Order Lyrica (Pregabalin) 150mg, 75mg online

Order Imitrex (Sumatriptan) 100mg, 50mg, 25mg online

Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online

Order Lyrica (Pregabalin) 150mg, 75mg online

Order Megalis 20mg online

Lưu trữ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ - https://ptcps.gov.la Tue, 25 Aug 2026 02:59:20 +0000 en-US hourly 1 https://wordpress.org/?v=6.5.10 ພະແນກ ຍທຂ ແຂວງຈຳປາສັກ ເຜີຍແຜ່ກົດລະບຽບພັກ ສະໄໝທີ XII ພ້ອມຈັດປາຖະກາຖາວັນສຳຄັນຂອງພັກ-ຂອງຊາດ https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81-%e0%ba%8d%e0%ba%97%e0%ba%82-%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%bb%80%e0%ba%9c/ https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81-%e0%ba%8d%e0%ba%97%e0%ba%82-%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%bb%80%e0%ba%9c/#respond Tue, 25 Aug 2026 02:59:20 +0000 https://ptcps.gov.la/?p=7052               ໃນວັນທີ 20 ສິງຫາ 2026 ນີ້, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ພ້ອມທັງຮັບຟັງການປາຖະກາຖາ ເນື່ອງໃນໂອກາດວັນສ້າງຕັ້ງກະຊວງໂຍທາທິການ ແລະ ຂົນສົ່ງ ຄົບຮອບ 75 ປີ (13 ກໍລະກົດ 1951 – 13 ກໍລະກົດ 2026) ແລະ ວັນຄ້າຍວັນເກີດຂອງ ທ່ານ ເຈ ເກວາຣາ ຄົບຮອບ 98 ປີ (14 ມິຖຸນາ 1928 – 14 ມິຖຸນາ 2026). ໃຫ້ກຽດເຜີຍແຜ່ ແລະ ປາຖະກາຖາໂດຍ ທ່ານ ...

Bài viết ພະແນກ ຍທຂ ແຂວງຈຳປາສັກ ເຜີຍແຜ່ກົດລະບຽບພັກ ສະໄໝທີ XII ພ້ອມຈັດປາຖະກາຖາວັນສຳຄັນຂອງພັກ-ຂອງຊາດ đã xuất hiện đầu tiên vào ngày .

]]>

              ໃນວັນທີ 20 ສິງຫາ 2026 ນີ້, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຈຳປາສັກ ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ພ້ອມທັງຮັບຟັງການປາຖະກາຖາ ເນື່ອງໃນໂອກາດວັນສ້າງຕັ້ງກະຊວງໂຍທາທິການ ແລະ ຂົນສົ່ງ ຄົບຮອບ 75 ປີ (13 ກໍລະກົດ 1951 – 13 ກໍລະກົດ 2026) ແລະ ວັນຄ້າຍວັນເກີດຂອງ ທ່ານ ເຈ ເກວາຣາ ຄົບຮອບ 98 ປີ (14 ມິຖຸນາ 1928 – 14 ມິຖຸນາ 2026).

ໃຫ້ກຽດເຜີຍແຜ່ ແລະ ປາຖະກາຖາໂດຍ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ ແລະ ທ່ານ ປອ. ສິດທິພອນ ບຸດຕິວົງ, ກຳມະການພັກແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ. ໂດຍມີ ຄະນະພັກ, ຄະນະພະແນກ, ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນພະແນກ ຍທຂ ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອເຊື່ອມຊຶມ ແລະ ກຳແໜ້ນເອກະສານກົດລະບຽບພັກ ສະໄໝທີ XII ໃຫ້ພະນັກງານ-ລັດຖະກອນ ໄດ້ນຳໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ພ້ອມທັງເປັນການທົບທວນຄືນມູນເຊື້ອ, ປະວັດສາດຄວາມເປັນມາ ແລະ ຜົນງານການເຄື່ອນໄຫວທີ່ສໍາຄັນ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ໃນໄລຍະ 75 ປີຜ່ານມາ, ລວມທັງຮຽນຮູ້ຮູບແບບການເຄື່ອນໄຫວປະຕິວັດ ແລະ ນ້ຳໃຈຕໍ່ສູ້ອັນອາດຫານຂອງ ທ່ານ ເຈ ເກວາຣາ ນັກປະຕິວັດຜູ້ຍິ່ງໃຫຍ່.

ຂ່າວ-ພາບ: ວົງສະແຫວງ

Bài viết ພະແນກ ຍທຂ ແຂວງຈຳປາສັກ ເຜີຍແຜ່ກົດລະບຽບພັກ ສະໄໝທີ XII ພ້ອມຈັດປາຖະກາຖາວັນສຳຄັນຂອງພັກ-ຂອງຊາດ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81-%e0%ba%8d%e0%ba%97%e0%ba%82-%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3%e0%ba%9b%e0%ba%b2%e0%ba%aa%e0%ba%b1%e0%ba%81-%e0%bb%80%e0%ba%9c/feed/ 0
ຮາກຖານພັກພະແນກສາທາລະນະສຸກແຂວງຈຳປາສັກ ເຜີຍແຜ່ເຊື່ອມຊຶມບັນດາເອກະສານຫຼັກມູນຂອງພັກ ສະໄໝທີ XII https://ptcps.gov.la/%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99%e0%ba%9e%e0%ba%b1%e0%ba%81%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%aa%e0%ba%b2%e0%ba%97%e0%ba%b2%e0%ba%a5%e0%ba%b0%e0%ba%99%e0%ba%b0/ https://ptcps.gov.la/%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99%e0%ba%9e%e0%ba%b1%e0%ba%81%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%aa%e0%ba%b2%e0%ba%97%e0%ba%b2%e0%ba%a5%e0%ba%b0%e0%ba%99%e0%ba%b0/#respond Tue, 25 Aug 2026 02:52:12 +0000 https://ptcps.gov.la/?p=7046 ນະຄອນ​ປາກເຊ, ວັນທີ 21 ສິງຫາ 2026 — ຮາກຖານພັກພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານຫຼັກມູນຂອງພັກ ສະໄໝທີ XII ໂດຍມຸ່ງເນັ້ນຍົກລະດັບຄວາມຮັບຮູ້, ສ້າງຄວາມປອດໃສຂາວສະອາດໃຫ້ແກ່ສະມາຊິກພັກ ແລະ ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຮາກຖານ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່. ​ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ໂດຍມີ ສະຫາຍ ດຣ. ຈັນສະໝອນ ທະນະບົວສີ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ສະຫາຍ ດຣ ນາງ ສັງວານ ແສນສຸກ ປະທານກວດກາຄະນະພັກຮາກຖານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະພັກຮາກຖານ, ເລຂາ-ຮອງເລຂາ ຈາກ 10 ໜ່ວຍພັກຂຶ້ນກັບ ແລະ ສະມາຊິກພັກທົ່ວພະແນກ ເຂົ້າຮ່ວມຢ່າງພ້ອມພຽງ. ​            ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານຍຸດທະສາດ ແລະ ...

Bài viết ຮາກຖານພັກພະແນກສາທາລະນະສຸກແຂວງຈຳປາສັກ ເຜີຍແຜ່ເຊື່ອມຊຶມບັນດາເອກະສານຫຼັກມູນຂອງພັກ ສະໄໝທີ XII đã xuất hiện đầu tiên vào ngày .

]]>

ນະຄອນ​ປາກເຊ, ວັນທີ 21 ສິງຫາ 2026 — ຮາກຖານພັກພະແນກສາທາລະນະສຸກແຂວງຈຳປາສັກ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ບັນດາເອກະສານຫຼັກມູນຂອງພັກ ສະໄໝທີ XII ໂດຍມຸ່ງເນັ້ນຍົກລະດັບຄວາມຮັບຮູ້, ສ້າງຄວາມປອດໃສຂາວສະອາດໃຫ້ແກ່ສະມາຊິກພັກ ແລະ ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຮາກຖານ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່.

​ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ໂດຍມີ ສະຫາຍ ດຣ. ຈັນສະໝອນ ທະນະບົວສີ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ສະຫາຍ ດຣ ນາງ ສັງວານ ແສນສຸກ ປະທານກວດກາຄະນະພັກຮາກຖານ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະພັກຮາກຖານ, ເລຂາ-ຮອງເລຂາ ຈາກ 10 ໜ່ວຍພັກຂຶ້ນກັບ ແລະ ສະມາຊິກພັກທົ່ວພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.


​            ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເອກະສານຍຸດທະສາດ ແລະ ບົດບາດການນຳພາຂອງພັກ ຈາກປະທານກອງປະຊຸມ ເຊິ່ງປະກອບມີເນື້ອໃນສຳຄັນຄື: ​ກົດລະບຽບຂອງພັກ ສະໄໝທີ XII ​ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຍົກສູງບົດບາດການນຳພາຂອງພັກ,​ ແນວທາງການຫັນປ່ຽນວຽກງານພະນັກງານໃນເງື່ອນໄຂປັດຈຸບັນ.

​           ພ້ອມດຽວກັນນີ້, ສະຫາຍ ສົມພອນ ວິໄລສົມ ຄະນະພັກຮາກຖານ, ຫົວໜ້າຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ ຍັງໄດ້ຂຶ້ນເຜີຍແຜ່ເອກະສານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ ພ້ອມທັງເນັ້ນໜັກເລື່ອງການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ສະມາຊິກພັກທຸກສະຫາຍມີຄວາມຮັບຮູ້, ເຂົ້າໃຈຕໍ່ບັນດາເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງເລິກເຊິ່ງ, ເຮັດໃຫ້ສະມາຊິກພັກມີຄວາມປອດໃສຂາວສະອາດ ແລະ ການຈັດຕັ້ງຂອງພັກມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອສືບຕໍ່ເຮັດໜ້າທີ່ການເມືອງຂອງພັກ ສ້າງຄວາມເຊື່ອໝັ້ນ ແລະ ຍົກສູງປະສິດທິພາບໃນການບໍລິການປະຊາຊົນໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ຂ່າວ-ພາບ: ຖາວອນ ຈັນດາລາສຸກ
__________
#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ

Bài viết ຮາກຖານພັກພະແນກສາທາລະນະສຸກແຂວງຈຳປາສັກ ເຜີຍແຜ່ເຊື່ອມຊຶມບັນດາເອກະສານຫຼັກມູນຂອງພັກ ສະໄໝທີ XII đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%ae%e0%ba%b2%e0%ba%81%e0%ba%96%e0%ba%b2%e0%ba%99%e0%ba%9e%e0%ba%b1%e0%ba%81%e0%ba%9e%e0%ba%b0%e0%bb%81%e0%ba%99%e0%ba%81%e0%ba%aa%e0%ba%b2%e0%ba%97%e0%ba%b2%e0%ba%a5%e0%ba%b0%e0%ba%99%e0%ba%b0/feed/ 0
ທ່ານ ພອນສະຫວັດ ສັນຕິສຸກ ອະດີດຜູ້ອຳນວຍການວິທະຍຸ ໃຫ້ທັດສະນະ ຕໍ່ວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 76 ປີ https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%9e%e0%ba%ad%e0%ba%99%e0%ba%aa%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94-%e0%ba%aa%e0%ba%b1%e0%ba%99%e0%ba%95%e0%ba%b4%e0%ba%aa%e0%ba%b8%e0%ba%81/ https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%9e%e0%ba%ad%e0%ba%99%e0%ba%aa%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94-%e0%ba%aa%e0%ba%b1%e0%ba%99%e0%ba%95%e0%ba%b4%e0%ba%aa%e0%ba%b8%e0%ba%81/#respond Wed, 19 Aug 2026 04:06:01 +0000 https://ptcps.gov.la/?p=7034 ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026), ທ່ານ ພອນສະຫວັດ ສັນຕິສຸກ ພະນັກງານອາວຸໂສບຳນານ ອະດີດຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຂວງຈຳປາສັກ ໄດ້ໃຫ້ທັດສະນະ ແລະ ບົດຮຽນອັນລ້ຳຄ່າ ກ່ຽວກັບເສັ້ນທາງການເຕີບໃຫຍ່ຂອງວຽກງານສື່ມວນຊົນລາວເວົ້າລວມ,ເວົ້າສະເພາະແມ່ນວຽກງານສື່ມວນຊົນຂອງແຂວງຈຳປາສັກ. ເມື່ອຫວນຄືນກັບໄປໃນໄລຍະແຫ່ງການຕໍ່ສູ້ ແລະ ການຫັນປ່ຽນປະຫວັດສາດຂອງປະເທດຊາດ, ວິທະຍຸກະຈາຍສຽງ ບໍ່ພຽງແຕ່ເປັນຊ່ອງທາງ ຮັບຮູ້ຂໍ້ມູນຂ່າວສານເທົ່ານັ້ນ, ແຕ່ຍັງເປັນ “ເງົາທຽມຂ້າງ” ຂອງການປະຕິວັດ ທີ່ຄຽງບ່າຄຽງໄຫຼ່ກັບປະຊາຊົນມາໂດຍຕະຫຼອດ. ທ່ານ ໄດ້ໃຫ້ທັດສະນະວ່າ: ​ໃນ ເງື່ອນໄຂປະຈຸບັນ ທີ່ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍ (Social Media) ເຊັ່ນ Facebook ແລະ TikTok ໄດ້ເຂົ້າມາມີບົດບາດສຳຄັນ ແລະ ກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ສື່ການກະຈາຍສຽງແບບດັ້ງເດີມ, ທ່ານ ພອນສະຫວັດ ສັນຕິສຸກ ໄດ້ຝາກ 3 ຂໍ້ສະເໜີແນະ ອັນຊົງຄຸນຄ່າ ...

Bài viết ທ່ານ ພອນສະຫວັດ ສັນຕິສຸກ ອະດີດຜູ້ອຳນວຍການວິທະຍຸ ໃຫ້ທັດສະນະ ຕໍ່ວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 76 ປີ đã xuất hiện đầu tiên vào ngày .

]]>

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍແຫ່ງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026), ທ່ານ ພອນສະຫວັດ ສັນຕິສຸກ ພະນັກງານອາວຸໂສບຳນານ ອະດີດຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຂວງຈຳປາສັກ ໄດ້ໃຫ້ທັດສະນະ ແລະ ບົດຮຽນອັນລ້ຳຄ່າ ກ່ຽວກັບເສັ້ນທາງການເຕີບໃຫຍ່ຂອງວຽກງານສື່ມວນຊົນລາວເວົ້າລວມ,ເວົ້າສະເພາະແມ່ນວຽກງານສື່ມວນຊົນຂອງແຂວງຈຳປາສັກ.

ເມື່ອຫວນຄືນກັບໄປໃນໄລຍະແຫ່ງການຕໍ່ສູ້ ແລະ ການຫັນປ່ຽນປະຫວັດສາດຂອງປະເທດຊາດ, ວິທະຍຸກະຈາຍສຽງ ບໍ່ພຽງແຕ່ເປັນຊ່ອງທາງ ຮັບຮູ້ຂໍ້ມູນຂ່າວສານເທົ່ານັ້ນ, ແຕ່ຍັງເປັນ “ເງົາທຽມຂ້າງ” ຂອງການປະຕິວັດ ທີ່ຄຽງບ່າຄຽງໄຫຼ່ກັບປະຊາຊົນມາໂດຍຕະຫຼອດ.

ທ່ານ ໄດ້ໃຫ້ທັດສະນະວ່າ: ​ໃນ ເງື່ອນໄຂປະຈຸບັນ ທີ່ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍ (Social Media) ເຊັ່ນ Facebook ແລະ TikTok ໄດ້ເຂົ້າມາມີບົດບາດສຳຄັນ ແລະ ກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ສື່ການກະຈາຍສຽງແບບດັ້ງເດີມ, ທ່ານ ພອນສະຫວັດ ສັນຕິສຸກ ໄດ້ຝາກ 3 ຂໍ້ສະເໜີແນະ ອັນຊົງຄຸນຄ່າ ມາຍັງອົງການຈັດຕັ້ງສື່ມວນຊົນທຸກຂັ້ນ ແລະ ຄົນຮຸ່ນໜຸ່ມວ່າ:
​ສື່ມວນຊົນລາວ ຕ້ອງກ້າຫານ ປັບຕົວໃຫ້ທັນກັບຍຸກສະໄໝ ແລະ ປະເທດອ້ອມຂ້າງ ໂດຍການລົງໄປສຶກສາເບິ່ງ ບົດຮຽນຕົວຈິງ ເພື່ອນຳມາພັດທະນາເນື້ອໃນໃຫ້ມີຄວາມທັນສະໄໝ.
​ການສ້າງ ແລະ ບຳລຸງສ້າງບຸກຄະລາກອນ.

ວຽກງານສື່ມວນຊົນ ແມ່ນ ວຽກທີ່ຕ້ອງໃຊ້ທັງຄວາມຮູ້, ຄວາມສາມາດ ແລະ “ພອນສະຫວັນ” ພ້ອມທັງຕ້ອງຜ່ານການຝຶກຝົນຫຼໍ່ຫຼອມຕົວຈິງ; ບໍ່ສາມາດເອົາຄົນຈາກຂະແໜງການອື່ນ ມາທົດແທນໄດ້ທັນທີ.
​ພັກ ແລະ ລັດ ຕ້ອງສຸມທຶນຮອນເຂົ້າໃສ່ວຽກງານຂໍ້ມູນຂ່າວສານ ເພື່ອໃຫ້ສາມາດແຂ່ງຂັນ ແລະ ກ້າວໄປຂ້າງໜ້າໄດ້ຢ່າງໝັ້ນຄົງ.

​”ຕອນທ້າຍ, ທ່ານຍັງໄດ້ຝາກຄວາມຫວັງໄວ້ກັບນ້ອງໆ ລູກຫຼານຄົນຮຸ່ນໜຸ່ມ ທີ່ກຳລັງປະຕິບັດໜ້າທີ່ສື່ມວນຊົນໃນປັດຈຸບັນ ຈົ່ງສືບຕໍ່ ຍຶດໝັ້ນແນວທາງການປະຕິວັດ ແລະ ປະຕິບັດຕາມທິດຊີ້ນຳ,ຄຳໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ວ່າ: ສື່ມວນຊົນແມ່ນຜູ້ປາກອອກແສງ,ຜູ້ແທງເຖິງໃຈ,ຜູ້ສະດຸ້ງໄວເມື່ອໄດ້ອ່ານ,ຜູ້ກ້າຜ່ານອຸປະສັກ,ຜູ້ຮັກຄວາມຈິງ,ຜູ້ຍິງຖືກເປົ້າ.

ພ້ອມນັ້ນ,ທ່ານຍັງໄດ້ ຝາກຄຳອວຍພອນເຖິງນັກສື່ມວນຊົນລາວທຸກທົ່ວໜ້າ ຈົ່ງມີສະຂະພາບເຂັ້ມແຂງ,ມີຄວາມຜາສຸກ ແລະ ພັດທະນາວິຊາຊີບຂອງຕົນຢ່າງບໍ່ຢຸດຢັ້ງ.


#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ

Bài viết ທ່ານ ພອນສະຫວັດ ສັນຕິສຸກ ອະດີດຜູ້ອຳນວຍການວິທະຍຸ ໃຫ້ທັດສະນະ ຕໍ່ວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 76 ປີ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%9e%e0%ba%ad%e0%ba%99%e0%ba%aa%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94-%e0%ba%aa%e0%ba%b1%e0%ba%99%e0%ba%95%e0%ba%b4%e0%ba%aa%e0%ba%b8%e0%ba%81/feed/ 0
ທ່ານ ຂັນຄຳ ແກ່ນບຸດຕາ ພະນັກງານອາວຸໂສບຳນານ ໃຫ້ທັດສະນະ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ​ https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%82%e0%ba%b1%e0%ba%99%e0%ba%84%e0%ba%b3-%e0%bb%81%e0%ba%81%e0%bb%88%e0%ba%99%e0%ba%9a%e0%ba%b8%e0%ba%94%e0%ba%95%e0%ba%b2-%e0%ba%9e%e0%ba%b0%e0%ba%99/ https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%82%e0%ba%b1%e0%ba%99%e0%ba%84%e0%ba%b3-%e0%bb%81%e0%ba%81%e0%bb%88%e0%ba%99%e0%ba%9a%e0%ba%b8%e0%ba%94%e0%ba%95%e0%ba%b2-%e0%ba%9e%e0%ba%b0%e0%ba%99/#respond Wed, 19 Aug 2026 03:59:56 +0000 https://ptcps.gov.la/?p=7031 ປາກເຊ, ແຂວງຈຳປາສັກ – ວັນທີ 17 ສິງຫາ 2026 ​ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ (13 ສິງຫາ 1950 – 13 ສິງຫາ 2026) ຄົບຮອບ 76 ປີ, ທ່ານ ຂັນຄຳ ແກ່ນບຸດຕາ ພະນັກງານອາວຸໂສບຳນານ ອະດີດຜູ້ອຳນວຍການສະຖານີໂທລະພາບແຂວງຈຳປາສັກ ຮຸ້ນບຸກເບີກ, ອະດີດຄະນະພະແນກຖະແຫຼງຂ່າວ-ວັດທະນະທຳແຂວງ ແລະ ອະດີດຫົວໜ້າພະແນກພົວພັນການຕ່າງປະເທດແຂວງຈຳປາສັກ ໄດ້ບອກເລົ່າເຖິງເບື້ອງຫຼັງປະຫວັດສາດການສ້າງຕັ້ງ ແລະ ພັດທະນາສື່ມວນຊົນທ້ອງຖິ່ນ ທີ່ເຕັມໄປດ້ວຍຄວາມມານະອົດທົນຜ່ານຜ່າອຸປະສັກ ແລະ ວິໄສທັດອັນຕັ້ງໜ້າ. ການຫວນຄືນສູ່ຮາກເຫງົ້າແຫ່ງການສື່ສານໃນອດີດ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງວົງການສື່ມວນຊົນລາວຕະຫຼອດໄລຍະ 76 ປີຜ່ານມາ, ແຕ່ຍັງເປັນເຂັມຊີ້ທິດເຍືອງທາງໃຫ້ເຫັນເຖິງສິ່ງທ້າທາຍອັນໃຫຍ່ຫຼວງຂອງສື່ທ້ອງຖິ່ນໃນຍຸກແຫ່ງການຫັນປ່ຽນດິຈິຕອນ ແລະ ປັນຍາປະດິດ (AI). ເມື່ອຫວນຄືນອະດີດກັບໄປເມື່ອ 31 ປີກ່ອນ (1995), ພະແນກຖະແຫຼງຂ່າວ-ວັດທະນະທຳແຂວງ ພາຍໃຕ້ການຊີ້ນຳຈາກສູນກາງ ໄດ້ລິເລີ່ມສ້າງຕັ້ງສະຖານີໂທລະພາບແຂວງຈຳປາສັກ ແລະ ໜັງສືພິມຈຳປາໃໝ່ຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຊາວແຂວງຈຳປາສັກ ທີ່ຢາກເຂົ້າເຖິງສື່ທີ່ມີທັງພາບ ແລະ ...

Bài viết ທ່ານ ຂັນຄຳ ແກ່ນບຸດຕາ ພະນັກງານອາວຸໂສບຳນານ ໃຫ້ທັດສະນະ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ​ đã xuất hiện đầu tiên vào ngày .

]]>

ປາກເຊ, ແຂວງຈຳປາສັກ – ວັນທີ 17 ສິງຫາ 2026
​ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ (13 ສິງຫາ 1950 – 13 ສິງຫາ 2026) ຄົບຮອບ 76 ປີ, ທ່ານ ຂັນຄຳ ແກ່ນບຸດຕາ ພະນັກງານອາວຸໂສບຳນານ ອະດີດຜູ້ອຳນວຍການສະຖານີໂທລະພາບແຂວງຈຳປາສັກ ຮຸ້ນບຸກເບີກ, ອະດີດຄະນະພະແນກຖະແຫຼງຂ່າວ-ວັດທະນະທຳແຂວງ ແລະ ອະດີດຫົວໜ້າພະແນກພົວພັນການຕ່າງປະເທດແຂວງຈຳປາສັກ ໄດ້ບອກເລົ່າເຖິງເບື້ອງຫຼັງປະຫວັດສາດການສ້າງຕັ້ງ ແລະ ພັດທະນາສື່ມວນຊົນທ້ອງຖິ່ນ ທີ່ເຕັມໄປດ້ວຍຄວາມມານະອົດທົນຜ່ານຜ່າອຸປະສັກ ແລະ ວິໄສທັດອັນຕັ້ງໜ້າ.

ການຫວນຄືນສູ່ຮາກເຫງົ້າແຫ່ງການສື່ສານໃນອດີດ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງວົງການສື່ມວນຊົນລາວຕະຫຼອດໄລຍະ 76 ປີຜ່ານມາ, ແຕ່ຍັງເປັນເຂັມຊີ້ທິດເຍືອງທາງໃຫ້ເຫັນເຖິງສິ່ງທ້າທາຍອັນໃຫຍ່ຫຼວງຂອງສື່ທ້ອງຖິ່ນໃນຍຸກແຫ່ງການຫັນປ່ຽນດິຈິຕອນ ແລະ ປັນຍາປະດິດ (AI).

ເມື່ອຫວນຄືນອະດີດກັບໄປເມື່ອ 31 ປີກ່ອນ (1995), ພະແນກຖະແຫຼງຂ່າວ-ວັດທະນະທຳແຂວງ ພາຍໃຕ້ການຊີ້ນຳຈາກສູນກາງ ໄດ້ລິເລີ່ມສ້າງຕັ້ງສະຖານີໂທລະພາບແຂວງຈຳປາສັກ ແລະ ໜັງສືພິມຈຳປາໃໝ່ຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນຊາວແຂວງຈຳປາສັກ ທີ່ຢາກເຂົ້າເຖິງສື່ທີ່ມີທັງພາບ ແລະ ສຽງ ເຊິ່ງເປັນເຄື່ອງມືກ້າວໜ້າໃນເວລານັ້ນ.

ສະຖານີໂທລະພາບແຂວງຈຳປາສັກໄດ້ດຳລົງບົດບາດເປັນເຄື່ອງມືອັນແຫຼມຄົມ, ເປັນປາກກະບອກສຽງຂອງພັກ-ລັດ, ເປັນສື່ກາງລາຍງານຂ່າວ ແລະ ເວທີສະແດງຄວາມຄິດຄວາມເຫັນຂອງປະຊາຊົນ.

ທ່ານ ຂັນຄຳ ແກ່ນບຸດຕາ ເວົ້າວ່າ: ສິ່ງທີ່ສ້າງຄວາມປະທັບໃຈເປັນພິເສດໃນໄລຍະຜ່ານມາຄືການໄດ້ຮັບມອບໝາຍຈາກການຈັດຕັ້ງ ແລະ ຄວາມຮູ້ສຶກພາກພູມໃຈທຸກຄັ້ງທີ່ໄດ້ປະຕິບັດໜ້າທີ່, ໂດຍສະເພາະການຖ່າຍທອດສົດ (Live/Real-time) ບັນຍາກາດກອງປະຊຸມສຳຄັນ ແລະ ງານບຸນປະເພນີຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຮັບຊົມຂອງປະຊາຊົນຢ່າງວ່ອງໄວທັນເວລາ ພ້ອມທັງໄດ້ຮັບຄວາມຮ່ວມມື ແລະ ຄວາມເປັນຫ່ວງເປັນໃຍຈາກພໍ່ແມ່ປະຊາຊົນເປັນຢ່າງດີ.

​ເຖິງຢ່າງໃດກໍ່ຕາມ, ທ່ານ ຂັນຄຳ ແກ່ນບຸດຕາ ໄດ້ສະແດງຄວາມເປັນຫ່ວງເປັນຢ່າງຍິ່່ງວ່າ: ສື່ມວນຊົນລາວໃນລະດັບທ້ອງຖິ່ນຍັງມີຄວາມອ່ອນນ້ອຍ ແລະ ຍັງບໍ່ມີຄວາມສາມາດພຽງພໍທີ່ຈະແຂ່ງຂັນກັບສື່ຕ່າງປະເທດໄດ້. ໃນຍຸກປັດຈຸບັນທີ່ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍກາຍເປັນວິຖີຊີວິດ, ການບໍລິໂພກສື່ທີ່ເປີດກວ້າງໄຮ້ການຄວບຄຸມ ຖ້າສື່ຂອງເຮົາບໍ່ເຂັ້ມແຂງ ກໍ່ຈະຖືກສື່ອື່ນຍຶດພື້ນທີ່ໄປ.

ນອກຈາກນີ້, ການບໍລິໂພກສື່ໂດຍບໍ່ມີການເລືອກເຟັ້ນ ປະກອບກັບການເຂົ້າມາຂອງລະບົບປັນຍາປະດິດ (AI) ຍິ່ງເຮັດໃຫ້ເກີດຄວາມສັບສົນ ແລະ ຍາກທີ່ຈະຈຳແນກຜິດ-ຖືກ.

​ເນື່ອງໃນໂອກາດວັນສື່ມວນຊົນລາວ ຄົບຮອບ 76 ປີ, ທ່ານ ຂັນຄຳ ແກ່ນບຸດຕາ ໃນຖານະພະນັກງານບຳານ ແລະ ອະດີດນັກຮົບສື່ມວນຊົນ ໄດ້ສະແດງຄວາມພາກພູມໃຈທີ່ເຫັນສື່ລາວເຕີບໃຫຍ່ຈາກຄວາມຍາກລຳບາກໃນຍຸກຕໍ່ສູ້ປົດປ່ອຍຊາດ ຈົນກ້າວສູ່ຄວາມທັນສະໄໝໃນປັດຈຸບັນ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ການນຳພາຂອງພັກ-ລັດ
​ພ້ອມດຽວກັນນັ້ນ, ເພິ່ນໄດ້ຝາກຂໍ້ຄິດແກ່ສື່ມວນຊົນຕ້ອງເອົາໃຈໃສ່ພັດທະນາໃນຕໍ່ໜ້າ ເພື່ອກ້າວໄປສູ່ຄວາມເປັນມືອາຊີບ:
​ຍຶດໝັ້ນອຸດົມຄະຕິ ແລະ ຈັນຍາບັນ: ນັກສື່ມວນຊົນຕ້ອງມີອຸດົມການທີ່ຖືກຕ້ອງ ແລະ ມີຈັນຍາບັນຈັນຍາທຳທີ່ໜັກແໜ້ນ.
​ພັດທະນາສີມື ແລະ ຄວາມວ່ອງໄວ: ຕ້ອງມີຄວາມຮູ້ຄວາມສາມາດ, ເຮັດວຽກຢ່າງມືອາຊີບ ແລະ ວ່ອງໄວທັນເທດການ.

ພ້ອມດຽວກັນກໍຮຽກຮ້ອງມາຍັງພັກ ແລະ ລັດຖະບານຕ້ອງລົງທຶນທີ່ເໝາະສົມ ທັງດ້ານການກໍ່ສ້າງບຸກຄະລາກອນ, ອຸປະກອນເຕັກນິກທີ່ທັນສະໄໝ ແລະ ປະກອບພາຫະນະຮັບໃຊ້ ເພື່ອຍົກສູງຄຸນນະພາບສື່ລາວໃຫ້ສາມາດແຂ່ງຂັນກັບຕ່າງປະເທດໄດ້. ພ້ອມດຽວກັນສັ່ນ,ສື່ມວນຊົນເອງກໍຄວນມີການຊອກຫາແຫຼ່ງລາຍຮັບຈາກການໂຄສະນາຈາກໂຄງການຕ່າງໆ ເເພື່ອຊ່ວຍຄ້ຳຊູດ້ານການໃຊ້ຈ່າຍບໍລິຫານ.

​ໃນຕອນທ້າຍ, ທ່ານຍັງໄດ້ຝາກອວຍພອນມາຍັງນັກຮົບສື່ມວນຊົນທຸກຄົນມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ ແລະ ມີຄວາມສຸກສົມຫວັງທຸກປະການ.

ບກ: ມົນທຽນ ໄຊຍະສິດ

Bài viết ທ່ານ ຂັນຄຳ ແກ່ນບຸດຕາ ພະນັກງານອາວຸໂສບຳນານ ໃຫ້ທັດສະນະ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ​ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%82%e0%ba%b1%e0%ba%99%e0%ba%84%e0%ba%b3-%e0%bb%81%e0%ba%81%e0%bb%88%e0%ba%99%e0%ba%9a%e0%ba%b8%e0%ba%94%e0%ba%95%e0%ba%b2-%e0%ba%9e%e0%ba%b0%e0%ba%99/feed/ 0
ທ່ານ ສີປະເສີດ ແສນສະຫວັດ ສະແດງທັດສະນະຕໍ່ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%b5%e0%ba%9b%e0%ba%b0%e0%bb%80%e0%ba%aa%e0%ba%b5%e0%ba%94-%e0%bb%81%e0%ba%aa%e0%ba%99%e0%ba%aa%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94/ https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%b5%e0%ba%9b%e0%ba%b0%e0%bb%80%e0%ba%aa%e0%ba%b5%e0%ba%94-%e0%bb%81%e0%ba%aa%e0%ba%99%e0%ba%aa%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94/#respond Wed, 19 Aug 2026 03:49:23 +0000 https://ptcps.gov.la/?p=7026 #ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ວັນທີ 13 ສິງຫາທີ່ຈະມາເຖິງນີ້ ທ່ານ ສີປະເສີດ ແສນສະຫວັດ ອາດີດ ຄະນະປະຈຳພັກແຂວງ,ອາດີດຄະນະບໍລິຫານງານສະມາຄົມນັກຂ່າວແຫ່ງຊາດລາວທັງແມ່ນອາດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຈຳປາສັກ ໃນວັນທີ 17 ສິງຫາ 2026ນີ້, ເຊິ່ງກ່ອນອື່ນທ່ານໄດ້ກ່າວວ່າສື່ມວນຊົນຍາມໃດກໍຕິດພັນສະໜິດແໜ້ນກັບປະຫວັດສາດຂອງຊາດ , ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ວຽກງານສື່ມວນຊົນໄດ້ມີອິດທິພົນສູງໃນສັງຄົມ ແລະ ມີຄວາມສຳຄັນຫຼາຍ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ. ທ່ານກ່າວໃຫ້ຮູ້ອີກວ່າ: ສື່ມວນຊົນມີບົດບາດສຳຄັນຫຼາຍຢ່າງຕໍ່ທຸກພາກສ່ວນໃນສັງຄົມເປັນຕົ້ນແມ່ນ ເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານຮັກສາຄວາມປອດໄພໃນການດຳລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ເປັນຂົວຕໍ່ລະຫວ່າງອົງການບໍລິຫານ, ການ ປົກຄອງກັບປະຊາຊົນ ພ້ອມທັງຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ພ້ອມກັນ ສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ນັບແຕ່ມື້ສ້າງຕັ້ງສື່ມວນຊົນກໍ່ໄດ້ເຕີບໃຫຍ່ເຂັ້ມ ແຂງເປັນແຕ່ລະໄລຍະ, ຈາກການນໍາໃຊ້ ເຄື່ອງມືອຸປະກອນແບບປະຖົມປະຖານ ຈາກພະນັກງານທີ່ມີຄວາມຮູ້ ແລະ ...

Bài viết ທ່ານ ສີປະເສີດ ແສນສະຫວັດ ສະແດງທັດສະນະຕໍ່ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ đã xuất hiện đầu tiên vào ngày .

]]>

#ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ວັນທີ 13 ສິງຫາທີ່ຈະມາເຖິງນີ້ ທ່ານ ສີປະເສີດ ແສນສະຫວັດ ອາດີດ ຄະນະປະຈຳພັກແຂວງ,ອາດີດຄະນະບໍລິຫານງານສະມາຄົມນັກຂ່າວແຫ່ງຊາດລາວທັງແມ່ນອາດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງຈຳປາສັກ ໃນວັນທີ 17 ສິງຫາ 2026ນີ້, ເຊິ່ງກ່ອນອື່ນທ່ານໄດ້ກ່າວວ່າສື່ມວນຊົນຍາມໃດກໍຕິດພັນສະໜິດແໜ້ນກັບປະຫວັດສາດຂອງຊາດ , ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ວຽກງານສື່ມວນຊົນໄດ້ມີອິດທິພົນສູງໃນສັງຄົມ ແລະ ມີຄວາມສຳຄັນຫຼາຍ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ. ທ່ານກ່າວໃຫ້ຮູ້ອີກວ່າ: ສື່ມວນຊົນມີບົດບາດສຳຄັນຫຼາຍຢ່າງຕໍ່ທຸກພາກສ່ວນໃນສັງຄົມເປັນຕົ້ນແມ່ນ ເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານຮັກສາຄວາມປອດໄພໃນການດຳລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ເປັນຂົວຕໍ່ລະຫວ່າງອົງການບໍລິຫານ, ການ ປົກຄອງກັບປະຊາຊົນ ພ້ອມທັງຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ພ້ອມກັນ ສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ນັບແຕ່ມື້ສ້າງຕັ້ງສື່ມວນຊົນກໍ່ໄດ້ເຕີບໃຫຍ່ເຂັ້ມ ແຂງເປັນແຕ່ລະໄລຍະ, ຈາກການນໍາໃຊ້ ເຄື່ອງມືອຸປະກອນແບບປະຖົມປະຖານ ຈາກພະນັກງານທີ່ມີຄວາມຮູ້ ແລະ ປະສົບການບໍ່ຫລາຍ ກ້າວສູ່ຄວາມຊຳນານງານ ມາຮອດປັດຈຸບັນແຕ່ລະສໍານັກງານສື່ມວນຊົນ ກໍໄດ້ມີການພັດທະນາຕົນເອງ ຢ່າງວ່ອງໄວທັນຍຸກທັນເຫດການ, ປັດຈຸບັນແບບໃໝ່ ຫຼື ສື່ອອນລາຍໄດ້ເຂົ້າມາມີບົດບາດ ແລະ ອິດທິພົນຫຼາຍ ສາມາດແຜ່ກະຈາຍໄດ້ຢ່າງວ່ອງໄວ, ກວ້າງຂວາງ ແລະ ສົ່ງຜົນກະທົບໄວຕໍ່ການເຄື່ອນໄຫວໃນສັງຄົມ. ແຕ່ສື່ດັ່ງກ່າວກໍມີ ທັງດ້ານດີ ແລະ ດ້ານຫຍໍ້ທໍ້ ຖ້າຜູ້ທີ່ນໍາໃຊ້ດີ ກໍມີປະໂຫຍດຢ່າງຫຼວງຫຼາຍ ແຕ່ກໍມີຈຳນວນໜຶ່ງໄດ້ນໍາໃຊ້ສື່ດັ່ງກ່າວໄປໃນ ທາງທີ່ຜິດ, ສ້າງຂ່າວປອມປັ່ນປ່ວນ ສ້າງຄວາມແຕກແຍກໃນສັງຄົມ, ຍິ່ງໄປກວ່ານັ້ນຍັງໂຄສະນາໃສ່ຮ້າຍປ້າຍສີຕໍ່ ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະພານເຮົາ.


ທ່ານ ສີປະເສີດ ແສນສະຫັວດ ໄດ້ຮຽກຮ້ອງມາຍັງສື່ມວນຊົນລາວ ຈົ່ງພ້ອມກັນສືບຕໍ່ເຮັດໜ້າທີ່ເປັນກະບອກສຽງສຳຄັນໃຫ້
ແກ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ເພື່ອໂຄສະນາແນວທາງນະໂຍປາຍຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ , ລະບຽບກົດໝາຍຂອງລັດ, ພ້ອມທັງເປັນເວທີໃຫ້ຂໍ້ມູນຂ່າວສານ ສິ່ງສຳຄັນຕ້ອງເຮັດໄປຕາມ 4 ລັກສະນະຄື, ນຳພາສຶກສາອົບຮົມ,ລັກສະນະຕົວຈິງ,ລັກສະນະມະຫາຊົນ,ໃຫ້ແຂງແຮງເພື່ອແນໄສ່ເຮັດໃຫ້ວຽກສື່ທວ່ງທັນກັບສາກົນແລະໃຫ້ທັນກັບຍຸກສະໄໝ ດັ່ງບາງຕອນທ່ານກ່າວວ່າ(ສຽງທ່ານສີປະເສີດ)

#ຄະນະໂຄສະນາອົບຮົມແຂວງຈຳປາສັກ
ຂຽນ:ນ.ປະພິດ ສີສົມບູນ. ພາບ:ທ.ຍຸກສະໃໝ ຍົມສະໝອນ

Bài viết ທ່ານ ສີປະເສີດ ແສນສະຫວັດ ສະແດງທັດສະນະຕໍ່ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%97%e0%bb%88%e0%ba%b2%e0%ba%99-%e0%ba%aa%e0%ba%b5%e0%ba%9b%e0%ba%b0%e0%bb%80%e0%ba%aa%e0%ba%b5%e0%ba%94-%e0%bb%81%e0%ba%aa%e0%ba%99%e0%ba%aa%e0%ba%b0%e0%ba%ab%e0%ba%a7%e0%ba%b1%e0%ba%94/feed/ 0
ເມືອງປະທຸມພອນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX ພ້ອມວາງທິດທາງຂັບເຄື່ອນວຽກງານ 6 ເດືອນທ້າຍປີ 2026 ຢ່າງເຂັ້ມແຂງ https://ptcps.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%97%e0%ba%b8%e0%ba%a1%e0%ba%9e%e0%ba%ad%e0%ba%99-%e0%ba%aa%e0%ba%b3%e0%bb%80%e0%ba%a5%e0%ba%b1%e0%ba%94%e0%ba%81%e0%ba%ad%e0%ba%87/ https://ptcps.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%97%e0%ba%b8%e0%ba%a1%e0%ba%9e%e0%ba%ad%e0%ba%99-%e0%ba%aa%e0%ba%b3%e0%bb%80%e0%ba%a5%e0%ba%b1%e0%ba%94%e0%ba%81%e0%ba%ad%e0%ba%87/#respond Wed, 19 Aug 2026 03:42:03 +0000 https://ptcps.gov.la/?p=7019 ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX ຂອງ ເມືອງປະທຸມພອນ ໄດ້ຈັດຂຶ້ນລະຫວ່າງວັນທີ 5-6 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມວ່າການເມືອງ, ໂດຍເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ຊີ້ນຳວຽກງານຮອບດ້ານຂອງ ເມືອງປະທຸມພອນ), ມີ ສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງຈຳປາສັກ ປະຈຳເຂດເລືອກຕັ້ງເມືອງປະທຸມພອນ, ມີ ບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ດຳເນີນໄປດ້ວຍຄວາມຈິງຈັງ ແລະ ຮັບຜິດຊອບສູງ ໂດຍໄດ້ສຸມໃສ່ການປະເມີນຜົນການນຳພາຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2026, ກຳນົດທິດທາງວຽກງານໃນ 6 ເດືອນທ້າຍປີ ແລະ ພິຈາລະນາບັນຫາສຳຄັນຫຼາຍດ້ານຂອງເມືອງ. #ວາລະທີ 1: ເຜີຍແຜ່ ແລະ ເຊື່ອມຊຶມເອກະສານ #ກອງປະຊຸມໄດ້ເຜີຍແຜ່ ແລະ ເຊື່ອມຊຶມບັນດາເອກະສານສຳຄັນ ປະກອບມີ: ...

Bài viết ເມືອງປະທຸມພອນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX ພ້ອມວາງທິດທາງຂັບເຄື່ອນວຽກງານ 6 ເດືອນທ້າຍປີ 2026 ຢ່າງເຂັ້ມແຂງ đã xuất hiện đầu tiên vào ngày .

]]>

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX ຂອງ ເມືອງປະທຸມພອນ ໄດ້ຈັດຂຶ້ນລະຫວ່າງວັນທີ 5-6 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມວ່າການເມືອງ, ໂດຍເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ຊີ້ນຳວຽກງານຮອບດ້ານຂອງ ເມືອງປະທຸມພອນ), ມີ ສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງຈຳປາສັກ ປະຈຳເຂດເລືອກຕັ້ງເມືອງປະທຸມພອນ, ມີ ບັນດາຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້ດຳເນີນໄປດ້ວຍຄວາມຈິງຈັງ ແລະ ຮັບຜິດຊອບສູງ ໂດຍໄດ້ສຸມໃສ່ການປະເມີນຜົນການນຳພາຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ 2026, ກຳນົດທິດທາງວຽກງານໃນ 6 ເດືອນທ້າຍປີ ແລະ ພິຈາລະນາບັນຫາສຳຄັນຫຼາຍດ້ານຂອງເມືອງ.
#ວາລະທີ 1: ເຜີຍແຜ່ ແລະ ເຊື່ອມຊຶມເອກະສານ
#ກອງປະຊຸມໄດ້ເຜີຍແຜ່ ແລະ ເຊື່ອມຊຶມບັນດາເອກະສານສຳຄັນ ປະກອບມີ:
1). ຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 5 ສະໄໝທີ IX.
2). ຜົນສຳເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X.
#ວາລະທີ 2: ຮັບຟັງບົດລາຍງານ ແລະ ປຶກສາຫາລື
#ກອງປະຊຸມໄດ້ພິຈາລະນາ ແລະ ຜ່ານຮ່າງບົດລາຍງານສຳຄັນຫຼາຍສະບັບ ໂດຍເນັ້ນໜັກໃນການຕີລາຄາການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ 6 ສະໄໝທີ IX ຄວບຄູ່ກັບການສະຫຼຸບຜົນວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງແຜນວຽກງານ 6 ເດືອນທ້າຍປີ 2026.
ນອກຈາກນັ້ນ ຍັງໄດ້ລາຍງານ ແລະ ປຶກສາຫາລືໃນຫຼາຍຂົງເຂດ ເຊັ່ນ:
1). ການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດແຜນງົບປະມານແຫ່ງລັດ.
2). ການຈັດເກັບລາຍຮັບເຂົ້າງົບປະມານຂອງບັນດາຂະແໜງການໃນຂັ້ນເມືອງ.
3). ມາດຕະການປ້ອງກັນ ແລະ ແກ້ໄຂບັນຫາສະແກມເມີ.
4). ການປັບປຸງກົງຈັກການຈັດຕັ້ງພັກ-ລັດ ຕະຫຼອດຮອດຂັ້ນບ້ານ ແລະ 5). ການເສີມສ້າງຄວາມເຂັ້ມແຂງໃຫ້ຄະນະປົກຄອງຕາແສງ.
5). ການຕິດຕາມບັນດາໂຄງການຊ່ວຍເຫຼືອ ແລະ ໂຄງການພັດທະນາຕ່າງໆ.
6). ການຄຸ້ມຄອງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງກຳມະບານ.
7). ການເຜີຍແຜ່ກົດໝາຍ, ການສ້າງຈິດສຳນຶກເຄົາລົບກົດໝາຍ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງຢູ່ຮາກຖານ.
8). ການຈົດທະບຽນຫັນປ່ຽນປະເພດທີ່ດິນ ແລະ ການຈັດເກັບຄ່າທຳນຽມ.
9). ຄວາມຄືບໜ້າການລົງທຶນຂອງພາກເອກະຊົນ ຕາມ MOU ໂດຍສະເພາະໂຄງການປູກໄມ້ໃຫ້ໝາກແບບຍືນຍົງຂອງບໍລິສັດຊຸນດາ ແລະ ໂຄງການປູກໄມ້ວິກ-ໄມ້ກະຖິນນາລົງ ຂອງບໍລິສັດຄຳແສນ.
10). ການສະກັດກັ້ນ ແລະ ແກ້ໄຂບັນຫາການຊື້-ຂາຍໄມ້ຜິດລະບຽບ ຢູ່ຕາແສງພະໂພ.
ພາຍຫຼັງການລາຍງານ ປະທານກອງປະຊຸມໄດ້ຊັກຖາມເຈາະຈິ້ມບັນຫາສຳຄັນໃນແຕ່ລະຂະແໜງການ ພ້ອມເປີດກວ້າງໃຫ້ບັນດາຜູ້ເຂົ້າຮ່ວມສະເໜີຄວາມຄິດເຫັນ ແລະ ແນວທາງແກ້ໄຂບັນຫາຢ່າງສ້າງສັນ.
#ວາລະທີ 3: ວຽກງານພາຍໃນພັກ
#ກອງປະຊຸມໄດ້ດຳເນີນການສຳຫຼວດກວດກາບຸກຄົນພາຍໃນຄະນະພັກ, ຮັບຟັງລາຍງານຜົນການກວດກາພາຍໃນ ແລະ ພິຈາລະນາຜ່ານຮ່າງມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX.
ໃນຕອນທ້າຍກອງປະຊຸມ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ຊີ້ນຳວຽກງານຮອບດ້ານຂອງ ເມືອງປະທຸມພອນ), ໄດ້ໂອ້ລົມຊີ້ນຳ ໂດຍເນັ້ນໜັກໃຫ້ ຄະນະພັກເມືອງ ແລະ ທຸກພາກສ່ວນ ສືບຕໍ່ຍົກສູງຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີ, ສຸມໃສ່ແກ້ໄຂບັນຫາຄົງຄ້າງ, ຜັນຂະຫຍາຍມະຕິກອງປະຊຸມໃຫ້ເປັນຮູບປະທຳ ເພື່ອບັນລຸເປົ້າໝາຍການພັດທະນາຂອງເມືອງໃນປີ 2026.
ຈາກນັ້ນ ກອງປະຊຸມໄດ້ປິດລົງດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູງ ເພື່ອຮ່ວມກັນຜັນຂະຫຍາຍມະຕິກອງປະຊຸມໃຫ້ເກີດໝາກຜົນຕົວຈິງ ແລະ ສ້າງພື້ນຖານອັນເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຄວາມສະຫງົບຮຽບຮ້ອຍ ແລະ ການສ້າງພັກໃຫ້ເຂັ້ມແຂງຂອງ ເມືອງປະທຸມພອນ ຕໍ່ໄປ.

📌 ເພຈ: ໂຄສະນາ-ອົບຮົມ ເມືອງປະທຸມພອນ

Bài viết ເມືອງປະທຸມພອນ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX ພ້ອມວາງທິດທາງຂັບເຄື່ອນວຽກງານ 6 ເດືອນທ້າຍປີ 2026 ຢ່າງເຂັ້ມແຂງ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%97%e0%ba%b8%e0%ba%a1%e0%ba%9e%e0%ba%ad%e0%ba%99-%e0%ba%aa%e0%ba%b3%e0%bb%80%e0%ba%a5%e0%ba%b1%e0%ba%94%e0%ba%81%e0%ba%ad%e0%ba%87/feed/ 0
ພິທີເປີດຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຂອງຄະນະໂຄສະນາອົບຮົມແຂວງ https://ptcps.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%ae%e0%ba%bd%e0%ba%99%e0%ba%97%e0%ba%b4%e0%ba%94%e0%ba%aa%e0%ba%b0%e0%ba%94%e0%ba%b5-%e0%bb%81/ https://ptcps.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%ae%e0%ba%bd%e0%ba%99%e0%ba%97%e0%ba%b4%e0%ba%94%e0%ba%aa%e0%ba%b0%e0%ba%94%e0%ba%b5-%e0%bb%81/#respond Wed, 19 Aug 2026 03:14:29 +0000 https://ptcps.gov.la/?p=7007 ໃນວັນທີ 05 ສິງຫາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດພິທີເປີດຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມພິທີມີບັນດາສະຫາຍຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍຄູ-ອາຈານ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. ພິທີເປີດຊຸດຮຽນໃນຄັ້ງນີ້ ມີຈຸດປະສົງເພື່ອຍົກຮ່າງລະດັບຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບທິດສະດີມາກ-ເລນິນ, ມູນເຊື້ອຂອງພັກ, ນະໂຍບາຍ ແລະ ແນວທາງການເມືອງຂອງພັກໃນໄລຍະໃໝ່ ໃຫ້ແກ່ພະນັກງານ-ລັດຖະກອນ. ທັງນີ້ ກໍເພື່ອເປັນການຝຶກຝົນຫຼໍ່ຫຼອມທັດສະນະ ນະໂຍບາຍ, ຄຸນສົມບັດປະຕິວັດ, ເພີ່ມພູນຄວາມສາມາດໃນການນໍາເອົາເນື້ອໃນຈິດໃຈແນວທາງຂອງພັກ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ຢູ່ຕາມພະແນກການ ແລະ ທ້ອງຖິ່ນຂອງຕົນ ໃຫ້ມີປະສິດທິພາບສູງຂຶ້ນ. ໃນໂອກາດດັ່ງກ່າວ, ສະຫາຍ ປະດິດ ວັນນະລັດສະໝີ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ບັນດານັກຮຽນທຸກສະຫາຍ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຮອບຊອບ, ຕັ້ງໃຈຄົ້ນຄວ້າຮ່ຳຮຽນ, ປະຕິບັດກົດລະບຽບຂອງຊຸດຮຽນຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ກໍໃຫ້ແລກປ່ຽນຄວາມຄິດຄວາມເຫັນກັບຄູ-ອາຈານ ເພື່ອໃຫ້ສາມາດກຳອັນເປັນແກ່ນສານຂອງທິດສະດີ, ...

Bài viết ພິທີເປີດຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຂອງຄະນະໂຄສະນາອົບຮົມແຂວງ đã xuất hiện đầu tiên vào ngày .

]]>

ໃນວັນທີ 05 ສິງຫາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ຈັດພິທີເປີດຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມພິທີມີບັນດາສະຫາຍຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍຄູ-ອາຈານ ແລະ ນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

ພິທີເປີດຊຸດຮຽນໃນຄັ້ງນີ້ ມີຈຸດປະສົງເພື່ອຍົກຮ່າງລະດັບຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບທິດສະດີມາກ-ເລນິນ, ມູນເຊື້ອຂອງພັກ, ນະໂຍບາຍ ແລະ ແນວທາງການເມືອງຂອງພັກໃນໄລຍະໃໝ່ ໃຫ້ແກ່ພະນັກງານ-ລັດຖະກອນ. ທັງນີ້ ກໍເພື່ອເປັນການຝຶກຝົນຫຼໍ່ຫຼອມທັດສະນະ ນະໂຍບາຍ, ຄຸນສົມບັດປະຕິວັດ, ເພີ່ມພູນຄວາມສາມາດໃນການນໍາເອົາເນື້ອໃນຈິດໃຈແນວທາງຂອງພັກ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ຢູ່ຕາມພະແນກການ ແລະ ທ້ອງຖິ່ນຂອງຕົນ ໃຫ້ມີປະສິດທິພາບສູງຂຶ້ນ.

ໃນໂອກາດດັ່ງກ່າວ, ສະຫາຍ ປະດິດ ວັນນະລັດສະໝີ ປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ບັນດານັກຮຽນທຸກສະຫາຍ ຈົ່ງເອົາໃຈໃສ່ຍົກສູງຄວາມຮັບຮອບຊອບ, ຕັ້ງໃຈຄົ້ນຄວ້າຮ່ຳຮຽນ, ປະຕິບັດກົດລະບຽບຂອງຊຸດຮຽນຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ກໍໃຫ້ແລກປ່ຽນຄວາມຄິດຄວາມເຫັນກັບຄູ-ອາຈານ ເພື່ອໃຫ້ສາມາດກຳອັນເປັນແກ່ນສານຂອງທິດສະດີ, ແລ້ວນຳໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.
ຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ນີ້ ຈະໄດ້ດໍາເນີນໄປເປັນເວລາ 15 ວັນຈິ່ງສໍາເລັດ, ໂດຍມີນັກຮຽນເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 12 ສະຫາຍ. ເນື້ອໃນຫຼັກສູດຈະປະກອບມີຫຼາຍບົດຮຽນທີ່ສໍາຄັນກ່ຽວກັບການສ້າງສາ ແລະ ພັດທະນາປະເທດຊາດ.

Bài viết ພິທີເປີດຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະສັ້ນ ຊຸດທີ I ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງຂອງຄະນະໂຄສະນາອົບຮົມແຂວງ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%9b%e0%ba%b5%e0%ba%94%e0%ba%8a%e0%ba%b8%e0%ba%94%e0%ba%ae%e0%ba%bd%e0%ba%99%e0%ba%97%e0%ba%b4%e0%ba%94%e0%ba%aa%e0%ba%b0%e0%ba%94%e0%ba%b5-%e0%bb%81/feed/ 0
ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3/#respond Tue, 04 Aug 2026 08:15:59 +0000 https://ptcps.gov.la/?p=6988 ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .

]]>

ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3/feed/ 0
ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3-4/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3-4/#respond Tue, 04 Aug 2026 02:39:45 +0000 https://ptcps.gov.la/?p=6929 ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ           ​ພິທີປະກາດພະນັກງານອອກພັກການຮັບອຸດໜູນບຳນານຄັ້ງນີ້ ແມ່ນເປັນການປະຕິບັດຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນບຳນານ ຈຳນວນ 5 ທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຮັບໃຊ້ຊາດມາຢ່າງຍາວນານ, ເຊິ່ງປະກອບມີ: ​ທ່ານ ບຸນປັນ ມະຫາລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ (ອາຍຸການ 40 ປີ) ​ທ່ານ ສຸພົນ ພົນຊຽງສາ, ສັງກັດຂະແໜງສື່ມວນຊົນ-ຖະແຫຼງຂ່າວ (ອາຍຸການ 42 ປີ) ​ທ່ານ ອິດສຸລິຍະ ຫຼວງອາໄພ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ ...

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .

]]>
ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ

          ​ພິທີປະກາດພະນັກງານອອກພັກການຮັບອຸດໜູນບຳນານຄັ້ງນີ້ ແມ່ນເປັນການປະຕິບັດຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນບຳນານ ຈຳນວນ 5 ທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຮັບໃຊ້ຊາດມາຢ່າງຍາວນານ, ເຊິ່ງປະກອບມີ:
​ທ່ານ ບຸນປັນ ມະຫາລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ (ອາຍຸການ 40 ປີ)
​ທ່ານ ສຸພົນ ພົນຊຽງສາ, ສັງກັດຂະແໜງສື່ມວນຊົນ-ຖະແຫຼງຂ່າວ (ອາຍຸການ 42 ປີ)
​ທ່ານ ອິດສຸລິຍະ ຫຼວງອາໄພ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ (ອາຍຸການ 42 ປີ)
​ທ່ານ ນາງ ທອງໃສ ສຸກຈະເລີນ, ວິຊາການຂະແໜງສື່ມວນຊົນ-ຖະແຫຼງຂ່າວ(ອາຍຸການ 30 ປີ)
​ທ່ານ ບຸນເຄນ ຂັນທອງ, ສັງກັດຂະແໜງສື່ມວນຊົນ-ຖະແຫຼງຂ່າວ (ອາຍຸການ 32 ປີ)

            ໃນໂອກາດອັນມີຄວາມໝາຍສຳຄັນກ່ອນເຂົ້າຮັບອຸດໜູນບຳນານນີ້, ທ່ານ ບຸນປັນ ມະຫາລາດ ໄດ້ຕາງໜ້າໃຫ້ພະນັກງານຮັບບຳນານ ທັງ 5 ທ່ານ ຂຶ້ນສະແດງຄວາມຮູ້ສຶກຕໍ່ພະນັກງານລັດຖະກອນ ແລະ ການຈັດຕັ້ງ. ທ່ານໄດ້ກ່າວສະແດງຄວາມກະຕັນຍູ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ພັກ-ລັດ ທີ່ໄດ້ອົບຮົມບຳລຸງ, ກໍ່ຮ່າງສ້າງຕົວ ແລະ ໃຫ້ໂອກາດແກ່ທຸກທ່ານໄດ້ຮັບໃຊ້ປະເທດຊາດຕະຫຼອດໄລຍະການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ; ພ້ອມດຽວກັນທ່ານຍັງໄດ້ມອບພາລະໜ້າທີ່ອັນຊົງກຽດໃຫ້ແກ່ພະນັກງານຮຸ່ນສືບທອດ ໃຫ້ຕັ້ງໜ້າສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ປະຕິບັດໜ້າທີ່ວຽກງານໃຫ້ປະສົບຜົນສຳເລັດຕາມການຈັດຕັ້ງມອບໝາຍໃຫ້.
​ຈາກນັ້ນ, ທ່ານ ປະດິດ ວັນນະລັດສະໝີ ໄດ້ໃຫ້ກຽດມອບຂໍ້ຕົກລົງ ແລະ ເງິນນະໂຍບາຍອຸດໜູນບຳນານໃຫ້ແກ່ແຕ່ລະທ່ານ. ບັນຍາກາດພາຍໃນພິທີເປັນໄປຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ໂດຍຕົວແທນຈາກຂະແໜງການຕ່າງໆພາຍໃນຄະນະໂຄສະນາອົບຮົມແຂວງຍັງໄດ້ຜັດປ່ຽນກັນຂຶ້ນມອບກະຕ່າຂອງຂວັນ ເພື່ອສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຜົນງານ, ຄຸນງາມຄວາມດີ ທີ່ທຸກທ່ານໄດ້ສ້າງໄວ້.

         ຕອນທ້າຍຂອງພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ປະດິດ ວັນນະລັດສະໝີ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ພະນັກງານບຳນານ ພ້ອມທັງພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງ ຈົ່ງສືບຕໍ່ປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍໂຕຍິ່ງໆຂຶ້ນ.
__________
#ໜັງສືພິມຈຳປາໃໝ່
ບກ: ມົນທຽນ ໄຊຍະສິດ

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88%e0%ba%b3-4/feed/ 0
ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88__trashed-5/ https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88__trashed-5/#respond Tue, 04 Aug 2026 02:14:49 +0000 https://ptcps.gov.la/?p=6925            ໃນຕອນບ່າຍວັນທີ 30 ກໍລະກົດ 2026, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ຄະນະໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ. ໂດຍມີ ທ່ານ ຄຳໄຫຼ ລາດຊາບັນດິດ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນ ໃຫ້ການຕ້ອນຮັບ. ໃນໂອກາດນີ້, ທ່ານ ຄຳໄຫຼ ລາດຊາບັນດິດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2026, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ. ​ຈາກນັ້ນ, ທ່ານ ປະດິດ ວັນນະລັດສະໝີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້, ພ້ອມທັງມີຄຳເຫັນຊີ້ນຳໃຫ້ເອົາໃຈໃສ່ 3 ວຽກງານຈຸດສຸມ ຄື: 🔘 ​ວຽກງານການເມືອງ-ແນວຄິດ: ສືບຕໍ່ເອົາໃຈໃສ່ວຽກງານການເມືອງແນວຄິດ, ຜັນຂະຫຍາຍ ...

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ đã xuất hiện đầu tiên vào ngày .

]]>
           ໃນຕອນບ່າຍວັນທີ 30 ກໍລະກົດ 2026, ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ ຄະນະໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ. ໂດຍມີ ທ່ານ ຄຳໄຫຼ ລາດຊາບັນດິດ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍຄະນະ ແລະ ພະນັກງານ-ລັດຖະກອນ ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ທ່ານ ຄຳໄຫຼ ລາດຊາບັນດິດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2026, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ.
​ຈາກນັ້ນ, ທ່ານ ປະດິດ ວັນນະລັດສະໝີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້, ພ້ອມທັງມີຄຳເຫັນຊີ້ນຳໃຫ້ເອົາໃຈໃສ່ 3 ວຽກງານຈຸດສຸມ ຄື:
🔘 ​ວຽກງານການເມືອງ-ແນວຄິດ: ສືບຕໍ່ເອົາໃຈໃສ່ວຽກງານການເມືອງແນວຄິດ, ຜັນຂະຫຍາຍ ແລະ ເຜີຍແຜ່ບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຂອງພັກ-ລັດ ໃຫ້ເຂົ້າເຖິງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢ່າງກວ້າງຂວາງ.
🔘 ​ຍົກສູງຄຸນນະພາບວິຊາສະເພາະ: ເອົາໃຈໃສ່ວຽກງານປະຖະກະຖາ, ຝຶກອົບຮົມ, ແລະ ສົ່ງເສີມການນຳໃຊ້ເທັກໂນໂລຢີດິຈິຕອນ ເພື່ອເຂົ້າໃນວຽກງານ (AI) ໃຫ້ສອດຄ່ອງກັບຍຸກໃໝ່.
🔘 ​ການພັດທະນາຕາໜ່າງຂ່າວສານ: ສ້າງ ແລະ ພັດທະນານັກຂ່າວຂັ້ນຮາກຖານ (ຕາແສງ ແລະ ບ້ານ) ເພື່ອຍົກສູງຄຸນນະພາບການໂຄສະນາຂ່າວສານໃຫ້ທັນສະພາບຕົວຈິງ.

​ການລົງຢ້ຽມຢາມຄັ້ງນີ້ ເປັນການຊຸກຍູ້ ແລະ ຍົກສູງປະສິດທິພາບວຽກງານໂຄສະນາອົບຮົມຂອງເມືອງບາຈຽງຈະເລີນສຸກ ໃຫ້ເຂັ້ມແຂງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນຕາມທິດທາງຂອງພັກໄລຍະໃໝ່.


ຂ່າວ-ພາບ: ນາງ ອຳໄພວັນ.
ບກ: ນາງ ສຸດານີ ວຽງປະເສີດ.

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ đã xuất hiện đầu tiên vào ngày .

]]>
https://ptcps.gov.la/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%bb%82%e0%ba%84%e0%ba%aa%e0%ba%b0%e0%ba%99%e0%ba%b2%e0%ba%ad%e0%ba%bb%e0%ba%9a%e0%ba%ae%e0%ba%bb%e0%ba%a1%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%88__trashed-5/feed/ 0