ຄະນະໂຄສະນາອົບຮົມແຂວງຈໍາປາສັກ ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາອົບຮົມ
ໃນລະຫວ່າງວັນທີ 7-9 ກັນຍາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາອົບຮົມ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ, ໂຄສະນາອົບຮົມນະຄອນ ແລະ 9 ເມືອງ ຂຶ້ນຢູ່ທີ່ຫ້ອງປະຊຸມ 406 ຂອງສຳນັກງານແຂວງຈໍາປາສັກ. ພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ; ໂດຍມີ ທ່ານ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງທັງໝົດ, ບັນດາທ່ານຫົວໜ້າ, ຮອງຫົວຫນ້າ, ຫົວໜ້າໜ່ວຍງານຂອງຄະນະໂຄສະນາອົບຮົມນະຄອນ-9 ເມືອງເຂົ້າຮ່ວມ ລວມທັງໝົດຈໍານວນ 49 ທ່ານ, ຍິງ 26 ທ່ານ.
ທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມວາງພວງມາລາອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າຍດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ
ໃນຕອນເຊົ້າຂອງວັນທີ 9 ກັນຍາ 2022 ທ່ານ ປອ ສຸປານີ ສຸລິປຸຍໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມວາງພວງມາລາອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າຍດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 20 ປີ(9/9/2002-9/9/ 2022) ຢູ່ທີ່ໜາມແດງ ຂອງແຂວງຈໍາປາສັກ.
ຄະນະໂຄສະນາອົບຮົມແຂວງ ເຄື່ອນໄຫວເກັບກໍາຂໍ້ມູນເພື່ອປະກອບໃສ່ປຶ້ມປະຫວັດແຂວງຈໍາປາສັກ
ໃນອາທິດທີ່ຜ່ານມາ(30 ສິງຫາ-5 ກັນຍາ 2022) ຄະນະໂຄສະນາອົບຮົມແຂວງ ໃນນາມຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ຮຽບຮຽງ ປະຫວັດແຂວງຈໍາປາສັກ ນໍາພາໂດຍ ທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ນະຄອນປາກເຊ ແຂວງຈຳປາສັກ ຈັດພິທີປາຖະກະຖາວັນສຳຄັນຂອງພັກ ຂອງຊາດ
ໃນຕອນເຊົ້າວັນທີ 18 ສິງຫາ 2022 ທີ່ສະໂມສອນນະຄອນປາກເຊ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ( 13 ສິງຫາ 1950- 13 ສິງຫາ 2022 ) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 20 ປີ ( 9 ກັນຍາ 2002- 9 ກັນຍາ 2022 ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄອນສະຫວັນ ວັນນິວົງຄຳ ຮອງເລຂາຄະນະບໍລິຫານງານພັກນະຄອນປາກເຊ (ຜູ້ຊີ້ນຳວຽກງານຈັດຕັ້ງພັກ-ພະນັກງານ).
ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II
ໃນຕອນເຊົ້າຂອງວັນທີ 17 ສິງຫາ 2022 ຢູ່ທີ່ສະໂມສອນຂອງແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ, ກອງປະຊຸມໄດ້ຮັບກຽດຢ່າງສູງການເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ມີບັນດາທ່ານການນໍາພັກ-ລັດ ຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງ ໃນທຸກຊົງເຂດວຽກງານເຂົ້າຮ່ວມຢ່າງພ້ອມພຽງ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 197 |
![]() | ມື້ວານນີ້ | 123 |
![]() | ອາທິດນີ້ | 655 |
![]() | ເດືອນນີ້ | 320 |
![]() | ທັງໝົດ | 137202 |