ກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບເນື້ອໃນປື້ມປະຫວັດຂອງແຂວງຈໍາປາສັກ
ໃນຕອນເຊົ້າຂອງວັນທີ 27 ເມສາ 2022 ແຂວງຈໍາປາສັກ ກໍຄືຄະນະໂຄສະນາອົບຮົມແຂວງ ໃນນາມຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ປະຫັວດຂອງແຂວງ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບເນື້ອໃນປື້ມປະຫັວດຂອງແຂວງຈໍາປາສັກຂື້ນທີ່ຫ້ອງປະຊຸມ 406 ສໍານັກງານປົກຄອງແຂວງ.
ການປະຕິບັດກ່ຽວກັບແຜນການເຄື່ອນໄຫວນຳພາ-ຊີ້ນຳ, ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານການພັດທະນາຮອບດ້ານ ຂອງກຸ່ມບ້ານພັດທະນາທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈຳປາສັກ
ໃນຕອນເຊົ້າຂອງວັນທີ 29 ມີນາ 2022 ໃຫ້ກຽດນຳໂດຍທ່ານ ປະລິຍາເອກ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ລົງເຄື່ອນໄຫວກ່ຽວກັບແຜນການເຄື່ອນໄຫວນຳພາ-ຊີ້ນຳ, ລົງຊຸກຍູ້ວຽກງານຮອບດ້ານ, ພົບປະໂອ້ລົມ ແລະ ຮັບຟັງຂໍ້ສະເໜີ ຂອງກຸ່ມບ້ານພັດທະນາທົ່ງກາຫຼົງ.
ໃນຕອນບ່າຍຂອງວັນທີ 28 ມີນາ 2022 ນີ້ ໂຮງຮຽນທິດສະດີການເມືອງ-ການປົກ ຄອງແຂວງ ຈັດຕັ້ງເຊື່ອມຊຶມມະຕິຄົບຄະນະຄັ້ງທີ 3 ສະໄໝທີ XI ຂອງພັກ, ມະຕິຄົບຄະນະຄັ້ງທີ 6 ສະໄໝທີ VIII ຂອງແຂວງ, ພ້ອມທັງປາຖະກະຖາວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 67ປີ ( 22/3/1955-22/3/2022 ), ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະເສຍສະຫຼະຊີວິດເພື່ອປະເທດຊາດ ຄົບ ຮອບ 76 ປີ ( 21/3/1946-21/3/2022) ຂຶ້ນທີ່ສະໂມງສອນຂອງໂຮງຮຽນ. ພາຍໃຕ້ການໃຫ້ກຽດເປັນປະທານເຜີຍແຜ່ເອກະສານ ຂອງທານ ປອ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ເມືອງປາກຊ່ອງ ເປີດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂອງອົງຄະນະພັກເມືອງ ແລະ ປະກາດແຕ່ງຕັ້ງ ສະຫາຍຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ ແລະ ກໍາມະການພັກເມືອງ
ໃນເຊົ້າວັນນທີ 24 ມີນາ 2022 ເມືອງປາກຊ່ອງ ໄດ້ເປີດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂອງອົງຄະນະພັກເມືອງ. ພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ປອ ສຸປານີ ສີລິປຸຍໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 94 |
![]() | ອາທິດນີ້ | 344 |
![]() | ເດືອນນີ້ | 1047 |
![]() | ທັງໝົດ | 102752 |