ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

  • ພະແນກແຜນການ ແລະ ການລົງທຶນ ລົງຮ່ວມວຽ
  • ໂຄສະນາອົບຮົມ ເມືືງສຸຂຸມາ ແຂວງຈຳປາສ
  • ຄະນະໂຄສະນາອົບຮົມແຂວງຈຳປາສັກ ຕ້ອນຮັ
  • ຄະນະໂຄສະນາອົບຮົມແຂວງຈຳປາສັກ ເຜີຍແຜ
  • ພິທີປະກາດແຕ່ງຕັ້ງ ຫົວໜ້າຄະນະໂຄສະນາ
  • ຄະນະໂຄສະນາອົບຮົມເມືອງປາກຊ່ອງ ແຂວງຈ
ໂຄສະນາອົບຮົມ ເມືືງສຸຂຸມາ ແຂວງຈຳປາສັກ ລົງເຄື່ອນໄຫວວຽກງານ ໂຄສະນາ-ປາຖະກະຖາ 3 ວັນປະຫັວດສາດ

ໂຄສະນາອົບຮົມ ເມືືງສຸຂຸມາ ແຂວງຈຳປາສັກ ລົງເຄື່ອນໄຫວວຽກງານ ໂຄສະນາ-ປາຖະກະຖາ 3 ວັນປະຫັວດສາດ

     ໃນຕອນເຊົ້າຂອງວັນທີ 6 ກັນຍາ ປີ 2023  ຄະນະໂຄສະນາອົບຮົມ ເມືືງສຸຂຸມາ,...
ຄະນະໂຄສະນາອົບຮົມແຂວງຈຳປາສັກ ຕ້ອນຮັບຮອງຄະນະໂຄສະນາອົບຮົມສູນກາງພັກ ລົງມາເຄື່ອນໄຫວຢ້ຽມຢາມ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຕ້ອນຮັບຮອງຄະນະໂຄສະນາອົບຮົມສູນກາງພັກ ລົງມາເຄື່ອນໄຫວຢ້ຽມຢາມ

     ໃນຕອນບ່າຍຂອງວັນທີ 06 ກັນຍາ 2023 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງຈຳປ...
ພິທີປະກາດແຕ່ງຕັ້ງ ຫົວໜ້າຄະນະໂຄສະນາອົບຮົມເມືອງໂຂງ ແຂວງຈຳປາສັກ

ພິທີປະກາດແຕ່ງຕັ້ງ ຫົວໜ້າຄະນະໂຄສະນາອົບຮົມເມືອງໂຂງ ແຂວງຈຳປາສັກ

      ໃນຕອນເຊົ້າ ຂອງວັນທີ 23 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂຂງ ແ...
ຄະນະໂຄສະນາອົບຮົມເມືອງປາກຊ່ອງ ແຂວງຈຳປາສັກຈັດພິທີ ປາຖະກະຖາ 4 ວັນປະຫວັດສາດຂອງພັກ ຂອງຊາດ

ຄະນະໂຄສະນາອົບຮົມເມືອງປາກຊ່ອງ ແຂວງຈຳປາສັກຈັດພິທີ ປາຖະກະຖາ 4 ວັນປະຫວັດສາດຂອງພັກ ຂອງຊາດ

      ໃນຕອນເຊົ້າ ຂອງວັນທີ 23 ສີງຫາ 2023  ຄະນະໂຄສະນາອົບຮົມເມືອງປາກຊ່ອງ ...
Previous
Next

ຂ່າວໃໝ່

ເຈົ້າແຂວງຈໍາປາສັກ​ ພ້ອມຄະນະ​ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງປາກຊ່ອງ

  

     ໃນຕອນເຊົ້າ ຂອງວັນທີ 4 ພຶດສະພາ​ 2023,​ ທ່ານ​ ປອ.​ວິໄລວົງ​ ບຸດດາຄໍາ​ ກໍາມະການ​ສູນກາງ​ພັກ​ ເລຂາ​ພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມຄະນະ​ ໄດ້ລົງເຄື່ອນໄຫວຢ້ຽມຢາມ,​ ກວດກາ,​ ຊຸກຍູ້​ -​ ຊີ້ນໍາ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ​ ແລະ​ ການຈັດຕັ້ງ​ປະຕິບັດ​ 2 ວາລະແຫ່ງຊາດ ຢູ່ເມືອງປາກຊ່ອງ.

​     ໂດຍ ມີທ່ານ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ​ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ​ພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງຮ່ວມຕິດຕາມ.​

     

    ການ​ເຄື່ອນໄຫວ​ຄັ້ງນີ້​ ຈັດຂຶ້ນ​ຢູ່ສະໂມສອນ​ເມືອງ,​ ໃຫ້ກຽດຕ້ອນຮັບ​ ແລະ​ ຮ່ວມ​ເຮັດວຽກ​ ມີທ່ານ​ ພິມພອນ ພັນດານຸວົງ ກໍາມະການພັກແຂວງ​ ເລຂາ​ພັກ​ເມືອງ​ ເຈົ້າເມືອງໆປາກຊ່ອງ ພ້ອມດ້ວຍ​ຮອງເລຂາພັກ​ເມືອງ,​ ຄະນະ​ປະຈໍາພັກເມືອງ,​ ກໍາມະການພັກເມືອງ,​ ພະນັກງານ​ຫັນລົງກໍ່ສ້າງຮາກຖານການເມືອງຂອງແຂວງ​ ປະຈໍາ​ເມືອງປາກຊ່ອງ,​ ຫົວໜ້າ​ຫ້ອງ​ການ​ -​ ຮອງຫົວໜ້າ​ຫ້ອງການ​ຕ່າງໆ​ອ້ອມຂ້າງ​ເມືອງ,​ ເລຂາຄະນະພັກຮາກຖານຊີ້ນໍາກຸ່ມບ້ານ​ພາຍໃນເມືອງ​ ເຂົ້າຮ່ວມ.​

    ໃນໂອກາດນີ້​ ທ່ານ​ ພິມພອນ ພັນດານຸວົງ ກໍາມະການພັກແຂວງ​ ເລຂາ​ພັກ​ເມືອງ​ ເຈົ້າເມືອງໆປາກຊ່ອງ ໄດ້ລາຍງານການນໍາພາຈັດຕັ້ງປະຕິບັດແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ​ ໄລຍະ​ 3 ເດືອນ​ ປະຈຳປີ​ 2023​ ແລະ​ ການຈັດຕັ້ງ​ປະຕິບັດ​ 2 ວາລະແຫ່ງຊາດ.​ ພ້ອມທັງຜ່ານແຜນການ ວຽກງານຈຸດສຸມການນຳພາ​ - ຊີ້ນຳແຕ່ລະດ້ານ ຂອງຄະນະພັກເມືອງ ແຕ່ນີ້ຮອດທ້າຍປີ 2023.
     #ຕໍ່ມາ​ ທ່ານ​ ປອ.​ວິໄລວົງ​ ບຸດດາຄໍາ​ ກໍາມະການ​ສູນກາງ​ພັກ​ ເລຂາ​ພັກ​ແຂວງ​ ເຈົ້າແຂວງ​ຈໍາປາສັກ​ ແລະ​ ການນໍາແຂວງ,​ ການນໍາພະແນກການທີ່ກ່ຽວຂ້ອງຂອງແຂວງ ກໍມີຄໍາເຫັນ​ ເພື່ອປະກອບສ່ວນຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ​ - ສັງຄົມຂອງເມືອງປາກຊ່ອງ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ສາມາດສ້າງໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຮັ່ງມີອຸດົມສົມບູນ.
    #ຕອນທ້າຍ​ ເຈົ້າ​ແຂວງ​ຈໍາປາສັກ​ ຍັງໄດ້ມອບຊຸດອຸປະກອນຮັບໃຊ້ກອງປະຊຸມທາງໄກ,​ ຄອບພິວເຕີໂນດບຸກ ແລະ​ ງົບປະມານຈໍານວນໜຶ່ງ ໃຫ້ແກ່ການນໍາເມືອງປາກຊ່ອງ ເພື່ອປະກອບສ່ວນຮັບໃຊ້ວຽກງານກໍ່ສ້າງຮາກຖານການເມືອງ ພາຍໃນເມືອງດັ່ງກ່າວ.​

 

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 17  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

180309
ມື້ນີ້ມື້ນີ້120
ມື້ວານນີ້ມື້ວານນີ້118
ອາທິດນີ້ອາທິດນີ້341
ເດືອນນີ້ເດືອນນີ້600
ທັງໝົດທັງໝົດ180309

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ