ໃນຕອນເຊົ້າຂອງວັນທີ 28 ສິງຫາ ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມເມືອງຈຳປາສັກ ລົງເຄື່ອນໄຫວເຊື່ອມຊຶມວຽກງານການເມືອງ- ແນວຄິດ ແລະ ວຽກວິຊາການໃຫ້ແກ່ບັນດາຄູ- ອາຈານ ພາຍໃນເມືອງຈຳປາສັກ
ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສີແພງ ດວງຊາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ- ພະນັກງານ, ສະຫາຍ ສາຄອນ ວໍລະລາດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ. ມີອຳນວຍການ, ຮອງອຳນວຍການ ພ້ອມດ້ວຍຄູອາຈານພາຍໃນກຸ່ມ IV ໜອງແຕ້ ເຊີ່ງ ມີຜູ້ເຂົ້າຮ່ວມທັງໝົດ 67 ສະຫາຍ ຍິງ 32 ສະຫາຍ; ນອກນັ້ນ ປະທານ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ກ່ຽວກັບ ວຽກງານການເມືອງ-ແນວຄິດ, ຍົກສູງຄວາມອາດສາມານຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ, ດຳລັດວ່າດ້ວຍລັດຖະກອນຄູສະບັບເລກທີ 202/ລບ ລົງວັນທີ 12 ພຶດສະພາ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາສະບັບເລກທີ 4466/ສສກ ວ່າດ້ວຍການອະນຸມັດແຕ່ງຕັ້ງຜັນຂະຫຍາຍຂໍ້ຄວາມຄິດກ່ຽວກັບການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 130 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 351 |
![]() | ເດືອນນີ້ | 610 |
![]() | ທັງໝົດ | 180319 |