ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

  • ພະແນກແຜນການ ແລະ ການລົງທຶນ ລົງຮ່ວມວຽ
  • ໂຄສະນາອົບຮົມ ເມືືງສຸຂຸມາ ແຂວງຈຳປາສ
  • ຄະນະໂຄສະນາອົບຮົມແຂວງຈຳປາສັກ ຕ້ອນຮັ
  • ຄະນະໂຄສະນາອົບຮົມແຂວງຈຳປາສັກ ເຜີຍແຜ
  • ພິທີປະກາດແຕ່ງຕັ້ງ ຫົວໜ້າຄະນະໂຄສະນາ
  • ພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັ
ໂຄສະນາອົບຮົມ ເມືືງສຸຂຸມາ ແຂວງຈຳປາສັກ ລົງເຄື່ອນໄຫວວຽກງານ ໂຄສະນາ-ປາຖະກະຖາ 3 ວັນປະຫັວດສາດ

ໂຄສະນາອົບຮົມ ເມືືງສຸຂຸມາ ແຂວງຈຳປາສັກ ລົງເຄື່ອນໄຫວວຽກງານ ໂຄສະນາ-ປາຖະກະຖາ 3 ວັນປະຫັວດສາດ

     ໃນຕອນເຊົ້າຂອງວັນທີ 6 ກັນຍາ ປີ 2023  ຄະນະໂຄສະນາອົບຮົມ ເມືືງສຸຂຸມາ,...
ຄະນະໂຄສະນາອົບຮົມແຂວງຈຳປາສັກ ຕ້ອນຮັບຮອງຄະນະໂຄສະນາອົບຮົມສູນກາງພັກ ລົງມາເຄື່ອນໄຫວຢ້ຽມຢາມ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຕ້ອນຮັບຮອງຄະນະໂຄສະນາອົບຮົມສູນກາງພັກ ລົງມາເຄື່ອນໄຫວຢ້ຽມຢາມ

     ໃນຕອນບ່າຍຂອງວັນທີ 06 ກັນຍາ 2023 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຈຳປ...
ພິທີປະກາດແຕ່ງຕັ້ງ ຫົວໜ້າຄະນະໂຄສະນາອົບຮົມເມືອງໂຂງ ແຂວງຈຳປາສັກ

ພິທີປະກາດແຕ່ງຕັ້ງ ຫົວໜ້າຄະນະໂຄສະນາອົບຮົມເມືອງໂຂງ ແຂວງຈຳປາສັກ

      ໃນຕອນເຊົ້າ ຂອງວັນທີ 23 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂຂງ ແ...
ພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຂອງ ຄະນະຄະໂຄສະນາອົບຮົມແຂວງຈຳປາສັກ

ພິທີຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຂອງ ຄະນະຄະໂຄສະນາອົບຮົມແຂວງຈຳປາສັກ

   ໃນຕອນເຊົ້າຂອງວັນທີ 25 ສິງຫາ 2023 ຄະນະໂຄສະນາອົບຮົມແຂວງຈຳປາສັກ ໄດ້ຈັດກອງປະຊຸມຮັ...
Previous
Next

ຂ່າວໃໝ່

ຄະນະໂຄສະນາອົບຮົມແຂວງຈຳປາສັກ ເຜີຍແຜ່, ເຊື່ອມຊຶມຜົນສຳເລັດກອງປະຊຸມ ຄົບຄະນະກາງສະໄໝທີ VIII ຂອງອົງຄະນະບໍລິຫານງານພັກແຂວງຈຳປາສັກ

  

     ໃນຕອນເຊົ້າ ຂອງວັນທີ 17 ສິງຫາ 2023, ຄະນະໂຄສະນາອົບຮົມແຂວງຈຳປາສັກ ເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມ ຄົບຄະນະກາງສະໄໝ ທີ VIII ຂອງຄະນະບໍລິຫານງານພັກແຂວງ ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນໄລຍະກາງສະໄໝທີ່ຜ່ານມາ ແລະ ທິດທາງ ນຳພາປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານຮອດທ້າຍສະໄໝ. 

   ເຊິ່ງພາຍໃຕ້ການໃຫ້ກຽດເຂົາຮ່ວມເປັນປະທານເປີດກອງປະຊຸມ ຂອງທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ຫົວໜ້າຄະນະຈັດຕັ້ງແຂວງ, ມີ ທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີ ຄະນະພັກ-ຄະນະນຳຂອງແຂວງ, ຫົວໜ້າຂະແໜງ-ຮອງຂະແໜງ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 169 ທ່ານ, ຍິງ 62 ທ່ານ.

     ໃນພິທີ ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານປະທານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມເອົາໃຈໃສ່ ຂອງຄະນະພັກແຂວງ ໃນການກະກຽມ ແລະ ດຳເນີນກອງປະຊຸມກາງສະໄໝຂອງຕົນ ຕາມແຜນການທີ່ວາງໄວ້ ແລະ ຖືໂອກາດນີ້ ນຳເອົາຄວາມເປັນຫ່ວງເປັນໄຍ, ຄວາມສາມັກຄີຮັກແພງອັນສະໜິດສະໜົມຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ແລະ ແຂກຖືກເຊີນທີ່ມີກຽດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມກອງປະຊຸມໃນຄັ້ງນີ້; ນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍ ແລະ ຄວາມສາມັກຄີຮັກແພງອັນອົບອຸ່ນ ໄປຍັງບັນດາສະຫາຍສະມາຊິກພັກ, ພະນັກງານ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານປະຕິວັດອາວຸໂສ, ບຳນານ, ວິລະຊົນແຫ່ງຊາດ-ນັກຮົມແຂ່ງຂັນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງຈຳປາສັກ.

   ຈາກນັ້ນກອງປະຊຸມ ກໍ່ໄດ້ດຳເນີນຢ່າງຕໍ່ເນື່ອງ ໂດຍທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນບັນລະຍາຍ ເອກະສານເຜີຍແຜ່ຜົນສຳເລັດກອງປະຊຸມ ຄົບຄະນະກາງສະໄໝ ທີ VIII ຂອງຄະນະບໍລິຫານງານພັກແຂວງ ເຊິ່ງໄດ້ຊີ້ນຳ ແລະ ສະຫຼຸບ ຕີລາຄາໃນໄລຍະຂອງກອງປະຊຸມຢ່າງມີຜົນສຳເລັດ ແລະ ສືບຕໍ່ຕິດພັນແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ, ບູລະນະລະບອບປະຊາທິປະໄຕປະຊາຊົນ, ຮັກສາບົດບາດ ແລະ ຍົກສູງຄວາມສາມາດນຳພາ ຂອງຄະນະພັກແຕ່ລະຂັ້ນ, ເສີມຂະຫາຍຜົນສຳເລັດແຫ່ງການນຳພາ-ຊີ້ນຳ ໄປຄຽງຄູ່ກັບການ ນຳພາ-ແກ້ໄຂ ຈຸດອ່ອນ-ຂໍ້ຄົງຄ້າງ ໃນທຸກຂົງເຂດວຽກງານ, ຕິດພັນກັບການຜັນຂະຫາຍຜົນສຳເລັດຂອງການຈັດຕັ້ງປະຕິບັດ ວາລະຂອງແຂວງ ຕາມເນື້ອໃນວາລະແຫ່ງຊາດ ໃຫ້ມີການຫັນປ່ຽນແປງຢ່າງແຂງແຮງ ເລິກເຊິ່ງ, ຮອບດ້ານ ແລະ ມີປະສິດທິຜົນສູງກ່ວາເກົ່າ.

 

 

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

180295
ມື້ນີ້ມື້ນີ້106
ມື້ວານນີ້ມື້ວານນີ້118
ອາທິດນີ້ອາທິດນີ້327
ເດືອນນີ້ເດືອນນີ້586
ທັງໝົດທັງໝົດ180295

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ