ວັນທີ 31 ພຶດສະພາ 2023 ທີ່ຜ່ານມາ, ເມືອງຊະນະສົມບູນ ແຂວງຈຳປາສັກ ຈັດພິທີ ປິດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໄລຍະສັ້ນຊຸດທີ I ປະຈຳປີ 2023
ເຊິ່ງຈັດຂື້ນຢູ່ທີ່ສະໂມສອນເມືອງ; ໂດຍພາຍໃຕ້ການໃຫ້ກຽດເປັນປະທານ ຂອງສະຫາຍ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ, ສະຫາຍ ສອນສະຫວັນ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຊະນະສົມບູນ. ເຂົ້າຮ່ວມມີ ບັນດາແຂກທີ່ຖືກເຊີນຈາກກົມກອງ, ຫ້ອງການ, ກຸ່ມ-ບ້ານ ພ້ອມດ້ວຍພະນັກງານ ຫັນລົງກໍ່ສ້າງຮາກຖານແຂວງ ປະຈຳເມືອງຊະນະສົມບູນ, ນັກສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີກໍ່ໄດ້ຮັບຟັງການຜ່ານບົດສະຫຼຸບຈາກຄະນະຮັບຜິດຊອບຊຸດຝຶກອົບຮົມແລ້ວ ທ່ານປະທານພິທີກໍ່ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ ແລະ ມີຄຳເຫັນໂອ້ລົມເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນຄັ້ງນີ້ ຍັງເປັນຜົນສຳເລັດໃນຂັ້ນຕົ້ນເທົ່ານັ້ນໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະງ່າ ຂອງບັນດາສະຫາຍ ຍັງຕ້ອງໄດ້ໝູນໃຊ້ບົດຮຽນທິດສະດີທີ່ຮຽນມາ ເຂົ້າໃນພາກພຶດຕິກຳໃຫ້ມີຜົນສຳເລັດທີ່ໃຫ່ຍຫລວງ ມີປະສິດທິຜົນສູງ, ຈາກນັ້ນທ່ານປະທານກໍ່ໄດ້ກ່າວປິດພິທີຢ່າງເປັນທາງການ.
ມີ 17 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 113 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 334 |
![]() | ເດືອນນີ້ | 593 |
![]() | ທັງໝົດ | 180302 |