Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

Lưu trữ ຂ່າວສານພາຍໃນແຂວງ - https://ptcps.gov.la Tue, 04 Aug 2026 08:16:49 +0000 en-US hourly 1 https://wordpress.org/?v=6.5.10 ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3/#respond Tue, 04 Aug 2026 08:15:59 +0000 https://ptcps.gov.la/?p=6988 ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .

]]>

ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3/feed/ 0
ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ​ ຢູ່ເມືອງມຸນລະປາໂມກ​ ໄດ້ຮັບການຮຽນສະໜັບສະໜູນ https://ptcps.gov.la/%e0%ba%a1%e0%ba%b0%e0%ba%ab%e0%ba%b2%e0%ba%8a%e0%ba%bb%e0%ba%99%e0%ba%81%e0%bb%89%e0%ba%b2%e0%ba%a7%e0%bb%9c%e0%bb%89%e0%ba%b2%e0%ba%97%e0%ba%b5%e0%bb%88%e0%ba%88%e0%ba%b0%e0%ba%82%e0%ba%b0%e0%ba%ab/ https://ptcps.gov.la/%e0%ba%a1%e0%ba%b0%e0%ba%ab%e0%ba%b2%e0%ba%8a%e0%ba%bb%e0%ba%99%e0%ba%81%e0%bb%89%e0%ba%b2%e0%ba%a7%e0%bb%9c%e0%bb%89%e0%ba%b2%e0%ba%97%e0%ba%b5%e0%bb%88%e0%ba%88%e0%ba%b0%e0%ba%82%e0%ba%b0%e0%ba%ab/#respond Tue, 04 Aug 2026 02:47:00 +0000 https://ptcps.gov.la/?p=6941           ທ້າຍເດືອນກໍລະກົດ 2026 ທີ່ຜ່ານມາ,​ ເມືອງມຸນລະປາໂມກ​ ແຂວງຈໍາປາສັກ​ ໄດ້ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນກ້າວໜ້າດີເດັ່ນ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຂອງພັກປະຊາຊົນປະຕິວັດລາວ.​ ພິທີຈັດຂື້ນຢູ່ສະໂມສອນຂອງເມືອງ​ ໂດຍການເປັນປະທານສະຫາຍ ນາງ ລໍາພອນ ພົມມະລີວັນ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ.​ ມີຄະນະໜ່ວຍພັກ ແລະ​ມະຫາຊົນກ້າວໜ້າດີເດັ່ນຈາກໜ່ວຍພັກໜ່ວຍຕ່າງໆອ້ອມຂ້າງເມືອງ​ 24 ສະຫາຍ,​ ຍິງ​ 9​ ສະຫາຍ​ ເຂົ້າຮ່ວມ​ .​ #ເອກະສານທີ່ນຳມາເຜີຍແຜ່ໃນການເປີດຮຽນສະໜັບສະໜູນຄັ້ງນີ້​ມີປະຫວັດຄວາມເປັນມາຂອງພັກ, ການສ້າງຕັ້ງພັກ, ການກຳເນີດ ແລະ ການຂະຫຍາຍຕົວຂອງພັກ, ຄວາມໝາຍຄວາມສຳຄັນຂອງພັກ, ສິດ ແລະ​ ໜ້າທີ່ຂອງສະມາຊິກພັກ, ຂໍ້ຫ້າມຕ່າງໆຂອງສະມາຊິກພັກ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ​ ເອກະສານສໍາຄັນອື່ນໆ.​ ຈຸດປະສົງ ກໍເພື່ອເຮັດໃຫ້ມະຫາຊົນກ້າວໜ້າດີເດັ່ນ​ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກຂອງພັກ​ປະຊາຊົນ​ ປະຕິວັດ​ລາວ​ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ​ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ​ ເພື່ອເຮັດໃຫ້ມະຫາຊົນກ້າວໜ້າດີເດັ່ນທີ່ຈະເຂົ້າເປັນສະມາຊິກພັກ ...

Bài viết ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ​ ຢູ່ເມືອງມຸນລະປາໂມກ​ ໄດ້ຮັບການຮຽນສະໜັບສະໜູນ đã xuất hiện đầu tiên vào ngày .

]]>

          ທ້າຍເດືອນກໍລະກົດ 2026 ທີ່ຜ່ານມາ,​ ເມືອງມຸນລະປາໂມກ​ ແຂວງຈໍາປາສັກ​ ໄດ້ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນກ້າວໜ້າດີເດັ່ນ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຂອງພັກປະຊາຊົນປະຕິວັດລາວ.​ ພິທີຈັດຂື້ນຢູ່ສະໂມສອນຂອງເມືອງ​ ໂດຍການເປັນປະທານສະຫາຍ ນາງ ລໍາພອນ ພົມມະລີວັນ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ.​ ມີຄະນະໜ່ວຍພັກ ແລະ​ມະຫາຊົນກ້າວໜ້າດີເດັ່ນຈາກໜ່ວຍພັກໜ່ວຍຕ່າງໆອ້ອມຂ້າງເມືອງ​ 24 ສະຫາຍ,​ ຍິງ​ 9​ ສະຫາຍ​ ເຂົ້າຮ່ວມ​ .​
#ເອກະສານທີ່ນຳມາເຜີຍແຜ່ໃນການເປີດຮຽນສະໜັບສະໜູນຄັ້ງນີ້​ມີປະຫວັດຄວາມເປັນມາຂອງພັກ, ການສ້າງຕັ້ງພັກ, ການກຳເນີດ ແລະ ການຂະຫຍາຍຕົວຂອງພັກ, ຄວາມໝາຍຄວາມສຳຄັນຂອງພັກ, ສິດ ແລະ​ ໜ້າທີ່ຂອງສະມາຊິກພັກ, ຂໍ້ຫ້າມຕ່າງໆຂອງສະມາຊິກພັກ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ​ ເອກະສານສໍາຄັນອື່ນໆ.​


ຈຸດປະສົງ ກໍເພື່ອເຮັດໃຫ້ມະຫາຊົນກ້າວໜ້າດີເດັ່ນ​ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກຂອງພັກ​ປະຊາຊົນ​ ປະຕິວັດ​ລາວ​ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ​ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ​ ເພື່ອເຮັດໃຫ້ມະຫາຊົນກ້າວໜ້າດີເດັ່ນທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ​ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກຂອງພັກປະຊາຊົນ​ ປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ ຫຼາຍຂຶ້ນ..​
ພາຍຫຼັງສໍາເລັດການ​ຮໍ່າຮຽນ,​ ກໍໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າທີ່ໄດ້ຜ່ານການຮຽນສະໜັບສະໜູນໃນຄັ້ງນີ້.​ ໃຫ້ກຽດ​ມອບ​ໂດຍ​ ສະຫາຍ ນາງ ລໍາພອນ ພົມມະລີວັນ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ.​ ຕອນ​ທ້າຍ​ພິທີ,​ ສະຫາຍ ນາງ ລໍາພອນ ພົມມະລີວັນ ກໍມີຄໍນເຫັນໂອ້ລົມຊີ້ທິດເຍືອງທາງ​ ຕື່ມອີກ.​

* ພາບ-ຂ່າວ: ສິດຕາ ເພັດວົງສາ​ *
#Admin​: ທູນທອງໃຈ

Bài viết ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ​ ຢູ່ເມືອງມຸນລະປາໂມກ​ ໄດ້ຮັບການຮຽນສະໜັບສະໜູນ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%a1%e0%ba%b0%e0%ba%ab%e0%ba%b2%e0%ba%8a%e0%ba%bb%e0%ba%99%e0%ba%81%e0%bb%89%e0%ba%b2%e0%ba%a7%e0%bb%9c%e0%bb%89%e0%ba%b2%e0%ba%97%e0%ba%b5%e0%bb%88%e0%ba%88%e0%ba%b0%e0%ba%82%e0%ba%b0%e0%ba%ab/feed/ 0
ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3-4/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3-4/#respond Tue, 04 Aug 2026 02:39:45 +0000 https://ptcps.gov.la/?p=6929 ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ           ​ພິທີປະກາດພະນັກງານອອກພັກການຮັບອຸດໜູນບຳນານຄັ້ງນີ້ ແມ່ນເປັນການປະຕິບັດຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນບຳນານ ຈຳນວນ 5 ທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຮັບໃຊ້ຊາດມາຢ່າງຍາວນານ, ເຊິ່ງປະກອບມີ: ​ທ່ານ ບຸນປັນ ມະຫາລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ (ອາຍຸການ 40 ປີ) ​ທ່ານ ສຸພົນ ພົນຊຽງສາ, ສັງກັດຂະແໜງສື່ມວນຊົນ-ຖະແຫຼງຂ່າວ (ອາຍຸການ 42 ປີ) ​ທ່ານ ອິດສຸລິຍະ ຫຼວງອາໄພ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ ...

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .

]]>
ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ

          ​ພິທີປະກາດພະນັກງານອອກພັກການຮັບອຸດໜູນບຳນານຄັ້ງນີ້ ແມ່ນເປັນການປະຕິບັດຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນບຳນານ ຈຳນວນ 5 ທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຮັບໃຊ້ຊາດມາຢ່າງຍາວນານ, ເຊິ່ງປະກອບມີ:
​ທ່ານ ບຸນປັນ ມະຫາລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ (ອາຍຸການ 40 ປີ)
​ທ່ານ ສຸພົນ ພົນຊຽງສາ, ສັງກັດຂະແໜງສື່ມວນຊົນ-ຖະແຫຼງຂ່າວ (ອາຍຸການ 42 ປີ)
​ທ່ານ ອິດສຸລິຍະ ຫຼວງອາໄພ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ (ອາຍຸການ 42 ປີ)
​ທ່ານ ນາງ ທອງໃສ ສຸກຈະເລີນ, ວິຊາການຂະແໜງສື່ມວນຊົນ-ຖະແຫຼງຂ່າວ(ອາຍຸການ 30 ປີ)
​ທ່ານ ບຸນເຄນ ຂັນທອງ, ສັງກັດຂະແໜງສື່ມວນຊົນ-ຖະແຫຼງຂ່າວ (ອາຍຸການ 32 ປີ)

            ໃນໂອກາດອັນມີຄວາມໝາຍສຳຄັນກ່ອນເຂົ້າຮັບອຸດໜູນບຳນານນີ້, ທ່ານ ບຸນປັນ ມະຫາລາດ ໄດ້ຕາງໜ້າໃຫ້ພະນັກງານຮັບບຳນານ ທັງ 5 ທ່ານ ຂຶ້ນສະແດງຄວາມຮູ້ສຶກຕໍ່ພະນັກງານລັດຖະກອນ ແລະ ການຈັດຕັ້ງ. ທ່ານໄດ້ກ່າວສະແດງຄວາມກະຕັນຍູ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ພັກ-ລັດ ທີ່ໄດ້ອົບຮົມບຳລຸງ, ກໍ່ຮ່າງສ້າງຕົວ ແລະ ໃຫ້ໂອກາດແກ່ທຸກທ່ານໄດ້ຮັບໃຊ້ປະເທດຊາດຕະຫຼອດໄລຍະການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ; ພ້ອມດຽວກັນທ່ານຍັງໄດ້ມອບພາລະໜ້າທີ່ອັນຊົງກຽດໃຫ້ແກ່ພະນັກງານຮຸ່ນສືບທອດ ໃຫ້ຕັ້ງໜ້າສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ປະຕິບັດໜ້າທີ່ວຽກງານໃຫ້ປະສົບຜົນສຳເລັດຕາມການຈັດຕັ້ງມອບໝາຍໃຫ້.
​ຈາກນັ້ນ, ທ່ານ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດມອບຂໍ້ຕົກລົງ ແລະ ເງິນນະໂຍບາຍອຸດໜູນບຳນານໃຫ້ແກ່ແຕ່ລະທ່ານ. ບັນຍາກາດພາຍໃນພິທີເປັນໄປຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ໂດຍຕົວແທນຈາກຂະແໜງການຕ່າງໆພາຍໃນຄະນະໂຄສະນາອົບຮົມແຂວງຍັງໄດ້ຜັດປ່ຽນກັນຂຶ້ນມອບກະຕ່າຂອງຂວັນ ເພື່ອສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຜົນງານ, ຄຸນງາມຄວາມດີ ທີ່ທຸກທ່ານໄດ້ສ້າງໄວ້.

         ຕອນທ້າຍຂອງພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ປະດິດ ວັນນະລັດສະໝີ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ພະນັກງານບຳນານ ພ້ອມທັງພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ຈົ່ງສືບຕໍ່ປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍໂຕຍິ່ງໆຂຶ້ນ.
__________
#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3-4/feed/ 0
#ເມືອງໂຂງ ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX https://ptcps.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%bb%82%e0%ba%82%e0%ba%87-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%84%e0%ba%bb/ https://ptcps.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%bb%82%e0%ba%82%e0%ba%87-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%84%e0%ba%bb/#respond Fri, 31 Jul 2026 03:26:37 +0000 https://ptcps.gov.la/?p=6915            ວັນທີ 30 ກໍລະກົດ 2026 ນີ້, ຄະນະບໍລິຫານງານພັກເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ IX ຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ໂດຍການເປັນປະທານຂອງ ສະຫາຍ ສາທິດ ປັດສາພັນ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ; ມີບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.            ໃນວາລະກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການເຜີຍແຜ່ ຄຳສັ່ງເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການນຳພາຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ. ພ້ອມດຽວກັນນັ້ນ, ສະຫາຍ ພອນໄຊ ສັກປະສິດ, ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ກໍໄດ້ຜ່ານຮ່າງບົດຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ໃນໄລຍະ ...

Bài viết #ເມືອງໂຂງ ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX đã xuất hiện đầu tiên vào ngày .

]]>
           ວັນທີ 30 ກໍລະກົດ 2026 ນີ້, ຄະນະບໍລິຫານງານພັກເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ IX ຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ໂດຍການເປັນປະທານຂອງ ສະຫາຍ ສາທິດ ປັດສາພັນ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ; ມີບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

           ໃນວາລະກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການເຜີຍແຜ່ ຄຳສັ່ງເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການນຳພາຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ. ພ້ອມດຽວກັນນັ້ນ, ສະຫາຍ ພອນໄຊ ສັກປະສິດ, ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ກໍໄດ້ຜ່ານຮ່າງບົດຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ບັນຫາສຳຄັນຕ່າງໆ ຂອງເມືອງ ເປັນຕົ້ນແມ່ນ:
– ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ການຮັກສາຄວາມສະຫງົບຕາມຊາຍແດນ, ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
– ດ້ານເສດຖະກິດ ແລະ ການພັດທະນາ: ການຈັດເກັບລາຍຮັບເຂົ້າງົບປະມານ, ການຊຸກຍູ້ການຜະລິດລະດູຝົນ, ການຂຶ້ນທະບຽນອອກໃບຕາດິນ, ການສົ່ງເສີມຜະລິດຕະພັນສິນຄ້າໂອດ໊ອບ (ODOP), ການຄຸ້ມຄອງລາຄາສິນຄ້າ ແລະ ຄວາມຄືບໜ້າຂອງໂຄງການພັດທະນາພື້ນຖານໂຄງລ່າງ.
– ດ້ານວັດທະນະທຳ-ສັງຄົມ: ການກຽມຄວາມພ້ອມເປີດສົກຮຽນໃໝ່, ການຄວບຄຸມການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ, ການຄຸ້ມຄອງທຸລະກິດບໍລິການ-ຮ້ານບັນເທີງ, ການກຽມຮອງຮັບນັກທ່ອງທ່ຽວຢູ່ຕາດຄອນພະເພັງ ແລະ ສົມພະມິດ, ລວມທັງການກຽມຄວາມພ້ອມຮັບມືກັບໄພພິບັດທາງທຳມະຊາດ.

            ກອງປະຊຸມ ຍັງໄດ້ດຳເນີນການສຳຫຼວດກວດກາ ການນຳພາລວມຂອງຄະນະບໍລິຫານງານພັກເມືອງ, ຮັບຟັງການໂອ້ລົມຈາກຄະນະປະຈຳພັກແຂວງ ແລະ ຜ່ານຮ່າງມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ IX ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນທ້າຍປີ 2026 ອີກດ້ວຍ.

           ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ, ສະຖານີວິທະຍຸ-ໂທລະພາບເມືອງໂຂງ.

Bài viết #ເມືອງໂຂງ ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%bb%82%e0%ba%82%e0%ba%87-%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%84%e0%ba%bb/feed/ 0
ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງຈໍາປາສັກ https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%ad%e0%ba%99%e0%bb%84%e0%ba%8a-%e0%ba%aa%e0%ba%b5%e0%ba%9e%e0%ba%b1%e0%ba%99%e0%ba%94%e0%ba%ad%e0%ba%99-%e0%bb%82%e0%ba%ad%e0%bb%89%e0%ba%a5/ https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%ad%e0%ba%99%e0%bb%84%e0%ba%8a-%e0%ba%aa%e0%ba%b5%e0%ba%9e%e0%ba%b1%e0%ba%99%e0%ba%94%e0%ba%ad%e0%ba%99-%e0%bb%82%e0%ba%ad%e0%bb%89%e0%ba%a5/#respond Mon, 27 Jul 2026 04:42:42 +0000 https://ptcps.gov.la/?p=6903            ໃນຕອນບ່າຍວັນທີ 24 ກໍລະກົດ 2026, ທີ່ສະໂມສອນເມືອງໂຂງ, ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX. ໃນໂອກາດດັ່ງກ່າວ, ທ່ານ ປອ. ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ລາຍງານສະພາບການນຳພາ-ຊີ້ນຳ ວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ໂດຍສະເພາະແມ່ນ ການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.         ...

Bài viết ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງຈໍາປາສັກ đã xuất hiện đầu tiên vào ngày .

]]>
           ໃນຕອນບ່າຍວັນທີ 24 ກໍລະກົດ 2026, ທີ່ສະໂມສອນເມືອງໂຂງ, ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX.

ໃນໂອກາດດັ່ງກ່າວ, ທ່ານ ປອ. ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ລາຍງານສະພາບການນຳພາ-ຊີ້ນຳ ວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ໂດຍສະເພາະແມ່ນ ການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ.

              #ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ອົງຄະນະພັກແຂວງຍາດມາໄດ້. ເຖິງວ່າສະພາບການສາກົນ ແລະ ພາກພື້ນຈະມີການຜັນແປຢ່າງສັບສົນ, ແຕ່ແຂວງຈຳປາສັກຍັງສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ. ພ້ອມນີ້, ຍັງໄດ້ຍ້ອງຍໍຕໍ່ຜົນງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງສາມາດມ້າງຄະດີ ແລະ ຈັບກຸມຜູ້ກະທຳຜິດໄດ້ 781 ຄົນ, ສະກັດກັ້ນອາຊະຍາກຳທາງໄຊເບີ (ສະແກມເມີ) ໄດ້ທັນການ, ລວມທັງດ້ານເສດຖະກິດ GDP ຂະຫຍາຍຕົວ ບັນລຸໄດ້ 28,251.84 ຕື້ກີບ, ເກັບລາຍຮັບງົບປະມານໄດ້ລື່ນກາຍເຄິ່ງໜຶ່ງຂອງແຜນການປີ ແລະ ມີນະໂຍບາຍ ເຊັ່ນ: ການບໍລິການລົດເມຟຣີ ຢູ່ນະຄອນປາກເຊ ເພື່ອຫຼຸດຜ່ອນພາລະລາຍຈ່າຍຂອງປະຊາຊົນ ໃນທ່າມກາງວິກິດການລາຄານໍ້າມັນ.
ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ໃຫ້ເຫັນ 3 ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ຄື:
– ບັນຫາເສດຖະກິດ-ການເງິນ: ອັດຕາເງິນເຟີ້, ລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟຜັນຜວນ ກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ.
– ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ: ຢູ່ບາງທ້ອງຖິ່ນຍັງຊັກຊ້າ, ການເກັບລາຍຮັບຍັງມີຊ່ອງໂຫວ່, ການຫັນເປັນທັນສະໄໝ ຍັງກວມລວມ ແລະ ເຄືອຂ່າຍຢາເສບຕິດຍັງມີຄວາມສະຫຼັບຊັບຊ້ອນ.

– ຂົງເຂດວັດທະນະທຳ-ສັງຄົມ: ອັດຕາການປະລະການຮຽນ ແລະ ການຂາດແຄນຄູຢູ່ເຂດຫ່າງໄກສອກຫຼີກຍັງເພີ່ມຂຶ້ນ, ການພັດທະນາສີມືແຮງງານຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ.

          #ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນການ 6 ເດືອນທ້າຍປີ 2026 ບັນລຸຜົນສຳເລັດ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ແລະ ມອບວຽກງານຈຸດສຸມ 4 ດ້ານ ໃຫ້ແຂວງຈຳປາສັກ ສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:
– ດ້ານເສດຖະກິດ-ການເງິນ: ເພີ່ມທະວີການຄຸ້ມຄອງລາຍຮັບຢ່າງເຂັ້ມງວດ ຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍສ່ວຍສາອາກອນ; ເລັ່ງຫັນເປັນທັນສະໄໝນຳໃຊ້ລະບົບ TaxRIS, EasyTax ແລະ ການຊຳລະຜ່ານທະນາຄານ; ສົ່ງເສີມການຜະລິດພາຍໃນ (ເຂົ້ານາປີ, ພືດຜັກ, ການລ້ຽງສັດ) ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ; ກວດກາ-ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ, ປະຕິບັດລະບຽບການກັບຜູ້ກັກຕຸນສິນຄ້າ ແລະ ການບໍລິການແລກປ່ຽນເງິນຕາເຖື່ອນຢ່າງເດັດຂາດ.
– ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍເນັ້ນໃສ່ການສະກັດກັ້ນ, ມ້າງເຄືອຂ່າຍ ແລະ ການກວດກາຊາຍແດນ ແລະ ດ່ານສາກົນ, ສະກັດກັ້ນກຸ່ມອາຊະຍາກຳຂ້າມຊາດ (ສະແກມເມີ) ບໍ່ໃຫ້ມີບ່ອນຫຼົບຊ້ອນ.
– ດ້ານການພັດທະນາວັດທະນະທຳ-ສັງຄົມ: ວາງມາດຕະການແກ້ໄຂການປະລະການຮຽນ, ປັບປຸງສະຫວັດດີການ ແລະ ນະໂຍບາຍຕໍ່ຄູອາສາສະໝັກຢູ່ເຂດຫ່າງໄກສອກຫຼີກ; ຍົກລະດັບການບໍລິການສາທາລະນະສຸກຮາກຖານ ແລະ ກຽມພ້ອມຮັບມືກັບໄພພິບັດທຳມະຊາດ (ອຸທົກກະໄພ) ໃນໄລຍະລະດູຝົນຕະຫຼອດ 24 ຊົ່ວໂມງ.
– ດ້ານການປັບປຸງກົນໄກການບໍລິຫານລັດ ແລະ ວຽກງານພັກ-ພະນັກງານ: ປັບປຸງກົນໄກບໍລິຫານ ໃຫ້ກະທັດຮັດ, ໂປ່ງໃສ, ວ່ອງໄວ ໂດຍຫັນເປັນລັດດິຈິຕອນ; ເພີ່ມທະວີການບໍລິການຜ່ານປະຕູດຽວ (One-Stop Service); ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາຄວາມສາມັກຄີເປັນເອກະພາບພາຍໃນ ເພື່ອຜ່ານຜ່າທຸກອຸປະສັກ ແລະ ຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ 5 ສະໄໝທີ IX ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ຈັນທະວີສັກ

Bài viết ທ່ານ ສອນໄຊ ສີພັນດອນ ໂອ້ລົມຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງຈໍາປາສັກ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%ad%e0%ba%99%e0%bb%84%e0%ba%8a-%e0%ba%aa%e0%ba%b5%e0%ba%9e%e0%ba%b1%e0%ba%99%e0%ba%94%e0%ba%ad%e0%ba%99-%e0%bb%82%e0%ba%ad%e0%bb%89%e0%ba%a5/feed/ 0
ກອງປະຊຸມສຳມະນາ ທິດທາງ ແລະ ແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້,​ ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມເປັນປະທານ​ ພ້ອມມີຄໍາເຫັນຊີ້ນໍາ https://ptcps.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%ba%97%e0%ba%b4%e0%ba%94%e0%ba%97%e0%ba%b2%e0%ba%87-%e0%bb%81%e0%ba%a5/ https://ptcps.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%ba%97%e0%ba%b4%e0%ba%94%e0%ba%97%e0%ba%b2%e0%ba%87-%e0%bb%81%e0%ba%a5/#respond Mon, 27 Jul 2026 04:30:52 +0000 https://ptcps.gov.la/?p=6896             ວັນທີ 23 ກໍລະກົດ 2026, ໄດ້ມີກອງປະຊຸມສຳມະນາ ທິດທາງ ແລະ ແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ເພື່ອເຊື່ອມຈອດເສດຖະກິດກັບປະເທດໃກ້ຄຽງ ແລະ ພາກພື້ນ.​ ກອງ​ປະຊຸມ​ຈັດຂຶ້ນຢູ່າະໂມສອນແຂວງຈຳປາສັກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.​ ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ບັນດາປະທານ, ຮອງປະທານຄະນະກຳມະການປົກຄອງແຂວງ ຈາກ 4 ແຂວງພາກໃຕ້ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື, ຕາງໜ້າຈາກບັນດາກະຊວງ, ຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມເຂົ້າຮ່ວມ.                 #ໃນກອງປະຊຸມ,​ ທ່ານ​ ພູວົງ ...

Bài viết ກອງປະຊຸມສຳມະນາ ທິດທາງ ແລະ ແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້,​ ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມເປັນປະທານ​ ພ້ອມມີຄໍາເຫັນຊີ້ນໍາ đã xuất hiện đầu tiên vào ngày .

]]>
            ວັນທີ 23 ກໍລະກົດ 2026, ໄດ້ມີກອງປະຊຸມສຳມະນາ ທິດທາງ ແລະ ແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ເພື່ອເຊື່ອມຈອດເສດຖະກິດກັບປະເທດໃກ້ຄຽງ ແລະ ພາກພື້ນ.​ ກອງ​ປະຊຸມ​ຈັດຂຶ້ນຢູ່າະໂມສອນແຂວງຈຳປາສັກ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ.​ ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ບັນດາປະທານ, ຮອງປະທານຄະນະກຳມະການປົກຄອງແຂວງ ຈາກ 4 ແຂວງພາກໃຕ້ ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື, ຕາງໜ້າຈາກບັນດາກະຊວງ, ຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມເຂົ້າຮ່ວມ.

                #ໃນກອງປະຊຸມ,​ ທ່ານ​ ພູວົງ ກິດຕິວົງ ຮອງລັດຖະມົນຕີກະຊວງການເງິນ​ ໄດ້​ລາຍງານກ່ຽວກັບ​ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະ ຄວາມຄືບໜ້າການສ້າງແຜນພັດທະນາເຂດແຄວ້ນ ຕິດພັນກັບຍຸດທະສາດເຊື່ອມຈອດເສດຖະກິດ ແລະ ນຳສະເໜີກ່ຽວກັບການພັດທະນາເສດຖະກິດ​ – ສັງຄົມ ແລະ ທິດທາງໃນການສ້າງແຜນພັດທະນາເຂດແຄວ້ນ ຂອງບັນດາ 4 ແຂວງພາກໃຕ້. ຈາກນັ້ນ, ບັນດາກະຊວງ, ສະຖາບັນ ແລະ ອົງການປົກຄອງ 4 ແຂວງພາກໃຕ້ ກໍໄດ້ພ້ອມກັນປະກອບຄຳເຫັນ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ​ – ສັງຄົມ ແລະ ການຊຸກຍູ້ສ້າງແຜນພັດທະນາເຂດແຄວ້ນ ໂດຍສະເພາະທິດທາງໃນການພັດທະນາເຂດແຄວ້ນ 4 ແຂວງພາກໃຕ້ ໃນຕໍ່ໜ້າ ເພື່ອສຸມທຸກສະຕິປັນຍາ ໃນການກຳນົດທິດທາງ​ ເພື່ອນຳໄປຈັດຕັ້ງປະຕິບັດ ແຜນພັດທະນາເຂດແຄວ້ນ ໃຫ້ປະກົດຜົນເປັນຮູບປະທຳ​ ທັງເປັນການຜັນຂະຫຍາຍມະຕິຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເລກທີ 22/ຫສພ, ລົງວັນທີ 1 ເມສາ 2026 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 61/ຫສນຍ, ລົງວັນທີ 22 ເມສາ 2026 ໃນການສ້າງແຜນພັດທະນາເຂດແຄວ້ນ ຕິດພັນກັບຍຸດທະສາດເຊື່ອມຈອດເສດຖະກິດ ກັບປະເທດໃກ້ຄຽງ ແລະ ພາກພື້ນ

              #ຕອນທ້າຍກອງປະຊຸມ, ທ່ານ ສອນໄຊ​ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດສະຫຼຸບຜົນການດຳເນີນກອງປະຊຸມສຳມະນາຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນຳ ຕໍ່ບັນດາກະຊວງ, ຂະແໜງການ ແລະ ອົງການປົກຄອງ 4 ແຂວງພາກໃຕ້ ໃຫ້ມີຄວາມຈະແຈ້ງ, ບໍ່ຊ້ຳຊ້ອນ ແລະ ສາມາດແຂ່ງຂັນໄດ້ໃນລະດັບພາກພື້ນ,​ ໃນນັ້ນ,​ ການພັດທະນາຂະແໜງກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ໂດຍນຳໃຊ້ທ່າແຮງໄດ້ປຽບຂອງເຂດພູພຽງບໍລິເວນ ເຊິ່ງກວມເອົາແຂວງຈຳປາສັກ, ສາລະວັນ, ເຊກອງ​Microsoft​,​ ມີດິນ​ ອາກາດເຢັນຕະຫຼອດປີ, ໃນຕໍ່ໜ້າຕ້ອງຫັນຈາກການປູກຝັງແບບດັ້ງເດີມ ໄປສູ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອເພີ່ມຜົນຜະລິດ,​ ສ້າງຍີ່ຫໍ້ໃຫ້ແກ່ຜະລິດຕະພັນທ້ອງຖິ່ນເປັນຕົ້ນແມ່ນ ກາເຟ, ຊາ, ແລະ ພືດຜັກປອດສານພິດອື່ນໆ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ, ພັດທະນາລະບົບການຂົນສົ່ງ ເພື່ອຮັກສາຄຸນນະພາບສິນຄ້າສົ່ງອອກ, ເປັນການຫຼຸດຜ່ອນການນຳເຂົ້າປຸ໋ຍເຄມີ, ຢາປາບສັດຕູພືດ ແລະ ເມັດພັນຈາກຕ່າງປະເທດ ທີ່ເຮັດໃຫ້ຕົ້ນທຶນການຜະລິດຂອງຊາວກະສິກອນ ແລະ​ ຊາວສວນສູງຂຶ້ນ; ສ້າງສູນຄົ້ນຄວ້າ ແລະ ຜະລິດພັນພືດ, ພັນສັດ ແລະ ປຸຍຊີວະພາບພາຍໃນເຂດພາກໃຕ້, ນຳໃຊ້ເຕັກໂນໂລຊີການຈັດການນ້ຳ ແລະ ພະລັງງານແສງອາທິດ ເຂົ້າໃນການຊົນລະປະທານ ເພື່ອໃຫ້ສາມາດຜະລິດໄດ້ຕະຫຼອດປີ; ຂະແໜງອຸດສາຫະກຳປຸງແຕ່ງກະສິກຳ ເພື່ອຫັນປ່ຽນຈາກການສົ່ງອອກວັດຖຸດິບ ມາເປັນການສົ່ງອອກຜະລິດຕະພັນທີ່ມີມູນຄ່າເພີ່ມສູງ; ຂະແໜງພະລັງງານທົດແທນ ແລະ ພະລັງງານສີຂຽວ,​ ໃນຕໍ່ໜ້າຕ້ອງໄດ້ສືບຕໍ່ພັດທະນາໂຄງການພະລັງງານລົມຂະໜາດໃຫຍ່ ເພື່ອສົ່ງອອກໄປຫວຽດນາມ ແລະ ກຳປູເຈຍ, ສ້າງລະບົບສາຍສົ່ງໄຟຟ້າຮ່ວມກັນ ເພື່ອຄວາມສະຖຽນລະພາບທາງດ້ານພະລັງງານ ຂອງ 4 ແຂວງ,​ ສົ່ງເສີມການນຳໃຊ້ຍານພາຫະນະໄຟຟ້າ ໃນການຂົນສົ່ງໂລຈິສຕິກ ແລະ ການທ່ອງທ່ຽວ ຢູ່ພາກໃຕ້ ເພື່ອຫຼຸດຜ່ອນການໃຊ້ນ້ຳມັນເຊື້ອໄຟ.​ ຂະແໜງການທ່ອງທ່ຽວສີຂຽວ​ ຕ້ອງສຸມໃສ່ພັດທະນາເສັ້ນທາງທ່ອງທ່ຽວເຊື່ອມໂຍງ 4 ແຂວງ ຕ້ອງຍົກລະດັບການບໍລິການ ແລະ ທີ່ພັກ ໃຫ້ເປັນມິດຕໍ່ສິ່ງແວດລ້ອມ, ສ້າງໂຄງການທ່ອງທ່ຽວທີ່ເຊື່ອມໂຍງອຸດສາຫະກຳທ້ອງຖິ່ນ, ສົ່ງເສີມການນຳໃຊ້ອາຫານ, ພືດຜັກອິນຊີ ແລະ ຫັດຖະກຳພາຍໃນ 4 ແຂວງ ເຂົ້າໃນໂຮງແຮມ ແລະ ຮ້ານອາຫານ ເພື່ອບໍ່ໃຫ້ເງິນທ່ອງທ່ຽວຮົ່ວໄຫຼອອກຕ່າງປະເທດ.

               #ສໍາລັບຂະແໜງບໍລິການຂົນສົ່ງ ແລະ ໂລຈິດສະຕິກ,​ ໃນຕໍ່ໜ້າ,​ ທ່ານນາຍົກລັດຖະມົນຕີ ເນັ້ນໜັກໃຫ້ເອົາໃຈໃສ່ພັດທະນາທ່າບົກ ແລະ ສູນປ່ຽນຖ່າຍສິນຄ້າ ຢູ່ຈຳປາສັກ ແລະ ອັດຕະປື ເພື່ອເກັບຄ່າບໍລິການທາງຜ່ານ ຈາກໄທ ໄປ ຫວຽດນາມ ແລະ ກຳປູເຈຍ, ສ້າງລະບົບສາງເກັບຮັກສາ ແລະ ຫ້ອງເຢັນ ເພື່ອຮັກສາຄຸນນະພາບຂອງສິນຄ້າ ແລະ ຄຸ້ມຄອງລາຄາສິນຄ້າກະສິກຳ ບໍ່ໃຫ້ຖືກກົດລາຄາໃນຍາມຜົນຜະລິດອອກຫຼາຍ, ຫຼຸດຜ່ອນຂັ້ນຕອນທາງດ້ານເອກະສານຢູ່ດ່ານຊາຍແດນ ເພື່ອດຶງດູດໃຫ້ພາກໃຕ້ເປັນເສັ້ນທາງຜ່ານຫຼັກ ຂອງການຄ້າພາກພື້ນ; ຂະແໜງຂຸດຄົ້ນ ແລະ ປຸງແຕ່ງບໍ່ແຮ່,​ ໃນຕໍ່ໜ້າ​ ຕ້ອງຫັນຈາກການຂຸດຄົ້ນແລ້ວສົ່ງອອກແຮ່ດິບ ມາເປັນການສ້າງໂຮງງານອຸດສາຫະກຳປຸງແຕ່ງແຮ່ທາດ ເພື່ອສ້າງມູນຄ່າເພີ່ມ ແລະ ສ້າງວຽກເຮັດງານທໍາໃນທ້ອງຖິ່ນ; ການພັດທະນາຂະແໜງການບໍລິການດ້ານສຶກສາ ແລະ ສາທາລະນະສຸກ,​ ໃນຕໍ່ໜ້າ ມະຫາວິທະຍາໄລຈຳປາສັກ ແລະ ໂຮງຮຽນເຕັກນິກວິຊາຊີບ ຕ້ອງສຸມໃສ່ການສ້າງ ນັກເຕັກນິກ, ນັກວິຊາການ ແລະ ຜູ້ປະກອບການ ທີ່ສາມາດອອກມາສ້າງທຸລະກິດ ແລະ ພັດທະນາ 6 ຂະແໜງການປາຍແຫຼມ, ຍົກລະດັບໂຮງໝໍ ແລະ ສູນການແພດ ໃຫ້ມີຄວາມຊ່ຽວຊານສະເພາະດ້ານ ເພື່ອເປັນສູນກາງປິ່ນປົວຂອງພາກໃຕ້ ຫຼຸດຜ່ອນການເດີນທາງໄປປິ່ນປົວຂ້າມແດນ ແລະ ຮັບປະກັນຄຸນນະພາບການບໍລິການໃຫ້ນັກທ່ອງທ່ຽວ; ເພີ່ມທະວີວຽກງານປ້ອງກັນຊາດ​ – ປ້ອງກັນຄວາມສະຫງົບໃຫ້ມີຄວາມທັນສະໄໝ ແລະ ຮັບປະກັນຄວາມສະຫງົບຢ່າງຮອບດ້ານ,​ ໃນຕໍ່ໜ້າ ຕ້ອງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ວຽກງານສາມສ້າງ ໃຫ້ເປັນຂະບວນການຟົດຟື້ນ ເພື່ອສ້າງຕາແສງ, ສ້າງບ້ານ ກາຍເປັນປ້ອມທີ່ໝັ້ນແນວໜ້າໃຫ້ແກ່ວຽກງານປ້ອງກັນຊາດ​ – ປ້ອງກັນຄວາມສະຫງົບຢູ່ 4 ແຂວງພາກໃຕ້ ໃຫ້ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພ, ສ້າງພື້ນຖານໃຫ້ແກ່ການດຶງດູດການລົງທຶນ ແລະ ການທ່ອງທ່ຽວ; ຄຸ້ມຄອງ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕາມຊາຍແດນ,​ ເພີ່ມທະວີການກວດກາ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການເຂົ້າ – ອອກເມືອງຜິດກົດໝາຍ, ການຄ້າຂາຍເຖື່ອນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດລຽບຕາມຊາຍແດນ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງ, ພ້ອມນັ້ນ ກໍເພີ່ມທະວີການເຝົ້າລະວັງ, ຕິດຕາມຢ່າງໃກ້ສິດ ແລະ ຮັກສາຄວາມສະຖຽນລະພາບຢູ່ບໍລິເວນຊາຍແດນຢ່າງເຂັ້ມງວດ, ເເກ້ໄຂບັນຫາຄວາມອ່ອນໄຫວ ຫຼື ຂໍ້ຂັດແຍ່ງຕ່າງໆ ໂດຍຜ່ານກົນໄກການທູດ ແລະ ການປະສານງານຢ່າງສັນຕິວິທີ; ສືບຕໍ່ເສີມຂະຫຍາຍສາຍພົວພັນ, ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດທີ່ມີຊາຍແດນຕິດຈອດ ເພື່ອສ້າງເສັ້ນທາງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຄວາມສະຫງົບ ແລະ ການຮ່ວມມືພັດທະນາຢ່າງຍືນຍົງ.

               ທັງນີ້ ກໍເພື່ອຜັນຂະຫຍາຍວຽກງານການພັດທະນາເຂດແຄວ້ນ ໃຫ້ກາຍເປັນ ແຜນແມ່ບົດເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນຂອງຊາດໃຫ້ເກີດຜົນປະໂຫຍດສູງສຸດ ໄປຕາມທິດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ.


* ຂ່າວ​-ພາບ​: ທູນທອງໃຈ​ *

Bài viết ກອງປະຊຸມສຳມະນາ ທິດທາງ ແລະ ແຜນພັດທະນາເຂດແຄວ້ນ 4 ແຂວງພາກໃຕ້,​ ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມເປັນປະທານ​ ພ້ອມມີຄໍາເຫັນຊີ້ນໍາ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%aa%e0%ba%b3%e0%ba%a1%e0%ba%b0%e0%ba%99%e0%ba%b2-%e0%ba%97%e0%ba%b4%e0%ba%94%e0%ba%97%e0%ba%b2%e0%ba%87-%e0%bb%81%e0%ba%a5/feed/ 0
ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%94%e0%ba%b3%e0%bb%80%e0%ba%99%e0%ba%b5%e0%ba%99%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0/ https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%94%e0%ba%b3%e0%bb%80%e0%ba%99%e0%ba%b5%e0%ba%99%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0/#respond Mon, 27 Jul 2026 04:20:21 +0000 https://ptcps.gov.la/?p=6885                 ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ກໍລະກົດ 2026 ຢູ່ສະໂມສອນເມືອງໂຂງ. ກອງປະຊຸມໄດ້ໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ; ໂດຍມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເລຂາພັກ 9 ເມືອງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ ແລະ ຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມຢ່າງພ້ອມພຽງ.            ສະຫາຍ ປອ. ອາລຸນໄຊ ສູນນະລາດ ໄດ້ກ່າວໄຂກອງປະຊຸມ ເຊິ່ງມີບາງຕອນສຳຄັນກ່າວວ່າ: ກອງປະຊຸມຄົບຄະນະໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ຄະນະບໍລິຫານງານພັກແຂວງ ຈັດຂຶ້ນຢູ່ເມືອງໂຂງ ໂດຍຈະດຳເນີນໄປເປັນເວລາ ...

Bài viết ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX đã xuất hiện đầu tiên vào ngày .

]]>
                ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ກໍລະກົດ 2026 ຢູ່ສະໂມສອນເມືອງໂຂງ. ກອງປະຊຸມໄດ້ໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ; ໂດຍມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກນະຄອນ, ເລຂາພັກ 9 ເມືອງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ ແລະ ຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມຢ່າງພ້ອມພຽງ.

           ສະຫາຍ ປອ. ອາລຸນໄຊ ສູນນະລາດ ໄດ້ກ່າວໄຂກອງປະຊຸມ ເຊິ່ງມີບາງຕອນສຳຄັນກ່າວວ່າ: ກອງປະຊຸມຄົບຄະນະໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ຄະນະບໍລິຫານງານພັກແຂວງ ຈັດຂຶ້ນຢູ່ເມືອງໂຂງ ໂດຍຈະດຳເນີນໄປເປັນເວລາ 2 ວັນ (23–24 ກໍລະກົດ 2026). ກອງປະຊຸມຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝທີ IX, ໂດຍສະເພາະແມ່ນການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 6 ເດືອນຕົ້ນປີ 2026 ທີ່ຜ່ານມາ, ພ້ອມທັງຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2026.

# ສໍາລັບບັນດາວຽກງານສຳຄັນທີ່ຈະໄດ້ຄົ້ນຄວ້າໃນກອງປະຊຸມ ປະກອບມີ:
– ດ້ານເສດຖະກິດ-ສັງຄົມ: ປະເມີນການນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໄລຍະ 6 ເດືອນຕົ້ນປີ, ແຜນດັດແກ້ ແລະ ທິດທາງຊີ້ນຳ-ນຳພາ 6 ເດືອນທ້າຍປີ 2026.
– ດ້ານການບໍລິຫານລັດ: ເນັ້ນການນຳພາຈັດຕັ້ງປະຕິບັດວຽກງານຫັນເປັນທັນສະໄໝ ໃນການບໍລິຫານລັດຂອງພະແນກການ, ບັນດາເມືອງ ແລະ ນະຄອນ.
– ດ້ານຍຸຕິທຳ ແລະ ກົດໝາຍ: ການສ້າງສະຕິເຄົາລົບລະບຽບກົດໝາຍ, ການດຳເນີນຄະດີຕາມຂະບວນການຍຸຕິທຳ ແລະ ການປະຕິບັດຄຳຕັດສິນຂອງສານ ໃນໄລຍະ 6 ເດືອນຜ່ານມາ ພ້ອມທັງທິດທາງ 6 ເດືອນທ້າຍປີ.
– ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ): ການນຳພາຈັດຕັ້ງປະຕິບັດວຽກງານ ປກຊ ຕິດພັນກັບການເຄື່ອນໄຫວວຽກງານປ້ອງກັນຊາຍແດນ, ວຽກງານປະຈຳການກຽມພ້ອມສູ້ຮົບ ແລະ ການຝຶກອົບຮົມຫັດແອບກຳລັງກອງຫຼອນ ປະຈຳປີ 2026.
– ການແກ້ໄຂປະກົດການຫຍໍ້ທໍ້: ສຸມໃສ່ການສະກັດກັ້ນ ແລະ ແກ້ໄຂກຸ່ມສະແກມເມີ (Scammer) ທົ່ວແຂວງ ໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນ 6 ເດືອນທ້າຍປີ 2026.
– ການປັບປຸງກົງຈັກ ແລະ ຮັບມືໄພພິບັດ: ການນຳພາປັບປຸງກົງຈັກການຈັດຕັ້ງພັກ-ລັດ ຂັ້ນແຂວງ ຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການປົກຄອງຕາແສງ, ການກະກຽມຄວາມພ້ອມຮັບມືກັບສະພາບໄພພິບັດ ແລະ ມາດຕະການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ.
– ການກວດກາພັກ: ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ໄລຍະ 6 ເດືອນຕົ້ນປີ 2026 ແລະ ການສຳຫຼວດບຸກຄົນໃນຄະນະບໍລິຫານງານພັກແຂວງ.

Bài viết ແຂວງຈຳປາສັກ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 5 ສະໄໝທີ IX đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%ba%94%e0%ba%b3%e0%bb%80%e0%ba%99%e0%ba%b5%e0%ba%99%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0/feed/ 0
ຄະນະພັກຮາກຖານ​ ຄະນະ​ໂຄສະນາ​ອົບຮົມ​ແຂວງຈໍາປາສັກ​ ສໍາເລັດກອງປະຊຸມໃຫຍ່​ ຄະນະພັກຮາກຖານ​ ຄັ້ງທີ​ I​ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%9e%e0%ba%b1%e0%ba%81%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99-%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%9e%e0%ba%b1%e0%ba%81%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99-%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa/#respond Mon, 27 Jul 2026 04:08:01 +0000 https://ptcps.gov.la/?p=6869 ຄະນະພັກຮາກຖານ​ ຄະນະ​ໂຄສະນາ​ອົບຮົມ​ແຂວງຈໍາປາສັກ​ ສໍາເລັດກອງປະຊຸມໃຫຍ່​ ຄະນະພັກຮາກຖານ​ ຄັ້ງທີ​ I​                  ວັນທີ 9 ກໍລະກົດ​ 2026​, ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້​ດໍາເນີນ​ກອງປະຊຸມໃຫຍ່ຄະນະພັກຮາກຖານ ຄັ້ງທີ​ I.​ ກອງປະຊຸມຈັດຂຶ້ນຢູ່ຫ້ອງ​ປະຊຸມ​ຫ້ອງວ່າການແຂວງ​ ໂດຍການເປັນປະທານຮ່ວມຂອງ ສະຫາຍ​ ສຸພາ​ບ​ ທໍາມະ​ຮັກສາ​ ຮອງເລຂາ​ຄະນະ​ບໍລິຫານງານ​ພັກແຂວງ​ ຜູ້ຊີ້ນໍາ​ວຽກງານ​ການເມືອງ​ -​ ແນວຄິດ,​ ວຽກງານ​ພັກ​ -​ ພະນັກງານ, ວຽກງານ​ສະຫະພັນ​ນັກ​ຮົ​ບເກົ່າ​ ແລະ​ ອົງ​ການ​ຈັດຕັ້ງ​ມະຫາຊົນ​ ຂັ້ນແຂວງ,​ ສະຫາຍ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ,​ ສະຫາຍ ປະດິດ​ ວັນນະ​ລັດສະໝີ​ ຄະນະປະຈໍາ​ພັກແຂວງ ເລຂາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ. ມີຄະນະກຳມະການບຸກຄະລາກອນຂັ້ນແຂວງ,​ ຄະນະພັກ​ຮາກຖານ, ເລຂາ​ -​ ຄະນະໜ່ວຍພັກ​ ແລະ​ ສະມາຊິກພັກ​ ...

Bài viết ຄະນະພັກຮາກຖານ​ ຄະນະ​ໂຄສະນາ​ອົບຮົມ​ແຂວງຈໍາປາສັກ​ ສໍາເລັດກອງປະຊຸມໃຫຍ່​ ຄະນະພັກຮາກຖານ​ ຄັ້ງທີ​ I​ đã xuất hiện đầu tiên vào ngày .

]]>
ຄະນະພັກຮາກຖານ​ ຄະນະ​ໂຄສະນາ​ອົບຮົມ​ແຂວງຈໍາປາສັກ​ ສໍາເລັດກອງປະຊຸມໃຫຍ່​ ຄະນະພັກຮາກຖານ​ ຄັ້ງທີ​ I​

                 ວັນທີ 9 ກໍລະກົດ​ 2026​, ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້​ດໍາເນີນ​ກອງປະຊຸມໃຫຍ່ຄະນະພັກຮາກຖານ ຄັ້ງທີ​ I.​ ກອງປະຊຸມຈັດຂຶ້ນຢູ່ຫ້ອງ​ປະຊຸມ​ຫ້ອງວ່າການແຂວງ​ ໂດຍການເປັນປະທານຮ່ວມຂອງ ສະຫາຍ​ ສຸພາ​ບ​ ທໍາມະ​ຮັກສາ​ ຮອງເລຂາ​ຄະນະ​ບໍລິຫານງານ​ພັກແຂວງ​ ຜູ້ຊີ້ນໍາ​ວຽກງານ​ການເມືອງ​ -​ ແນວຄິດ,​ ວຽກງານ​ພັກ​ -​ ພະນັກງານ, ວຽກງານ​ສະຫະພັນ​ນັກ​ຮົ​ບເກົ່າ​ ແລະ​ ອົງ​ການ​ຈັດຕັ້ງ​ມະຫາຊົນ​ ຂັ້ນແຂວງ,​ ສະຫາຍ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ,​ ສະຫາຍ ປະດິດ​ ວັນນະ​ລັດສະໝີ​ ຄະນະປະຈໍາ​ພັກແຂວງ ເລຂາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ. ມີຄະນະກຳມະການບຸກຄະລາກອນຂັ້ນແຂວງ,​ ຄະນະພັກ​ຮາກຖານ, ເລຂາ​ -​ ຄະນະໜ່ວຍພັກ​ ແລະ​ ສະມາຊິກພັກ​ ຈາກ​ໜ່ວຍພັກ​ ແລະ​ ຈຸພັກທີ່ຂຶ້ນກັບຄະນະພັກຮາກຖານ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ ເຂົ້າຮ່ວມ.​

             ໂອກາດກ່າວເປີດກອງປະຊຸມ ສະຫາຍ​ ປະດິດ​ ວັນນະ​ລັດສະໝີ​ ຄະນະປະຈໍາ​ພັກແຂວງ ເລຂາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ມີຄໍາເຫັນວ່າ: ກອງປະຊຸມໃຫຍ່​ ຄັ້ງທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ສຸດທີ່ມີຄວາມໝາຍສໍາຄັນ,​ ຍ້ອນແນວນັ້ນ, ຂ້າພະເຈົ້າ​ ຂໍຮຽກຮ້ອງຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ ໃນການປະກອບຄຳເຫັນຢ່າງຕັ້ງໜ້າ ແລະ ຕົກລົງບັນຫາຕ່າງໆໃຫ້ຖືກຕ້ອງ ເຮັດໃຫ້ກອງປະຊຸມ ໃຫຍ່ຄັ້ງນີ້ບັນລຸຜົນສໍາເລັດຢ່າງສູງ.​

            ຕໍ່ມາ,​ ສະຫາຍ​ ປອ.ວັນນະ​ລາ​ ສຸດທິຈັກ ຮອງເລຂຄະນະພັກຮາກຖານ​ ຄະນະໂຄສະນາອົບຮົມແຂວງ​ ກໍໄດ້ຜ່ານບົດລາຍງານ​ການເມືອງ​ທັງ​ 2 ພາກ​ ເຊິ່ງໄດ້ລາຍງານ ແລະ ຕີລາຄາການນໍາພາ​ – ຊີ້ນໍາວຽກງານການເຄື່ອນໄຫວໃນໄລຍະສ້າງຕັ້ງຄະນະພັກຮາກຖານ 6 ເດືອນທີ່ຜ່ານມາ​ ທີ່ໄດ້ສ້າງຕັ້ງຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ, ຄະນະພັກ ໄດ້ເອົາໃຈໃສ່ນຳພາ​ – ຊີ້ນຳໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI, XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ເຂົ້າສູ່ເນື້ອໃນວຽກງານຕົວຈິງຢ່າງມີຈຸດສຸມ,​ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຄື່ອນໄຫວຢ່າງເປັນທາງການ ນັບແຕ່ເດືອນທັນວາ ປີ 2025 ເປັນຕົ້ນມາ; ເປັນອົງການເສນາທິການ ທີ່ຂຶ້ນກັບອົງຄະນະພັກແຂວງ, ມີພາລະບົດບາດເປັນແກນນຳໃນການນຳພາ​ – ຊີ້ນຳ ວຽກງານການເມືອງ​ – ແນວຄິດ ກໍຄືວຽກງານໂຄສະນາອົບຮົມແນວທາງ, ນະໂຍບາຍຂອງພັກ​ – ລັດ ໃນຂອບເຂດທົ່ວແຂວງ; ມີ 3 ໜ່ວຍພັກຂຶ້ນກັບ​ ຄື: ໜ່ວຍພັກຂະແໜງຫ້ອງການ ແລະ ສັງລວມ, ໜ່ວຍພັກຂະແໜງອົບຮົມ, ໜ່ວຍພັກຂະແໜງ​ສື່ມວນຊົນ,​ ປັດຈຸບັນ​ ມີສະມາຊິກພັກທັງໝົດ​ 83 ສະຫາຍ.​ ພ້ອມນີ້,​ ຍັງໄດ້ວາງຄາດໝາຍສູ້ຊົນ, ກຳນົດບັນດາທິດທາງ, ໜ້າທີ່ລວມໄລຍະ 5 ປີ (2026 -​ 2030) ພາຍໃຕ້ຄຳຂວັນ ” ເພີ່ມທະວີບົດບາດການນໍາພາຂອງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ ”.​

   

               ພ້ອມນີ້,​ ສະຫາຍ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​ ຕາງໜ້າຄະນະປັບປຸງກົງຈັກການຈັດຕັ້ງພັກ -​ ລັດ​ ຂັ້ນແຂວງ​ ກໍໄດ້ຜ່ານມາດຕະຖານ, ເງື່ອນໄຂຂອງຜູ້ທີ່ຈະລົງສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກຮາກຖານຊຸດໃໝ່,​ ມາດຕະຖານເງື່ອນໄຂຂອງພະນັກງານນຳພາ​ – ຄຸ້ມຄອງ​ ໂດຍປະຕິບັດຕາມ ມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ​ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ​ – ຄຸ້ມຄອງ ເພື່ອເປັນບ່ອນອີງໃຫ້ແກ່ການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານ​ ຄະນະໂຄສະນາອົບຮົມແຂວ​ງ ຊຸດໃໝ່​ ໂດຍຍົກໃຫ້ເຫັນມາດຕະຖານລວມ​ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ,​ ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້​ – ຄວາມສາມາດ, ດ້ານແບບແຜນການນໍາພາ ແລະ​ ວິທີເຮັດວຽກ,​ ດ້ານສຸຂະພາບ.​ ນອກນີ້,​ ຍັງຍົກໃຫ້ເຫັນມາດຖານສະເພາະ ຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ​ ຕື່ມອີກ.

             ກອງປະຊຸມຄັ້ງນີ້, ຜູ້ແທນ​ກອງປະຊຸມ​ ຍັງໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ​ ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ຄັ້ງທີ I ​ບົນພື້ນຖານຄວາມຖືກຕ້ອງ ສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງ 9 ສະຫາຍ,​ ຍິງ​ 2​ ສະຫາຍ,​ ໃນນັ້ນ​ ເລືອກເອົາ 7 ສະຫາຍ.​ ຜ່ານການປ່ອນບັດຕົວຈິງ ສາມາດເລືອກໄດ້ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ສະໄໝທີ​ I​ ຈໍານວນ 7 ສະຫາຍ,​ ຍິງ 1 ສະຫາຍ​ ຄື: ສະຫາຍ​ ປະດິດ​ ວັນນະ​ລັດສະໝີ, ສະຫາຍ ປອ.​ວັນນະ​ລາ​ ສຸດທິຈັກ,​ ສະຫາຍ ນາງ​ ສຸກສົມພອນ​ ພົນອາສາ,​ ສະຫາຍ ນະ​ ຂັນທະວົງ, ສະຫາຍ ຄໍາ​ປະສົງ​ ພົມມະວົງ,​ ສະຫາຍ​ ສົມພອນ​ ວິໄລສົມ ແລະ​ ​ສະຫາຍ ມົນທຽນ​ ໄຊຍະສິດ. ກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະສັນຢ່າງສົມບູນ ເລືອກເອົາເລຂາ, ຮອງເລຂາ, ປະທານ ແລະ ຮອງປະທານກວດກາຄະນະພັກຮາກຖານ ໂດຍເລືອກເອົາ ສະຫາຍ ປະດິດ​ ວັນນະລັດສະໝີ ເປັນເລຂາຄະນະພັກຮາກຖານ​ຄະນະໂຄສະນາອົບຮົມແຂວງ​ ສະໄໝທີ​ I, ສະຫາຍ ປອ.ວັນນະລາ ສຸດທິຈັກ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ນາງ​ ສຸກສົມ​ພອນ​ ພົນອາສາ ເປັນປະທານກວດກາຄະນະພັກຮາກຖານ,​ ສະຫາຍ ນາງ.ພອນທິບ​ ແກ້ວປະເສີດ ແລະ​ ສະຫາຍ ເມທີ ທິບພະໄກສອນ ເປັນ​ຮອງປະທານກວດກາຄະນະພັກຮາກຖານ.​ ຈາກນັ້ນ,​ ກໍ​ໄດ້ມອບ​ຊໍ່ດອກໄມ້​ ໃຫ້ແກ່ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ​ ຊຸດທີ I​, ໃຫ້ກຽດ​ມອບໂດຍ​ ສະຫາຍ​ ສຸພາບ​ ທໍາມະ​ຮັກສາ​ ຮອງເລຂາ​ຄະນະ​ບໍລິຫານງານ​ພັກແຂວງ​. ຕອນທ້າຍ​ກອງປະຊຸມ​ ສະຫາຍ​ ສຸພາບ​ ທໍາມະ​ຮັກສາ​ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ ແກ່ຄະນະພັກຮາກ​ຄະນະໂຄສະນາອົບຮົມແຂວງ ຊຸດທີ​ I​ ເພື່ອເປັນບ່ອນອີງ ໃນການນໍາພາ -​ ຊີ້ນໍາ ວຽກງານໃນຕໍ່ໜ້າ​ ໃຫ້ມີ​ຜົນສໍາເລັດ​ໃໝ່​ໃຫຍ່ຫຼວງ​ກວ່າເກົ່າ​.

* ຂ່າວ-ພາບ​: ທູນທອງໃຈ​ *

Bài viết ຄະນະພັກຮາກຖານ​ ຄະນະ​ໂຄສະນາ​ອົບຮົມ​ແຂວງຈໍາປາສັກ​ ສໍາເລັດກອງປະຊຸມໃຫຍ່​ ຄະນະພັກຮາກຖານ​ ຄັ້ງທີ​ I​ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%9e%e0%ba%b1%e0%ba%81%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99-%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa/feed/ 0
ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ເຜີຍແຜ່ມະຕິຂອງລັດຖະບານສະໄໝສາມັນ ປະຈໍາເດືອນພຶດສະພາ 2026 https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%88-2/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%88-2/#respond Mon, 27 Jul 2026 03:32:13 +0000 https://ptcps.gov.la/?p=6852 ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ເຜີຍແຜ່ມະຕິຂອງລັດຖະບານສະໄໝສາມັນ ປະຈໍາເດືອນພຶດສະພາ 2026                 ໃນຄັ້ງວັນທີ 01 ກໍລະກົດ 2026 ນີ້ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ມະຕິ ຂອງລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ ປີ 2026 ໃຫ້ກຽດເປັນທານ ແລະ ບັນລະຍາຍເອກະສານໂດຍທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຮັບຟັງໃນຄັ້ງນີ້ມີບັນດາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍພະນັກງານລັດຖະກອນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.                ໃນພິທີທ່ານປະທານກອງປະຊຸມ ກໍ່ໄດ້ເຜີຍແຜ່ມະຕິຂອງລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ 2026 ຜ່ານການປຶກສຶກສາຫາລືຂອງກອງປະຊຸມແມ່ນໄດ້ເຫັນດີເປັນເອກະພາບດັ່ງນີ້ : 1, ລາຍງານການປະຕິບັດວຽກງານຈຸດສຸມພົ້ນເດັ່ນ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈໍາເດືອນ ມີຖຸນາ ...

Bài viết ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ເຜີຍແຜ່ມະຕິຂອງລັດຖະບານສະໄໝສາມັນ ປະຈໍາເດືອນພຶດສະພາ 2026 đã xuất hiện đầu tiên vào ngày .

]]>
ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ເຜີຍແຜ່ມະຕິຂອງລັດຖະບານສະໄໝສາມັນ ປະຈໍາເດືອນພຶດສະພາ 2026

                ໃນຄັ້ງວັນທີ 01 ກໍລະກົດ 2026 ນີ້ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ມະຕິ ຂອງລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ ປີ 2026 ໃຫ້ກຽດເປັນທານ ແລະ ບັນລະຍາຍເອກະສານໂດຍທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຮັບຟັງໃນຄັ້ງນີ້ມີບັນດາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍພະນັກງານລັດຖະກອນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

               ໃນພິທີທ່ານປະທານກອງປະຊຸມ ກໍ່ໄດ້ເຜີຍແຜ່ມະຕິຂອງລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ 2026 ຜ່ານການປຶກສຶກສາຫາລືຂອງກອງປະຊຸມແມ່ນໄດ້ເຫັນດີເປັນເອກະພາບດັ່ງນີ້ :
1, ລາຍງານການປະຕິບັດວຽກງານຈຸດສຸມພົ້ນເດັ່ນ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈໍາເດືອນ ມີຖຸນາ 2026 ຂອງລັດຖະບານ.
2, ລາຍງານສະພາບພົ້ນເດັ່ນພາກພຶ້ນ ແລະ ສາກົນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫົຽບ.
3, ລາຍງານແຜນການປັບປຸງລະບົບການສຶກສາສາມັນຈາກ 5+4+3 ເປັນ 6+6+3.
4, ລາຍງານການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ, ເຕັດໂນໂລຊີ ແລະ ນະວັດຕະກໍາອາຊຽນຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງທີ 89 ແລະ ກອງປະຊຸມອື່ນໆທີ່ກ້ຽວຂ້ອງໃນເດືອນມີຖຸນາ 2026.
5. ລາຍງານເຫດການປາຕາຍຢູ່ນໍ້າເຊໂດນ, ເມືອງຊະນະສົມບູນ, ແຂວງຈໍາປາສັກ.
6, ລາຍງານສະພາບລວມການບັນຈຸລັດຖະກອນ ປະຈໍາປີ 2025 ແລະ ແຜນຄວາມຕ້ອງການຈໍານວນຕົວເລກໃໝ່ ( ໂກ້ຕາ ) ປີ 2026.
7, ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ແລະ ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ.
8, ຮ່າງດໍາລັດ ວ່າດ້ວຍການເຊົ່າ ແລະ ສໍາປະທານທີ່ດິນລັດ.

                ຈາກນັ້ນ ເພື່ອສຶບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆໃນວຽກງານຈຸດສຸມເດືອນມີຖຸນາ 2026 ແມ່ນ ໃຫ້ເອົາໃຈໃສ່ສຶບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົຽບທົ່ວປວງຊົນຮອບດ້ານ. ສຸ່ມໃສ່ບັນດາເນື້ອໃນຈະນໍາເຂົ້າລາຍງານຕໍ່ກອງປະຊຸມລັດຖະບານເປີດກ້ວາງຄັ້ງທີ 1 ປີ 2026. ໃຫ້ຄະນະຄຸມຄ້ອງໄພພິບັດສຶບຕໍ່ຕິດຕາມ ແລະ ຊີ້ນໍາແຂວງໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ໃນຮູຫີນຜາ, ເມືອງລ່ອງແຈ້ງ, ແຂວງໄຊສົມບູນ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຕ່າງໆຜົນການເຄຶ່ອນໄຫວວຽກງານຕ່າງປະເທດຂອງການນໍາພັກ-ລັດ. ໃຫ້ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນເປັນເຈົ້າການກະກຽມປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນເດັກນ້ອຍສາກົນ. ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການສຸມໃສ່ການຫັນເປັນທັນສະໄໝໃຫ້ແຂງແຮງ.

               ໃນຕອນທ້າຍພິທີ ທ່ານປະທານ ກໍ່ໃຫ້ກຽດໂອ້ລົມຕໍ່ພະນັກງານລັດຖະກອນທັງໝົດ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບັນດາເນື້ອໃນເອກະສານໃນການເຜີຍແຜ່ມະຕິຂອງລັດຖະບານສະໄໝສາມັນ ປະຈໍາເດືອນ ພຶດສະພາ 2026 ໃນຄັ້ງນີ້. ໃນໂອກາດດຽວກັນ ທ່ານປະທານ ຍັງໃຫ້ບັນດາທ່ານ ໄດ້ປະກອບຄໍາຄິດເຫັນໃນການຈັດກິດຈະກໍາ ເພື່ອສ້າງຂະບວນການ ເພື່ອກະກຽມຈັດກອງປະຊຸມໃຫ່ຍຄັ້ງທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

Bài viết ຄະນະໂຄສະນາອົບຮົມແຂວງ ຈັດກອງປະຊຸມ ເຜີຍແຜ່ມະຕິຂອງລັດຖະບານສະໄໝສາມັນ ປະຈໍາເດືອນພຶດສະພາ 2026 đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87-%e0%ba%88-2/feed/ 0
ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ​ ສໍາເລັດການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%9e%e0%ba%b1%e0%ba%81%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%9e%e0%ba%b1%e0%ba%81%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99/#respond Wed, 01 Jul 2026 02:39:58 +0000 https://ptcps.gov.la/?p=6830 ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ​ ສໍາເລັດການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ            ວັນທີ 29 ມິຖຸນາ 2026, ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ​ ຮອບທີ 1​ ແລະ​ ຮອບທີ​ 2.​ ກອງປະຊຸມ​ຈັດຂຶ້ນ​ຢູ່ຫ້ອງ​ປະຊຸມ​ຫ້ອງ​ວ່າການແຂວງ​ ໂດຍ​ການເຂົ້າຮ່ວມ​ຂອງ​ສະຫາຍ​ ສຸພາບ​ ທໍາມະ​ຮັກສາ​ ຮອງເລຂາ​ຄະນະ​ບໍລິຫານງານ​ພັກແຂວງ​ ຜູ້ຊີ້ນໍາ​ວຽກງານ​ການເມືອງ​ -​ ແນວຄິດ, ວຽກງານ​ພັກ​ -​ ພະນັກງານ​ ແລະ​ ວຽກງານ​ອົງການ​ຈັດຕັ້ງ​ມະຫາຊົນ,​ ສະຫາຍ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາ​ພັກແຂວງ​ ຫົວ​ໜ້າຄະນະຈັດຕັ້ງແຂວງ,​ ສະຫາຍ​ ປະດິດ​ ວັນນະ​ລັດສະໝີ​ ຄະນະປະຈໍາ​ພັກແຂວງ​ ຫົວໜ້າ​ຄະນະໂຄສະນາອົບຮົບແຂວງ.​ ມີຄະນະ ປັບປຸງກົງຈັກການຈັດຕັ້ງພັ​ກ -​ ລັດຂັ້ນແຂວງ, ຄະນະ​ພັກ​ -​ ຄະນະນໍາ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​, ເລຂາ​ -​ ຮອງເລຂາ​ໜ່ວຍພັກ​, ຫົວໜ້າ​ -​ ຮອງຫົວໜ້າ​ຈຸພັກ,​ ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມ​ ...

Bài viết ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ​ ສໍາເລັດການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ đã xuất hiện đầu tiên vào ngày .

]]>
ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ​
ສໍາເລັດການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ

           ວັນທີ 29 ມິຖຸນາ 2026, ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ​ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ​ ຮອບທີ 1​ ແລະ​ ຮອບທີ​ 2.​ ກອງປະຊຸມ​ຈັດຂຶ້ນ​ຢູ່ຫ້ອງ​ປະຊຸມ​ຫ້ອງ​ວ່າການແຂວງ​ ໂດຍ​ການເຂົ້າຮ່ວມ​ຂອງ​ສະຫາຍ​ ສຸພາບ​ ທໍາມະ​ຮັກສາ​ ຮອງເລຂາ​ຄະນະ​ບໍລິຫານງານ​ພັກແຂວງ​ ຜູ້ຊີ້ນໍາ​ວຽກງານ​ການເມືອງ​ -​ ແນວຄິດ, ວຽກງານ​ພັກ​ -​ ພະນັກງານ​ ແລະ​ ວຽກງານ​ອົງການ​ຈັດຕັ້ງ​ມະຫາຊົນ,​ ສະຫາຍ​ ສົມສີ​ ມະນີ​ນິນ​ ຄະນະປະຈໍາ​ພັກແຂວງ​ ຫົວ​ໜ້າຄະນະຈັດຕັ້ງແຂວງ,​ ສະຫາຍ​ ປະດິດ​ ວັນນະ​ລັດສະໝີ​ ຄະນະປະຈໍາ​ພັກແຂວງ​ ຫົວໜ້າ​ຄະນະໂຄສະນາອົບຮົບແຂວງ.​ ມີຄະນະ ປັບປຸງກົງຈັກການຈັດຕັ້ງພັ​ກ -​ ລັດຂັ້ນແຂວງ, ຄະນະ​ພັກ​ -​ ຄະນະນໍາ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​, ເລຂາ​ -​ ຮອງເລຂາ​ໜ່ວຍພັກ​, ຫົວໜ້າ​ -​ ຮອງຫົວໜ້າ​ຈຸພັກ,​ ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມ​ ເຂົ້າຮ່ວມ.​

          ໃນກອງປະຊຸມ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນວຽກງານສຶກສາອົບຮົມການເມືອງ​ – ແນວຄິດ, ວຽກງານໂຄສະນາ​ – ປາຖະກະຖາ, ວຽກງານຂໍ້ມູນຂ່າວສານ ແລະ ສື່ມວນຊົນ ທີ່ສາມາດເຄື່ອນໄຫວຮັບໃຊ້ໜ້າທີ່ການເມືອງຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ.

             ໃນກອງປະຊຸມ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ຜ່ານບົດລາຍງານໂດຍສັງເຂບໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນວຽກງານສຶກສາອົບຮົມການເມືອງ​ – ແນວຄິດ, ວຽກງານໂຄສະນາ​ – ປາຖະກະຖາ, ວຽກງານຂໍ້ມູນຂ່າວສານ ແລະ ສື່ມວນຊົນ ທີ່ສາມາດເຄື່ອນໄຫວຮັບໃຊ້ໜ້າທີ່ການເມືອງຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ.
​             ຕໍ່ມາ,​ ​ຄະນະປັບປຸງກົງຈັກການຈັດຕັ້ງພັກ -​ ລັດ​ ຂັ້ນແຂວງ​ ກໍ ໄດ້ຜ່ານມາດຕະຖານ, ເງື່ອນໄຂຂອງຜູ້ທີ່ຈະລົງສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກຮາກຖານຊຸດໃໝ່ ມາດຕະຖານເງື່ອນໄຂຂອງພະນັກງານນຳພາ​ – ຄຸ້ມຄອງ,​ ໂດຍປະຕິບັດຕາມ ມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 3 ມັງກອນ​ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ​ – ຄຸ້ມຄອງ ເພື່ອເປັນບ່ອນອີງໃຫ້ແກ່ການທາບທາມເອົາຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງ ໂດຍຍົກໃຫ້ເຫັນມາດຕະຖານລວມ​ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ,​ ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້-ຄວາມສາມາດ, ດ້ານແບບແຜນການນໍາພາ ແລະ ວິທີເຮັດວຽກ,​ ດ້ານສຸຂະພາບ.​ ນອກນີ້,​ ຍັງຍົກໃຫ້ເຫັນມາດຖານສະເພາະ ຕາມມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ​ ເປັນຕົ້ນ​ແມ່ນ​ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມບໍລິສຸດສັດຊື້ຕໍ່ພັກ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ, ມີຫຼັກໝັ້ນມິດ​ – ສັດຕູຈະແຈ້ງ,​ ເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ ແລະ ຮູ້ຈັດຕັ້ງຜັນຂະຫຍາຍແນວທາງ, ມະຕິ, ຄໍາສັ່ງຂອງພັກ, ລະບຽບ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມເຂົ້າໃນໜ້າທີ່ ການເມືອງຂອງຕົນທີ່ຖືກມອບໝາຍ,​ ມີປະສົບການ ແລະ ສໍາເລັດໜ້າທີ່ຕຳແໜ່ງນໍາພາ​ – ຄຸ້ມຄອງໃດ​ໜຶ່ງ​ມາກ່ອນ​.

               ໂອກາດນີ້,​ ສະຫາຍ​ ສຸພາບ​ ທໍາມະ​ຮັກສາ​ ຮອງເລຂາ​ຄະນະ​ບໍລິຫານງານ​ພັກແຂວງ​ ຜູ້ຊີ້ນໍາ​ວຽກງານ​ການເມືອງ​ -​ ແນວຄິດ, ວຽກງານ​ພັກ​ -​ ພະນັກງານ​ ແລະ​ ວຽກງານ​ອົງການ​ຈັດຕັ້ງ​ມະຫາຊົນ, ກໍມີຄໍາເຫັນຊີ້ນໍາວ່າ: ການທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບຄະນະ​ພັກຮາກຖານ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ ຄັ້ງນີ້ ສຸດທີ່ມີຄວາມສໍາຄັນ, ຍ້ອນແນວນັ້ນ,​ ຜູ້ເຂົ້າຮ່ວມ​ຕ້ອງກໍາແໜ້ນມາດຕະຖານລວມ​ ແລະ​ ມາດຕະຖານ​ສະເພາະຂອງບຸກຄະລາກອນຜູ້ທີ່ຈະຄັດເລືອກເຂົ້າໃສ່ໂຄງປະກອບຄະນະພັກ​ຮາກຖານ​ ພ້ອມທັງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນຖານະເປັນສະມາຊິກພັກ ຕ້ອງແຍກແຍະ​ ເລື່ອງສ່ວນລວມ ແລະ​ ເລື່ອງສ່ວນຕົວ​ ເພື່ອ​ເລືອກເອົາບຸກຄົນທີ່ມີມາດຕະຖານ,​ ເງື່ອນໄຂ​ໂດດເດັ່ນ​ກວ່າໝູ່​ ເຂົ້າໃນໂຄງປະກອບ​ຄະນະ​ພັກຮາກຖານ​ ເພື່ອເຮັດໜ້າທີ່ໃນການນໍາພາ​ -​ ຊີ້ນໍາ​ ໃຫ້ມີຄວາມສອດຄ່ອງ​ ບົນພື້ນຖານ​ກົດລະບຽບ​ພັກ, ເຄົາລົບ​ເຊິ່ງກັນ​ ແລະ​ ກັນ.​

                 ຈາກນັ້ນ, ຄະນະປັບປຸງກົງຈັກການຈັດຕັ້ງ ພັກ​ – ລັດ ຂັ້ນແຂວງ​ກໍດໍາເນີນການທາບທາມ​ ໂດຍແຈກຢາຍບັດ​ ແລະ​ ແນະນໍາວິທີການຂີດບັດທາບທາມບຸກຄະລາກອນ​ເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ ເພື່ອຄັດເລືອກເອົາຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດ ເຂົ້າເປັນຄະນະພັກຮາກຖານຊຸດໃໝ່.​ ຮອບທີ​ 1 ແມ່ນທາບທາມແບບເປີດກວ້າງ,​ ຮອບທີ​ 2,​ ມີຜູ້ອອກທາບທາມ 11 ສະຫາຍ,​ ຂີດ​ອອກ​ 2​ ສະຫາຍ​,​ ຮັກສາ​ໄວ້​ 9 ສະຫາຍ.

                ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ​ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການປ່ອນບັດທາບທາມບຸກຄະລາກອນຮອບທີ 1 ແລະ ຮອບທີ 2.​ ໃນກອງປະຊຸມ​ ຍັງໄດ້ຜ່ານ ແລະ ປະກອບຄຳເຫັນໃສ່ (ຮ່າງ) ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະພັກຮາກຖານ ເພື່ອປັບປຸງເນື້ອໃນໃຫ້ມີຄວາມສົມບູນ, ຄົບຖ້ວນ ແລະ ເລິກເຊິ່ງ ໂດຍສະເພາະແມ່ນການກຳນົດທິດທາງແຜນການ 5 ປີຕໍ່ໜ້າ ໃຫ້ສອດຄ່ອງກັບຈຸດພິເສດ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານການເມືອງໃນໄລຍະໃໝ່.
* ຂ່າວ​-ພາບ​: ທູນທອງໃຈ​ *

Bài viết ຄະນະພັກຮາກຖານຄະນະໂຄສະນາອົບຮົມແຂວງຈໍາປາສັກ​ ສໍາເລັດການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະພັກຮາກຖານ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%9e%e0%ba%b1%e0%ba%81%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99/feed/ 0