ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2021
ໃນຕອນເຊົ້າຂອງວັນທີ 23 ມີນາ 2022 ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ໄຂກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ທົ່ວແຂວງ ປະຈຳປີ 2021 ແລະ ວາງທິດທາງແຜນການຈຸດສຸມ ປີ 2022 ຂຶ້ນທີ່ຫ້ອງປະຊຸມ 406 ສຳນັກງານປົກຄອງແຂວງ; ພາຍໃຕ້ການໃຫ້ກຽດເປັນປະທານກ່າວໄຂກອງປະຊຸມ ຂອງສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ຂອງເມືອງ-ນະຄອນ, ສະຫາຍ ບົວສອນ ວົງຫາຈັກ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາສະຫາຍຫົວ ໜ້າຄະນະໂຄສະນາອົບຮົມເມືອງ-ນະຄອນ, ຄະນະພັກ-ຄະນະພະແນກການອອ້ມຂ້າງແຂວງ, ຄະນະພັກ, ສະມາຊິກພັກ-ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ກໍໄດ້ເຂົ້າຮ່ວມຢ່າງພອ້ມພຽງ.
"ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໝູນວຽນມາຄົບຮອບ 67 ປີ (22/03/1955 - 22/03/2022)".
ວັນທີ 22 ມີນາ 2022, ແຂວງຈໍາປາສັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາຂຶ້ນ ຢູ່ສະໂມສອນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ບັນລະຍາຍເອກະສານຂອງ ທ່ານ ປອ. ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ. ມີຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ການນໍາ, ພະນັກງານນັກຮົບຖັນແຖວກໍາລັງປະກອບອາວຸດ, ການນໍາ 9 ເມືອງ, 1 ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກສາທາລະນະສຸກແຂວງຈຳປາສັກຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສຳຄັນທາງປະຫວັດສາດ
ຕອນເຊົ້າ, ວັນທີ 15 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ (ຈຳປາຫອມ) ຂອງພະແນກສາທາລະນະສຸກແຂວງຈຳປາສັກ. ໄດ້ຈັດພິທີປາຖະກະຖາຂື້ນໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ສົມສີ ມະນີນິນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ.
"ເມືອງໂຂງຈັດພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ ຊຸດທີ XIII ປະຈໍາປີ 2022"
ໃນວັນທີ 21 ມີນາ 2022 ຄະນະໂຄສະນາອົບຮົມເມືອງໂຂງຈັດພິທີເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັ້ນຕົ້ນ ຊຸດທີ XIII ປະຈໍາປີ 2022 ຂຶ້ນທີ່ສະມາສອນຂອງເມືອງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວັນ ສີສຸພົນ ຮອງເລຂາພັກເມືອງຜູ້ຊີ້ນໍາວຽກງານການເມືອງແນວຄິດ. ທ່ານ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍປາສັກ. ທ່ານ ສີປະທຸມມາ ຈັນພອນເພັດ ຫົວໜ້າ ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ;
ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດພິທີປິດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ I ປະຈໍາປີ 2021
ໃນຕອນເຊົ້າຂອງວັນທີ 1 ມີນາ 2022 ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຈັດພິທີປິດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໄລຍະ 45 ວັນ ຊຸດທີ I ປະຈໍາປີ 2021 ພາຍໃຕ້ການໃຫ້ກຽດເປັນປະທານກ່າວປິດ ແລະມອບໃບຢັ້ງຢືນຂອງທ່ານ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.ໂດຍການເຂົ້າຮ່ວມຂອງທ່ານຫຼຽນທອງ ສຸດສາຄອນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ,
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 94 |
![]() | ອາທິດນີ້ | 344 |
![]() | ເດືອນນີ້ | 1047 |
![]() | ທັງໝົດ | 102752 |