Order Lyrica (Pregabalin) 150mg, 75mg online
Order Imitrex (Sumatriptan) 100mg, 50mg, 25mg online
Order Neurontin (Gabapentin) 800mg, 600mg, 400mg, 300mg, 100mg online
Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .
]]>
ໃນວັນທີ 31 ກໍລະກົດ 2026 ນີ້, ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານຢ່າງເປັນທາງການ, ທີ່ສຳນັກງານຫ້ອງວ່າການປົກຄອງແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມໃນພິທີ ມີຄະນະນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ອອກພັກການຮັບອຸດໜູນບຳນານ ຢ່າງສົມກຽດ đã xuất hiện đầu tiên vào ngày .
]]>Bài viết ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຢູ່ເມືອງມຸນລະປາໂມກ ໄດ້ຮັບການຮຽນສະໜັບສະໜູນ đã xuất hiện đầu tiên vào ngày .
]]>
ທ້າຍເດືອນກໍລະກົດ 2026 ທີ່ຜ່ານມາ, ເມືອງມຸນລະປາໂມກ ແຂວງຈໍາປາສັກ ໄດ້ເປີດຮຽນສະໜັບສະໜູນໃຫ້ແກ່ມະຫາຊົນກ້າວໜ້າດີເດັ່ນ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຂອງພັກປະຊາຊົນປະຕິວັດລາວ. ພິທີຈັດຂື້ນຢູ່ສະໂມສອນຂອງເມືອງ ໂດຍການເປັນປະທານສະຫາຍ ນາງ ລໍາພອນ ພົມມະລີວັນ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ. ມີຄະນະໜ່ວຍພັກ ແລະມະຫາຊົນກ້າວໜ້າດີເດັ່ນຈາກໜ່ວຍພັກໜ່ວຍຕ່າງໆອ້ອມຂ້າງເມືອງ 24 ສະຫາຍ, ຍິງ 9 ສະຫາຍ ເຂົ້າຮ່ວມ .
#ເອກະສານທີ່ນຳມາເຜີຍແຜ່ໃນການເປີດຮຽນສະໜັບສະໜູນຄັ້ງນີ້ມີປະຫວັດຄວາມເປັນມາຂອງພັກ, ການສ້າງຕັ້ງພັກ, ການກຳເນີດ ແລະ ການຂະຫຍາຍຕົວຂອງພັກ, ຄວາມໝາຍຄວາມສຳຄັນຂອງພັກ, ສິດ ແລະ ໜ້າທີ່ຂອງສະມາຊິກພັກ, ຂໍ້ຫ້າມຕ່າງໆຂອງສະມາຊິກພັກ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ເອກະສານສໍາຄັນອື່ນໆ.

ຈຸດປະສົງ ກໍເພື່ອເຮັດໃຫ້ມະຫາຊົນກ້າວໜ້າດີເດັ່ນ ເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກຂອງພັກປະຊາຊົນ ປະຕິວັດລາວ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ເພື່ອເຮັດໃຫ້ມະຫາຊົນກ້າວໜ້າດີເດັ່ນທີ່ຈະເຂົ້າເປັນສະມາຊິກພັກ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກຂອງພັກປະຊາຊົນ ປະຕິວັດລາວ ເພື່ອເພີ່ມກໍາລັງແຮງສູ້ຮົບໃຫ້ແກ່ພັກນັບມື້ ຫຼາຍຂຶ້ນ..
ພາຍຫຼັງສໍາເລັດການຮໍ່າຮຽນ, ກໍໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າທີ່ໄດ້ຜ່ານການຮຽນສະໜັບສະໜູນໃນຄັ້ງນີ້. ໃຫ້ກຽດມອບໂດຍ ສະຫາຍ ນາງ ລໍາພອນ ພົມມະລີວັນ ຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ. ຕອນທ້າຍພິທີ, ສະຫາຍ ນາງ ລໍາພອນ ພົມມະລີວັນ ກໍມີຄໍນເຫັນໂອ້ລົມຊີ້ທິດເຍືອງທາງ ຕື່ມອີກ.


* ພາບ-ຂ່າວ: ສິດຕາ ເພັດວົງສາ *
#Admin: ທູນທອງໃຈ
Bài viết ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຢູ່ເມືອງມຸນລະປາໂມກ ໄດ້ຮັບການຮຽນສະໜັບສະໜູນ đã xuất hiện đầu tiên vào ngày .
]]>Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ đã xuất hiện đầu tiên vào ngày .
]]>
ໃນໂອກາດນີ້, ທ່ານ ຄຳໄຫຼ ລາດຊາບັນດິດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2026, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ.
ຈາກນັ້ນ, ທ່ານ ປະດິດ ວັນນະລັດສະໝີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້, ພ້ອມທັງມີຄຳເຫັນຊີ້ນຳໃຫ້ເອົາໃຈໃສ່ 3 ວຽກງານຈຸດສຸມ ຄື:
ວຽກງານການເມືອງ-ແນວຄິດ: ສືບຕໍ່ເອົາໃຈໃສ່ວຽກງານການເມືອງແນວຄິດ, ຜັນຂະຫຍາຍ ແລະ ເຜີຍແຜ່ບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຂອງພັກ-ລັດ ໃຫ້ເຂົ້າເຖິງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢ່າງກວ້າງຂວາງ.
ຍົກສູງຄຸນນະພາບວິຊາສະເພາະ: ເອົາໃຈໃສ່ວຽກງານປະຖະກະຖາ, ຝຶກອົບຮົມ, ແລະ ສົ່ງເສີມການນຳໃຊ້ເທັກໂນໂລຢີດິຈິຕອນ ເພື່ອເຂົ້າໃນວຽກງານ (AI) ໃຫ້ສອດຄ່ອງກັບຍຸກໃໝ່.
ການພັດທະນາຕາໜ່າງຂ່າວສານ: ສ້າງ ແລະ ພັດທະນານັກຂ່າວຂັ້ນຮາກຖານ (ຕາແສງ ແລະ ບ້ານ) ເພື່ອຍົກສູງຄຸນນະພາບການໂຄສະນາຂ່າວສານໃຫ້ທັນສະພາບຕົວຈິງ.
ການລົງຢ້ຽມຢາມຄັ້ງນີ້ ເປັນການຊຸກຍູ້ ແລະ ຍົກສູງປະສິດທິພາບວຽກງານໂຄສະນາອົບຮົມຂອງເມືອງບາຈຽງຈະເລີນສຸກ ໃຫ້ເຂັ້ມແຂງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນຕາມທິດທາງຂອງພັກໄລຍະໃໝ່.

ຂ່າວ-ພາບ: ນາງ ອຳໄພວັນ.
ບກ: ນາງ ສຸດານີ ວຽງປະເສີດ.
Bài viết ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ເມືອງບາຈຽງຈະເລີນສຸກ đã xuất hiện đầu tiên vào ngày .
]]>Bài viết #ເມືອງໂຂງ ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX đã xuất hiện đầu tiên vào ngày .
]]>
ໃນວາລະກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການເຜີຍແຜ່ ຄຳສັ່ງເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການນຳພາຂອງຄະນະພັກ ຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ດ້ານຊັບພະຍາກອນທຳມະຊາດ. ພ້ອມດຽວກັນນັ້ນ, ສະຫາຍ ພອນໄຊ ສັກປະສິດ, ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ກໍໄດ້ຜ່ານຮ່າງບົດຕີລາຄາການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026.


ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ບັນຫາສຳຄັນຕ່າງໆ ຂອງເມືອງ ເປັນຕົ້ນແມ່ນ:
– ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ການຮັກສາຄວາມສະຫງົບຕາມຊາຍແດນ, ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.
– ດ້ານເສດຖະກິດ ແລະ ການພັດທະນາ: ການຈັດເກັບລາຍຮັບເຂົ້າງົບປະມານ, ການຊຸກຍູ້ການຜະລິດລະດູຝົນ, ການຂຶ້ນທະບຽນອອກໃບຕາດິນ, ການສົ່ງເສີມຜະລິດຕະພັນສິນຄ້າໂອດ໊ອບ (ODOP), ການຄຸ້ມຄອງລາຄາສິນຄ້າ ແລະ ຄວາມຄືບໜ້າຂອງໂຄງການພັດທະນາພື້ນຖານໂຄງລ່າງ.
– ດ້ານວັດທະນະທຳ-ສັງຄົມ: ການກຽມຄວາມພ້ອມເປີດສົກຮຽນໃໝ່, ການຄວບຄຸມການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ, ການຄຸ້ມຄອງທຸລະກິດບໍລິການ-ຮ້ານບັນເທີງ, ການກຽມຮອງຮັບນັກທ່ອງທ່ຽວຢູ່ຕາດຄອນພະເພັງ ແລະ ສົມພະມິດ, ລວມທັງການກຽມຄວາມພ້ອມຮັບມືກັບໄພພິບັດທາງທຳມະຊາດ.

ກອງປະຊຸມ ຍັງໄດ້ດຳເນີນການສຳຫຼວດກວດກາ ການນຳພາລວມຂອງຄະນະບໍລິຫານງານພັກເມືອງ, ຮັບຟັງການໂອ້ລົມຈາກຄະນະປະຈຳພັກແຂວງ ແລະ ຜ່ານຮ່າງມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ສະໄໝທີ IX ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນທ້າຍປີ 2026 ອີກດ້ວຍ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ, ສະຖານີວິທະຍຸ-ໂທລະພາບເມືອງໂຂງ.
Bài viết #ເມືອງໂຂງ ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 7 ສະໄໝທີ IX đã xuất hiện đầu tiên vào ngày .
]]>Bài viết ເມືອງຊະນະສົມບູນ ເປີດຊຸດຝຶກອົບຮົມທິດສະດີ – ແນວທາງຂອງພັກ ໄລຍະສັ້ນ ຊຸດທີ V ປະຈຳປີ 2026 đã xuất hiện đầu tiên vào ngày .
]]>
ພິທີເປີດຊຸດຝຶກອົບຮົມທິດສະດີ – ແນວທາງຂອງພັກ ໄລຍະສັ້ນ ຊຸດທີ V ປະຈຳປີ 2026 ຂອງເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດຂຶ້ນຢ່າງເປັນທາງການ.ໃນວັນທີ 22 ມິຖຸນາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ,ໂດຍມີ ສະຫາຍ ຄຳສີ ຫຼິນສະຫວາດ ກຳມະການພັກແຂວງ,ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ ພ້ອມດ້ວຍ ບັນດາສະຫາຍຮອງເລຂາພັກເມືອງ,ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າກົມກອງ, ຫ້ອງການ, ອົງຄະນະພັກຕາແສງ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ສະຫາຍ ຍຸງທອງ ຈັນທະລ້ອມ ກຳມະການພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານແຜນການການກະກຽມຄວາມພ້ອມໃນການເປີດຊຸດຝຶກອົບຮົມ ເຊິ່ງຊຸດຝຶກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 10 ວັນ ຄື: (ເລີ່ມແຕ່ວັນທີ 22 ມິຖຸນາ ຫາ ວັນທີ 3 ກໍລະກົດ 2026 ຈຶ່ງຈະສຳເລັດ). ເຊີ່ງມີນັກສຳມະນາກອນທີ່ມາຈາກກົມກອງ, ຫ້ອງການ, ຕາແສງ ແລະ ບ້ານທົ່ວເມືອງ ເຂົ້າຮ່ວມທັງໝົດ 51 ສະຫາຍ, ຍິງ 20 ສະຫາຍ.

ສໍາລັບເນື້ອໃນແມ່ນຈະໄດ້ນໍາໃຊ້ເອກະສານສະບັບປັບປຸງໃໝ່ຂອງຄະນະໂຄສະນາອົບຮົມສູນກາງພັກ ລວມມີ 14 ບົດ ໂດຍຖືເອົາການຂຶ້ນຫ້ອງບັນລະຍາຍ ຕິດພັນກັບການຄົ້ນຄວ້າ ແລະ ສຳມະນາເປັນຈຸໜ່ວຍ, ຖືເອົານັກສຳມະນາກອນເປັນຈຸດໃຈກາງໃນການສົນທະນາແລກປ່ຽນ. ທັງນີ້ ກໍເພື່ອໃຫ້ນັກສຳມະນາກອນ ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນພື້ນຖານຄວາມຮູ້ກ່ຽວກັບທິດສະດີມາກ-ເລນິນ ແລະ ມູນເຊື້ອອັນດີງາມຂອງຊາດລາວ,ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ,ກຳແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການ ແລະ ແນວທາງເສດຖະກິດຂອງພັກ ທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ຕອນທ້າຍຂອງພິທີ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ມີຄວາມພະຍາຍາມກະກຽມຄວາມພ້ອມໃນທຸກໆດ້ານ ແລະ ຊົມເຊີຍນັກຝຶກອົບຮົມທຸກສະຫາຍທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ທີ່ຈະນໍາໄປເປັນເຂັມຊີ້ທິດເຍືອງທາງໃນການປະຕິບັດໜ້າທີ່ວຽກງານຢູ່ຂັ້ນຮາກຖານ ໃຫ້ມີຄຸນນະພາບ ພ້ອມດຽວກັນນັ້ນ ສະຫາຍປະທານກໍໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບ ແລະ ນັກສຳມະນາກອນທຸກສະຫາຍ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນດ້ວຍຄວາມເປັນເຈົ້າການ, ຕັ້ງໃຈຮັບຟັງ, ຄົ້ນຄວ້າບົດຮຽນ, ປຶກສາຫາລືຖອດຖອນບົດຮຽນຮ່ວມກັນ ແລະ ສົມທຽບກັບພຶດຕິກຳຕົວຈິງ ເພື່ອກຳໄດ້ເນື້ອໃນບົດຮຽນຢ່າງເລິກເຊິ່ງ ພ້ອມທັງ ໄດ້ອວຍພອນໃຫ້ຊຸດຝຶກອົບຮົມຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້.
ຂ່າວ – ພາບ: ນັກຂ່າວເມືອງຊະນະສົມບູນ.
Bài viết ເມືອງຊະນະສົມບູນ ເປີດຊຸດຝຶກອົບຮົມທິດສະດີ – ແນວທາງຂອງພັກ ໄລຍະສັ້ນ ຊຸດທີ V ປະຈຳປີ 2026 đã xuất hiện đầu tiên vào ngày .
]]>Bài viết ຄໍາຂັວນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ນັບແຕ່ຄັ້ງທີ I-XII ຂອງພັກປະຊາຊົນປະຕິວັດລາວ đã xuất hiện đầu tiên vào ngày .
]]>ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນ ປະຕິວັດລາວ ແມ່ນເຫດການການເມືອງ ທີ່ມີຄວາມໝາຍສຳຄັນສູງສຸດ ເຊິ່ງເປັນການຮ່ວມຊຸມນຸມເພື່ອສະຫຼຸບຕີລາຄາການນຳພາ, ວາງແຜນທາງຍຸດທະສາດໃນການພັດທະນາປະເທດຊາດ ແລະ ເລືອກຕັ້ງຄະນະບໍລິຫານງານຊຸດໃໝ່. ນີ້ແມ່ນຂໍ້ມູນສະຫຼຸບໂດຍຫຍໍ້ກ່ຽວກັບປະຫວັດການຈັດກອງປະຊຸມໃຫຍ່ ແຕ່ຄັ້ງທີ I ຈົນເຖິງປັດຈຸບັນ:< ປະຫວັດຄວາມເປັນມາໂດຍຫຍໍ້ >
ຄໍາຂັວນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ນັບແຕ່ຄັ້ງທີ I-XII ຂອງພັກປະຊາຊົນປະຕິວັດລາວ
ກອງປະຊຸມໃຫຍ່ ຄັ້ງທີ I (ປີ 1955) ເປັນກອງປະຊຸມສ້າງຕັ້ງ “ພັກປະຊາຊົນລາວ” (ຊື່ໃນເວລານັ້ນ) ໂດຍມີ ທ່ານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຄົນທຳອິດ.
ສະຖານທີ່: ແຂວງຫົວພັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ເຕົ້າໂຮມທຸກກຳລັງຮັກຊາດ, ຕີຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ແທດເສີຍ (ລູກມື), ຕ້ານການແຊກແຊງຂອງຈັກກະພັດອາເມລິກາ, ສ້າງຕັ້ງປະເທດລາວ ທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.”
ກອງປະຊຸມໃຫຍ່ ຄັ້ງທີ II (ປີ 1972) ໄດ້ປ່ຽນຊື່ພັກມາເປັນ “ພັກປະຊາຊົນ ປະຕິວັດລາວ” ຈົນເຖິງປັດຈຸບັນ ແລະ ວາງທິດທາງປົດປ່ອຍຊາດ.
ສະຖານທີ່: ແຂວງຫົວພັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ເສີມຂະຫຍາຍກຳລັງແຮງແຫ່ງຄວາມເປັນເຈົ້າການ, ເດັດດ່ຽວຕີຊະນະສົງຄາມຮຸກຮານຂອງຈັກກະພັດອາເມລິກາ ແລະ ລູກມື, ປົດປ່ອຍປະເທດຊາດ, ເຮັດໃຫ້ການປະຕິວັດຊາດ ປະຊາທິປະໄຕ ສຳເລັດຜົນໃນທົ່ວປະເທດ.”
ກອງປະຊຸມໃຫຍ່ ຄັ້ງທີ III (ປີ 1982) ເປັນກອງປະຊຸມໃຫຍ່ຄັ້ງທຳອິດຫຼັງຈາກສະຖາປະນາ ສປປ ລາວ (ປີ 1975) ເພື່ອວາງແນວທາງປົກປັກຮັກສາ ແລະ ສ້າງສາລະບົບໃໝ່.
ສະຖານທີ່: ນະຄອນຫຼວງວຽງຈັນ (ເປັນຄັ້ງທຳອິດຫຼັງສະຖາປະນາ ສປປ ລາວ) ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ, ເສີມຂະຫຍາຍລະບອບຜະເດັດການປະຕິວັດ, ຫັນປ່ຽນໄປສູ່ການຜະລິດໃຫຍ່ສັງຄົມນິຍົມ ເທື່ອລະກ້າວ.”
ກອງປະຊຸມໃຫຍ່ ຄັ້ງທີ IV (ປີ 1986) ເປັນຂີດໝາຍປະຫວັດສາດທີ່ສຳຄັນ ເພາະແມ່ນຈຸດເລີ່ມຕົ້ນຂອງ “ແນວທາງປ່ຽນແປງໃໝ່ຈິນຕະນາການ” ຮອບດ້ານທີ່ມີຫຼັກການ ໂດຍສະເພາະແມ່ນການຫັນປ່ຽນດ້ານເສດຖະກິດ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ: “ປ່ຽນແປງໃໝ່ຢ່າງມີຫຼັກການ ແລະ ຮອບດ້ານ” (ນີ້ແມ່ນຈຸດເລີ່ມຕົ້ນຂອງແນວທາງຈິນຕະນາການໃໝ່, ຫັນປ່ຽນຈາກເສດຖະກິດເກື້ອກູນ ໄປສູ່ເສດຖະກິດຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ).
ກອງປະຊຸມໃຫຍ່ ຄັ້ງທີ V – X (ປີ 1991 – 2016): ແມ່ນໄລຍະການສືບຕໍ່ບູລະນະແນວທາງປ່ຽນແປງໃໝ່, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເປີດກວ້າງການທູດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ກອງປະຊຸມໃຫຍ່ ຄັ້ງທີ V ເນື້ອໃນຈິດໃຈ: “ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຊຸກຍູ້ການປ່ຽນແປງໃໝ່ຢ່າງຮອບດ້ານ, ສ້າງປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.”
*. ກອງປະຊຸມໃຫຍ່ ຄັ້ງທີ VI ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງບົດບາດນຳພາຂອງພັກ, ຊຸກຍູ້ຂະບວນການປ່ຽນແປງໃໝ່ໃຫ້ແຂງແຮງ, ສ້າງປະຖົມປັດໄຈໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.”
*. ກອງປະຊຸມໃຫຍ່ ຄັ້ງທີ VII ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມສາມາດນຳພາ ແລະ ສູ້ຮົບຂອງພັກ, ສືບຕໍ່ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ສ້າງປະຖົມປັດໄຈເພື່ອການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມທຸກຍາກ ແລະ ດ້ອຍພັດທະນາ.”
*. ກອງປະຊຸມໃຫຍ່ ຄັ້ງທີ VIII ເນື້ອໃນຈິດໃຈ: ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຢຶດໝັ້ນຈຸດໝາຍປ່ຽນແປງໃໝ່ຢ່າງຮອບດ້ານ, ພັດທະນາເສດຖະກິດ-ສັງຄົມ ໃຫ້ກ້າວຂຶ້ນຢ່າງໄວວາ ແລະ ຍືນຍົງ, ຍູ້ແຮງການຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.
*. ກອງປະຊຸມໃຫຍ່ ຄັ້ງທີ IX ເນື້ອໃນຈິດໃຈ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ເຊີດຊູຄວາມເປັນຜູ້ນຳພາຂອງພັກ, ບຸກທະລຸທັງ 4 ດ້ານ (ຈິນຕະນາການ, ຊັບພະຍາກອນມະນຸດ, ກົນໄກການບໍລິຫານ, ຄວາມທຸກຍາກ), ສ້າງພື້ນຖານໃຫ້ແກ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020.”
*. ກອງປະຊຸມໃຫຍ່ ຄັ້ງທີ X ເນື້ອໃນຈິດໃຈ: “ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຢ່າງມີຫຼັກການ, ຍົກສູງຄວາມສາມາດນຳພາຂອງພັກ, ສ້າງລັດແຫ່ງກົດໝາຍທີ່ສັກສິດ, ຍູ້ແຮງການພັດທະນາແບບຍືນຍົງ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວໄປສູ່ຈຸດໝາຍສັງຄົມນິຍົມ.”
*. ກອງປະຊຸມໃຫຍ່ ຄັ້ງທີ XI (ປີ 2021) ຈັດຂຶ້ນພາຍໃຕ້ສະພາບການທ້າທາຍຂອງໂລກ (ໂດຍສະເພາະແມ່ນການລະບາດຂອງໂຄວິດ-19) ເພື່ອວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ:
*. ເນື້ອໃນຈິດໃຈ (ຄຳຂວັນລວມ): “ເພີ່ມທະວີຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຍຶດໝັ້ນແນວທາງປ່ຽນແປງໃໝ່ຢ່າງມີຫຼັກການ, ເຊີດຊູນ້ຳໃຈຮັກຊາດ, ເສີມຂະຫຍາຍພະລັງແຮງຂອງລະບອບປະຊາທິປະໄຕປະຊາຊົນ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບຢ່າງໜັກແໜ້ນ, ເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄຸນນະພາບຊີວິດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ສ້າງບາດກ້າວບຸກທະລຸໃນການນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງມີສະຖຽນລະພາບ.”
ກອງປະຊຸມໃຫຍ່ ຄັ້ງທີ XII (ປີ 2026) ເປັນກອງປະຊຸມໃຫຍ່ຄັ້ງຫຼ້າສຸດທີ່ຫາກໍຈັດຂຶ້ນ ເພື່ອປະເມີນຜົນການຈັດຕັ້ງປະຕິບັດໄລຍະຜ່ານມາ ແລະ ວາງທິດທາງຍຸດທະສາດໃໝ່ໃນການນຳພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ສະຖານທີ່: ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂັວນ ( ບົດລາຍງານການເມືອງ) :
ກອງປະຊຸມໃຫຍ່ດໍາເນີນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ. ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງສຶບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ. ໃຫ້ໜັກແໜ້ນກ້າວຂື້ນສູ່ສັງຄົມນິຍົມ.
*. ແຜນພັດທະນາເສດຖະກິດສັງຄົມ ( 5 ປີ ) 2026-2030 ພາຍໃຕ້ຄໍາຂວັນ: ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງນໍາໃຊ້ທຸກທ່າແຮງຢ່າງປະສິດທິຜົນ. ພັດທະນາເສດຖະກິດ-ສັງຄົມ ຕາມທິດວ່ອງໄວ ສີຂຽວ ແລະ ຍືນຍົງຕາມກຳນົດ 6 ເປົ້າໝາຍໃຫ່ຍ.
Bài viết ຄໍາຂັວນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ນັບແຕ່ຄັ້ງທີ I-XII ຂອງພັກປະຊາຊົນປະຕິວັດລາວ đã xuất hiện đầu tiên vào ngày .
]]>Bài viết ການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຈຳປາສັກ ພາຍໃຕ້ຮົ່ມທຸງໄຊຂອງພັກ ແລະ ພາຍໃຕ້ເນື້ອໃນຄຳຂວັນຂອງແຕ່ລະສະໄໝ ຄັ້ງທີ I- IX đã xuất hiện đầu tiên vào ngày .
]]>ຄໍາຂັວນຂອງກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງຈໍາປາສັກຄັ້ງທີ I-IX
ຄຳຂວັນ ຫຼື ທິດທາງໜ້າທີ່ລວມຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງຈຳປາສັກ ແຕ່ລະສະໄໝ (ຄັ້ງທີ I ຫາ IX )
ແມ່ນການສະຫຼຸບລວມເອົາເນື້ອໃນຈິດໃຈ, ວິໄສທັດ ແລະ ເປົ້າໝາຍຍຸດທະສາດໃນການພັດທະນາເສດຖະກິດ-ສັງຄົມກໍ່ຄືການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງແຂວງໃນແຕ່ລະໄລຍະ.
ກອງປະຊຸມຄັ້ງທີ I ຂອງອົງຄະນະພັກແຂວງ (1984-1989 )
ໄຂຂຶ້ນ ວັນທີ 12-22 ມີນາ 1984 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ສຸມໃສ່ການຟື້ນຟູເສດຖະກິດຫຼັງສົງຄາມ, ຫັນປ່ຽນກົນໄກການຄຸ້ມຄອງໃໝ່, ປັບປຸງຮາກຖານການເມືອງໃຫ້ໜັກແໜ້ນ ແລະສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ເທື່ອລະກ້າວ.

ກອງປະຊຸມຄັ້ງທີ II ຂອງອົງຄະນະພັກແຂວງ ( 1989-1994 )
ໄຂຂຶ້ນ ວັນທີ 24 ຕຸລາ 1989 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍູ້ແຮງການຜະລິດກະສິກຳ-ປ່າໄມ້ ຕິດພັນກັບການຫັນເປັນອຸດສາຫະກຳເບົາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສະກັດກັ້ນທຸກກົນອຸບາຍທຳລາຍເພພັງຂອງອິດທິກຳລັງປໍລະປັກ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກແຂວງ ( 1994-2000 )
ໄຂຂຶ້ນ ວັນທີ 20-24 ສິງຫາ 1994 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ບຸກທະລຸທາງດ້ານຈິນຕະນາການເສດຖະກິດ, ເປີດກວ້າງການຮ່ວມມືກັບຕ່າງປະເທດ, ຫັນເສດຖະກິດທຳມະຊາດໄປສູ່ເສດຖະກິດສິນຄ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເມືອງແຕ່ຮາກຖານ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກແຂວງ ( 2001-2005 )
ໄຂຂຶ້ນ ວັນທີ 28 ທັນວາ 2000 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ, ຊຸກຍູ້ການເຕີບໂຕທາງເສດຖະກິດຢ່າງຕໍ່ເນື່ອງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ.

ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກແຂວງ ( 2005-2010 )
ໄຂຶ້ນ ວັນທີ 21-23 ພະຈິກ 2005 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມສາມາດນຳພາຂອງພັກ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອນເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງໄວ ແລະ ໝັ້ນທ່ຽງ, ຮັບປະກັນສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ.

ກອງປະຊຸມໃຫຍ່ ຄັ້ອງງທີ VI ຂອງອົງຄະນະພັກແຂວງ ( 2010-2015 )
ໄຂຂຶ້ນ ວັນທີ 21 ກັນຍາ 2010 ພາຍໃຕ້ເນື້ອໃນຄຳຂວັນ:
ເນື້ອໃນຈິດໃຈຫຼັກ: ຍົກສູງຄວາມສາມາດນຳພາ ແລະ ສີລະທຳປະຕິວັດຂອງພັກ, ເປີດກວ້າງການຮ່ວມມື ແລະ ດຶງດູດການລົງທຶນ, ພັດທະນາພື້ນຖານໂຄງລ່າງ, ສ້າງແຂວງຈຳປາສັກໃຫ້ເປັນສູນກາງເສດຖະກິດຂອງ 4 ແຂວງພາກໃຕ້.

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ( 2015-2020 )
ໄຂຂຶ້ນວັນທີ 22-24 ກໍລະກົດ 2015 ພາຍໃຕ້ເນື້ອໃນຄຳຂວັນ:
ຄຳຂວັນລວມ: “ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະຕໍ່ສູ້ຂອງອົງຄະນະພັກ, ສ້າງຈຸດພິກຂຸ້ນໃໝ່ໃນການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງຂາດຕົວ, ສ້າງແຂວງຈຳປາສັກໃຫ້ມັ່ງຄັ່ງເຂັ້ມແຂງ.”

ກອງປະຊຸມໃຫຍ່ ຄັ້ງທີ VIII ( 2020-2025 )
ໄຂຂຶ້ນ ວັນທີ 29-30 ຕຸລາ 2020 ພາຍໃຕ້ເນື້ອໃນຄຳຂວັນ:
ຄຳຂວັນລວມ: “ເພີ່ມທະວີຄວາມສາມັກຄີທົ່ວປວງຊົນ, ຍົກສູງຄວາມສາມາດນຳພາຂອງພັກ, ບຸກທະລຸໃນການພັດທະນາ, ຮັບປະກັນໃຫ້ແຂວງມີສະຖຽນລະພາບ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.”

ກອງປະຊຸມໃຫ່ຍ ຄັງທີ IX ( 2025-2030 )
ໄຂຂຶ້ນ ວັນທີ 24-25 ກັນຍາ 2025 ພາຍໃຕ້ເນື້ອໃນຄຳຂວັນ:
ພາຍໃຕ້ຄຳຂັວນ: ຍົກສູງຄວາມສາມາດນຳພາຂອງພັກ ເພີ່ມທະວີການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍເສີມຂະຫຍາຍກຳລັງແຮງງານລວມສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງຢ່າງແຂງແຮງ, ສ້າງແຂວງຈຳປາສັກເພື່ອສູນກາງພັດທະນາຂອງພາຍໃຕ້ ເຮັດໃຫ້ປວງປະຊາຢູ່ດີກິນດີ.
*. ທິດທາງແຜນພັດທະນາເສດຖະກິດ–ສັງຄົມ 5ປີ ຄັ້ງທີ X ( 2026-2030 ) ຂອງແຂວງຈຳປາສັກ ພາຍໃຕ້ຄຳຂັວນ: ຍູ້ແຮງພັດທະນາເສດຖະກິດ–ສັງຄົມ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິພາບ ນຳໃຊ້ທຸກທ່າແຮງບົ່ມຊ້ອນຢ່າງມີປະສິດທິຜົນ. ຕາມທິດສີຂຽວ ແລະ ຍືນຍົງ. ຕັ້ງໜ້າເສດຖະກິດເອກະສາດເປັນເຈົາຕົນເອງ.
#.ໝາຍເຫດ: ໃນໄລຍະກອງປະຊຸມໃຫ່ຍ ຄັ້ງທີ I ຫາ IV (ໄລຍະປີ 1970-1990 ປາຍ), ເນື້ອໃນມັກຈະຖືກກຳນົດເປັນ “ທິດທາງໜ້າທີ່ລວມ” ທີ່ມີເນື້ອໃນຍາວ ແລະ ກວມລວມ, ກ່ອນທີ່ໄລຍະຫຼັງ (ຄັ້ງທີ V-IX) ຈະມີການສະຫຼຸບຫຍໍ້ໃຫ້ເປັນ “ຄຳຂວັນ” ທີ່ກະທັດຮັດ ແລະ ຊັດເຈນຂຶ້ນ ເພື່ອປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
Bài viết ການປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງຈຳປາສັກ ພາຍໃຕ້ຮົ່ມທຸງໄຊຂອງພັກ ແລະ ພາຍໃຕ້ເນື້ອໃນຄຳຂວັນຂອງແຕ່ລະສະໄໝ ຄັ້ງທີ I- IX đã xuất hiện đầu tiên vào ngày .
]]>Bài viết ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮ່ວມຂະບວນປູກຕົ້ນໄມ້ຢູ່ເມືອງ ປະທຸມພອນ đã xuất hiện đầu tiên vào ngày .
]]>
ໃນຕອນເຊົ້າຂອງ ວັນທີ 9 ມິຖຸນາ 2026, ເມືອງປະທຸມພອນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2026 ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2026 ຂຶ້ນຢູ່ ທີ່ໂຮງຮຽນປະຖົມສົມບູນ ບ້ານຫຼັກສີ່ສິບ
ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ປະດິດ ວັນນະລັດສະໝີ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົງຮົມແຂວງ(ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທຸມພອນ), ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ. ພ້ອມດ້ວຍບັນດາທ່ານຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ບໍລິສັດດັກລັກຣັບເບີຈຳກັດ(ຜູ້ສະໜັບສະໜູນການຈັດງານ), ກຳລັງປກສ-ປກຊ, ຄະນະກຳມະການປົກຄອງ 5 ຕາແສງ, ບັນດາແຂກທີ່ຖຶກເຊີນ, ພະນັກງານ-ລັດຖະກອນ, ອົງການປົກຄອງບ້ານຫຼັກສີ່ສິບ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມພິທີຢ່າງພ້ອມພຽງ.

ການຈັດກິດຈະກຳໃນຄັ້ງນີ້ ມີຈຸດປະສົງເພື່ອສືບສານປະເພນີອັນດີງາມໃນການອະນຸລັກ ແລະ ຟື້ນຟູຊັບພະຍາກອນປ່າໄມ້, ສ້າງຈິດສຳນຶກໃຫ້ພາກສ່ວນຕ່າງໆ ແລະ ປະຊາຊົນ ໃຫ້ເຫັນຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ, ການເພີ່ມພື້ນທີ່ສີຂຽວ ແລະ ການຮ່ວມມືກັນຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ.
#ໃນໂອກາດນີ້ ທ່ານ ປະດິດ ວັນນະລັດສະໝີ ໄດ້ເນັ້ນໜັກໃຫ້ທຸກຂະແໜງການ, ອົງການຈັດຕັ້ງ ແລະ ປະຊາຊົນ ສືບຕໍ່ປຸກຈິດສຳນຶກໃນການຮັກສາປ່າໄມ້, ອະນຸລັກທຳມະຊາດ, ຫຼຸດຜ່ອນການທຳລາຍສິ່ງແວດລ້ອມ ແລະ ຮ່ວມກັນປູກຕົ້ນໄມ້ໃຫ້ຫຼາຍຂຶ້ນ ເພື່ອສ້າງຄວາມຂຽວງາມ ແລະ ຄວາມຍືນຍົງໃຫ້ແກ່ສັງຄົມ.
ຫຼັງຈາກສຳເລັດພິທີເປີດ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມໃຈກັນປູກຕົ້ນໄມ້ພາຍໃນບໍລິເວນໂຮງຮຽນ ເພື່ອປະກອບສ່ວນໃນການອະນຸລັກສິ່ງແວດລ້ອມ, ສ້າງພູມສັນຖານສີຂຽວ ແລະ ສົ່ງເສີມໃຫ້ນັກຮຽນໄດ້ຮຽນຮູ້ເຖິງຄຸນຄ່າຂອງຕົ້ນໄມ້ ແລະ ທຳມະຊາດ. ບັນຍາກາດຂອງກິດຈະກຳເປັນໄປດ້ວຍຄວາມຄຶກຄື້ນ, ສາມັກຄີ ແລະ ຮັບຜິດຊອບຕໍ່ການອະນຸລັກສິ່ງແວດລ້ອມຮ່ວມກັນ.

#ຂ່າວ-ພາບ: ສີສົມບູນ ວົງວຽງຄຳ
Bài viết ຫົວໜ້າຄະນະໂຄສະນາອົບຮົມແຂວງ ຮ່ວມຂະບວນປູກຕົ້ນໄມ້ຢູ່ເມືອງ ປະທຸມພອນ đã xuất hiện đầu tiên vào ngày .
]]>Bài viết ແຂວງຈຳປາສັກ ຈັດຊຸດຝຶກອົບຮົມການເກັບກຳຫາງສຽງສັງຄົມ ໃຫ້ເມືອງປາກຊ່ອງ ເພື່ອຍົກສູງຂີດຄວາມສາມາດ “ນັກຮົບແນວຄິດ” đã xuất hiện đầu tiên vào ngày .
]]>
ປາກຊ່ອງ, ແຂວງຈຳປາສັກ: ໃນຕອນເຊົ້າວັນທີ 10 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນເມືອງປາກຊ່ອງ, ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ ແລະ ຫາງສຽງສັງຄົມ ປະຈຳປີ 2026 ໃຫ້ແກ່ພະນັກງານ-ລັດຖະກອນຫຼັກແຫຼ່ງພາຍໃນເມືອງ ໂດຍມີຜູ້ເຂົ້າຮ່ວມທັງໝົດ 57 ທ່ານ (ຍິງ 19 ທ່ານ).

ກອງປະຊຸມຄັ້ງນີ້ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; ເຂົ້າຮ່ວມມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະກຳມະການປົກຄອງຕາແສງ, ວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີກ່າວເປີດ, ທ່ານ ປະດິດ ວັນນະລັດສະໝີ ໄດ້ເນັ້ນໜັກເຖິງສະພາບແວດລ້ອມສາກົນ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສັບສົນ ຕິດພັນກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນພາຍໃນປະເທດ, ອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ສູງຂຶ້ນ. ໂດຍສະເພາະແມ່ນກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງກຸ່ມຄົນບໍ່ດີ ທີ່ສວຍໃຊ້ສື່ສັງຄົມອອນລາຍ ໂຈມຕີບັນຫາອ່ອນໄຫວ ເພື່ອສ້າງຄວາມບໍ່ສະຫງົບ ແລະ ບິດເບືອນແນວຄິດຂອງພະນັກງານ ແລະ ປະຊາຊົນ.
”ຖ້າພວກເຮົາຫາກນິ້ງນອນເສີຍ ບໍ່ເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມໃຫ້ວ່ອງໄວ ແລະ ທັນການ, ກໍຈະເຮັດໃຫ້ການແກ້ໄຂບັນຫາບໍ່ຖືກຈຸດ ແລະ ບໍ່ແທດກັບຄວາມເປັນຈິງ ຍ້ອນກຳບໍ່ໄດ້ກົກປາຍສາເຫດ” ທ່ານ ປະດິດ ວັນນະລັດສະໝີ ກ່າວ.


ຊຸດອົບຮົມຄັ້ງນີ້,ສຳມະນາກອນທັງໝົດໄດ້ຮ່ວມກັນຄົ້ນຄວ້າຮ່ຳຮຽນໃນ 4 ບົດເອກະສານສຳຄັນ ຄື:
ບາງບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ: ຈຳແນກຄວາມແຕກຕ່າງລະຫວ່າງ “ຫາງສຽງສັງຄົມ” ກັບ “ຂ່າວລື”, ພ້ອມທັງກຳຮູບແບບ, ພາລະບົດບາດ ແລະ ຫຼັກການຕ່າງໆ.
ວິທີການເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ: ເຕັກນິກການເກັບກຳຂໍ້ມູນເພື່ອຮັບໃຊ້ວຽກງານການເມືອງ-ແນວຄິດ.
ຕາໜ່າງເພື່ອນຮ່ວມງານ: ການສ້າງຕາໜ່າງ, ມາດຖານຄຸນທາດການເມືອງ, ວິທີການຂຽນ ແລະ ລະບອບການລາຍງານ.
ວຽກງານຄົ້ນຄວ້າສັງລວມ: ວິທີການຂຽນບົດສະຫຼຸບລາຍງານ ແລະ ທັດສະນະທີ່ຈຳເປັນສຳລັບຜູ້ເຮັດວຽກງານສັງລວມຂໍ້ມູນ.

ຊຸດຝຶກອົບຮົມຄັ້ງນີ້ ເນັ້ນໃສ່ຮູບແບບການບັນຍາຍຕິດພັນກັບການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ. ໃນຕອນທ້າຍພິທີ, ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທັງ 57 ທ່ານ ທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ ເພື່ອນຳເອົາຄວາມຮູ້ ແລະ ທັກສະດ້ານວິຊາສະເພາະ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຢູ່ຮາກຖານກົມກອງຂອງຕົນ ໃຫ້ມີຄວາມໄວ, ຊັດເຈນ ແລະ ມີປະສິດທິພາບສູງສຸດ.

ຂ່າວ: ທ. ສອນໄຊ ຈັນທະວີ
Bài viết ແຂວງຈຳປາສັກ ຈັດຊຸດຝຶກອົບຮົມການເກັບກຳຫາງສຽງສັງຄົມ ໃຫ້ເມືອງປາກຊ່ອງ ເພື່ອຍົກສູງຂີດຄວາມສາມາດ “ນັກຮົບແນວຄິດ” đã xuất hiện đầu tiên vào ngày .
]]>Bài viết ເມືອງປະທຸມພອນ ປັກໝຸດຄວາມສຳເລັດ 5 ປີ ວຽກງານ “3 ສ້າງ” ພ້ອມສືບຕໍ່ແຜນພັດທະນາຊົນນະບົດ ມຸ່ງສູ່ປີ 2030 đã xuất hiện đầu tiên vào ngày .
]]>
ເມືອງປະທຸມພອນ ປັກໝຸດຄວາມສຳເລັດ 5 ປີ ວຽກງານ “3 ສ້າງ” ພ້ອມສືບຕໍ່ແຜນພັດທະນາຊົນນະບົດ ມຸ່ງສູ່ປີ 2030 [ເມືອງປະທຸມພອນ, ແຂວງຈຳປາສັກ] – ເມື່ອວັນທີ 20 ພຶດສະພາ 2026 ທີ່ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງປະທຸມພອນ ໄດ້ມີການຈັດກອງປະຊຸມຄັ້ງສຳຄັນ ເພື່ອສະຫຼຸບຜົນງານຮອບດ້ານໃນໄລຍະ 5 ປີຜ່ານມາ (2021-2025) ແລະ ວາງທິດທາງກ້າວເດີນໃໝ່ໃນໄລຍະ 5 ປີຕໍ່ໜ້າ (2026-2030) ຂອງວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ “3 ສ້າງ”.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ສະຫາຍ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປະທຸມພອນ. ພ້ອມທັງມີຄະນະນຳເມືອງ, ກໍາລັງ ປກສ-ປກຊ, ຫົວໜ້າຫ້ອງການ ແລະ ອົງຄະນະພັກຕາແສງ ເຂົ້າຮ່ວມຢ່າງພ້ອມພຽງເພື່ອຮ່ວມກັນວາງແຜນພັດທະນາບ້ານເກີດ.

ຈຸດສຸມ ແລະ ບາດກ້າວສຳຄັນໃນກອງປະຊຸມ: ໄດ້ທົບທວນອະດີດ ມຸ່ງສູ່ອະນາຄົດ: ກອງປະຊຸມໄດ້ຮ່ວມກັນຕີລາຄາສູງຕໍ່ຜົນງານ 5 ປີ (2021-2025) ທີ່ສາມາດສ້າງການປ່ຽນແປງໃຫ້ແກ່ທ້ອງຖິ່ນ, ພ້ອມທັງຜ່ານແຜນການປີ 2026 ທີ່ຈະເປັນຂັ້ນໄດກ້າວໄປສູ່ເປົ້າໝາຍໃຫຍ່ໃນປີ 2030.
ສະຫາຍ ແກ້ວຕາ ຍະວົງສາ ຮອງເລຂາພັກເມືອງ ໄດ້ຜ່ານບົດແນະນຳເລກທີ 03/ຄຈພຂ ເພື່ອເນັ້ນການຫັນເອົາຜົນສຳເລັດຂອງວຽກງານ 3 ສ້າງ ແລະ ການແກ້ໄຂຄວາມທຸກຍາກໄປປະຕິບັດໃຫ້ເກີດດອກອອກຜົນຕົວຈິງ. ຫັນພະນັກງານລົງສູ່ຮາກຖານ: ມີມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ສົ່ງພະນັກງານວິຊາການລົງໄປຊ່ວຍວຽກຢູ່ຂັ້ນຕາແສງ ແລະ ບ້ານ ເພື່ອສ້າງຄວາມເຂັ້ມງວດ ແລະ ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ.
ໃນຕອນທ້າຍ, ກອງປະຊຸມໄດ້ຮັບຟັງຄຳໂອ້ລົມອັນມີຄວາມໝາຍຈາກ ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ (ຜູ້ຊີ້ນຳວຽກງານຮອບດ້ານເມືອງປະທຸມພອນ) ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້:
“ທຸກຂະແໜງການ ແລະ ທຸກຕາແສງ ຕ້ອງປະສານງານກັນຢ່າງໃກ້ຊິດ, ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຂັບເຄື່ອນວຽກງານ 3 ສ້າງ ໃຫ້ເປັນຮູບປະທຳ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ.” ບົດສະຫຼຸບ ແລະ ແຜນການໃນຄັ້ງນີ້ ຖືເປັນເຂັມທິດຊີ້ນຳເສັ້ນທາງໃໝ່ ທີ່ຈະພາເມືອງປະທຸມພອນກ້າວໄປຂ້າງໜ້າຢ່າງໝັ້ນຄົງ ແລະ ຫຼຸດພົ້ນຈາກຄວາມທຸກຍາກຢ່າງຍືນຍົງ!
ຂ່າວ: ສີສົມບູນ ວົງວຽງຄຳ
ພາບ: ນາງ ລັດສະໝີ
Bài viết ເມືອງປະທຸມພອນ ປັກໝຸດຄວາມສຳເລັດ 5 ປີ ວຽກງານ “3 ສ້າງ” ພ້ອມສືບຕໍ່ແຜນພັດທະນາຊົນນະບົດ ມຸ່ງສູ່ປີ 2030 đã xuất hiện đầu tiên vào ngày .
]]>