ສະຫາຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມກອງປະຊຸມກາງສະໄໝອົງຄະນະພັກເມືອງ ບາຈຽງຈະເລີນສຸກ
ໃນຕອນເຊົ້າຂອງວັນທີ 13 ຕຸລາ 2022 ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມກອງປະຊຸມກາງສະໄໝອົງຄະນະພັກເມືອງ ບາຈຽງຈະເລີນສຸກ ເຊີ່ງໄດ້ຈັດຂື້ນທີ່ສະໂມສອນຂອງເມືອງ.
ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຈໍາປາສັກ ຈັດຕັ້ງເຜີຍແຜ່ມະຕິຄົບຄະນະຂອງພັກ, ຂອງແຂວງ ແລະ 2 ວາລະແຫ່ງຊາດ
ໃນຕອນເຊົ້າຂອງວັນທີ 7 ຕຸລາ 2022 ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຈຳປາສັກ ໄດ້ຈັດຕັ້ງເຊື່ອມຊືມມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ມະຕິຄົບຄະນະບໍລິ ຫານງານພັກແຂວງ ຈໍາປາສັກ ຄັ້ງທີ 8 ສະໄໝທີ VIII, 2 ວາລະແຫ່ງຊາດ ແລະ ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ແຕ່ປີ 2016 ເຖິງປັດຈຸບັນຫ້ແກ່ພະນັກງານ-ສະມາຊິກພັກ ທີ່ຂຶ້ນກັບຄະນະພັກຮາກຖານຂອງຕົນ.
ເມືອງ ປະທຸມພອນ ຈັດພິທີເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໃໝທີ VIII ແລະປາຖະກະຖາ 2 ວັນປະຫວັດສາດ
ຕອນເຊົ້າວັນທີ 6 ຕຸລາ 2022 ນີ້ ຢູ່ທີ່ສະໂມສອນເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຈັດພິທີແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ VIII ແລະ ປາຖະກະຖາ 2 ວັນປະຫວັດສາດ(ວັນຍືດອຳນາດທົ່ວປະເທດ ສປປລາວ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງອາຊຽນຄົບຮອບ 55 ປີ) ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ວຽງສະໄໝ ສີລິພອນພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປະທຸມພອນ, ມີສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງຕະຫຼອດຮອດພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະໂຄສະນາອົບຮົມແຂວງ ປິດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ຊຸດທີ IV ປະຈຳປີ 2022
ໃນຕອນບ່າຍຂອງວັນທີ 30 ກັນຍາ 2022 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປິດຊຸດຝຶກອົບຮົມມະຫາຊົນກ້າວໜ້າຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງພະແນກການເງີນແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ.
ເມືອງບາຈຽງຈະເລີນສຸກ ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງຂອງເມືອງ ພັກການຮັບອຸດໜຸນບຳນານ ແລະ ແຕ່ງຕັ້ງ-ຍົກຍ້ານຮັບໜ້າທີ່ໃໝ່.
ໃນວັນທີ 30 ກັນຍາ 2022 ເມືອງບາຈຽງຈະເລີນສຸກ ໄດ້ຈັດພິທີປະກາດພະນັກງານນຳພາ-ຄຸ້ມຄອງ ພັກການຮັບອຸດໜຸນບຳນານ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ສົມລິດ ປັນທະບົວສີ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆບາຈຽງຈະເລີນສຸກ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 108 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 329 |
![]() | ເດືອນນີ້ | 588 |
![]() | ທັງໝົດ | 180297 |