ກຸ່ມບ້ານທີ 5 ເມືອງສຸຂຸມາ, ແຂວງຈຳປາສັກ ເປີດກອງປະຊຸມສະຫຼຸບສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຕິດພັນການເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 10 ສະໄໝທີ VIII.
ຕອນເຊົ້າວັນທີ 17 ສິງຫາ 2022 ທີ່ຜ່ານມານີ້, ກຸ່ມບ້ານທີ 5 ເມືອງສຸຂຸມາ, ແຂວງຈຳປາສັກ ເປີດກອງປະຊຸມສະຫຼຸບສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຕິດພັນການເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 10 ສະໄໝທີ VIII. ໂດຍພາຍໄຕ້ການເປັນປະທານຂອງທ່ານ ນາງ ຄ່າຍແກ້ວ ສິງຫາວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານບ້ານໃຫ່ຍ ບຸ່ງແກ້ວແລະກຸ່ມ 5.
ເມືອງຊະນະສົມບູນຈັດພິທີປາຖະກະຖາ 3 ວັນປະຫວັດສາດສຳຄັນ ຂອງພັກ ຂອງຊາດ
ໃນຕອນເຊົ້າ ຂອງວັນທີ 16 ສິງຫາ 2022 ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອ 3 ວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ. ພາຍໃຕ້ການເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ທ່ານ ຂາວພອນ ສີຍາທະຈັນ ຮອງເລຂາຄະນະບໍລິຫານການພັກເມືອງ.
ຫົວໜ້າຄະນະໂຄສະນາອົບຮົມແຂວງປາຖະກະຖາ ເອກະສານປີສາມັກຄີມິດຕະພາບ ລາວ - ຫວຽດນາມ ທີ່ວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ
ໃນຕອນເຊົ້າ ຂອງວັນທີ 16 ສິງຫາ 2022 ວິທະຍາໄລກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ໄດ້ຈັດພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມຄື: ວັນເຊັນສັນຍາມິດຕະພາບ ແລະ ຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ(18/7/1977 - 18/7/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 60 ປິ(5/9/1962 - 5/9/2022); ໂດຍພາຍໃຕ້ການໃຫ້ກຽດເປັນປະທານຂອງ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ
ຄະນະໂຄສະນາອົບຮົມເມືອງຈໍາປາສັກ ຈັດພິທີປາຖະກະຖາ 4 ວັນປະຫວັດສາດ
ເຊົ້າຂອງວັນທີ 16 ສິງຫາ 2022 ທີ່ສະໂມສອນຂອງເມືອງຈຳປາສັກ, ຄະນະໂຄສະນາອົບຮົມເມືອງຈໍາປາສັກ ຈັດພິທີປາຖະກະຖາ 4 ວັນປະຫວັດສາດ ຂອງຊາດ ຂອງພັກ; ພາຍໃຕ້ການໃຫ້ກຽດເປັນ ປະທານ ທ່ານ ສະຫວາດ ແກ້ວບັນດິດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆຈຳປາສັກ.
ຄະນະໂຄສະນາອົບຮົມເມືອງສຸຂຸມາ ໄດ້ຈັດຕັ້ງເຊື່ອມຊືມບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຂອງພັກ ແລະ ຂອງເມືອງ
ຕອນເຊົ້າຂອງວັນທີ 15 ສິງຫາ 2022 ນີ້, ຄະນະໂຄສະນາອົບຮົມເມືອງສຸຂຸມາ ໄດ້ຈັດຕັ້ງເຊື່ອມຊືມບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຂອງພັກ ແລະ ຂອງເມືອງ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ໃນທົ່ວເມືອງ, ພາຍໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ສົມເພັດ ບຸດສະດີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງສຸຂຸມາ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 200 |
![]() | ມື້ວານນີ້ | 123 |
![]() | ອາທິດນີ້ | 658 |
![]() | ເດືອນນີ້ | 323 |
![]() | ທັງໝົດ | 137205 |