ໃນຕອນບ່າຍ ຂອງວັນທີ 28 ກັນຍາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປິດຊຸດຝຶກອົບຮົມເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ຊຸດທີ V ປະຈຳປີ 2023 ຢູ່ທີ່ສະໂມສອນຫຼັກ 4
ໂດຍໃຫ້ກຽດເປັນປະທານ ແລະ ມອບໃບຍັ້ງຢືນຂອງ ສະຫາຍ ບຸນປັນ ມະຫາລາດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ. ເຂົ້າຮ່ວມມີຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ມະຫາຊົນກ້າວໜ້າຈຳນວນທັງໝົດ 44 ສະຫາຍ, ຍິງ 15 ສະຫາຍ; ເຊິ່ງມາຈາກ 12 ຮາກຖານ ແລະ 14 ໜ່ວຍພັກຮາກຖານເຂົ້າຮ່ວມ.
ໃນພິທີ ກໍ່ໄດ້ຮັບຟັງການຜ່ານບົດສະຫຼຸບຈາກຄະນະຮັບຜິດຊອບຊຸດຝຶກອົບຮົມແລ້ວ ທ່ານປະທານພິທີ ກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ ແລະ ມີຄຳເຫັນໂອ້ລົມ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນຄັ້ງນີ້ ຍັງເປັນຜົນສຳເລັດໃນຂັ້ນຕົ້ນເທົ່ານັ້ນ ໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະງ່າຂອງບັນດາສະຫາຍຍັງຕ້ອງໄດ້ໝູນໃຊ້ບົດຮຽນທິດສະດີທີ່ຮຽນມາເຂົ້າໃນພາກພຶດຕິກຳໃຫ້ມີຜົນສຳເລັດທີ່ໃຫ່ຍຫລວງ ມີປະສິດທິຜົນສູງພາຍຫັລງສຳເລັດການຝຶກອົບຮົມແລ້ວມອບໃຫ້ສະຫາຍຄະນະພັກຮາກຖານ, ໜ່ວຍພັກຮາກຖານ ຕິດຕາມກວດກາບັນດາມະຫາຊົນຜູ້ກ້າວໜ້າໃນທຸກເງຶ່ອນໄຂ ແລະ ມະຫາຊົນພວກເຮົາ ຕ້ອງໄດ້ເອົາໃຈໃສ່ບຸກບືນຝືກຝົນຫລໍ່ຫຼອມຕົນເອງຕື່ມອີກຈາກນັ້ນທ່ານປະທານກໍ່ໄດ້ກ່າວປິດພິທີຢ່າງເປັນທາງການ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 168 |
![]() | ມື້ວານນີ້ | 192 |
![]() | ອາທິດນີ້ | 295 |
![]() | ເດືອນນີ້ | 6375 |
![]() | ທັງໝົດ | 192092 |