Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

Lưu trữ ບັນດາຂະແໜງການພາຍໃນ ຄອຮ.ຂ - https://ptcps.gov.la Tue, 24 Mar 2026 03:49:08 +0000 en-US hourly 1 https://wordpress.org/?v=6.5.7 https://ptcps.gov.la/wp-content/uploads/2024/01/cropped-ແນທທ-1-32x32.jpg Lưu trữ ບັນດາຂະແໜງການພາຍໃນ ຄອຮ.ຂ - https://ptcps.gov.la 32 32 ເປີດບັ້ນຝຶກອົບຮົມໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ https://ptcps.gov.la/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%9a%e0%ba%b1%e0%bb%89%e0%ba%99%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%83%e0%ba%ab%e0%bb%89%e0%ba%a1%e0%ba%b0/ https://ptcps.gov.la/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%9a%e0%ba%b1%e0%bb%89%e0%ba%99%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%83%e0%ba%ab%e0%bb%89%e0%ba%a1%e0%ba%b0/#respond Tue, 24 Mar 2026 03:49:08 +0000 https://ptcps.gov.la/?p=6521               ໃນວັນທີ 12 ມີນາ 2026 ນີ້ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ເປີດບັ້ນຝຶກອົບຮົມໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ, ໃຫ້ກຽດເປັນປະທານຂອງທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຂະແໜງການທີ່ຂຶ້ນກັບຄະນະໂຄສະນາອົບຮົມ, ມີມະຫາຊົນກ້າວໜ້າທີ່ຂະຫຍາຍເຂົ້າພັກຈາກພະແນກການກົມກອງອ້ອມຂ້າງແຂວງ ຈໍານວນ 35 ທ່ານ, ຍິງ 16 ທ່ານເຂົ້າຮ່ວມ.           ໃນພິທີພາຍຫຼັງປະທານກອງປະຊຸມກ່າວເປີດພິທີຢ່າງເປັນທາງການ ກໍໄດ້ເຂົ້າສູ່ການນໍາສະເໜີບັນດາຄໍາຖາມຕ່າງໆ ເພື່ອແນໃສ່ໃຫ້ມະຫາຊົນກ້າວໜ້າໄດ້ຄົ້ນຄິດ ແລະ ຮັບຟັງຄໍາຕອບຈາກວິທະຍາກອນ ຄື: ສະເໜີຄໍາຖາມທີ 1: ພັກການເມືອງແມ່ນຫຍັງ ? ເປັນຫຍັງຈຶ່ງຕ້ອງມີພັກການເມືອງ – ຄໍາຖາມທີ 2: ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນຄືແນວໃດ ? ພັກການເມືອງແມ່ນຫຍັງ ? ເປັນຫຍັງຈິ່ງຕ້ອງມີພັກການເມືອງ -ຖາມທີ 3: ພັກປະຊາຊົນປະຕິວັດລາວແມ່ນພັກແນວໃດ ? ...

Bài viết ເປີດບັ້ນຝຶກອົບຮົມໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ đã xuất hiện đầu tiên vào ngày .

]]>

              ໃນວັນທີ 12 ມີນາ 2026 ນີ້ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ເປີດບັ້ນຝຶກອົບຮົມໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ, ໃຫ້ກຽດເປັນປະທານຂອງທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຂະແໜງການທີ່ຂຶ້ນກັບຄະນະໂຄສະນາອົບຮົມ, ມີມະຫາຊົນກ້າວໜ້າທີ່ຂະຫຍາຍເຂົ້າພັກຈາກພະແນກການກົມກອງອ້ອມຂ້າງແຂວງ ຈໍານວນ 35 ທ່ານ, ຍິງ 16 ທ່ານເຂົ້າຮ່ວມ.

          ໃນພິທີພາຍຫຼັງປະທານກອງປະຊຸມກ່າວເປີດພິທີຢ່າງເປັນທາງການ ກໍໄດ້ເຂົ້າສູ່ການນໍາສະເໜີບັນດາຄໍາຖາມຕ່າງໆ ເພື່ອແນໃສ່ໃຫ້ມະຫາຊົນກ້າວໜ້າໄດ້ຄົ້ນຄິດ ແລະ ຮັບຟັງຄໍາຕອບຈາກວິທະຍາກອນ ຄື:
ສະເໜີຄໍາຖາມທີ 1: ພັກການເມືອງແມ່ນຫຍັງ ? ເປັນຫຍັງຈຶ່ງຕ້ອງມີພັກການເມືອງ
– ຄໍາຖາມທີ 2: ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນຄືແນວໃດ ? ພັກການເມືອງແມ່ນຫຍັງ ? ເປັນຫຍັງຈິ່ງຕ້ອງມີພັກການເມືອງ
-ຖາມທີ 3: ພັກປະຊາຊົນປະຕິວັດລາວແມ່ນພັກແນວໃດ ?
– ຄໍາຖາມທີ4: ພັກປະຊາຊົນປະຕິວັດລາວຈັດຕັ້ງຕາມຫຼັກການອັນໃດແດ່ ?
– ຄໍາຖາມທີ 5: ພັກປະຊາຊົນປະຕິວັດລາວມີລະບົບສາຍໄຍການຈັດຕັ້ງຄືແນວໃດ ?
– ຄໍາຖາມທີ 6: ພັກປະຊາຊົນປະຕິວັດລາວປະກອບດ້ວຍບຸກຄົນໃດແດ່ ?
-ຄໍາຖາມທີ 7: ພັກປະຊາຊົນປະຕິວັດລາວ ມີວັດຖຸປະສົງ ແລະ ອຸດົມການຄື ແນວໃດ ?
-ຄໍາຖາມ ທີ 8: ພັກປະຊາຊົນປະຕິວັດລາວ ມີທາດແທ້ແນວໃດ ?
– ຄໍາຖາມທີ 9: ມາດຖານຂອງສະມາຊິກພັກ ແລະ ເງື່ອນໄຂຜູ້ຈະເຂົ້າເປັນສະມາ
ຊິກພັກປະຊາຊົນປະຕິວັດລາວ ມີແນວໃດ ?
– ຄໍາຖາມທີ 10: ສະມາຊິກພັກມີໜ້າທີ່, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່?
-ຄໍາຖາມທີ 11: ຂໍ້ຫ້າມສໍາລັບສະມາຊິກພັກປະຊາຊົນປະຕິວັດລາວ ມີຫຍັງແດ່?
– ຄໍາຖາມທີ 12 ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວເພື່ອຫຍັງ ?
– ສະເໜີຄໍາຖາມທີ 13 ຖ້າໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລ້ວຈະ
ປົກປ້ອງບົດບາດ, ກຽດສັງສີຂອງພັກເຮົາ ແນວໃດ ?
ພ້ອມນີ້ກໍໄດ້ມີການຄົ້ນຄວ້າສົນທະນາລວມ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄໍາຖາມ ແລະ ຄໍາຕອບທີ່ໄດ້ຮຽນໃນບັ້ນຝຶກອົບຮົມຄັ້ງນີ້.

ຂ່າວ-ພາບ: ຈັນທະວີສັກ.

Bài viết ເປີດບັ້ນຝຶກອົບຮົມໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ປະຊາຊົນ ປະຕິວັດລາວ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%9a%e0%ba%b1%e0%bb%89%e0%ba%99%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%83%e0%ba%ab%e0%bb%89%e0%ba%a1%e0%ba%b0/feed/ 0
ສໍາເລັດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025 https://ptcps.gov.la/22-10-2025/ https://ptcps.gov.la/22-10-2025/#respond Wed, 29 Oct 2025 03:29:22 +0000 https://ptcps.gov.la/?p=6139           ຄະນະໂຄສະນາອົບຮົມແຂວງ ໄດ້ສໍາເລັດຊຸດຝຶກອົບຮົມໃຫ້ແກ່ເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກ ພັກປະຊາຊົນ ປະຕິວັດລາວ ຊຸດທີ III ປະຈໍາປີ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ບັນດາສະຫາຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ, ການຝຶກອົບຮົມໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະຖານີວິທະຍຸກະຈຽງສຽງແຂວງຈໍາປາສັກ ແລະ ໄດ້ດໍາເນີນເປັນເວລາ 2 ວັນ ນັບແຕ່ວັນທີ 21-22 ຕຸລາ 2025 ຈຶ່ງໄດ້ສໍາເລັດລົງຢ່າງຈົບງາມ.          ສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ ໃນນາມຄະນະຮັບຜິດຊອບຊຸດອົບຮົມ ໄດ້ສະຫຼຸບໃຫ້ຮູ້ວ່າ: ຈຸດປະສົງຂອງຊຸດອົບຮົມ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ...

Bài viết ສໍາເລັດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025 đã xuất hiện đầu tiên vào ngày .

]]>

          ຄະນະໂຄສະນາອົບຮົມແຂວງ ໄດ້ສໍາເລັດຊຸດຝຶກອົບຮົມໃຫ້ແກ່ເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກ ພັກປະຊາຊົນ ປະຕິວັດລາວ ຊຸດທີ III ປະຈໍາປີ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ບັນດາສະຫາຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ, ການຝຶກອົບຮົມໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສະຖານີວິທະຍຸກະຈຽງສຽງແຂວງຈໍາປາສັກ ແລະ ໄດ້ດໍາເນີນເປັນເວລາ 2 ວັນ ນັບແຕ່ວັນທີ 21-22 ຕຸລາ 2025 ຈຶ່ງໄດ້ສໍາເລັດລົງຢ່າງຈົບງາມ.

         ສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ ໃນນາມຄະນະຮັບຜິດຊອບຊຸດອົບຮົມ ໄດ້ສະຫຼຸບໃຫ້ຮູ້ວ່າ: ຈຸດປະສົງຂອງຊຸດອົບຮົມ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ; ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະ ເມື່ອໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວ ຈະປົກປ້ອງບົດບາດ, ກຽດສັກສີຂອງພັກຄືແນວໃດ; ບົນພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ຫຼາຍຂຶ້ນ; ເຊິ່ງບັນດານັກສໍາມະນາກອນ ໄດ້ພ້ອມກັນຄົ້ນຄວ້າ ເຖິງບັນຫາພື້ນຖານທາງດ້ານທິດສະດີ ທີ່ປະກອບດ້ວຍບັນດາເນື້ອໃນເອກະສານສໍາຄັນໃນ 13 ຫົວຂໍ້ຄໍາຖາມ ແລະ 13 ຫົວຂໍ້ຄໍາຕອບຄື:1. ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈຶ່ງມີພັກການເມືອງ? 2. ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນແນວໃດ? 3. ພັກປະຊາຊົນ ປະຕິວັດລາວ ແມ່ນພັກແນວໃດ?. 4. ພັກປະຊາຊົນ ປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່?. 5. ພັກປະຊາຊົນ ປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ?. 6. ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນຄືແນວໃດແດ່?. 7. ພັກປະຊາຊົນ ປະຕິວັດລາວ ມີວັດຖຸປະສົງ ແລະ ອຸດົມການຄືແນວໃດ? 8. ພັກປະຊາຊົນ ປະຕິວັດລາວ ມີທາດແທ້ແນວໃດ? 9. ມາດຕະຖານ ແລະ ເງື່ອນໄຂຂອງສະມາຊິກພັກ ແລະ ເງື່ອນໄຂມະຫາຊົນທີ່ຈະ ຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ມີແນວໃດ? 10. ສະມາຊິກພັກມີໜ້າທີ່, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່? 11. ຂໍ້ຫ້າມສໍາລັບສະມາຊິກພັກປະຊາຊົນ ປະຕິວັດລາວມີຫຍັງແດ່? 12. ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອຫຍັງ? 13. ຖ້າໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລ້ວຈະປົກປ້ອງບົດບາດ, ກຽດສັກສີຂອງພັກເຮົາຄືແນວໃດ?; ບັນດາສະຫາຍຄູ-ອາຈານ ທີ່ຂຶ້ນຫ້ອງບັນລະຍາຍເອກະສານແມ່ນມາຈາກ ຄະນະໂຄສະນາອົບຮົມແຂວງທັງໝົດ, ການບັນລະຍາຍເອກະສານສ່ວນໃຫຍ່ ແມ່ນໄດ້ເນັ້ນໜັກໃສ່ບັນດາເນື້ອໃນພື້ນຖານ ພ້ອມທັງອະທິບາຍສົມທຽບໃສ່ພຶດຕິກຳ ແລະ ທິດສະດີເພື່ອເຮັດໃຫ້ ບັນດາສະຫາຍນັກສໍາມະນາກອນເຂົ້າໃຈຈະແຈ້ງ, ເຊິ່ງເປົ້າໝາຍທີ່ໄດ້ຮັບການອະນຸມັດເຂົ້າຝຶກອົບຮົມໃນຄັ້ງນີ້ມີຈໍານວນທັງໝົດ 55 ສະຫາຍ, ຍິງ 25 ສະຫາຍ ມາຈາກ 09 ຮາກຖານ 17 ໜ່ວຍພັກຮາກຖານທີ່ຂື້ນກັບ, ອາຍຸກະສຽນຂອງຜູ້ເຂົ້າຝຶກອົບຮົມໃນຄັ້ງນີ້ຕໍ່າສຸດ 28 ປີ, ສູງສຸດ 51, ປີ ລະດັບດ້ານວິຊາສະເພາະຕໍ່າສຸດ ຊັ້ນສູງ ແລະ ສູງສຸດປະລິນຍາໂທ; ຜ່ານການຄົ້ນຄວ້າ-ຮໍ່າຮຽນມາເປັນເວລາ 02 ວັນ ທາງຄະນະຮັບຜິດຊອບຊຸດອົບຮົມ ສາມາດຕີລາຄາປະເມີນຄວາມຮັບຮູ້ເຂົ້າໃຈຂອງນັກຝຶກອົບຮົມໄດ້ປະມານ 95% ແລະ ສາມາດໄດ້ຮັບໃບຢັ້ງຢືນທັງໝົດ 55 ທ່ານ, ຍິງ 25 ທ່ານ.

           ນະໂອກາດສໍາຄັນນີ້, ສະຫາຍ ສຸປານີ ສິລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ຊຸດຝຶກອົບຮົມ ວ່າ: ຊຸດອົບຮົມເປົ້າໝາຍຂະຫຍາຍເຂົ້າພັກຂອງພວກເຮົາ ໄດ້ໄຂຂຶ້ນໃນທ່າມກາງທົ່ວພັກ ທົ່ວກອງທັບ ທົ່ວປວງຊົນລາວທັງຊາດ ເວົ້າລວມເວົ້າສະເພາະ ກໍຄືຊາວແຂວງຈໍາປາສັກ ຂອງພວກເຮົາກໍາລັງສຸມໃສ່ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມຂອງອົງຄະນະພັກແຂວງ ແລະ ຕິດພັນກັບການສຸມໃສ່ກະກຽມສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ, ຂອງພັກຂອງທ່ານຜູ້ນໍາ, ໂດຍສະເພາະ ແມ່ນການກະກຽມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາຄົບຮອບ 50 ປີທີ (ທີ 2 ທັນວາ 1975-ທີ 2 ທັນວາ 2025), ວັນປະກາດເອກະລາດ ຄົບຮອບ 80 ປີ (12/10/1945-12/10/2025) ທີ່ຈະມາເຖິງໃນທ້າຍປີນີ້, ໃນນາມຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ກ່ອນອື່ນໝົດ ສະແດງຄວາມຊົມເຊີຍຕໍ່ການນໍາ, ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ທີ່ໄດ້ສົ່ງມະຫາຊົນກ້າວໜ້າເຂົ້າຝຶກອົບຮົມໃນຄັ້ງນີ້, ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຊຸດຝຶກອົບຮົມ ທີ່ໄດ້ກະກຽມເງື່ອນໄຂ, ຄວາມພ້ອມໃນທຸກໆດ້ານ ເປັນຕົ້ນ: ສະຖານທີ່, ເນື້ອໃນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ເຫັນວ່າທ່ວງທັນກັບເວລາທີ່ໄດ້ກຳນົດໄວ້,

           ມະຫາຊົນຜູ້ກ້າວໜ້າທີ່ມີຜົນງານດີເດັ່ນ ມີມາດຖານ ເງື່ອນໄຂຄົບຖ້ວນທີ່ໄດ້ເຂົ້າຮັບການຝຶກອົບຮົມໃນເທື່ອນີ້ ຈະກາຍເປັນກໍາລັງແຮງໃຫ້ແກ່ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ, ມະຕິ ຄໍາສັ່ງຂອງພັກ-ລັດ ໃຫ້ປະກົດຜົນເປັນຈິງ ທັງໃນສະເພາະໜ້າ ແລະ ຍາວນານ, ຜົນສໍາເລັດບັ້ນຝຶກອົບຮົມໃນຄັ້ງນີ້ ຍັງພຽງແຕ່ເປັນຜົນສໍາເລັດໃນຂັ້ນຕົ້ນເທົ່ານັ້ນ ໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະງ່າຂອງບັນດາສະຫາຍ ຍັງຕ້ອງໄດ້ໝູນໃຊ້ບົດຮຽນ ທິດສະດີທີ່ໄດ້ຮຽນມາ ເຂົ້າໃນພາກພຶດຕິກຳໃຫ້ມີຜົນສໍາເລັດທີ່ໃຫຍ່ຫຼວງ ແລະ ມີປະສິດທິຜົນສູງ, ບັນດາສະຫາຍຄົງຈະມີວິໄສທັດອັນກວ້າງໄກ, ມີໄຫວພິບອັນຄ່ອງແຄ້ວ ເພື່ອສາມາດຄາດຄະເນສະພາບການ, ຮູ້ໂຄສະນາປຸກລະດົມຂົນຂວາຍ ປະຊາຊົນບັນດາເຜົ່າ, ມະຫາຊົນທົ່ວໄປໃນສັງຄົມ ໃຫ້ເຂົ້າໃຈ ຕໍ່ໄດ້ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໄດ້ຢ່າງເລິກເຊິ່ງ, ຍົກໃຫ້ເຫັນພຶດຕິກຳຕົວຈິງທີ່ຕິດພັນກັບທິດສະດີຢ່າງປະດິດສ້າງ, ຄ່ອງແຄ້ວ ສາມາດໄຈ້ແຍກໄດ້ອັນໃດມິດ ອັນໃດສັດຕູຢ່າງຈະແຈ້ງ; ສະນັ້ນ ຈຶ່ງຢາກເນັ້ນໜັກບາງບັນຫາ ທີ່ຈະຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າຄື: 1. ພາຍຫຼັງສໍາເລັດການຝຶກອົບຮົມແລ້ວ, ມອບໃຫ້ສະຫາຍຄະນະພັກຮາກຖານ, ໜ່ວຍພັກ ຮາກຖານ ຕິດຕາມ, ກວດກາບັນດາມະຫາຊົນຜູ້ກ້າວໜ້າໃນທຸກເງື່ອນໄຂ ແລະ ມະຫາຊົນ ພວກເຮົາຕ້ອງໄດ້ເອົາໃຈໃສ່, ບຸກບືນ ຝຶກຝົນ ຫຼໍ່ຫຼອມທົດສອບຕົນເອງຕື່ມອີກຊົ່ວໄລຍະໜຶ່ງ ເພື່ອກຽມ ເຂົ້າສະໄໝສຳຮອງ ພາຍຫຼັງໄດ້ເຂົ້າສະໄໝສໍາຮອງແລ້ວກໍ່ຕ້ອງໄດ້ຝຶກຝົນຕື່ມອີກໄລຍະ ໜຶ່ງປີ ຈຶ່ງ ໄດ້ເລື່ອນຂຶ້ນເປັນສະມາຊິພັກສົມບູນ, ໄລຍະນີ້ຖືວ່າເປັນໄລຍະແຫ່ງການທົດສອບຄວາມບຸກບືນ, ຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບຂອງບັນດາສະຫາຍ ດັ່ງຄໍາເວົ້າທີ່ວ່າ: “ບ່ອນໃດມີຄວາມມານະອົດທົນ, ພາກພຽນບ່ອນນັ້ນຍ່ອມມີຜົນສໍາເລັດ “.2. ໃນໄລຍະຝຶກຝົນຫຼໍ່ຫຼອມຕົນເອງນີ້ ພວກເຮົາຕ້ອງໄດ້ອອກແຮງເຊື່ອມຊຶມ ແລະ ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ – ລັດ ໃຫ້ເລິກເຊິ່ງ, ກຳໃຫ້ໄດ້ ອັນໃດແມ່ນຍຸດທະສາດ ແລະ ອັນໃດແມ່ນ ຍຸດໂທບາຍຂອງພັກ ໂດຍສະເພາະ ກຳໃຫ້ໄດ້ເນື້ອໃນຈິດໃຈມະຕິ XI ຂອງ ພັກ ແລະ ມະຕິ IX ຂອງອົງຄະນະພັກແຂວງ; 3. ຕ້ອງໄດ້ເປັນແບບຢ່າງນໍາໜ້າ, ເປັນເຈົ້າການໃນທຸກໆດ້ານໃຫ້ແກ່ມະຫາຊົນທົ່ວໄປ ໂດຍສະເພາະ ບັນຫາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ດ້ານແບບແຜນວິທີ ເຮັດວຽກ, ແບບແຜນການດໍາລົງຊິວິດທີ່ປອດໃສ ເພື່ອເຮັດໃຫ້ຖານະບົດບາດຂອງຕົນກໍ່ຄືການ ຈັດຕັ້ງພັກ ນັບມື້ນັບສູງຂື້ນ ໃຫ້ສົມ ກັບວ່າ: “ພັກເຮົາ ແມ່ນແກ່ນນໍາໃນລະບົບການເມືອງ ເປັນຜູ້ຈັດຕັ້ງນໍາພາທຸກໄຊຊະນະຂອງການປະຕິວັດລາວ “.

Bài viết ສໍາເລັດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025 đã xuất hiện đầu tiên vào ngày .

]]>
https://ptcps.gov.la/22-10-2025/feed/ 0
ຄະນະໂຄສະນາອົບຮົມແຂວງ ເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025 https://ptcps.gov.la/21-10-2025/ https://ptcps.gov.la/21-10-2025/#respond Wed, 29 Oct 2025 03:06:20 +0000 https://ptcps.gov.la/?p=6132             ໃນຕອນເຊົ້າຂອງວັນທີ 21 ຕຸລາ 2025 ຄະນະໂຄສະນາອົບຮົມແຂວງຈໍາປາສັກ ຈັດພິທີເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸປານີ ສິລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ, ຄະນະຮັບຜິດຊອບ ພ້ອມດ້ວຍນັກສຳມະນາກອນຈາກ 09 ຮາກຖານພັກ 17 ໜ່ວຍຮາກຖານ, ເຊິ່ງມີຈຳນວນ 55 ສະຫາຍ, ຍິງ 25 ສະຫາຍ.          ນະໂອກາດນີ້ ສະຫາຍ ສຸປານີ ສິລິປຸນໂຍ ປະທານກອງປະຊຸມ ໃຫ້ກຽດກາດເປີດພິທີ ແລະ ມີຄໍາເຫັນເນັ້ນໜັກວ່າ: ມະຫາຊົນແມ່ນກໍາລັງພື້ນຖານ ແລະ ເປັນກໍາລັງ ຕັດສິນຂອງທຸກໆການປະຕິວັດສັງຄົມ, ມະຫາຊົນເປັນຜູ້ສ້າງປະຫວັດສາດ, ພາລະກິດປະຕິວັດ  ...

Bài viết ຄະນະໂຄສະນາອົບຮົມແຂວງ ເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025 đã xuất hiện đầu tiên vào ngày .

]]>

            ໃນຕອນເຊົ້າຂອງວັນທີ 21 ຕຸລາ 2025 ຄະນະໂຄສະນາອົບຮົມແຂວງຈໍາປາສັກ ຈັດພິທີເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025, ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸປານີ ສິລິປຸນໂຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ, ຄະນະຮັບຜິດຊອບ ພ້ອມດ້ວຍນັກສຳມະນາກອນຈາກ 09 ຮາກຖານພັກ 17 ໜ່ວຍຮາກຖານ, ເຊິ່ງມີຈຳນວນ 55 ສະຫາຍ, ຍິງ 25 ສະຫາຍ.

         ນະໂອກາດນີ້ ສະຫາຍ ສຸປານີ ສິລິປຸນໂຍ ປະທານກອງປະຊຸມ ໃຫ້ກຽດກາດເປີດພິທີ ແລະ ມີຄໍາເຫັນເນັ້ນໜັກວ່າ: ມະຫາຊົນແມ່ນກໍາລັງພື້ນຖານ ແລະ ເປັນກໍາລັງ ຕັດສິນຂອງທຸກໆການປະຕິວັດສັງຄົມ, ມະຫາຊົນເປັນຜູ້ສ້າງປະຫວັດສາດ, ພາລະກິດປະຕິວັດ  ແມ່ນພາລະກິດຂອງມະຫາຊົນ” ເວົ້າລວມ, ສະເພາະ ມະຫາຊົນທີ່ກ້າວໜ້າ ແມ່ນຜູ້ທີ່ໄດ້ຜ່ານການທົດສອບໃນວຽກງານຕົວຈິງ, ມີຄວາມຫ້າວຫັນ ບຸກບືນ, ອົດທົນ ສູ້ຊົນ, ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ ເຊິ່ງໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນຂະບວນການຕ່າງໆຂອງມະຫາຊົນ ແລະ ເປັນຜູ້ທີ່ມີຄວາມຕື່ນຕົວ ທາງດ້ານການເມືອງ ຕາມອຸດົມການຂອງພັກ, ເຮັດສຳເລັດທຸກໜ້າທີ່ໆ ພັກ ແລະ ການຈັດຕັ້ງມອບໝາຍໃຫ້, ບວກກັບຄວາມເອົາໃຈໃສ່ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ ເຫັນໄດ້ຄວາມສໍາຄັນຂອງວຽກງານການກໍ່ສ້າງພັກ-ຂະຫຍາຍພັກ ໄດ້ເຮັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ສະນັ້ນ ມື້ນີ້ແມ່ນມື້ທີ່ມີຄວາມໝາຍ ຄວາມສໍາຄັນທີ່ສຸດ ສໍາລັບຊີວິດການເມືອງຂອງບັນດາສະຫາຍມະຫາຊົນກ້າວໜ້າ, ການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ ແລະ ທົບທວນຄືນ ເຖິງບັນຫາພື້ນຖານ ທາງດ້ານທິດສະດີ ທີ່ປະກອບດ້ວຍບັນດາເນື້ອໃນເອກະສານສໍາຄັນໃນ 13 ຫົວຂໍ້ຄໍາຖາມ ແລະ 13 ຫົວຂໍ້ຄໍາຕອບຄື:1. ພັກການເມືອງແມ່ນຫຍັງ ແລະ ເປັນຫຍັງຈຶ່ງມີພັກການເມືອງ? 2. ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນແນວໃດ? 3. ພັກປະຊາຊົນ ປະຕິວັດລາວ ແມ່ນພັກແນວໃດ?. 4. ພັກປະຊາຊົນ ປະຕິວັດລາວ ຈັດຕັ້ງຕາມຫຼັກການອັນໃດແດ່?. 5. ພັກປະຊາຊົນ ປະຕິວັດລາວ ມີລະບົບສາຍໃຍການຈັດຕັ້ງຄືແນວໃດ?. 6. ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນຄືແນວໃດແດ່?. 7. ພັກປະຊາຊົນ ປະຕິວັດລາວ ມີວັດຖຸປະສົງ ແລະ ອຸດົມການຄືແນວໃດ? 8. ພັກປະຊາຊົນ ປະຕິວັດລາວ ມີທາດແທ້ແນວໃດ? 9. ມາດຕະຖານ ແລະ ເງື່ອນໄຂຂອງສະມາຊິກພັກ ແລະ ເງື່ອນໄຂມະຫາຊົນທີ່ຈະ ຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ມີແນວໃດ? 10. ສະມາຊິກພັກມີໜ້າທີ່, ພັນທະ ແລະ ມີຜົນປະໂຫຍດຫຍັງແດ່? 11. ຂໍ້ຫ້າມສໍາລັບສະມາຊິກພັກປະຊາຊົນ ປະຕິວັດລາວມີຫຍັງແດ່? 12. ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ເພື່ອຫຍັງ? 13. ຖ້າໄດ້ເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ແລ້ວຈະປົກປ້ອງບົດບາດ, ກຽດ ສັກສີຂອງພັກເຮົາຄືແນວໃດ?

           ບັນດາເອກະສານເຫຼົ່ານີ້ ເປັນເອກະສານສໍາຄັນທີ່ສຸດສໍາລັບພວກສະຫາຍ, ສະນັ້ນ ເພື່ອເຮັດໃຫ້ຊຸດອົບຮົມໃນຄັ້ງນີ້ໄດ້ບັນລຸຕາມຈຸດປະສົງ ລະດັບຄາດໝາຍທຸກປະການ ຮຽກຮ້ອງມາຍັງບັນດາສະຫາຍມະຫາຊົນທີ່ກ້າວໜ້າທັງໝົດຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ, ສຸມສະຕິ, ປັນຍາ ແລະ ປະສົບການ ເຂົ້າໃນການຄົ້ນຄວ້າເນື້ອໃນເອກະສານ ແຕ່ລະບົດໃຫ້ເລິກເຊິ່ງ, ຖືກຕ້ອງ, ເອົາໃຈໃສ່ຕິດຕາມການສະເໜີ, ການບັນລະຍາຍເອກະສານ, ເປັນເຈົ້າການປະກອບຄໍາຄິດ ຄຳເຫັນ ເພື່ອແລກປ່ຽນສົນທະນາກັບໝູ່ເພື່ອນ ແລະ ຄູອາຈານ, ພ້ອມທັງສົມທຽບທິດສະດີໃສ່ກັບພຶດຕິກຳຕົວຈິງໃຫ້ຫຼາຍ ເພື່ອເຮັດໃຫ້ທຸກເນື້ອໃນ, ທຸກບັນຫາ ລະອຽດ, ຈະແຈ້ງ, ເລິກເຊິ່ງ, ນຳເອົາເປັນບົດຮຽນ ຕົວຈິງ – ເປັນທິດສະດີເຍືອງທາງ ໃນການສືບຕໍ່ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂຶ້ນເປັນກ້າວໆ; ອີກດ້ານໜຶ່ງ ຕ້ອງໄດ້ເອົາໃຈໃສ່ປະຕິບັດຕາມລະບຽບ, ຕາມວາລະດໍາເນີນຊຸດອົບຮົມ ດ້ວຍຄວາມຕື່ນຕົວສູງ, ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ສຳເລັດຜົນ ຕາມຄາດໝາຍຢ່າງຈົບງາມ.

Bài viết ຄະນະໂຄສະນາອົບຮົມແຂວງ ເປີດຊຸດຝຶກອົບຮົມເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈໍາປີ 2025 đã xuất hiện đầu tiên vào ngày .

]]>
https://ptcps.gov.la/21-10-2025/feed/ 0
ຄະນະໂຄສະນາອົບຮົມແຂວງສຸມໃສ່ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%aa%e0%ba%b8/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%aa%e0%ba%b8/#respond Tue, 23 Sep 2025 03:38:04 +0000 https://ptcps.gov.la/?p=6094             ຕອນເຊົ້າຂອງວັນທີ 22 ກັນຍາ 2025 ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດວຽກງານກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຈຳປາສັກ ຄັ້ງທີ IX ໂດຍເປັນປະທານ ຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳປພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາສະຫາຍພະນັກງານນຳພາຂອງຂະແໜງການເຂົ້າຮ່ວມຢ່າງພອ້ມພຽງ.           ກອງປະຊຸມໄດ້ສະຫຼຸບລາຍການເຄື່ອນໄຫວວຽກງານເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໂດຍສະເພາະ ດ້ານເນື້ອໃນບົດປີ່ນອ້ອມ, ດ້ານຂະບວນການໂຄສະນາ-ຖະແຫຼງຂ່າວ ເຊີ່ງເຫັນວ່າໄດ້ຈັດປະຕິບັດຢ່າງຕໍ່ເນື່ອງ ແລະ ມີບັນຍາກາດຟົດຟື້ນ; ພ້ອມນັ້ນ ກໍຕົກລົງສຸມໃສ່ວຽກງານສຳຄັນໃນເວລາດຳເນີນກອງປະຊຸມໃຫຍ່ ເປັນຕົ້ນ: ການເກັບກຳພາບ-ຂ່າວ, ການຖ່າຍທອດສົດ, ການສາຍວິດີໂອ, ການສະແດງພາບການເຄື່ອນໄຫວນຳພາວຽກງານຂອງອົງຄະນະພັກແຂວງ, ຕິດຕາມ ເກັບກໍາບັນດາຫາງສຽງສັງຄົມ ແລະ ວຽກງານສໍາຄັນທີ່ຈະຕ້ອງສຸມໃສ່ເຄື່ອນໄຫວພາຍຫຼັງສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອີກດ້ວຍ.

Bài viết ຄະນະໂຄສະນາອົບຮົມແຂວງສຸມໃສ່ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ đã xuất hiện đầu tiên vào ngày .

]]>

            ຕອນເຊົ້າຂອງວັນທີ 22 ກັນຍາ 2025 ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດວຽກງານກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຈຳປາສັກ ຄັ້ງທີ IX ໂດຍເປັນປະທານ ຂອງ ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳປພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາສະຫາຍພະນັກງານນຳພາຂອງຂະແໜງການເຂົ້າຮ່ວມຢ່າງພອ້ມພຽງ.

          ກອງປະຊຸມໄດ້ສະຫຼຸບລາຍການເຄື່ອນໄຫວວຽກງານເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໂດຍສະເພາະ ດ້ານເນື້ອໃນບົດປີ່ນອ້ອມ, ດ້ານຂະບວນການໂຄສະນາ-ຖະແຫຼງຂ່າວ ເຊີ່ງເຫັນວ່າໄດ້ຈັດປະຕິບັດຢ່າງຕໍ່ເນື່ອງ ແລະ ມີບັນຍາກາດຟົດຟື້ນ; ພ້ອມນັ້ນ ກໍຕົກລົງສຸມໃສ່ວຽກງານສຳຄັນໃນເວລາດຳເນີນກອງປະຊຸມໃຫຍ່ ເປັນຕົ້ນ: ການເກັບກຳພາບ-ຂ່າວ, ການຖ່າຍທອດສົດ, ການສາຍວິດີໂອ, ການສະແດງພາບການເຄື່ອນໄຫວນຳພາວຽກງານຂອງອົງຄະນະພັກແຂວງ, ຕິດຕາມ ເກັບກໍາບັນດາຫາງສຽງສັງຄົມ ແລະ ວຽກງານສໍາຄັນທີ່ຈະຕ້ອງສຸມໃສ່ເຄື່ອນໄຫວພາຍຫຼັງສຳເລັດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອີກດ້ວຍ.

Bài viết ຄະນະໂຄສະນາອົບຮົມແຂວງສຸມໃສ່ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%aa%e0%ba%b8/feed/ 0
ພະແນກສາທາລະນະສຸກແຂວງ ປາຖະກະຖາວັນສຳຄັນຂອງພັກ ຂອງຊາດ https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%aa%e0%ba%b2%e0%ba%97%e0%ba%b2%e0%ba%a5%e0%ba%b0%e0%ba%99%e0%ba%b0%e0%ba%aa%e0%ba%b8%e0%ba%81%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9b%e0%ba%b2/ https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%aa%e0%ba%b2%e0%ba%97%e0%ba%b2%e0%ba%a5%e0%ba%b0%e0%ba%99%e0%ba%b0%e0%ba%aa%e0%ba%b8%e0%ba%81%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9b%e0%ba%b2/#respond Thu, 28 Aug 2025 04:28:16 +0000 https://ptcps.gov.la/?p=6028         ໃນຕອນເຊົ້າຂອງວັນ 28 ສິງຫາ 2025 ພະແນກສາທາລະນະສຸກແຂວງ ຈັດພິທີປາຖະກະຖາວັນສຳຄັນຂອງພັກຂອງຊາດກໍຄື: ປີສາມັກຄີມິດຕະພາບລາວ-ຫວຽດນາມ ວັນເຊັນສັນຍາມິດຕະພາບການຮ່ວມມື ຄົບຮອບ 48ປີ, ວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ, ວັນສ້າງຕັ້ງອາຊຽນ 8/8/1967-8/8/2025 ຄົບຮອບ 58 ປີ, ວັນເກີດທ່ານ ຟີແດນ ກາສໂຕຣຣຸດ ຄົບຮອບ 99 ປີ, ວັນສື່ມວນຊົນແຫ່ງຊາດ ຄົບຮອບ 75 ປີ, ວັນສ້າງຕັ້ງແນວລາວສ້າງຊ້າງ ຄົບຮອບ 75 ປີ, ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 34ປີ, ວັນຢືດອຳນາທົ່ວປະເທດ ຄົບຮອບ 50 ປີ, ໂດຍການເປັນປະທານ ເຜີຍແຜ່ເອກະສານຂອງທ່ານ ບົວສອນ ວົງຫາຈັກ ເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົບແຂວງ, ທ່ານ ບຸນປັນມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ...

Bài viết ພະແນກສາທາລະນະສຸກແຂວງ ປາຖະກະຖາວັນສຳຄັນຂອງພັກ ຂອງຊາດ đã xuất hiện đầu tiên vào ngày .

]]>

        ໃນຕອນເຊົ້າຂອງວັນ 28 ສິງຫາ 2025 ພະແນກສາທາລະນະສຸກແຂວງ ຈັດພິທີປາຖະກະຖາວັນສຳຄັນຂອງພັກຂອງຊາດກໍຄື: ປີສາມັກຄີມິດຕະພາບລາວ-ຫວຽດນາມ ວັນເຊັນສັນຍາມິດຕະພາບການຮ່ວມມື ຄົບຮອບ 48ປີ, ວັນເກີດປະທານສຸພານຸວົງ ຄົບຮອບ 116 ປີ, ວັນສ້າງຕັ້ງອາຊຽນ 8/8/1967-8/8/2025 ຄົບຮອບ 58 ປີ, ວັນເກີດທ່ານ ຟີແດນ ກາສໂຕຣຣຸດ ຄົບຮອບ 99 ປີ, ວັນສື່ມວນຊົນແຫ່ງຊາດ ຄົບຮອບ 75 ປີ, ວັນສ້າງຕັ້ງແນວລາວສ້າງຊ້າງ ຄົບຮອບ 75 ປີ, ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 34ປີ, ວັນຢືດອຳນາທົ່ວປະເທດ ຄົບຮອບ 50 ປີ, ໂດຍການເປັນປະທານ ເຜີຍແຜ່ເອກະສານຂອງທ່ານ ບົວສອນ ວົງຫາຈັກ ເລຂາຄະນະພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົບແຂວງ, ທ່ານ ບຸນປັນມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.

             ໂດຍມີ ທ່ານ ນາງ ດຣ ອຸຕະພອນ ສົມສີທາ ຄະນະພັກຮາກຖານ ຮອງພະແນກສາທາລະນະສຸກແຂວງ ພອ້ມດ້ວຍຄະນະໜ່ວຍພັກ-ຄະນະພະແນກ, ບັນດາຫົວໜ້າຂະແໜງ-ຮອງຂະແໜງ ເຂົ້າຮ່ວມຢ່າງພອ້ມພຽງ.

Bài viết ພະແນກສາທາລະນະສຸກແຂວງ ປາຖະກະຖາວັນສຳຄັນຂອງພັກ ຂອງຊາດ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%aa%e0%ba%b2%e0%ba%97%e0%ba%b2%e0%ba%a5%e0%ba%b0%e0%ba%99%e0%ba%b0%e0%ba%aa%e0%ba%b8%e0%ba%81%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%9b%e0%ba%b2/feed/ 0
ພິທີປິດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ປະຈຳປີ 2025 ຂອງໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ https://ptcps.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%97%e0%ba%b4%e0%ba%94/ https://ptcps.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%97%e0%ba%b4%e0%ba%94/#respond Fri, 22 Aug 2025 03:50:02 +0000 https://ptcps.gov.la/?p=5943              ໃນວັນທີ 25 ກໍລະກົດ 2025 ທີ່ຜ່ານມາ, ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ປິດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ຊຸດທີ I ປະຈໍາປີ 2025 ເຊິ່ງໄດ້ຈັດຂຶ້ນທີ່ ສຳນັກງານບ້ານໂນນສະຫວ່າງ, ໂດຍການເປັນປະທານຂອງ ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ພູທົງ ຫຼວງໄຊຍະລາດ ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີ ຮອງເລຂາໜ່ວຍຝ່າຍຄຸ້ມຄອງລະບົບໄຟ້າພາກໃຕ້, ເລຂາໜ່ວຍພັກເຕັກນິກ, ເລຂາໜ່ວຍພັກບໍລິຫານ, ຄະນະໜ່ວຍພັກຄຸ້ມຄອງບໍລິຫານ, ຮອງເລຂາໜ່ວຍພັກເຂື່ອນໄຟຟ້າເຊເສັດ3, ເລຂາໜ່ວຍພັກລັດວິສາຫາກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພອ້ມຄະນະຮັບຜິດຊອບ. ໃນກອງປະຊຸມ ສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ, ໄດ້ລາຍງານຜົນສໍາເລັດໃນການດໍາເນີນຊຸດຝຶກອົບຮົມ, ສະຫາຍໃຫ້ຮູ້ວ່າ ຊຸດຝຶກອົບຮົມໄດ້ດໍາເນີນມາແຕ່ວັນທີ 20 ...

Bài viết ພິທີປິດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ປະຈຳປີ 2025 ຂອງໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ đã xuất hiện đầu tiên vào ngày .

]]>

             ໃນວັນທີ 25 ກໍລະກົດ 2025 ທີ່ຜ່ານມາ, ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ ປິດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ຊຸດທີ I ປະຈໍາປີ 2025 ເຊິ່ງໄດ້ຈັດຂຶ້ນທີ່ ສຳນັກງານບ້ານໂນນສະຫວ່າງ, ໂດຍການເປັນປະທານຂອງ ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ພູທົງ ຫຼວງໄຊຍະລາດ ຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ມີ ຮອງເລຂາໜ່ວຍຝ່າຍຄຸ້ມຄອງລະບົບໄຟ້າພາກໃຕ້, ເລຂາໜ່ວຍພັກເຕັກນິກ, ເລຂາໜ່ວຍພັກບໍລິຫານ, ຄະນະໜ່ວຍພັກຄຸ້ມຄອງບໍລິຫານ, ຮອງເລຂາໜ່ວຍພັກເຂື່ອນໄຟຟ້າເຊເສັດ3, ເລຂາໜ່ວຍພັກລັດວິສາຫາກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ພອ້ມຄະນະຮັບຜິດຊອບ.


ໃນກອງປະຊຸມ ສະຫາຍ ສົມພອນ ວິໄລສົມ ຫົວໜ້າຂະແໜງອົບຮົມ, ໄດ້ລາຍງານຜົນສໍາເລັດໃນການດໍາເນີນຊຸດຝຶກອົບຮົມ, ສະຫາຍໃຫ້ຮູ້ວ່າ ຊຸດຝຶກອົບຮົມໄດ້ດໍາເນີນມາແຕ່ວັນທີ 20 ມິຖຸນາ ເຖິງ 20 ກໍລະກົດ 2025, ເຊິ່ງມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 50 ສະຫາຍ, ຍິງ 9 ສະຫາຍ, ຜ່ານການດໍາເນີນການຈັດຕັ້ງປະຕິບັດການຮຽນ-ການສອນ ສາມາດບັນລຸຜົນສໍາເລັດຕາມລໍາດັບຄາດໝາຍ.


ຈາກນັ້ນ ຄະນະປະທານກໍໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສໍາມະນາກອນທີ່ສໍາເລັດການເຂົ້າຝຶກອົບຮົມ ທັງໝົດໃນຈໍານວນ 50 ສະຫາຍ, ຍິງ 9 ສະຫາຍ; ພ້ອມນັ້ນ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ແກ່ນັກສໍາມະນາກອນ ໃນການຈັດຕັ້ງປະຕິບັດວຽກງານ ແລະ ໝູນໃຊ້ບົດຮຽນເຂົ້າໃນໜ້າທີ່ຄວາມຮັບຜິດຊອບຂອງຕົນໃນຕໍ່ໜ້າ.

Bài viết ພິທີປິດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ປະຈຳປີ 2025 ຂອງໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ພະແນກພະລັງງານ ແລະ ບໍ່ແຮ່ແຂວງຈຳປາສັກ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%ba%9b%e0%ba%b4%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%9d%e0%ba%b6%e0%ba%81%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%97%e0%ba%b4%e0%ba%94/feed/ 0
ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຊຸດຝຶກອົບຮົມວິທີການຂຽນບົດຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕນິກ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%aa%e0%ba%b9%e0%ba%99%e0%ba%81%e0%ba%b2%e0%ba%87/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%aa%e0%ba%b9%e0%ba%99%e0%ba%81%e0%ba%b2%e0%ba%87/#respond Fri, 15 Nov 2024 03:52:52 +0000 https://ptcps.gov.la/?p=5271                  ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດພິທີເປີດຊຸດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານເປີດພິທີໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຮັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ຄໍາວິສັນ ແກ້ວສຸວັນ ອະດີດຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດານັກສໍາມະກອນ ຈາກຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຈໍານວນ 134 ສະຫາຍ, ຍິງ ...

Bài viết ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຊຸດຝຶກອົບຮົມວິທີການຂຽນບົດຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕນິກ đã xuất hiện đầu tiên vào ngày .

]]>

                 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດພິທີເປີດຊຸດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານເປີດພິທີໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຮັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ຄໍາວິສັນ ແກ້ວສຸວັນ ອະດີດຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດານັກສໍາມະກອນ ຈາກຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຈໍານວນ 134 ສະຫາຍ, ຍິງ 55 ສະຫາຍ.

          ໃນພິທີ ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ກ່າວຈຸດປະສົງຂອງຊຸດຝຶກອົບຮົມຄັ້ງນີ້ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ, ນັກທິດສະດີ, ນັກໂຄສະນາ, ຢູ່ບັນດາແຂວງ, ເມືອງໃນການຂີດຂຽນບົດປະເພດຕ່າງໆລົງໂຄສະນາເຜີຍແຜ່ທາງອອນລາຍໃນຍຸກໃໝ່ ຊຸດຝຶກອົບຮົມຄັ້ງນີ້ໄດ້ດໍາເນີນເປັນໄລຍະເວລາ 5 ວັນ ວັນທີ 4-8 ພະຈິກ 2024 ເຊິ່ງບົດຮຽນທັງໝົດປະກອບມີ 3 ບົດຄື:
ບົດທີ 1 ຫົວຂໍ້: ທັກສະການຂຽນຂ່າວແບບມືອາຊີບ.
ບົດທີ 2 ສະເໜີໂດຍ: ວີທີການຂຽນຂ່າວ.
ບົດທີ 3 ສະເໜີໂດຍ: ບາງບົດຮຽນທີ່ຕ້ອງເອົາໃຈໃສ່ໃນການໂຄສະນາເຜີຍແຜ່ຜ່ານຂໍ້ມູນຂ່າວສານຜ່ານສື່ແບບໃໝ່.

          ໃນຕອນທ້າຍທ່ານ ນ. ວິລະວອນ ພັນທະວົງ ໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ໄດ້ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບດ້ວຍຄວາມຫ້າວຫັນ, ເອົາໃຈໃສ່ຄົ້ນຄວ້າເອົາຄວາມຮູ້, ວິທີການຂຽນບົດຂ່າວ, ບົດຄວາມເຜີຍແຜ່ຜ່ານສື່ເອເລັກໂຕຣນິກ, ເພື່ອຍົກສູງຄວາມຮູ້ ແລະ ປະສົບການໃນການບໍາລຸງຍົກລະດັບໃຫ້ແກ່ບັນດາສະຫາຍຜູ້ທີ່ເຮັດວຽກຕົວຈິງເພື່ອເປັນບ່ອນອີງ ແລະ ເປັນຄວາມຮູ້ພຶ້ນຖານທີ່ຈະນໍາໄປຫມູນໃຊ້ໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານວິຊາສະເພາະຕົວຈິງຂອງຕົນ ແລະ ຖ່າຍທອດຄວາມຮູ້, ປະສົບການດັ່ງກ່າວລົງສູ່ບັນດາເມືອງໃຫ້ມີປະສິດທິພາບ ປະສິດທິຜົນສູງ ຕາມເປົ້າໝາຍການຫັນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່.

Bài viết ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດຊຸດຝຶກອົບຮົມວິທີການຂຽນບົດຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕນິກ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%ba%aa%e0%ba%b9%e0%ba%99%e0%ba%81%e0%ba%b2%e0%ba%87/feed/ 0