ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2021
ໃນຕອນເຊົ້າຂອງວັນທີ 23 ມີນາ 2022 ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ໄຂກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ທົ່ວແຂວງ ປະຈຳປີ 2021 ແລະ ວາງທິດທາງແຜນການຈຸດສຸມ ປີ 2022 ຂຶ້ນທີ່ຫ້ອງປະຊຸມ 406 ສຳນັກງານປົກຄອງແຂວງ; ພາຍໃຕ້ການໃຫ້ກຽດເປັນປະທານກ່າວໄຂກອງປະຊຸມ ຂອງສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
"ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໝູນວຽນມາຄົບຮອບ 67 ປີ (22/03/1955 - 22/03/2022)".
ວັນທີ 22 ມີນາ 2022, ແຂວງຈໍາປາສັກ ໂດຍເປັນເຈົ້າການຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 67 ປີຂຶ້ນຢູ່ສະໂມສອນແຂວງ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ບັນລະຍາຍເອກະສານຂອງ ທ່ານ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ. ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາ, ພະນັກງານນັກຮົບຖັນແຖວກໍາລັງປະກອບອາວຸດ, ການນໍາ 9 ເມືອງ, 1 ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກສາທາລະນະສຸກແຂວງຈຳປາສັກຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສຳຄັນທາງປະຫວັດສາດ
ຕອນເຊົ້າ, ວັນທີ 15 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ (ຈຳປາຫອມ) ຂອງພະແນກສາທາລະນະສຸກແຂວງຈຳປາສັກ. ໄດ້ຈັດພິທີປາຖະກະຖາຂື້ນໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ສົມສີ ມະນີນິນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ.
"ເມືອງໂຂງຈັດພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ ຊຸດທີ XIII ປະຈໍາປີ 2022"
ໃນວັນທີ 21 ມີນາ 2022 ຄະນະໂຄສະນາອົບຮົມເມືອງໂຂງຈັດພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ ຊຸດທີ XIII ປະຈໍາປີ 2022 ຂຶ້ນທີ່ສະມາສອນຂອງເມືອງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວັນ ສີສຸພົນ ຮອງເລຂາພັກເມືອງຜູ້ຊີ້ນໍາວຽກງານການເມືອງແນວຄິດ. ທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍປາສັກ. ທ່ານ ສີປະທຸມມາ ຈັນພອນເພັດ ຫົວໜ້າ ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ;
ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດພິທີປິດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ I ປະຈໍາປີ 2021
ໃນຕອນເຊົ້າຂອງວັນທີ 1 ມີນາ 2022 ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດພິທີປິດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ I ປະຈໍາປີ 2021 ພາຍໃຕ້ການໃຫ້ກຽດເປັນປະທານກ່າວປິດ ແລະມອບໃບຢັ້ງຢືນ ຂອງທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 194 |
![]() | ມື້ວານນີ້ | 123 |
![]() | ອາທິດນີ້ | 652 |
![]() | ເດືອນນີ້ | 317 |
![]() | ທັງໝົດ | 137199 |