ພິທີເປີດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກ ພັກປະຊາຊົນ ປະຕິວັດລາວ ຊຸດທີ IV ປະຈຳປີ 2022
ໃນຕອນເຊົ້າຂອງວັນທີ 29 ກັນຍາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ IV ປະຈຳປີ 2022 ຂຶ້ນທີ່ຫ້ອງປະຊຸມຂອງພະແນກການເງີນແຂວງຈໍາປາສັກ, ພາຍໃຕ້ການໃຫ້ກຽດເປັນປະທານກ່າວເປີດ ຂອງ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກຮາກຖານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ນະຄອນປາກເຊ ຈັດກອງປະຊຸມ ເຊືອມຊືມມະຕິຄົບຄະນະພັກແຂວງ ຄັ້ງທີ 8 ສະໄໝທີ VIII ແລະ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ
ໃນຕອນເຊົ້າຂອງວັນທີ 21 ກັນຍາ 2022 ນະຄອນປາກເຊ ຈັດກອງປະຊຸມເຊືອມຊືມມະຕິຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ VIII ຕິພັນກັບການປາຖະກະຖາວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ, ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 20 ປີ, ກອງປະຊຸມດັ່ງກ່າວໄດ້ຈັດຂື້ນທີ່ສະໂມສອນນະຄອນປາກເຊ ໂດຍການເປັນປະທານຂອງ ທ່ານ ຄອນສະຫວັນ ວັນນິວົງຄຳ ຮອງເລຂາພັກນະ ຄອນ ຜູ້ຊີ້ນຳວຽກງານພັກ-ພະນັກງານ.
ເມືອງສຸຂຸມາເປີດກອງປະຊຸມເຊຶ່ອມຊຶມມະຕິຄົບຄະນະບໍລິຫານງານພັກແຂວງຄັ້ງທີ 8 ສະໃໝທີ VIII ໂດຍຕິດພັນກັບການຜັນຂະຫຍາຍສອງວາລະແຫ່ງຊາດ
ໃນຕອນເຊົ້າຂອງວັນທີ 20 ກັນຍາ 2022 ທີ່ຜ່ານມາ. ຄະນະໂຄສະນາເມືອງສຸຂຸມາໄດ້ເປີດກອງປະຊຸມ ເຊຶ່ອມຊຶມມະຕິຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໃໝທີ VIII ຕິດພັນກັບການຜັນຂະຫຍາຍສອງວາລະແຫ່ງຊາດ ຢູ່ທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ມະຕິຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໃໝທີ VIII ຂອງທ່ານ ສົມເພັດ ບຸດສະດີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆສຸຂຸມາ .
ທ່ານຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານພິທີອອກບັດ ໃຫ້ແກ່ສະມາຊິກພັກ ສົມບູນ ແລະ ເລື່ອນສະມາຊິກພັກຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກພະແນກການຕ່າງປະເທດ
ໃນຕອນເຊົ້າ ຂອງວັນທີ 15 ກັນຍາ 2022 ສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມ ເປັນປະທານ ພິທີອອກບັດ, ມອບບັດ ໃຫ້ແກ່ສະມາຊິກພັກສົມບູນ ແລະ ເລື່ອນສະມາຊິກສຳຮອງ ຂື້ນເປັນສະມາຊິກພັກສົມບູນຂອງໜ່ວຍພັກພະແນກການຕ່າງປະເທດ ແຂວງຈຳປາສັກ
ຄະນະໂຄສະນາອົບຮົມເມືອງປາກຊ່ອງ ແຂວງຈຳປາສັກ ປິດຊຸດຝຶກອົບຮົມ ທິດສະດີ-ແນວທາງຂອງພັກ ລະບົບ 45 ວັນ ຊຸດທີ VI ປີ 2022
ໃນຄັ້ງວັນທີ 14 ກັນຍາ 2022 ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດພິທີປີດຊຸດຝຶກອົບຮົມທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ VI ປີ 2022 ພາຍໃຕ້ການໃຫ້ກຽດເປັນປະທານຂອງ ສະຫາຍ ພິມພອນ ພັນດານຸວົງ ເລຂາພັກເມືອງ ເຈົ້າເມືອງໆປາກຊ່ອງ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 215 |
![]() | ມື້ວານນີ້ | 123 |
![]() | ອາທິດນີ້ | 673 |
![]() | ເດືອນນີ້ | 338 |
![]() | ທັງໝົດ | 137220 |