽນ ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມ ໂດຍຍົກໃຫ້ເຫັນວ່າ: ໃນທົ່ວແຂວງຈຳປາສັກ ມີເນື້ອທີ່ປ່າໄມ້ທັງໝົດ 1.062.648 ເຮັກຕາ, ກວມ 69,23% ຂອງເນື້ອທີ່ທົ່ວແຂວງ. ສຳລັບແຜນການປູກໄມ້ໃນປີ 2026 ນີ້, ອຸທິຍານແຫ່ງຊາດ ເຊປຽນ ມີແຜນການປູກໄມ້ໃນເຂດອຸທິຍານໃຫ້ໄດ້ 15 ເຮັກຕາ, ຟື້ນຟູປ່າແບບທຳມະຊາດ ແລະ ປູກເສີມກ້ອງປ່າໃຫ້ໄດ້ 785 ເຮັກຕາ. ສະເພາະຂະບວນການປູກໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດຄັ້ງນີ້ ແມ່ນໄດ້ຮ່ວມກັບ ອົງການ WWF-Laos ປູກໃນພື້ນທີ່ກຳນົດ 8 ເຮັກຕາ ຢູ່ຈຸດພູດິນ ບ້ານກຽດໂງ້ງ, ນຳໃຊ້ເບ້ຍໄມ້ທັງໝົດ 10,000 ເບ້ຍ (ມີ 11 ຊະນິດໄມ້ ເປັນຕົ້ນແມ່ນ ໄມ້ດູ່, ໄມ້ແຄນ, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ຍາງ ແລະ ໄມ້ໝາກຈອງ). ນອກຈາກນີ້, ຍັງມີແຜນປູກຢູ່ເຂດອຸທິຍານແຫ່ງຊາດດົງຫົວສາວ ອີກຈຳນວນ 120 ເຮັກຕາ, ໃນນັ້ນປູກຢູ່ບ້ານນຳ້ພາກ 3 ເຮັກຕາ (ໂດຍການສະໜັບສະໜູນ ຈາກບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ), ບ້ານສົມສຸກ ແລະ ບ້ານນາບອນ ບ້ານລະ 5 ເຮັກຕາ ພ້ອມທັງສົ່ງເສີມປະຊາຊົນປູກໄມ້ ແລະ ຮ່ວມກັບເຂື່ອນໄຟຟ້ານໍ້າປາກຊ່ອງ ປູກໃນເຂດອ່າງຮັບນໍ້າອີກ 16 ເຮັກຕາ.
ໃນຕອນທ້າຍຂອງພິທີ ຍັງໄດ້ມີການມອບເບ້ຍໄມ້ ແລະ ໃບກຽດຕິຄຸນ ໃຫ້ແກ່ຜູ້ສະໜັບສະໜູນຫຼັກ ເປັນຕົ້ນແມ່ນ ອົງການ WWF-Laos, ບໍລິສັດ ໄຟຟ້າແສງຕາເວັນ ບ້ານໂພນສະອາດ (ຈະເລີນເຊກອງ) ແລະ ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ. ພ້ອມດຽວກັນນັ້ນ, ຄະນະປະທານກໍ່ໄດ້ຮ່ວມກັນມອບຂອງຂວັນວັນເດັກ ໃຫ້ແກ່ນ້ອງນ້ອຍນັກຮຽນ ແລະ ນຳພາຜູ້ເຂົ້າຮ່ວມທັງໝົດ ລົງມືປູກຕົ້ນໄມ້ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ. ຫຼັງຈາກນີ້, ທາງຄະນະຮັບຜິດຊອບ ຈະໄດ້ມອບໝາຍຄວາມຮັບຜິດຊອບ ໃຫ້ແກ່ອົງການຈັດຕັ້ງທ້ອງຖິ່ນ, ພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ໃນການຕິດຕາມ, ບົວລະບັດຮັກສາ ແລະ ປູກສ້ອມແຊມຕົ້ນໄມ້ທີ່ຕາຍ ເພື່ອຮັບປະກັນໃຫ້ຕົ້ນໄມ້ທີ່ປູກໃນມື້ນີ້ ສາມາດຈະເລີນເຕີບໂຕກາຍເປັນຜືນປ່າທີ່ອຸດົມສົມບູນ ແລະ ຂຽວສົດງົດງາມໃນອະນາຄົດ.



ຂ່າວ-ພາບ: ຈັນທະວີສັກ
Bài viết ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມ ປະຈຳປີ 2026 ຢ່າງຟົດຟື້ນ ພ້ອມຕັ້ງເປົ້າປູກໄມ້ໃຫ້ໄດ້ 120 ເຮັກຕາ ໃນເຂດອຸທິຍານແຫ່ງຊາດດົງຫົວສາວ đã xuất hiện đầu tiên vào ngày .
]]>Bài viết 22 ກຸມພາ 2026ນີ້ ຢ່າລືມໄປໃຊ້ສິດເລືອກຕັ້ງ! ” ເພື່ອຄວາມເປັນເຈົ້າຂອງປະເທດຊາດ, ພວກເຮົາພ້ອມກັນໄປປະຕິບັດພັນທະຂອງພົນລະເມືອງໃຫ້ສົມບູນ. đã xuất hiện đầu tiên vào ngày .
]]>ບໍ່ວ່າທ່ານຈະຢູ່ສາຂາອາຊີບໃດ, ເຜົ່າໃດ, ພວກເຮົາມີສິດເທົ່າທຽມກັນໃນການກຳນົດທິດທາງຂອງປະເທດ. ອອກໄປຢ່ອນບັດເລືອກຕັ້ງໃຫ້ພ້ອມພຽງກັນ ໃນວັນທີ 22 ກຸມພານີ້ເດີ້!
https://www.facebook.com/share/v/17u31D6U9S/

Bài viết 22 ກຸມພາ 2026ນີ້ ຢ່າລືມໄປໃຊ້ສິດເລືອກຕັ້ງ! ” ເພື່ອຄວາມເປັນເຈົ້າຂອງປະເທດຊາດ, ພວກເຮົາພ້ອມກັນໄປປະຕິບັດພັນທະຂອງພົນລະເມືອງໃຫ້ສົມບູນ. đã xuất hiện đầu tiên vào ngày .
]]>Bài viết “ເປີດສາກຢ່າງຍິ່ງໃຫຍ່! ງານບຸນນະມັດສະການຜາສາດຫີນວັດພູ ປະຈຳປີ 2026. đã xuất hiện đầu tiên vào ngày .
]]>
”ແສງ ສີ ສຽງ ແລະ ມົນສະເໜ່ແຫ່ງອະດີດ… ພາບຄວາມປະທັບໃຈໃນມື້ເປີດງານບຸນວັດພູ 2026. 
”





https://www.facebook.com/share/v/17v1xCWVde/
Bài viết “ເປີດສາກຢ່າງຍິ່ງໃຫຍ່! ງານບຸນນະມັດສະການຜາສາດຫີນວັດພູ ປະຈຳປີ 2026. đã xuất hiện đầu tiên vào ngày .
]]>Bài viết ຊົມເຊີຍຢ່າງສຸດໃຈ!! ວັນປະກາດເອກະລາດ ຄົບຮອບ 80ປີ ໝັ້ນຍືນ!! đã xuất hiện đầu tiên vào ngày .
]]> ວັນປະກາດເອກະລາດ ຄົບຮອບ 80ປີ ໝັ້ນຍືນ!!
( 12 ຕຸລາ 1945 – 12 ຕຸລາ 2025 )




Bài viết ຊົມເຊີຍຢ່າງສຸດໃຈ!! ວັນປະກາດເອກະລາດ ຄົບຮອບ 80ປີ ໝັ້ນຍືນ!! đã xuất hiện đầu tiên vào ngày .
]]>Bài viết ແແບຢ່າງຄອບຄົວຕົວແບບໃນການປູກໝາກຖົ່ວລຽນເປັນສີນຄ້າ ສ້າງລາຍຮັບແກ່ຄອບຄົວ đã xuất hiện đầu tiên vào ngày .
]]>
ໃນວັນທີ 14 ມັງກອນ 2025 ທ່ານ ສົມຮັກ ສີບຸນເຮືອງ ໄດ້ໃຫ້ສໍາພາດນີ້ວ່າ: ໃນຄອບຄົວມີຈໍານວນພົນ 4 ຄົນ, ຍິງ 2 ຄົນ, ໃນນັ້ນ ແຮງງານຕົ້ນຕໍ 2 ຄົນ, ຍິງ 1 ຄົນ, ແຕ່ກ່ອນເຮັດວຽກນໍາບໍລິສັດ ປູກໝາກມ່ວງຫິມມະພານ ຂອງໄທ ແຕ່ຍ້ອນຢາກໃຫ້ຊີວິດທີ່ມີຄວາມໝັ້ນຄົງ, ມີລາຍຮັບທີ່ແນ່ນອນ ເມື່ອເປັນແນວນັ້ນທາງຄອບຄົວ ຈິ່ງຄິດຫາອາຊິບທີ່ຕົນເອງພໍມີຄວາມຮູ້ເປັນຕົ້ນແມ່ນດ້ານການປູກຝັງ, ທໍາອິດຄິດວ່າຈະປູກຢາງພາລາ ແຕ່ສຶກສາຄົ້ນຄວ້າເບິ່ງລາຍລະອຽດ ເຫັນວ່າ ການປູກຢາງພາລາມີຄວາມຫຍຸ້ງຍາກຫຼາຍຢ່າງ ເລີຍປ່ຽນແຜນຫັນມາປູກໝາກຖົ່ວລຽນ ເພາະເຫັນວ່າ ຕະຫຼາດກໍມີຄວາມຕ້ອງການຫຼາຍ ໂດຍເລີ່ມບຸກເບີກເນື້ອທີ່ໃນປີ 2009 ແລະ ລົງມືປູກໃນປີນັ້ນເລີຍ ໃນເນື້ອທີ່ 4 ເຮັກຕາ, ປູກໝາກຖົ່ວລຽນພັນໝອນທອງ ຈຳນວນ 600 ຕົ້ນ ເຊິ່ງເປັນທຶນສ່ວນຕົວ ກໍຄືຄອບຄົວ, ປູກປີທໍາອິດ ຕົ້ນຖົ່ວລຽນ ຕາຍ 400 ຕົ້ນ ຍ້ອນ ປະສົບການ ແລະ ບົດຮຽນໃນການບົວລະບັດຮັກສາຕົ້ນຖົ່ວລຽນບໍ່ທັນສູງ, ສ່ວນໃຫຍ່ແມ່ນຮຽນຮູ້ດ້ວຍຕົນເອງ, ຮຽນຈາກຢູທຸບ ແລະ ຕໍາລາຕ່າງໆ, ປູກໄປນໍາ ຖອດຖອນບົດຮຽນໄປນໍາ. ໃນປີ 2010 ກໍໄດ້ປູກທົດແທນ, ໃນຈຳນວນ 4 ເຮັກຕາ, ໄລຍະຫ່າງຂອງຕົ້ນຖົ່ວລຽນ ປູກ 7 ແມັດ x 7 ແມັດ ແລະ ໄດ້ເອົາໃຈໃສ່ບົວລະບັດຮັກສາ.

ທ່ານ ສົມຮັກ ສີບຸນເຮືອງ ກ່າວຕື່ມວ່າ: ປູກຖົ່ວລຽນບໍ່ງ່າຍ ບໍ່ຍາກ, ສໍາຄັນຕ້ອງດູແລເອົາໃຈໃສ່, ເຂົ້າໃຈຄວາມຕ້ອງການຂອງພືດ, ສະພາບແວດລ້ອມ, ດິນ, ນໍ້າ ແລະ ອາກາດ. ການວາງລະບົບນໍ້າ ເພື່ອຫົດໃນຍາມແລ້ງ, ພາຍໃນສວນແມ່ນໃຊ້ນໍ້າບາດານ ລວມມີ 9 ບໍ່, ແຕ່ໂປມຂຶ້ນພັກໃນໜອງສະ ແລ້ວປ່ອຍໄປຫົດຕົ້ນຖົ່ວລຽນ ແບບລະບົບສະປິງເກີ້. ນອກນີ້ ກໍເອົາໃຈໃສ່ການນໍາໃຊ້ຝຸ່ນ, ຢາປາບແມ້ງໄມ້ ແລະ ສັດຕູພືດ ໂດຍໃຊ້ແບບປະສົມປະສານ ລະຫວ່າງ ຝຸ່ນຊີວະພາບ 30% ແລະ ຝຸ່ນວິທະຍາສາດ 70%, ການປູກໝາກຖົ່ວລຽນ ສວນຫຼາຍປູກເປັນພັນໝອນທອງ, ພັນພວງມະນີ 80 ຕົ້ນ, ພັນມູຊັງຄີງ 50 ຕົ້ນ ແລະ ພັນກ້ານຍາວຈຳນວນໜຶ່ງ. ໃນປີ 2013 ກໍໄດ້ປູກເພີ່ມອີກລວມເປັນຈຳນວນ 861 ຕົ້ນ, ໃນເນືອທີ່ 5,2 ເຮັກຕາ, ຮອດປີ 2014 ເລີ່ມໃຫ້ຜົນຜະລິດ ແລະ ຂາຍເປັນສິນຄ້າ ສ້າງລາຍຮັບໄດ້ 35 ລ້ານກີບ, ໄລຍະນັ້ນ ລາຄາ 12 ພັນກີບ/ກິໂລກຣາມ; ປີ 2015 – 2019 ເຫັນວ່າຕະຫຼາດມີຄວາມຕ້ອງເພີ່ມຂຶ້ນ ຈິ່ງໄດ້ເອົາໃຈໃສ່ບົວລະບັດຮັກສາຕົ້ນຖົ່ວລຽນດ້ວຍຄວາມຮັບຜິດຊອບເພີາມຂຶ້ນ. ການປູກຖົ່ວລຽນໃນສວນ ແມ່ນມີສອງຮູບແບບ ຄື ແບບບັງຄັບໃຫ້ເປັນໝາກເລີຍ ໂດຍເລີ່ມບັງຄັບແຕ່ເດືອນທີ 10, ພັກຕົ້ນ 6 ເດືອນ, ເດືອນທີ 4 – 5, ເຕັກນິກໃນການເກັບຮັກສາໝາກ, ຕົ້ນໜຶ່ງຈະຮັກສາໝາກໄວ້ ໂດຍອີງໃສ່ຄວາມສົມບູນຂອງຕົ້ນຖົ່ວລຽນ.

ຮອດປີ 2020 ຂາຍຜົນຜະລິດໄດ້ 25 ໂຕນ, ສ້າງລາຍຮັບໄດ້ 880 ລ້ານກີບ ເຊິ່ງໄດ້ເຮັດໃຫ້ທາງຄອບຄົວມີລາຍຮັບນັບມື້ເພີ່ມຂຶ້ນຂື້ນເລື້ອຍໆ. ປີ 2022 ຂາຍຜົນຜະລິດ ໄດ້ທັງໝົດປະມານ 46,3 ໂຕນ, ສ້າງລາຍຮັບໄດ້ 2,4 ຕື້ກີບ, ປີ 2023 ຂາຍຜົນຜະລິດໄດ້ 43 ໂຕນ, ມູນຄ່າ 3,8 ຕື້ກີບ, ປີ 2024 ຂາຍຜົນຜະລິດໄດ້ 40 ໂຕນ, ມູນຄ່າ 5,1 ຕື້ກີບ. ຕະຫຼາດໝາກຖົ່ວລຽນ ທັງຈໍາໜ່າຍພາຍໃນແຂວງ ແລະ ຕ່າງແຂວງ, ການຈຳໜ່າຍແມ່ນມີແມ່ຄ້າມາຊື້ກັບສວນ ແລະ ນໍາສົ່ງຕາມການສັ່ງຈ່ອງຕາມທ້ອງຕະຫຼາດພາຍໃນ ແລະ ຕ່າງແຂວງ ໂດຍຜ່ານ ບໍລິສັດຂົນສົ່ງດ່ວນມີໄຊ ໄປທີ່ຕະຫຼາດນະຄອນຫຼວງວຽງຈັນ ແລະ ຕະຫຼາດແຂວງສະຫວັນນະເຂດ. ແລະ ໃນຕໍ່ໜ້າຈະສືບຕໍ່ຜະລິດໃຫ້ຫຼາຍ ກາຍເປັນສີນຄ້າ ເພື່ອສົ່ງອອກໄປຕ່າງປະເທດ ຫຼື ບາງທີອາດຈະໄດ້ແປຮູບຜະລິດຕະພັນອົບແຫ້ງ, ເຮັດເຂົ້າໜົມ ແລະ ອື່ນໆຕື່ມອີກ. ຖ້າວ່າມີທຶນຮອນພຽງພໍ ຈະໄດ້ສ້າງ ສາງເຢັນ ເພື່ອເກັບຮັກສາໝ່ກຖົ່ວລຽນໄວ້ຂາຍ ໃນຍາມບໍ່ມີທຸລຽນຫຼາຍ. ພ້ອມນີ້ ກໍຈະຍົກລະດັບເຕັກນິກດ້ານວິຊາການໃນການບົວລະບັດຮັກສາຜົນຜະລິດ ໃຫ້ມີຄຸນນະພາບ ໂດຍສົມທົບກັບວິຊາການທີ່ຊ້ຽວຊານດ້ານການຮັກສາຕົ້ນຖົ່ວລຽນ; ຈະຍົກສູງການບໍລິການ ໃຫ້ທຽບທັນສາກົນ ໂດຍສົມທົບກັບຕ່າງປະເທດ ເພື່ອສົ່ງອອກໂດຍສະເພາະການຫຸ້ມຫໍ່ໃຫ້ມີສີສັນເພື່ອຢັ້ງຢືນເຖີງຕົ້ນກຳເນີດສີນຄ້າ.


#.ຂ່າວ-ພາບ: ທູນທອງໃຈ
Bài viết ແແບຢ່າງຄອບຄົວຕົວແບບໃນການປູກໝາກຖົ່ວລຽນເປັນສີນຄ້າ ສ້າງລາຍຮັບແກ່ຄອບຄົວ đã xuất hiện đầu tiên vào ngày .
]]>Bài viết ກຸ່ມຜະລິດເສັ້ນເຝີ – ແຜ່ນແໜມ ເປັນສິນຄ້າ ສ້າງລາຍຮັບແກ່ກຸ່ມ ແລະ ສະມາຊິກໄດ້ເປັນຢ່າງດີ đã xuất hiện đầu tiên vào ngày .
]]>
ກຸ່ມການຜະລິດເສັ້ນເຝີ – ແຜ່ນແໜມເປັນສິນຄ້າ ບ້ານສະພັງເໜືອ ເມືອງມຸລະປາໂມກ ແຂວງຈໍາປາສັກ, ປັດຈຸບັນ ມີສະມາຊິກ 20 ຄອບຄົວ, ສາມາດຜະລິດເສັ້ນເຝີ ໄດ້ 3.135 ກິໂລກຣາມ/ເດືອນ, ມີລາຍຮັບຈາກການຂາຍເສັ້ນເຝີ 86 ລ້ານກວ່າກີບ/ເດືອນ; ແຜ່ນແໜມນ້ອຍ ສາມາດຜະລິດໄດ້ 7.200 ແຜ່ນ/ເດືອນ, ເປັນເງິນ 6 ລ້ານກີບ/ເດືອນ, ສາມາດສ້າງລາຍຮັບແກ່ກຸ່ມ ແລະ ສະມາຊິກ ໄດ້ເປັນຢ່າງດີ. 
ທ່ານ ນາງ ທິບພະຈັນ ວົງວິໄລສັກ ຕາງໜ້າປະທານກຸ່ມການຜະລິດເສັ້ນເຝີ – ແຜ່ນແໜມ ເປັນສິນຄ້າ ໄດ້ໃຫ້ສໍາພາດໃນວັນທີ 17 ມັງກອນ 2025 ນີ້ວ່າ: ກຸ່ມການຜະລິດເສັ້ນເຝີ – ແຜ່ນແໜມເປັນສິນຄ້າ ບ້ານສະພັງເໜືອ ເມືອງມຸລະປາໂມກ ສ້າງຕັ້ງຂຶ້ນ ແລະ ຮັບຮອງເປັນທາງການໃນເດືອນກັນຍາ 2024, ມີສະມາຊິກທັງໜົດ 20 ຄອບຄົວ, ມີລະບົບການຈັດຕັ້ງຄັກແນ່, ມີປະທານ - ຮອງປະທານກູ່ມຜະລິດ, ມີຄະນະຮັບຜິດຊອບວຽກງານການຕະຫຼາດ, ມີຄະນະຮັບຜິດຊອບບັນຊີຢ່າງລະອຽດ; ພາຍໃນກຸ່ມ ມີຈຸຜະລິດເສັ້ນເຝີ 6 ຄອບຄົວ ແລະ ຈຸຜະລິດແຜ່ນແໜມນ້ອຍ 14 ຄອບຄົວ. ການຜະລິດເສັ້ນເຝີ ແລະ ແຜ່ນແໜມ ໄດ້ລິເລີ່ມໃນປີ 2017 (ກ່ອນໜ້ານັ້ນເອີ້ນວ່າກອງທຶນສິນເຊື່ອ) ໄດ້ຮັບທຶນເບື້ອງຕົ້ນມາຈາກທະນາຄານເຂົ້າ ຈຳນວນ 11 ລ້ານກວ່າກີບ ແລະ ທຶນຈາກສະຫະພັນແມ່ຍິງແຂວງ ສົມທົບ 3 ຄັ້ງ ຈໍານວນ 78 ລ້ານກີບ ແລະ ເປີເຊັນດອກເບ້ຍຫັກເຂົ້າໃນກອງທຶນແຕ່ລະປີ 21 ລ້ານກວ່າກີບ, ລວມເງິນທັງໝົດ 111 ລ້ານກວ່າກີບ; ໄລຍະເລີ່ມຕົ້ນ ໄດ້ເຮັດການຜະລິດແບບປະຖົມປະຖານ. ຮອດປີ 2021 ການຜະລິດເສັ້ນເຝີ - ແຜ່ນແໝມ ໄດ້ເລີ່ມນໍາໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າມາຊ່ວຍ ເພື່ອຍົກສະມັດຕະພາບຂອງການຜະລິດໃຫ້ສູງຂຶ້ນ, ເມື່ອກ່ອນ ສາມາດຜະລິດເສັ້ນເຝີ ໄດ້ພຽງ 675 ກິໂລກຣາມ/ເດືອນ. ປັດຈຸບັນ ສາມາດຜະລິດເສັ້ນເຝີ ໄດ້ 3.135 ກິໂລກຣາມ/ເດືອນ, ລາຄາສົ່ງ 27.000 ກີບ/ກິໂລກຣາມ, ມີລາຍຮັບຈາກການຂາຍເສັ້ນເຝີ 86 ລ້ານກວ່າກີບ/ເດືອນ, ສະເລ່ຍກໍາໄລສຸດທິຫຼັງຫັກຄ່າໃຊ້ຈ່າຍຕ່າງໆ 23 ລ້ານກວ່າກີບ/ເດືອນ(ບໍ່ໄດ້ຜະລິດທຸກເດືອນ).

ສ່ວນການຜະລິດແຜ່ນແໜມ ສາມາດຜະລິດໄດ້ 7.200 ແຜ່ນ/ເດືອນ, ລາຄາ 12 ແຜ່ນ/10.000 ກິບ, ເປັນເງິນ 6 ລ້ານກີບ/ເດືອນ, ໄດ້ກໍາໄລ 3.260.000 ລ້ານກວ່າກິບ/ເດືອນ. ຜ່ານການຈັດຕັ້ງປະຕິບັດ ກໍຄືດຳເນີນການຜະລິດໃນປີຜ່ານມາ ກຸ່ມຜະລິດເສັ້ນເຝີ - ແຜ່ນແໜມ ບ້ານສະພັງເໜືອ ສາມາດສ້າງມູນຄ່າການຊື້, ຂາຍ ຜະລິດຕະພັນໄດ້ທັງໝົດ 815 ລ້ານກວ່າກີບ, ມີລາຍຮັບຈາກການຂາຍເປັນເງິນເຂົ້າສູ່ກຸ່ມຜະລິດໄດ້ທັງໝົດ 241 ລ້ານກວ່າກີບ, ສະເລ່ຍລາຍຮັບໃສ່ຄອບຄົວສະມາຊິກ ພາຍໃນກຸ່ມຜະລິດເສັ້ນເຝີ - ແຜ່ນແໜມ ໄດ້ 12 ລ້ານກີບ/ຄອບຄົວ/ປີ. ໃນຊຸມປີຜ່ານມາ ກຸ່ມຜະລິດເສັ້ນເຝີ - ແຜ່ນແໜມ ໄດ້ມີກົນໄກການຜະລິດທີ່ເປັນຕ່ອງໂສ້ການຜະລິດ ໂດຍທາງຫ້ອງການກະສິກໍາ - ປ່າໄມ້ເມືອງ ໄດ້ສ້າງຕັ້ງກຸ່ມຜະລິດເຂົ້າຈ້າວ ແລະ ມີງົບປະມານຈຳນວນໜຶ່ງ ເພື່ອສ້າງລະບົບຊົນລະປະທານ ໃຫ້ກຸ່ມຜະລິດດັ່ງກ່າວໄດ້ມີເງື່ອນໄຂສະດວກໃນການຜະລິດເຂົ້າຈ້າວ ເພື່ອຂາຍໃຫ້ກຸ່ມຜະລິດເສັ້ນເຝີ - ແຜ່ນແໜມ, ສິ່ງນີ້ ຖືໄດ້ວ່າເປັນນະໂຍບາຍທີ່ສອດຄ່ອງ ເພື່ອເຮັດໃຫ້ການຜະລິດມີທ່າຂະຫຍາຍຕົວ ແລະ ຍືນຍົງຕະຫຼອດໄປ.

ສຳລັບການຈຳໜ່າຍຜະລິດຕະພັນ ເສັ້ນເຝີ - ແຜ່ນແໜມ ຂອງບ້ານສະພັງເໜືອ, ທ່ານ ນາງ ທິບພະຈັນ ວົງວິໄລສັກ ກ່າວວ່າ: ໄດ້ຈຳໜ່າຍຕາມທ້ອງຕະຫຼາດ, ຕາມຫ້າງຮ້ານຕ່າງໆພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ, ມາຮອດຕົ້ນປີ 2024, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ເຫັນທ່າແຮງ, ເງື່ອນໄຂ ແລະ ຄວາມເປັນໄປໄດ້ ຈິ່ງນຳສະເໜີຜະລິດຕະພັນຂອງກຸ່ມຜະລິດເສັ້ນເຝີ - ແຜ່ນແໜມ ເຂົ້າຕິດກາໝາຍເປັນສິນຄ້າ 1 ເມືອງ 1 ຜະລິດຕະພັນ ແຫ່ງຊາດ (ໂອດ໋ອບ) ຫຼື One Product One District (ODOP). ມາຮອດປັດຈຸບັນ ກຸ່ມຜະລິດເສັ້ນເຝີ - ແຜ່ນແໜມ ບ້ານສະພັງເໜືອ ໄດ້ຮັບໃບອະນຸຍາດນຳໃຊ້ກາໝາຍສີນຄ້າ ໂອດ໋ອບ ເປັນທີ່ຮຽບຮ້ອຍແລ້ວ ເຊິ່ງເປັນເງື່ອນໄຂໜຶ່ງ ທີ່ໜ້າພາກພູມໃຈ ແລະ ຖືເປັນການຢັ້ງຢືນເຖິງມາດຕະຖານ, ຄວາມບຸກບືນພະຍາຍາມ ທັງກາຍເປັນແຮງຍູ້ດັນ ເຮັດໃຫ້ກຸ່ມຜະລິດ ຕ້ອງສືບຕໍ່ຮັກສາມາດຕະຖານ ແລະ ພັດທະນາຜະລິດຕະພັນຂອງຕົນ ໃຫ້ນັບມື້ກ້າວຂື້ນໄປເລື້ອຍໆ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ – ສັງຄົມທີ່ຂັ້ນເທິງວາງອອກ ແລະ ເຫັນວ່າ ຍັງມີບາງດ້ານທີ່ກຸ່ມຜະລິດເສັ້ນເຝີ - ແຜ່ນແໜມ ມີຄວາມຫຍຸ້ງຍາກ ແລະ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນການຜະລິດເສັ້ນເຝີ - ແຜ່ນແໜມ ຍັງບໍ່ທັນສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກ ທັງພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ ຍ້ອນຍັງຂາດພື້ນຖານວັດຖຸ, ຂາດເຄື່ອງມືທີ່ທັນສະໄໝ, ເຕັກນິກ, ແຮງງານ ແລະ ການເຂົ້າເຖິງແຫຼ່ງທຶນ - ສິນເຊື່ອດອກເບ້ຍຕໍ່າ ຍັງມີລັກສະນະຈໍາກັດ, ສະຖານທີ່ທໍາການຜະລິດກໍຄັບແຄບ ແລະ ການຜະລິດ ຍັງບໍ່ທັນສາມາດເຮັດໄດ້ໝົດປີ, ຍາມຝົນຕົກ ບໍ່ສາມາດຜະລິດເສັ້ນເຝີ - ແຜ່ນແໜມ ໄດ້ ເຮັດໃຫ້ຜະລິດຕະພັນ ບໍ່ສາມາດຕອບສະໜອງໄດ້ຕະຫຼອດປີ.

#. ຂ່າວ-ພາບ: ທູນທອງໃຈ
Bài viết ກຸ່ມຜະລິດເສັ້ນເຝີ – ແຜ່ນແໜມ ເປັນສິນຄ້າ ສ້າງລາຍຮັບແກ່ກຸ່ມ ແລະ ສະມາຊິກໄດ້ເປັນຢ່າງດີ đã xuất hiện đầu tiên vào ngày .
]]>Bài viết ຜະລິດຢາສະໝູນໄພລາວໃຕ້ເປັນສິນຄ້າ ສາມາດພັດທະນາຄອບຄົວ ໃຫ້ຮັ່ງມີເຂັ້ມແຂງ đã xuất hiện đầu tiên vào ngày .
]]>
ທ່ານ ຄຳພູວັນ ສີຈັນທອນ ບ້ານລົ່ມສັກເໜືອ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເປັນຄອບຄົວທີ່ທໍາການຜະລິດຢາສະໜູນໄພລາວໃຕ້ ກາພູເຂົາຂຽວ ທີ່ໄດ້ຮັບການຮັບຮອງຕິດກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດ໋ອບ) ຫຼື One Product One District (ODOP) ແຫ່ງຊາດ ຈາກກະຊວງອຸດສາຫະກຳ ແລະ ການຄ້າ.


ໃນວັນທີ 14 ມັງກອນ 2025 ທ່ານ ຄຳພູວັນ ສີຈັນທອນ ໃຫ້ສໍາພາດ ນີ້ວ່າ: ການຜະລິດຢາສະໝູນໄພລາວໃຕ້ ກາພູເຂົາຂຽວ ເຊິາງເປັນຜະລິດຕະພັນໜື່ງທີ່ຖືອາຊີບຄ້າຂາຍເປັນຕົ້ນຕໍ, ເຊີ່ງທາງຄອບຄົວໄດ້ຍົກຍ້າຍມາຕັ້ງຖິ່ນຖານຢູ່ບ້ານລົ່ມສັກເໜືອ ໃນປີ 2015 ແລະ ກໍໄດ້ຍຶດຖືອາຊີບຄ້າຂາຍ ແລະ ຜະລິດສິນຄ້າ ໂດຍສະເພາະແມ່ນຢານ້ໍາດຳປົວກະເພາະ ທີ່ໄດ້ສືບທອດມາຈາກຮຸ່ນ ຕໍ່ ຮຸ່ນ ຈາກປູ່ຍ່າ – ພໍ່ແມ່ທີ່ເພີ່ນໄດ້ເຄີຍຜະລິດມາແຕ່ປີ 1959 – 1989, ມາຮອດຮຸ່ນ ປີ 2016 ຄອບຄົວ ທ່ານ ຄຳພູວັນ ສີຈັນທອນ ຈິ່ງໄດ້ສືບຕໍ່ຜັນຂະຫຍາຍເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ຄື: ເປັນນ້ໍາ ແລະ ບັນຈຸຂວດຂາຍ ແລະ ໄດ້ຕັ້ງຊື່ຜະລິດຕະພັນ ວ່າ ຢາສະໜູນໄພລາວໃຕ້ ກາພູເຂົາຂຽວ, ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດໃນການຜະລິດສິນຄ້າ ແລະ ການສົ່ງເສີມມູນເຊື້ອພູມປັນຍາທ້ອງຖິ່ນໃນດ້ານຢາພື້ນເມືອງ ທີ່ເປັນມູນມໍລະດົກສືບທອດກັນມາແຕ່ບູຮານນະການ ເພື່ອໃຊ້ເຂົ້າໃນການປິ່ນປົວ ແລະ ເສີມສ້າງບຳລຸງສຸຂະພາບ ທີ່ເປັນສ່ວນໜື່ງຂອງວຽກງານສາທາລະນະສຸກ ແລະ ເປັນວຽກໜຶ່ງທີ່ເປັນທ່າແຮງສູງໃນການຜະລິດເປັນສິນຄ້າ ເພື່ອໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ກາຍເປັນຄອບຄົວກຸ້ມຢູ່ກຸ້ມກິນ. ມາຮອດປີ 2021 – 2022, ພັກ - ລັດ ກໍຄື ອົງການປົກຄອງເມືອງບາຈຽງຈະເລີນສຸກ ໂດຍສະເພາະຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ທີ່ໄດ້ໃຫ້ຄວາມສຳຄັນລົງມາຊຸກຍູ້ຕິດຕາມສົ່ງເສີມຢ່າງເປັນປະຈຳ ເປັນຕົ້ນແມ່ນການຜະລິດ, ການຫຸ້ມຫໍ່, ການຈຳໜ່າຍ ແລະ ປັບປຸງໃຫ້ຜະລິດຕະພັນສາມາດເປັນທີ່ຮອງຮັບຂອງຕະຫຼາດ ແລະ ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງຢ່າງຖືກຕ້ອງຄົບຖ້ວນຕາມລະບຽບການ. ຈາກນັ້ນ ກໍໄດ້ນຳສະເໜີຫາພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ເພື່ອສະເໜີຂໍຕິດກາໝາຍສິນຄ້າໂອດ໋ອບ ແຫ່ງຊາດມາຮອດ ໃນວັນທີ 7 ມີນາ 2023 ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ອະນຸຍາດໃຫ້ຜະລິດຕະພັນ ໄດ້ຮັບການຕິດກາໝາຍສິນຄ້າ ໂອດ໋ອບ ຢ່າງເປັນທາງການ.


ທ່ານ ຄຳພູວັນ ສີຈັນທອນ ກ່າວຕື່ມວ່າ: ດ້ານການຜະລິດ ແລະ ການຈຳໜ່າຍ ໄດ້ເຮັດການຜະລິດຕົ້ນຕໍ ກໍແມ່ນຢານ້ຳດຳທີ່ຊ່ວຍຢັບຢັ້ງການເປັນໂລກກະເພາະ, ມືນຊາ, ອຳມະພຶກ, ອຳມະພາດ ແລະ ບຳລຸງເສີມສ້າງຮ່າງກາຍ. ຈາກນັ້ນ ກໍແມ່ນຢາມ່ອງ ແລະ ຢາຕົ້ມ. ວັດຖຸດິບ ທີ່ນໍາໃຊ້ໃນການຜະລິດ ປະກອບມີ ເປືອກປະດົງ, ໝາກຕຸມ, ເຫັດຫຼິງຈື, ອ້ອຍດໍາ, ນໍ້າເຜິ້ງ, ເປືອກແຄໃຫຍ່, ຫຍ້າຍຸບຍອບ, ຂີ້ເໝັ້ນ, ໝາກຂາມປ້ອມ ແລະ ພືດເປັນຢາຈໍານວນໜຶ່ງ ເຊິ່ງເອົາມາຈາກທໍາມະຊາດ ໂດຍອາໄສປະຊາຊົນທ້ອງຖິ່ນ ເອົາມາສົ່ງໃຫ້. ສໍາລັບຂັ້ນຕອນການຜະລິດ ມີຄວາມສະອາດ, ຖືກຫຼັກອະນາໄມ ແລະ ໄດ້ຮັບໃບຢັ້ງຢືນຄຸນນະພາບ ຈາກອາຫານ ແລະ ຢາ, ສາມາດຜະລິດໄດ້ 10.000 – 15.000 ຂວດຕໍ່ປີ, ມີລາຍຮັບສະເລ່ຍເຖິງ 1 - 1,5 ຕື້ກີບຕໍ່ປີ, ເຮັດໃຫ້ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກ, ກາຍເປັນຄອບຄົວທີ່ກຸ້ມກິນຈກ້າວໄປເຖິງຄອບຄົວຢູ່ດີກິນດີ ແລະ ຮັ່ງມີເທື່ອລະກ້າວ.

ໃນຕອນທ້າຍ ທ່ານ ຄຳພູວັນ ສີຈັນທອນ ຍັງກ່າວອີກວ່າ: ຄຽງຄູ່ກັນນີ້, ການຜະລິດຢາສະໝູນໄພ ເປັນສິນຄ້າ ຍັງມີບາງບັນຫາຂໍ້ຫຍຸ້ງຍາກ ໂດຍສະເພາະແມ່ນວັດຖຸດິບ ທີ່ອາໄສຈາກທໍາມະຊາດ ແລະ ມີການບົກແຫ້ງ. ຍ້ອນແນວນັ້ນ, ໃນຕໍ່ໜ້ານີ້ ຄອບຄົວຂ້າພະເຈົ້າ ຈະໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ເຮັດສວນປູກພືດເປັນຢາ ເປັນຕອບສະໜອງວັດຖຸດິບແກ່ການຜະລິດ ທັງຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ມີວຽກເຮັດງານທໍາ ແລະ ມີລາຍຮັບ. ນອກນີ້ ຍັງຈະໄດ້ສືບຕໍ່ກໍ່ສ້າງພື້ນຖານການຜະລິດ ຕື່ມອີກ. ຖ້າວ່າທ່ານໃດສົນໃຈ ຕ້ອງການຢາສະໝຸນໄພ ໄປຊົມໃຊ້ ກໍສາມາດຫາຊື້ໄດ້ຕາມຮ້ານຂາຍຢາໃກ້ບ້ານທ່ານ ຫຼື ຕ້ອງການເປັນຕົວແທນຈໍາໜ່າຍ ກໍສາມາດຕິດຕໍ່ພົວພັນໄດ້ທີ່ໝາຍເລກໂທລະສັບ 020 98 968 889.

#. ຂ່າວ-ພາບ:ທູນທອງໃຈ
Bài viết ຜະລິດຢາສະໝູນໄພລາວໃຕ້ເປັນສິນຄ້າ ສາມາດພັດທະນາຄອບຄົວ ໃຫ້ຮັ່ງມີເຂັ້ມແຂງ đã xuất hiện đầu tiên vào ngày .
]]>