ໃນຕອນເຊົ້າວັນທີ 06 ກັນຍາ 2023 ທີ່ສະໂມສອນຫຼັກ 4 ຂອງແຂວງຈໍາປາສັກ ແລະ ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 75 ປີ(9/9/1948 – 9/9/2023).
ໃນໂອກາດດັ່ງກ່າວໄດ້ມີການວາງສະແດງຮູບພາບ, ສາຍວີດີໂອ, ສະແດງສິລະປະຂອງສປປ ເກົາຫຼີ ແລະ ປາຖະກະຖາກ່ຽວກັບຜົນງານມູນເຊື້ອການຕໍ່ສູ້ ພາຍໃຕ້ການນໍາພາຂອງພັກແຮງງານເກົາຫຼີໃນໄລຍະຜ່ານມາ ແລະ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີໃນປະຈຸບັນ.
ໃນພິທີປາຖະກະຖາໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມມີ: ສະຫາຍ ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ເຈົ້າແຂວງໆ ຈໍາປະສັກ; ສະຫາຍ ປອ. ອາດສະພັງທອງ ສີພັນດອນ, ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ປະທານສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ; ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ; ສະຫາຍ ວາລະໄຊ ເລັ່ງສະຫວັດ, ກໍາມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານທີ່ມາຈາກພາກສ່ວນກ່ຽວຂ້ອງທັງ ສປປ ເກົາຫຼີ ແລະ ລາວ ຈໍານວນປະມານ 300 ກວ່າຄົນເຂົ້າຮ່ວມ.
ໃນໂອກາດນີ້ ສະຫາຍ ລີ ຢົງ ຊົນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວປາຖະກະຖາເຖິງຜົນງານຂອງພັກແຮງງານເກົາຫຼີ, ລັດຖະບານ ແລະ ປະຊາຊົນ ສປປ ເກົາຫຼີ ພາຍໃຕ້ການຊີ້ນໍາໆພາຂອງ ສະຫາຍ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫຍ່, ປະທານປະເທດຕະຫຼອດການ ແຫ່ງ ສປປ ເກົາຫຼີ ແລະ ຜູ້ນຳພາແສງສະຫວ່າງແນວຄິດຈຸດເຊ່ ໃນພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ສປປ ເກົາຫຼີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍ່ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ສະຫາຍ ກິມ ເຈີງ ອິນ, ຜູ້ນໍາທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫຼີ, ປະທານຄະນະກໍາມະທິການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ຕະຫຼອດການ; ໃນປະຈຸບັນພາຍໃຕ້ການນໍາພາຂອງ ສະຫາຍ ກິມ ເຈີງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ອັນໄດ້ເຮັດໃຫ້ ສປປ ເກົາຫຼີ ມີການພັດທະນາຮອບດ້ານ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີໄດ້ຮັບການປັບປຸງດີຂືຶ້ນເລື້ອຍໆ, ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການ ພັດທະນາກໍ່ຄືຜົນສໍາເລັດອັນໃຫຍ່ຫຼວງທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້. ພ້ອມດຽວກັນນີ້ ສະຫາຍ ເອກອັກຄະລັດຖະທູດ ກໍ່ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີໃນໄລຍະຜ່ານມາ.
ພາຍຫຼັງ ທີ່ ສະຫາຍ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ສໍາເລັດກ່າວປາຖະກະຖາ, ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເຈົ້າແຂວງໆ ຈໍາປະສັກ; (ການນໍາແຂວງຈໍາປາສັກ), ໃນນາມຄະນະຈັດຕັ້ງພິທີ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການໃຫ້ກຽດປາຖາກະຖາທີ່ມີເນື້ອໃນສໍາຄັນ ແລະ ມີຄວາມໝາຍເລິກເຊິ່ງຂອງ ສະຫາຍ ທູດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ, ເດັດດ່ຽວ, ເຂັ້ມແຂງ ຂອງພັກແຮງງານເກົາຫຼີ, ອັນມີ ສະຫາຍ ກິມ ເຈິງ ອຸນ, ຜູ້ນໍາທີ່ເຄົາລົບຮັກ, ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີນັ້ນ, ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດສ້າງສາປະເທດສັງຄົມນິຍົມ ໃຫ້ມີຄວາມມັ່ງຄັ່ງ ແລະ ເຂັ້ມແຂງ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 127 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 348 |
![]() | ເດືອນນີ້ | 607 |
![]() | ທັງໝົດ | 180316 |