ໃນຕອນບ່າຍ ຂອງວັນທີ 24 ພຶດສະພາ 2023 ຜ່ານມາ, ທີ່ຫອ້ງປະຊຸມຂອງໂຮງຮຽນການເມືອງ-ການປົກຄອງ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ສີປະທຸມມາ ຈັນພອນເພັດ ເລຂາໜ່ວຍພັກຮາກຖານ ຜູ້ອຳນວຍການໂຮງຮຽນການເມືອງການປົກຄອງ, ສະຫາຍ ພອນໄຊ ເກດມາລາ ຮອງຄະນະຈັດຕັ້ງແຂວງ, ມີກຳມະການປະເມີນຂັ້ນແຂວງ ພ້ອມພະນັກງານສະມາຊິກພັກເຂົ້າຮ່ວມ.
#ຄືດັ່ງພວກເຮົາຮັບຮູ້ນຳກັນວ່າ: ວຽກງານປັບປຸງກໍ່ສ້າງໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ ແມ່ນບັນຫາໜຶ່ງ ທີ່ມີຄວາມສຳຄັນ, ແມ່ນວຽກງານອັນດັບໜຶ່ງຂອງຄະນະພັກທຸກຂັ້ນ, ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ, ແມ່ນຍຸດທະສາດ ແລະ ມາດຕະການອັນຈຳເປັນ ທີ່ຕ້ອງໄດ້ປະຕິບັດໃນສະເພາະໜ້າ ແລະ ຍາວນານ, ທັງຕ້ອງໄດ້ເຮັດຢ່າງເປັນປົກກະຕິຕໍ່ເນື່ອງ; ເຊິ່ງບັນຫາດັ່ງກ່າວແມ່ນໜ້າທີ່ການເມືອງອັນສຳຄັນຕົ້ນຕໍ ແລະ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ ເພື່ອແນໃສ່ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ການຈັດຕັ້ງຮາກຖານພັກ ເຮັດໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ມີແບບແຜນວິທີນຳພາອັນຖືກຕ້ອງ.
#ການກໍ່ສ້າງໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ ເນື້ອແທ້ກໍແມ່ນການຍົກສູງບົດບາດ ແລະ ຄວາມສາມາດນຳພາ ກໍຄືສາມາດດຳລົງບົດບາດເປັນແກນນຳໃນລະບົບການເມືອງ ໂດຍສະເພາະຢ່າງຍິ່ງ ແມ່ນໃນເງື່ອນໄຂທີ່ພັກກຳອຳນາດ ເຊິ່ງແມ່ນໄລຍະແຫ່ງການປະຕິບັດກົນໄກເສດຖະກິດຕະຫຼາດ, ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ກໍຄືການເປີດກ້ວາງການພົວພັນຮ່ວມມື ກັບບັນດາປະເທດຕ່າງໆໃນໂລກນັ້ນ, ມັນຮຽກຮ້ອງໃຫ້ການຈັດຕັ້ງຂອງພັກແຕ່ລະຂັ້ນ ແຕ່ເທິງລົງລຸ່ມ ນັບທັງຄະນະພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ມີນ້ຳໃຈຮັກຊາດ ຮັກລະບອບໃໝ່ຢ່າງສູງສົ່ງ ພ້ອມທັງເດດ່ຽວ ເດີນຕາມເສັ້ນທາງອຸດົມການສັງຄົມນິຍົມ ຢ່າງສະເໝີຕົ້ນສະເໝີປາຍ ແລະ ຍຶດໝັ້ນໃນພັກດຽວ ຄືພັກປະຊາຊົນ ປະຕິວັດລາວ ຂອງພວກເຮົາເທົ່ານັ້ນ, ພ້ອມນັ້ນ ເດັດດ່ຽວ ເດັດຂາດ ຕ້ານສະກັດກັ້ນບໍ່ໃຫ້ມີຫຼາຍພັກ, ບໍ່ໃຫ້ມີຫຼາຍເຄົ້າ ຢູ່ໃນສັງຄົມລາວຂອງພວກເຮົາ; ພວກເຮົາຕ້ອງສືບຕໍ່ຍຶດໝັ້ນ ແລະ ປົກປັກຮັກສາ ຖານະພັກ ກຳອຳນາດນັ້ນ ໃຫ້ມີຄວາມໝັ້ນຄົງ ເຮັດໃຫ້ພັກ ແລະ ລະບອບໃໝ່ ມີຄວາມຍືນຍົງຄົງໝັ້ນຄູ່ກັບຄົນລາວ ແລະ ຊາດລາວຕະຫຼອດໄປ.
ໃນພິທີ ສະຫາຍ ສີປະທຸມມາ ຈັນພອນເພັດ ເລຂາໜ່ວຍພັກຮາກຖານ ຜູ້ອຳນວຍການ ໂຮງຮຽນການເມືອງການປົກຄອງ ກໍ່ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຕໍ່ມາສະຫາຍ ພອນໄຊ ເກດມາລາ ຮອງຄະນະຈັດຕັ້ງແຂວງກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງວ່າດວ້ຍການອະນຸມັດມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໃຫ້ແກ່ໜ່ວຍພັກດັ່ງກ່າວ.
ໃນຕອນທ້າຍ ທ່ານປະທານ ກໍ່ໄດ້ມີການຄຳເຫັນ ແລະ ໂອ້ລົມທີ່ກອງປະຊຸມ ຕໍ່ການຮັບຟັງ ບົດສະຫຼຸບລາຍງານການເຄື່ອນໄຫວ ກໍ່ສ້າງໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານຂອງໜ່ວຍພັກ ໂດຍສະເພາະແມ່ນສະພາບການນຳພາຂອງໜ່ວຍພັກ ໃນການສ້າງເປັນຫົວໜ່ວຍເຂັ້ມແຂງຮູ້ນຳພາຮອບດ້ານໃນໄລຍະ 1ປີ ຜ່ານມາ. ໄດ້ເຫັນວ່າ ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກທັງໝົດ ໄດ້ມີຄວາມສູ້ຊົນ ບຸກບືນ ແລະ ມີຄວາມຕັດສິນໃຈສູງຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ກໍສາມາດຍາດໄດ້ຜົນສຳເລັດທີ່ໜ້າພູມໃຈ.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 121 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 342 |
![]() | ເດືອນນີ້ | 601 |
![]() | ທັງໝົດ | 180310 |