ໃນຕອນເຊົ້າຂອງວັນທີ 6 ກັນຍາ ປີ 2023 ຄະນະໂຄສະນາອົບຮົມ ເມືືງສຸຂຸມາ, ໄດ້ລົງເຄື່ອນໄຫວວຽກງານ ໂຄສະນາ-ປາຖະກະຖາ 3ວັນ ປະຫັວດສາດຄື:
ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ ( 15 ສິງຫາ 1991 -15 ສິງຫາ 2023), ວັນຢຶດອຳນາດ ຄົບຮອບ78 ປີ( 23 ສິງຫາ 1945 - 23 ສິງຫາ 2023 ແລະ 23 ສິງຫາ 1975 ຄົບຮອບ 48 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 56 ປີ ( 8 ສິງຫາ 1967 -8 ສິງຫາ 2023) ຢູ່່ທີ່ກຸ່ມບ້ານທີV;
ໂດຍໃຫ້ກຽດເປັນປະທານ ຂອງທ່ານ ຄຳຄຸດ ພົມມະວົງສາ, ຫົວໜ້າ ຄະນະຈັດຕັ້ງ ເມືອງສຸຂຸມາ ຄະນະປະຈຳພັກເມືອງ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານ ຢູ່ກຸ່ມບ້ານທີV, ເຂົ້າຮ່ວມ ມີ ທ່ານ ສຸບັນ ແກ້ວບັນດິດ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີພະນັກງານຫັນລົງກໍ່ສ້າງຮາກຖານຂອງແຂວງ, ພະນັກງານຂອງເມືອງທີ່ລົງກໍ່ສ້າງຮາກຖານ, ເລຂາ ຄະນະພັກຮາກຖານກຸ່ມ, ນາຍບ້ານ, ຮອງນາຍບ້ານ, ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ: 75 ທ່ານ, ຍິງ 23 ທ່ານ, ສະມາຊິກພັກ 43 ສະຫາຍ, ຍິງ 12 ສະຫາຍ.
ມີ 20 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 120 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 341 |
![]() | ເດືອນນີ້ | 600 |
![]() | ທັງໝົດ | 180309 |