ເມືອງປະທຸມພອນ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ລາວຄົບຮອບ 20 ປີ(09 ກັນຍາ 2002 - 09 ກັນຍາ 2022)
ໃນວັນທີ 15 ສິງຫາ 2022 ນີ້ ເມືອງປະທຸມພອນ, ແຂວງຈຳປາສັກ ໄດ້ຈັດພິທີ ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (09 ກັນຍາ 2002 - 09 ກັນຍາ 2022) ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ວຽງສະໄໝ ສີລິພອນພັນ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງ ປະທຸມພອນ, ສະຫາຍ ພັທ ສົມຫວັງ ພັນພົມມາ ຮອງປະທານສະຫະພັນນັກຮົບເກົ່າ ແຂວງຈຳປາສັກ, ໂດຍມີ ສະຫາຍ ພັທ ຄຳສິງ ອຸເທນ ປະທານສະຫະພັນນັກຮົບເກົ່າເມືອງ, ມີບັນດາສະຫາຍໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການອ້ອມຂ້າງເມືອງ, ເລຂາຄະນະພັກຮາກຖານກຸ່ມ-ບ້ານ, ປະທານສະຫະພັນນັກຮົບເກົ່າຮາກຖານ-ໜ່ວຍ, ພະນັກງານວິຊາການຂອງແຂວງ-ເມືອງ ພ້ອມດ້ວຍສະມາຊິກພັກນັກຮົບເກົ່າ ເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະໂຄສະນາອົບຮົມເມືອງປາກຊ່ອງ ເປີດຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ
ໃນຄັ້ງວັນທີ 15 ສິງຫາ 2022 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີເປີດຊຸດຮຽນທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ VI ສົກປີ 2022 ພາຍໃຕ້ການໃຫ້ກຽດເປັນປະທານຂອງ ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ,
ຄະນະໂຄສະນາອົບຮົມແຂວງ ຕ້ອນຮັບຄະນະນັກຂຽນປະຫວັດຈາກສູນກາງ ລົງມາເຄື່ອໄຫວເກັບກໍາຂໍ້ມູນຂຽນປະຫວັດແຂວງຈໍາປາສັກ
ໃນລະຫວ່າງວັນທີ 4-7 ສິງຫາ ປີ 2022 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງ ນໍາໂດຍ ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ບົວສອນ ວົງຫາຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ແລະ ຮຽບຮຽງປະຫວັດແຂວງຈໍາປາສັກ ໄດ້ຕ້ອນຮັບ ພຣະມະຫາ ປອ ບຸນທະວີ ວິໄລຈັກຣ໌ ຄະນະນັກຂຽນຈາກສູນກາງ ລົງມາເຄື່ອນໄຫວເກັບກໍາຂໍ້ມູນ ເພື່ອປະ ກອບເຂົ້າໃນການຂຽນປື້ມປະຫວັດແຂວງຈໍາປາສັກ.
ຫົວຫນ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານໃນພິທີ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງຫນ່ວຍພັກຮາກຖານໂຮງງານເບຍລາວແຂວງຈໍາປາສັກ.
ໃນວັນທີ 11 ສິງຫາ 2022 ທີ່ຜ່ານມາ, ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານພິທີຮັບເອົາມະຫາຊົນກ້າວໜ້າ 3 ສະຫາຍ ຍິງ 1 ສະຫາຍ ເຂົ້າເປັນສະມາຊິກພັກສໍາຮອງ ຂອງໜ່ວຍພັກຮາກຖານໂຮງງານເບຍລາວ ແຂວງຈໍາປາສັກ.
ແຂວງຈໍາປາສັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໃຫ້ແກ່ຄະນະພັກ-ຄະນະນໍາຂອງແຂວງຈໍາປາສັກ
ໃນວັນທີ 8 ສິງຫາ 2022 ທີ່ຜ່ານມາ ຕິດພັນກັບກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ່ 8 ສະໄຫມທີ VIII; ແຂວງຈໍາປາສັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໃຫ້ແກ່ຄະນະພັກ-ຄະນະນໍາຂອງແຂວງຈໍາປາສັກ ພາຍ ໃຕ້ການໃຫ້ກຽດເປັນປະທານ ຂອງ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ເຂົ້າຮ່ວມມີ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າພະແນກການ-ກົມກອງອ້ອມຂ້າງແຂວງ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 213 |
![]() | ມື້ວານນີ້ | 123 |
![]() | ອາທິດນີ້ | 671 |
![]() | ເດືອນນີ້ | 336 |
![]() | ທັງໝົດ | 137218 |