ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

  • ນະຄອນປາກເຊ ແຂວງຈຳປາສັກ ຈັດກອງປະຊຸມ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
  • ພິທີເປີດຊຸດຝຶກອົບຮົມເປົ້າໝາຍທີ່ຈະ
  • ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງເຄື
  • ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄ
  • ພິທີເປີດຊຸດຝຶກອົບຮົມເປົ້າຫມາຍທີ່ຈ
ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງເຄື່ອນໄຫວຊຸກຍູ້ ວຽກງານໂຄສະນາອົບຮົມ ຢູ່ທີ່ 3ເມືອງ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ລົງເຄື່ອນໄຫວຊຸກຍູ້ ວຽກງານໂຄສະນາອົບຮົມ ຢູ່ທີ່ 3ເມືອງ

     ໃນວັນທີ 19-20 ກັນຍາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ ວຽ...
ພິທີເປີດຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ V ປະຈໍາປີ 2023

ພິທີເປີດຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ V ປະຈໍາປີ 2023

      ໃນຕອນເຊົ້າ ຂອງວັນທີ 27 ກັນຍາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອ...
Previous
Next

ຂ່າວໃໝ່

ແຂວງຈຳປາສັກ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

     ໃນຕອນເຊົ້າ ຂອງວັນທີ 19 ຕຸລາ 2023 ແຂວງຈຳປາສັກ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI 

     ພິທີໄດ້ຈັດຂຶ້ນທີ່ສະໂມສອນຂອງແຂວງ; ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານແນວຄິດ, ວຽກງານພັກ-ພະນັກງານ, ມີທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ, ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍການນຳ, ສະມາຊິກພັກ, ພະນັກງານພະແນກກົມກອງອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 350 ທ່ານ, ຍິງ 73 ທ່ານ.

       ໃນພິທີ ທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານແນວຄິດ, ວຽກງານພັກ-ພະນັກງານ ໃຫ້ກຽດເຜີຍແຜ່ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ເຊິ່ງເຕັມໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ, ຄຽງຄູ່ກັບຄວາມສົນໃຈ ແລະ ການຕິດຕາມຢ່າງໃກ້ຊິດ ຂອງທົ່ວສັງຄົມ ກໍ່ຄືແຂວງຈຳປາສັກ. 

 

 

 

    ໃນກອງປະຊຸມຄົບຄະນະກາງສະໄໝ ທີ XI ຂອງ ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄ້ວາຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດ ດ້ວຍຄວາມເປັນເອກະພາບສູງ ແລະ ໄດ້ສິ້ນສຸດພ້ອມໆກັບຜົນສຳເລັດອັນສຳຄັນດັ່ງກ່າວ ຢ່າງເປັນເອກະພາບ, ພາວະວິໄສດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ, ຈຸດດີ ແລະ ຈຸດອ່ອນ ໃນການນຳພາ-ຊີ້ນຳ ຂອງພັກ ກໍ່ຄືການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນສາເຫດຕົ້ນຕໍເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ ເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ຢ່າງຈິງຈັງໃນການຈັດຕັ້ງປະຕິບັດແນວທາງຂອງພັກ ໃນຕໍ່ໜ້າ ແລະ ທ້າຍສະໄໝ( 2023-2025). 

 

      ໃນຕອນທ້າຍ ຂອງກອງປະຊຸມຄົບຄະນະກາງສະໄໝ ທີ XI ຂອງ ຄະນະບໍລິຫານງານສູນກາງພັກ ຍັງໄດ້ປະເມີນກວມລວມ ບັນດາຜົນສຳເລັດ ແລະ ບາງດ້ານ ທີ່ຕ້ອງໄດ້ສືບຕໍ່ໜ້າ ອົາໃຈໃສ່ ແກ້ໄຂ ແລະ ຍົກລະດັບກ່ຽວກັບການສ້າງບັນດາປະຖົມປັດໃຈ ໃຫ້ແກ່ການກ້າວເດີນສູ່ສັງຄົມນິຍົມ ຕາມແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກເຮົາ ເຊິ່ງຊີ້ບອກເຖິງສະພາວະຄວາມເປັນຈິງ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສືບຕໍ່ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຂຶ້ນໃນຕໍ່ໜ້າ ແລະ ຢ່າງຮອບດ້ານໃນທົ່ວແຂວງຈຳປາສັກ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 17  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

192090
ມື້ນີ້ມື້ນີ້166
ມື້ວານນີ້ມື້ວານນີ້192
ອາທິດນີ້ອາທິດນີ້293
ເດືອນນີ້ເດືອນນີ້6373
ທັງໝົດທັງໝົດ192090

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ