Order Lyrica (Pregabalin) 150mg, 75mg online
Order Imitrex (Sumatriptan) 100mg, 50mg, 25mg online
Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online
Bài viết ສື່ລາວຍຸກໃໝ່! ເປີດຊຸດຝຶກອົບຮົມຍົກລະດັບການຜະລິດສື່ ແລະ ການນຳໃຊ້ AI ຜ່ານມືຖື đã xuất hiện đầu tiên vào ngày .
]]>
ນະຄອນຫຼວງວຽງຈັນ:
ເມື່ອວັນທີ 22 ມິຖຸນາ 2026, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄດ້ເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າໃນສື່ຫຼາຍແພລດຟອມ, ຫຼາຍມິຕິ” ຢ່າງເປັນທາງການ ທີ່ໂຮງແຮມ ເມືອງແທັງ,ນະຄອນຫຼວງວຽງຈັນ.

ພິທີເປີດໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດໂດຍ ສະຫາຍ ວັນສີ ກົວມົວ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ສະຫາຍ ນາງ ດັງ ທິ ເຟືອງ ຖ້າວ, ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ຄະນະຮັບຜິດຊອບ, ວິທະຍາກອນ ແລະ ສໍາມະນາກອນເຂົ້າຮ່ວມທັງໝົດ 40 ສະຫາຍ (ໃນນີ້ມີສື່ມວນຊົນຍິງ 8 ສະຫາຍ) ທີ່ມາຈາກຫຼາກຫຼາຍພາກສ່ວນທີ່ເປັນກຳລັງຫຼັກຂອງວຽກງານສື່ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ (ຈັດຂຶ້ນແຕ່ວັນທີ 22-26 ມິຖຸນາ 2026) ເນັ້ນໃສ່ການປະຕິບັດຕົວຈິງ ແລະ ການຫັນປ່ຽນສູ່ລະບົບດິຈິຕອນ ໂດຍນັກຂ່າວ ແລະ ບຸກຄະລາກອນສື່ຈະໄດ້ຮຽນຮູ້ສິ່ງໃໝ່ໆ ເຊັ່ນ: ເຕັກນິກການຜະລິດສື່ຜ່ານມືຖື: ທັງການຖ່າຍພາບ, ຕັດຕໍ່ ວິດີໂອ ແລະ ແກ້ໄຂຜົນງານໃຫ້ສົມບູນແບບ.
ການນຳໃຊ້ AI ຢ່າງສ້າງສັນ: ຮຽນຮູ້ການສ້າງ “ຜູ້ຊ່ວຍ AI” (AI Assistant) ໂດຍບໍ່ຈຳເປັນຕ້ອງມີພື້ນຖານການຂຽນໂປຣແກຣມ, ການໃຊ້ AI ຊ່ວຍຂຽນບົດສະຄຣິບ (Script) ວິດີໂອ, ຂຽນຫົວຂໍ້ຂ່າວ ແລະ ເນື້ອໃນສື່ສັງຄົມອອນລາຍ.
ຈັນຍາບັນ ແລະ ຄວາມສ່ຽງ: ສຶກສາເຖິງໂອກາດ, ຂໍ້ຄວນລະວັງ ແລະ ຈັນຍາບັນໃນການນຳໃຊ້ AI ເຂົ້າໃນວຽກງານສື່.
ໃນພິທີເປີດ, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນ ແລະ ຝາກຂໍ້ຄິດທີ່ເລິກເຊິ່ງເຖິງບັນດາສຳມະນາກອນວ່າ:
”AI ອາດຈະບໍ່ສາມາດມາແທນທີ່ນັກຂ່າວໄດ້, ແຕ່ນັກຂ່າວທີ່ຮູ້ຈັກນຳໃຊ້ AI ຢ່າງສຳນິສຳນານ ຈະກາຍເປັນກຳລັງແຮງຫຼັກ ທີ່ຈະກ້າວຂຶ້ນມານຳໜ້າ ແລະ ກຳນົດທິດທາງຂອງສື່ມວນຊົນໃນຍຸກດິຈິຕອນນີ້”
ພ້ອມທັງຮຽກຮ້ອງໃຫ້ສໍາມະນາກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ຕັ້ງໃຈຄົ້ນຄວ້າ, ກ້າຕັ້ງຄຳຖາມ ແລະ ຖອດຖອນບົດຮຽນຈາກຜູ້ຊ່ຽວຊານ ສສ ຫວຽດນາມ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບສູງ ແລະ ຫັນເປັນທັນສະໄໝຢ່າງແທ້ຈິງ.

ສື່ມວນຊົນລາວ #ຝຶກອົບຮົມAI #ຄະນະໂຄສະນາອົບຮົມສູນກາງພັກ #ສື່ຍຸກໃໝ່ #LaosMedia #AIinJournalism
ໜັງສືພິມຈຳປາໃໝ່
ຂ່າວ: ມົນທຽນ ໄຊຍະສິດ
ພາບ: ວັນເພັງ
Bài viết ສື່ລາວຍຸກໃໝ່! ເປີດຊຸດຝຶກອົບຮົມຍົກລະດັບການຜະລິດສື່ ແລະ ການນຳໃຊ້ AI ຜ່ານມືຖື đã xuất hiện đầu tiên vào ngày .
]]>Bài viết ເປີດໂຕ ” ລົດຖີບໄຟຟ້າຮັບໃຊ້ສັງຄົມ “ ຢູ່ນະຄອນປາກເຊ ແຂວງຈໍາປາສັກ đã xuất hiện đầu tiên vào ngày .
]]>
ວັນທີ 20 ມິຖຸນາ 2026,ບໍລິສັດ ຊຽວໜີວ ເທັກໂນໂລຢີ ຈຳກັດ ເປີດໂຕ ລົດຖີບໄຟຟ້າຮັບໃຊ້ສັງຄົມ (Laos E bike) ຢູ່ນະຄອນປາກເຊ ແຂວງຈໍາປາສັກ ເພື່ອຮ່ວມກັນສ້າງ ນະຄອນປາກເຊ ໃຫ້ເປັນຕົວເມືອງສີຂຽວ, ຫຼຸດຜ່ອນການນໍາໃຊ້ນໍ້າມັນເຊື້ອໄຟ ແລະ ສົ່ງເສີມການທ່ຽງທ່ຽວແບບອະນຸລັກ ສິ່ງແວດລ້ອມ. ພິທີຈັດຂຶ້ນຢູ່ໂຮງແຮມ ເອລາວັນ ຣີເວີຊາຍ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະນັ່ນ ສີດາວົງ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ທ່ານ ບາສີ ພອນແກ້ວ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ທ່ານ ດວງປັນຍາ ວໍລະວົງ ຮອງຜູ້ອໍານວຍການບໍລິສັດ ຊຽວໝິວ ເທັກໂນໂລຢີ ຈໍາກັດ. ມີນໍາການນໍາພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ, ການນໍານະຄອນປາກເຊ, ແຂກເຊື້ອເຊີນ ຈາກພາກລັດ, ເອກະຊົນ, ພະນັກງານ ແລະ ສະມາຊິກຄອບຄົວ ລົດຖີບໄຟຟ້າ ຮັບໃຊ້ສັງຄົມ ເຂົ້າຮ່ວມ.

ໃນພິທີ, ທ່ານ ດວງປັນຍາ ວໍລະວົງ ໃນນາມຜູ້ຮ່ວມກໍ່ຕັ້ງ ແລະ ຕາງໜ້າບໍລິສັດ ຊຽວໝິວ ເທັກໂນໂລຢີ ຈໍາກັດ ໄດ້ໃຫ້ກຽດກ່າວຈຸດປະສົງ ແລະ ລາຍງານຄວາມເປັນມາຂອງໂຄງການ ວ່າ: ໂລກຂອງພວກເຮົາພວມຜ່ານຜ່າການປ່ຽນແປງຄັ້ງໃຫຍ່ ໂດຍສະເພາະສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ການຫັນປ່ຽນດ້ານພະລັງງານ ເຊິ່ງບໍ່ແມ່ນເລື່ອງໄກຕົວ, ແຕ່ເປັນໜ້າທີ່ຂອງທຸກຄົນທີ່ຈະຕ້ອງໄດ້ຮ່ວມ ມືກັນແກ້ໄຂ. ດ້ວຍແຮງບັນດານໃຈດັ່ງກ່າວ, ບໍລິສັດ ຊຽວໜີວ ເທັກໂນໂລຢີ ຈຳກັດ ຈຶ່ງໄດ້ສ້າງຕັ້ງ ແລະ ໄດ້ຮັບການຂຶ້ນທະບຽນວິສາຫະກິດຢ່າງເປັນທາງການ ໃນວັນທີ 24 ທັນວາ 2024 ເປັນການຮ່ວມທຶນ ລະຫວ່າງ ນັກລົງທຶນລາວ ແລະ ນັກລົງທຶນຈາກ ສປ ຈີນ ໂດຍມີທຶນຈົດທະບຽນ 10 ຕື້ກີບ ເຊິ່ງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນແຮງກ້າ ທີ່ຈະນຳເອົາການບໍລິການດ້ານເທັກໂນໂລຢີທີ່ທັນສະໄໝ ແລະ ບໍລິການລົດໃຫ້ເຊົ່າທີ່ໄດ້ມາດຕະຖານສາກົນ ມາຮັບໃຊ້ສັງຄົມລາວ.


ທ່ານ ດວງປັນຍາ ວໍລະວົງ ກ່າວຕື່ມວ່າ: ລົດຖີບໄຟຟ້າຈະເປັນທາງເລືອກທີ່ຊ່ວຍປະຢັດຄ່າໃຊ້ຈ່າຍດ້ານພະລັງງານໃນການເດີນທາງປະຈຳວັນຢ່າງແທ້ຈິງ ທັງເປັນການຕອບແທນຄືນສູ່ຊຸມຊົນ, ບໍລິສັດ ໄດ້ຕັ້ງເປົ້າໝາຍແບ່ງປັນຜົນກຳໄລເຂົ້າໃນກິດຈະກໍາສາທາລະນະປະໂຫຍດ ເຊັ່ນ: ການສະໜັບສະໜູນການສຶກສາ, ການຊ່ວຍເຫຼືອສັງຄົມ ແລະ ການປູກຕົ້ນໄມ້ເພີ່ມພື້ນທີ່ສີຂຽວ. ພວກເຮົາເຊື່ອໝັ້ນວ່າ ລົດຖີບໄຟຟ້າ ຮັບ ໃຊ້ສັງຄົມ ຈະເປັນສ່ວນໜຶ່ງໃນການຍົກລະດັບຊີວິດການເປັນຢູ່ຂອງຊາວນະຄອນປາກເຊ, ອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວທີ່ມາຢ້ຽມຢາມ ແລະ ສ້າງພາບລັກການເປັນເມືອງທັນສະໄໝພະລັງງານສະອາດ ໃຫ້ແກ່ແຂວງ ຈຳປາສັກ. ພ້ອມນີ້ ກໍໄດ້ນໍາສະເໜີຂໍ້ມູນດ້ານເຕັກນິກ, ວິທີການນໍາໃຊ້ ແລະ ລະບົບແອັບພລິເຄຊັນ.

ໂອກາດນີ້, ທ່ານ ສະນັ່ນ ສີດາວົງ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງ ກໍມີກ່າວຄຳເຫັນວ່າ: ການເປີດໂຕລົດຖີບໄຟຟ້າຮັບໃຊ້ສັງຄົມຄັ້ງນີ້ ຖືເປັນບາດກ້າວອັນສໍາຄັນ ແລະ ເປັນຂີດໝາຍໃໝ່ ໃນການຫັນປ່ຽນວິຖີຊີວິດການສັນຈອນຂອງພໍ່ແມ່ປະຊາຊົນ, ນັກຮຽນ – ນັກສຶກສາ ລວມເຖິງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ກ້າວໄປສູ່ການນໍາໃຊ້ພະລັງງານສະອາດ ເພື່ອບັນລຸເປົ້າໝາຍຫຼຸດຜ່ອນມົນລະພິດ, ຊ່ວຍຫຼຸດຜ່ອນການປ່ອຍກາສເຮືອນແກ້ວ ແລະ ຄວັນພິດຈາກຍານພາຫະນະຕາມທ້ອງຖະໜົນ, ຮັກສາອາກາດທີ່ບໍລິສຸດໃຫ້ກັບຕົວເມືອງ; ເປັນທາງເລືອກໃໝ່ໃນການເດີນທາງທີ່ມີລາຄາປະຢັດ, ເໝາະສົມກັບທຸກເພດທຸກໄວ, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນຊີວິດປະຈຳວັນຂອງປະຊາຊົນ. ນອກນີ້ ກໍເພື່ອຍົກລະດັບພາບພົດການທ່ອງທ່ຽວ, ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ ຜ່ານການບໍລິການທີ່ ທັນສະໄໝ, ສະດວກສະບາຍ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ການຫັນມານໍາໃຊ້ລົດຖີບໄຟຟ້າ ຍັງເປັນການສະແດງເຖິງຄວາມສີວິໄລ ແລະ ຄວາມຮ່ວມມືຂອງທຸກພາກສ່ວນ ໃນການສ້າງສັງຄົມ. ເພື່ອເຮັດໃຫ້ໂຄງການນີ້ ດໍາເນີນໄປດ້ວຍຄວາມຮຽບຮ້ອຍ, ມີຄວາມຍືນຍົງ ແລະ ເກີດປະໂຫຍດສູງສຸດຕໍ່ສັງຄົມ, ຂໍຮຽກຮ້ອງມາຍັງພາກສ່ວນຮັບຜິດຊອບ ແລະ ບໍລິສັດຜູ້ບໍລິການ ຈົ່ງເອົາໃຈໃສ່ໃນການຄຸ້ມຄອງ, ບຳລຸງຮັກສາລະບົບ ແລະ ຕົວລົດຖີບໄຟຟ້າໃຫ້ມີຄວາມພ້ອມ, ມີຄວາມປອດໄພ 100% ໃນການບໍລິການຢູ່ສະເໝີ, ພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ທຸກທ່ານ: ຈົ່ງຮ່ວມກັນເປັນເຈົ້າການໃນການນໍາໃຊ້ຢ່າງມີສະຕິ, ຮັກສາ ຊັບສິນສ່ວນລວມ, ເຄົາລົບກົດລະບຽບການຈະລາຈອນຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົນເອງ ແລະ ຜູ້ຮ່ວມທາງ.
#ຕໍ່ມາ, ກໍໄດ້ຕັດແຖບຜ້າເປີດໂຕ ລົດຖີບໄຟຟ້າຢ່າງເປັນທາງການ. ຈາກນັ້ນ, ຄະນະປະທານ, ການນໍາຂັ້ນສູງ ແລະ ແຂກທີ່ເຂົ້າຮ່ວມພີລິທີ ກໍໄດ້ຢ້ຽມຊົມຜະລິດຕະພັນ ແລະ ທົດລອງຂັບຂີ່ລົດຖີບໄຟຟ້າຕົວຈິງ ຕື່ມອີກ.


ຂ່າວ-ພາບ: ທູນທອງໃຈ
Bài viết ເປີດໂຕ ” ລົດຖີບໄຟຟ້າຮັບໃຊ້ສັງຄົມ “ ຢູ່ນະຄອນປາກເຊ ແຂວງຈໍາປາສັກ đã xuất hiện đầu tiên vào ngày .
]]>Bài viết ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮ່ວມຂະບວນປູກຕົ້ນໄມ້ຢູ່ເມືອງ ປະທຸມພອນ đã xuất hiện đầu tiên vào ngày .
]]>
ໃນຕອນເຊົ້າຂອງ ວັນທີ 9 ມິຖຸນາ 2026, ເມືອງປະທຸມພອນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2026 ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2026 ຂຶ້ນຢູ່ ທີ່ໂຮງຮຽນປະຖົມສົມບູນ ບ້ານຫຼັກສີ່ສິບ
ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົງຮົມແຂວງ(ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທຸມພອນ), ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ. ພ້ອມດ້ວຍບັນດາທ່ານຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ບໍລິສັດດັກລັກຣັບເບີຈຳກັດ(ຜູ້ສະໜັບສະໜູນການຈັດງານ), ກຳລັງປກສ-ປກຊ, ຄະນະກຳມະການປົກຄອງ 5 ຕາແສງ, ບັນດາແຂກທີ່ຖຶກເຊີນ, ພະນັກງານ-ລັດຖະກອນ, ອົງການປົກຄອງບ້ານຫຼັກສີ່ສິບ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມພິທີຢ່າງພ້ອມພຽງ.

ການຈັດກິດຈະກຳໃນຄັ້ງນີ້ ມີຈຸດປະສົງເພື່ອສືບສານປະເພນີອັນດີງາມໃນການອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້, ສ້າງຈິດສຳນຶກໃຫ້ພາກສ່ວນຕ່າງໆ ແລະ ປະຊາຊົນ ໃຫ້ເຫັນຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ, ການເພີ່ມພື້ນທີ່ສີຂຽວ ແລະ ການຮ່ວມມືກັນຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ.
#ໃນໂອກາດນີ້ ທ່ານ ປະດິດ ວັນນະລັດສະໝີ ໄດ້ເນັ້ນໜັກໃຫ້ທຸກຂະແໜງການ, ອົງການຈັດຕັ້ງ ແລະ ປະຊາຊົນ ສືບຕໍ່ປຸກຈິດສຳນຶກໃນການຮັກສາປ່າໄມ້, ອະນຸລັກທຳມະຊາດ, ຫຼຸດຜ່ອນການທຳລາຍສິ່ງແວດລ້ອມ ແລະ ຮ່ວມກັນປູກຕົ້ນໄມ້ໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມຂຽວງາມ ແລະ ຄວາມຍືນຍົງໃຫ້ແກ່ສັງຄົມ.
ຫຼັງຈາກສຳເລັດພິທີເປີດ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມໃຈກັນປູກຕົ້ນໄມ້ພາຍໃນບໍລິເວນໂຮງຮຽນ ເພື່ອປະກອບສ່ວນໃນການອະນຸລັກສິ່ງແວດລ້ອມ, ສ້າງພູມສັນຖານສີຂຽວ ແລະ ສົ່ງເສີມໃຫ້ນັກຮຽນໄດ້ຮຽນຮູ້ເຖິງຄຸນຄ່າຂອງຕົ້ນໄມ້ ແລະ ທຳມະຊາດ. ບັນຍາກາດຂອງກິດຈະກຳເປັນໄປດ້ວຍຄວາມຄຶກຄື້ນ, ສາມັກຄີ ແລະ ຮັບຜິດຊອບຕໍ່ການອະນຸລັກສິ່ງແວດລ້ອມຮ່ວມກັນ.

#ຂ່າວ-ພາບ: ສີສົມບູນ ວົງວຽງຄຳ
Bài viết ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮ່ວມຂະບວນປູກຕົ້ນໄມ້ຢູ່ເມືອງ ປະທຸມພອນ đã xuất hiện đầu tiên vào ngày .
]]>Bài viết ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມ ປະຈຳປີ 2026 ຢ່າງຟົດຟື້ນ ພ້ອມຕັ້ງເປົ້າປູກໄມ້ໃຫ້ໄດ້ 120 ເຮັກຕາ ໃນເຂດອຸທິຍານແຫ່ງຊາດດົງຫົວສາວ đã xuất hiện đầu tiên vào ngày .
]]>
ໃນວັນທີ 13 ມິຖຸນາ 2026 ນີ້, ຢູ່ທີ່ຈຸດບ້ານນໍ້າພາກ (ເຂດອຸທິຍານແຫ່ງຊາດດົງຫົວສາວ) ແລະ ຢູ່ທີ່ຈຸດພູດິນ ບ້ານກຽດໂງ້ງ (ເຂດອຸທິຍານແຫ່ງຊາດ ເຊປຽນ) ເມືອງປະທຸມພອນ ແຂວງຈຳປາສັກ,ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຳປາສັກ ຮ່ວມກັບ ກອງຄຸມຄອງອຸທິຍານແຫ່ງຊາດດົງຫົວສາວ, ກອງຄຸ້ມຄອງອຸທິຍານແຫ່ງຊາດ ເຊປຽນ, ອົງການປົກຄອງເມືອງປະທຸມພອນ, ອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ແລະ ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ (1 ມິຖຸນາ 1980 – 2026) ຕິດພັນກັບວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ (5 ມິຖຸນາ) ພາຍໃຕ້ຄຳຂວັນ “ເຖິງເວລາແລ້ວ ພວກເຮົາຕ້ອງໃສ່ໃຈຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ” (#NowForClimate).

ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ໂດຍມີ ທ່ານ ສົມຈິດ ແພງສະຫວັດ, ກຳມະການພັກແຂວງ, ເລຂາພັກເມືອງ, ປະທານສະພາປະຊາຊົນປະຈຳເມືອງປະທຸມພອນ; ທ່ານ ຄຳ ນີລະວົງ, ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍບັນດາການນຳແຂວງ, ເມືອງ, ຜູ້ຕາງໜ້າຈາກພາກທຸລະກິດ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວເນັ້ນໜັກເຖິງຄວາມສຳຄັນຂອງປ່າໄມ້ ທີ່ເປັນຊັບພະຍາກອນອັນລໍ້າຄ່າ ແລະ ຕິດພັນກັບການດຳລົງຊີວິດຂອງປະຊາຊົນ. ການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ແມ່ນວຽກງານຍຸດທະສາດທີ່ສຳຄັນ ຕາມທິດທາງພັດທະນາສີຂຽວ ແລະ ຍືນຍົງ ໂດຍສຸມໃສ່ຍຸດທະສາດການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ບັນລຸ 70% ໃນປີ 2030. ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນເດັກນ້ອຍ ແລະ ເຍົາວະຊົນ ໃຫ້ມີຄຸນນະພາບ, ມີສະຕິຮັກ ແລະ ຫວງແຫນທຳມະຊາດ ເພື່ອສ້າງຄົນຮຸ່ນໃໝ່ທີ່ຈະກາຍເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ ດັ່ງຄຳຂວັນທີ່ວ່າ “ປູກຕົ້ນໄມ້ໃນວັນນີ້ ເພື່ອລູກຫຼານໃນວັນໜ້າ, ເດັກນ້ອຍທີ່ດີໃນວັນນີ້ ຄືຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ”.
ໂອກາດດຽວກັນ, ທ່ານ ຄຳ ນີລະວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແສດລ້ອມ ໄດ້ມີຄໍາເຫັນໃຫ້ຮູ້ກ່ຽວກັບແຜນການຟື້ນຟູ ແລະ ປູກປ່າ ໂດຍສະເພາະໃນເຂດອຸທິຍານແຫ່ງຊາດດົງຫົວສາວ (ເຊິ່ງມີເນື້ອທີ່ທັງໝົດ 99.795 ເຮັກຕາ, ກວມເອົາເຂດເມືອງປະທຸມພອນ 57.42%). ໃນໄລຍະປີ 2025 ຜ່ານມາ ສາມາດປູກໄມ້ໄດ້ 5 ເຮັກຕາ ແລະ ຟື້ນຟູປ່າແບບທຳມະຊາດໄດ້ 1.500 ເຮັກຕາ. ສໍາລັບປີ 2026 ນີ້, ອຸທິຍານແຫ່ງຊາດດົງຫົວສາວ ມີແຜນການທີ່ຈະປູກໄມ້ທັງໝົດ ຈຳນວນ 120 ເຮັກຕາ ໂດຍຈະເລີ່ມປູກຢູ່ບ້ານນໍ້າພາກ 3 ເຮັກຕາ, ບ້ານສົມສຸກ ແລະ ບ້ານນາບອນ ບ້ານລະ 5 ເຮັກຕາ, ພ້ອມທັງສົ່ງເສີມປະຊາຊົນປູກຕົ້ນໝາກຈອງ ແລະ ຮ່ວມມືກັບເຂື່ອນໄຟຟ້ານໍ້າປາກຊ່ອງ ປູກໄມ້ໃນບໍລິເວນອ່າງຮັບນໍ້າຕື່ມອີກ 16 ເຮັກຕາ.
#ພ້ອມນີ້ທ່ານ ສົມພານ ແກ້ວຫານາມ, ຫົວໜ້າກອງຄຸ້ມຄອງອຸທິຍານແຫ່ງຊາດ ເຊປຽນ ໄດ້ຂຶ້ນລາຍງານການກະກຽມຄວາມພ້ອມ ໂດຍຍົກໃຫ້ເຫັນວ່າ: ໃນທົ່ວແຂວງຈຳປາສັກ ມີເນື້ອທີ່ປ່າໄມ້ທັງໝົດ 1.062.648 ເຮັກຕາ, ກວມ 69,23% ຂອງເນື້ອທີ່ທົ່ວແຂວງ. ສຳລັບແຜນການປູກໄມ້ໃນປີ 2026 ນີ້, ອຸທິຍານແຫ່ງຊາດ ເຊປຽນ ມີແຜນການປູກໄມ້ໃນເຂດອຸທິຍານໃຫ້ໄດ້ 15 ເຮັກຕາ, ຟື້ນຟູປ່າແບບທຳມະຊາດ ແລະ ປູກເສີມກ້ອງປ່າໃຫ້ໄດ້ 785 ເຮັກຕາ. ສະເພາະຂະບວນການປູກໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດຄັ້ງນີ້ ແມ່ນໄດ້ຮ່ວມກັບ ອົງການ WWF-Laos ປູກໃນພື້ນທີ່ກຳນົດ 8 ເຮັກຕາ ຢູ່ຈຸດພູດິນ ບ້ານກຽດໂງ້ງ, ນຳໃຊ້ເບ້ຍໄມ້ທັງໝົດ 10,000 ເບ້ຍ (ມີ 11 ຊະນິດໄມ້ ເປັນຕົ້ນແມ່ນ ໄມ້ດູ່, ໄມ້ແຄນ, ໄມ້ແຕ້ຂ່າ, ໄມ້ຂະຍຸງ, ໄມ້ຍາງ ແລະ ໄມ້ໝາກຈອງ). ນອກຈາກນີ້, ຍັງມີແຜນປູກຢູ່ເຂດອຸທິຍານແຫ່ງຊາດດົງຫົວສາວ ອີກຈຳນວນ 120 ເຮັກຕາ, ໃນນັ້ນປູກຢູ່ບ້ານນຳ້ພາກ 3 ເຮັກຕາ (ໂດຍການສະໜັບສະໜູນ ຈາກບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ), ບ້ານສົມສຸກ ແລະ ບ້ານນາບອນ ບ້ານລະ 5 ເຮັກຕາ ພ້ອມທັງສົ່ງເສີມປະຊາຊົນປູກໄມ້ ແລະ ຮ່ວມກັບເຂື່ອນໄຟຟ້ານໍ້າປາກຊ່ອງ ປູກໃນເຂດອ່າງຮັບນໍ້າອີກ 16 ເຮັກຕາ.
ໃນຕອນທ້າຍຂອງພິທີ ຍັງໄດ້ມີການມອບເບ້ຍໄມ້ ແລະ ໃບກຽດຕິຄຸນ ໃຫ້ແກ່ຜູ້ສະໜັບສະໜູນຫຼັກ ເປັນຕົ້ນແມ່ນ ອົງການ WWF-Laos, ບໍລິສັດ ໄຟຟ້າແສງຕາເວັນ ບ້ານໂພນສະອາດ (ຈະເລີນເຊກອງ) ແລະ ບໍລິສັດ ລາວຮາຍຊຽງ ຊັບພະຍາກອນທຳມະຊາດ ຈຳກັດຜູ້ດຽວ. ພ້ອມດຽວກັນນັ້ນ, ຄະນະປະທານກໍ່ໄດ້ຮ່ວມກັນມອບຂອງຂວັນວັນເດັກ ໃຫ້ແກ່ນ້ອງນ້ອຍນັກຮຽນ ແລະ ນຳພາຜູ້ເຂົ້າຮ່ວມທັງໝົດ ລົງມືປູກຕົ້ນໄມ້ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ. ຫຼັງຈາກນີ້, ທາງຄະນະຮັບຜິດຊອບ ຈະໄດ້ມອບໝາຍຄວາມຮັບຜິດຊອບ ໃຫ້ແກ່ອົງການຈັດຕັ້ງທ້ອງຖິ່ນ, ພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນ ໃນການຕິດຕາມ, ບົວລະບັດຮັກສາ ແລະ ປູກສ້ອມແຊມຕົ້ນໄມ້ທີ່ຕາຍ ເພື່ອຮັບປະກັນໃຫ້ຕົ້ນໄມ້ທີ່ປູກໃນມື້ນີ້ ສາມາດຈະເລີນເຕີບໂຕກາຍເປັນຜືນປ່າທີ່ອຸດົມສົມບູນ ແລະ ຂຽວສົດງົດງາມໃນອະນາຄົດ.



ຂ່າວ-ພາບ: ຈັນທະວີສັກ
Bài viết ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມ ປະຈຳປີ 2026 ຢ່າງຟົດຟື້ນ ພ້ອມຕັ້ງເປົ້າປູກໄມ້ໃຫ້ໄດ້ 120 ເຮັກຕາ ໃນເຂດອຸທິຍານແຫ່ງຊາດດົງຫົວສາວ đã xuất hiện đầu tiên vào ngày .
]]>Bài viết ຂໍເຊີນເຊີນຊວນທຸກທ່ານ ມາທ່ຽວຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ລາວ – ຫວຽດນາມ ປະຈໍາປີ 2026 ທີ່ນະຄອນປາກເຊ. đã xuất hiện đầu tiên vào ngày .
]]>


Admin: ທູນທອງໃຈ
Bài viết ຂໍເຊີນເຊີນຊວນທຸກທ່ານ ມາທ່ຽວຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ລາວ – ຫວຽດນາມ ປະຈໍາປີ 2026 ທີ່ນະຄອນປາກເຊ. đã xuất hiện đầu tiên vào ngày .
]]>Bài viết ນະຄອນປາກເຊ ກຽມເປັນເຈົ້າພາບ ເວທີປຶກສາຫາລືເສດຖະກິດລະດັບພາກພື້ນ ເພື່ອຊຸກຍູ້ການເຊື່ອມຕໍ່ແນວທາງ EWEC 2026 ໂດຍການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ đã xuất hiện đầu tiên vào ngày .
]]>
ເພື່ອສືບຕໍ່ຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ໃນວັນທີ 3 ເມສາ 2026 ນີ້, ຢູ່ທີ່ນະຄອນປາກເຊ ແຂວງຈຳປາສັກ ຈະມີພິທີເປີດ “ກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ການເຊື່ອມຕໍ່ແນວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ (EWEC) 2026” ຢ່າງເປັນທາງການ.
ເຫດການເສດຖະກິດທີ່ພົ້ນເດັ່ນໃນຄັ້ງນີ້ ແມ່ນການຮ່ວມມືກັນລະຫວ່າງ ຄະນະກຳມະການປະຊາຊົນນະຄອນດານັງ (ສສ ຫວຽດນາມ), ສະຖານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ ປາກເຊ ແລະ ອົງການປົກຄອງແຂວງຈຳປາສັກ (ສປປ ລາວ) ເພື່ອແນໃສ່ເປີດກວ້າງກາລະໂອກາດການຮ່ວມມື ໃຫ້ແກ່ບັນດາທ້ອງຖິ່ນໃນທົ່ວແນວທາງເສດຖະກິດ EWEC.
ການລວມຕົວຂອງບັນດາຜູ້ນຳ ແລະ ນັກທຸລະກິດກວ່າ 400 ທ່ານ. ກອງປະຊຸມຄັ້ງນີ້ ຄາດວ່າຈະດຶງດູດຄະນະຜູ້ແທນເຂົ້າຮ່ວມປະມານ 400 ທ່ານ ຈາກບັນດາກະຊວງ, ຂະແໜງການຂັ້ນສູນກາງຂອງສອງປະເທດ, ລວມທັງຜູ້ຕາງໜ້າຈາກ 12 ທ້ອງຖິ່ນຂອງຫວຽດນາມ ແລະ ການນຳຈາກ 5 ແຂວງ ພາກກາງ ແລະ ພາກໃຕ້ຂອງລາວ (ຈຳປາສັກ, ເຊກອງ, ສາລະວັນ, ອັດຕະປື ແລະ ສະຫວັນນະເຂດ). ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກແຂວງອຸບົນລາດຊະທານີ (ຣາຊະອານາຈັກໄທ) ພ້ອມດ້ວຍນັກທຸລະກິດ ແລະ ອົງການການທູດຢ່າງຫຼວງຫຼາຍ ເຊິ່ງເປັນການຢືນຢັນເຖິງທີ່ຕັ້ງຍຸດທະສາດຂອງແນວທາງ EWEC ໃນການເຊື່ອມໂຍງເສດຖະກິດພາກພື້ນ. ຈາກເວທີສົນທະນາ ສູ່ການປະຕິບັດຕົວຈິງ ເວທີປຶກສາຫາລືຈະສຸມໃສ່ການສົນທະນາທີ່ເປັນຮູບປະທຳ ຜ່ານ 2 ຫົວຂໍ້ຫຼັກ ຄື:“ປະຕູສູ່ຕະຫຼາດພາກໃຕ້ – ພາກກາງຂອງລາວ”: ເຈາະເລິກກາໂອກາດ ແລະ ສິ່ງທ້າທາຍໃນການເຂົ້າສູ່ຕະຫຼາດທ້ອງຖິ່ນ.
“ການຊຸກຍູ້ການຮ່ວມມືຂ້າມແດນ”: ປຶກສາຫາລືກ່ຽວກັບການປັບປຸງນະໂຍບາຍໃນຂົງເຂດການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະ ລະບົບໂລຈິສຕິກ (Logistics) ເພື່ອຂຸດຄົ້ນທ່າແຮງຮ່ວມກັນໃຫ້ເກີດປະໂຫຍດສູງສຸດ.
ຂີດໝາຍໃໝ່: ເຊັນ MOU ກວ່າ 20 ສະບັບ ສຳລັບປີ 2026-2030. ຈຸດເດັ່ນທີ່ສຳຄັນ ແລະ ເປັນໜ້າຈັບຕາທີ່ສຸດຂອງກອງປະຊຸມຄັ້ງນີ້ ແມ່ນຈະມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຫຼາຍກວ່າ 20 ສະບັບ ລະຫວ່າງ ນະຄອນດານັງ ແລະ ບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາທ້ອງຖິ່ນ ແລະ ສະມາຄົມທຸລະກິດຢູ່ລາວ ສຳລັບໄລຍະປີ 2026 – 2030.
ກອງປະຊຸມເວທີປຶກສາຫາລືໃນຄັ້ງນີ້ ບໍ່ພຽງແຕ່ເປັນເວທີພົບປະແລກປ່ຽນເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງອະນາຄົດແຫ່ງຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ເຊິ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີພິເສດ ລາວ – ຫວຽດນາມ ຈະໄດ້ຮັບການເພີ່ມພູນຄູນສ້າງດ້ວຍຜົນສຳເລັດດ້ານເສດຖະກິດ-ສັງຄົມ ທີ່ເປັນຮູບປະທຳ ແລະ ຍືນຍົງ.
Bài viết ນະຄອນປາກເຊ ກຽມເປັນເຈົ້າພາບ ເວທີປຶກສາຫາລືເສດຖະກິດລະດັບພາກພື້ນ ເພື່ອຊຸກຍູ້ການເຊື່ອມຕໍ່ແນວທາງ EWEC 2026 ໂດຍການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ đã xuất hiện đầu tiên vào ngày .
]]>Bài viết ແຂວງຈຳປາສັກ ປະກາດສ້າງຕັ້ງ “ຕາແສງ” ສຳເລັດ 100% ທົ່ວແຂວງ ລວມທັງໝົດ 46 ແຫ່ງ! đã xuất hiện đầu tiên vào ngày .
]]>
ຖືເປັນບາດກ້າວທີ່ສຳຄັນໃນການປັບປຸງກົນໄກການບໍລິຫານລັດໃຫ້ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ. ໃນທ້າຍເດືອນມີນາ 2026 ນີ້, ແຂວງຈຳປາສັກ ໄດ້ປະກາດສ້າງຕັ້ງຕາແສງຢ່າງເປັນທາງການສຳເລັດແລ້ວ 100% ໃນທົ່ວແຂວງ ເຊິ່ງລວມມີທັງໝົດ 46 ຕາແສງ ຄອບຄຸມທັງ 9 ເມືອງ:
#ລາຍຊື່ 46 ຕາແສງ ທີ່ປະກາດສ້າງຕັ້ງສຳເລັດມີດັ່ງນີ້:
1 ຕາແສງສະໜາມໄຊ
2 ຕາແສງເກົ່າເກິ່ງ
3 ຕາແສງປາກຊ່ອງ
4 ຕາແສງດອນຕະຫຼາດ
5 ຕາແສງກະດັນ
6 ຕາແສງໜອງແຕ້
7 ຕາແສງຄອນ
8 ຕາແສງສຸຂຸມາ
9 ຕາແສງປະທຸມພອນ
10 ຕາແສງໜອງຜຳ
11 ຕາແສງຫາດຊາຍຄູນ
12 ຕາແສງເວີນ
13 ຕາແສງໜອງວຽນ
14 ຕາແສງເຊນ້ຳນ້ອຍ
15 ຕາແສງດອນໂຂງ
16 ຕາແສງອຸທຸມ
17 ຕາແສງມ່ວງ
18 ຕາແສງອຸດົມສິນ
19 ຕາແສງຈຳປາສັກ
20 ຕາແສງຂະເໝົາ
21 ຕາແສງສະຜ່າຍ
22 ຕາແສງນາດີ
23 ຕາແສງອີ່ຕູ້
24 ຕາແສງບຸ່ນ
25 ຕາແສງວັງເວີນ
26 ຕາແສງປາກເຊ
27 ຕາແສງທ່ຽງສຳພັນ
28 ຕາແສງໜອງໃສ
29 ຕາແສງນ້ຳອ້ອມ
30 ຕາແສງກອງຕູນ
31 ຕາແສງໂຊກອຳນວຍ
32 ຕາແສງຫົວແຊ
33 ຕາແສງບຸ່ງຄ້າ
34 ຕາແສງໂພນທອງ
35 ຕາແສງພະໂພ
36 ຕາແສງຄັນເກີງ
37 ຕາແສງໜອງດູ່
38 ຕາແສງດົງຍາງ
39 ຕາແສງໜອງງາ
40 ຕາແສງກະດັນ
41 ຕາແສງສາມປາງ
42 ຕາແສງແກ້ງເກີຍ
43 ຕາແສງສັກເມືອງ
44 ຕາແສງກຸດຈິກ
45 ຕາແສງສຳຫຼຽງ
46 ຕາແສງຫ້ວຍແຮ່
ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຄັ້ງນີ້ ເພື່ອເປັນການຍົກລະດັບການບໍລິການພໍ່ແມ່ປະຊາຊົນໃຫ້ມີຄວາມສະດວກ ແລະ ວ່ອງໄວກວ່າເກົ່າ.
Bài viết ແຂວງຈຳປາສັກ ປະກາດສ້າງຕັ້ງ “ຕາແສງ” ສຳເລັດ 100% ທົ່ວແຂວງ ລວມທັງໝົດ 46 ແຫ່ງ! đã xuất hiện đầu tiên vào ngày .
]]>Bài viết #ເຕືອນໄພມິດສາຊີບຜ່ານສາຍດ່ວນ: 101, 109, 135, 1555, 1989, 1533 đã xuất hiện đầu tiên vào ngày .
]]>https://www.facebook.com/share/v/1C1xUxGabZ/

Bài viết #ເຕືອນໄພມິດສາຊີບຜ່ານສາຍດ່ວນ: 101, 109, 135, 1555, 1989, 1533 đã xuất hiện đầu tiên vào ngày .
]]>Bài viết “ເປີດສາກຢ່າງຍິ່ງໃຫຍ່! ງານບຸນນະມັດສະການຜາສາດຫີນວັດພູ ປະຈຳປີ 2026. đã xuất hiện đầu tiên vào ngày .
]]>
”ແສງ ສີ ສຽງ ແລະ ມົນສະເໜ່ແຫ່ງອະດີດ… ພາບຄວາມປະທັບໃຈໃນມື້ເປີດງານບຸນວັດພູ 2026. 
”





https://www.facebook.com/share/v/17v1xCWVde/
Bài viết “ເປີດສາກຢ່າງຍິ່ງໃຫຍ່! ງານບຸນນະມັດສະການຜາສາດຫີນວັດພູ ປະຈຳປີ 2026. đã xuất hiện đầu tiên vào ngày .
]]>Bài viết ຊົມເຊີຍຢ່າງສຸດໃຈ!! ວັນປະກາດເອກະລາດ ຄົບຮອບ 80ປີ ໝັ້ນຍືນ!! đã xuất hiện đầu tiên vào ngày .
]]> ວັນປະກາດເອກະລາດ ຄົບຮອບ 80ປີ ໝັ້ນຍືນ!!
( 12 ຕຸລາ 1945 – 12 ຕຸລາ 2025 )




Bài viết ຊົມເຊີຍຢ່າງສຸດໃຈ!! ວັນປະກາດເອກະລາດ ຄົບຮອບ 80ປີ ໝັ້ນຍືນ!! đã xuất hiện đầu tiên vào ngày .
]]>