ເພື່ອຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເຂົ້າໃນຊີວິດສັງຄົມໃຫ້ປະກົດຜົນເປັນຈິງ, ຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ເປີດກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງ ຄັ້ງທີ V.
ໃນຕອນເຊົ້າ ຂອງວັນທີ 27 ກຸມພາ 2023 ຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ເປີດມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງ ຂຶ້ນຢູ່ທີ່ສະໂມສອນຂອງແຂວງ, ໂດຍພາຍໃຕ້ການໃຫ້ກຽດເປັນປະທານ ຂອງສະຫາຍ ປະລິນຍາເອກ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ; ປະທານຮ່ວມ ມີ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນຳວຽກງານແນວຄິດ, ສະຫາຍ ປະລິນຍາເອກ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການອ້ອມຂ້າງແຂວງ ຕະຫຼອດຮອດສະມາຊິກພັກ-ພະນັກງານທົ່ວແຂວງຈຳປາສັກ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງກອງປະຊຸມ ກໍ່ເພື່ອໃຫ້ຄະນະພັກແຂວງ-ອົງການອ້ອມຂ້າງແຂວງ ຕະຫຼອດຮອດສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມ ໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນ ເນື້ອໃນຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຢ່າງເລິກເຊິ່ງ. ບົນພື້ນຖານດັ່ງກ່າວ ເພື່ອຍົກສູງນ້ຳໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເພື່ອສ້າງກຳລັງແຮງ ແຫ່ງຄວາມເປັນເອກະພາບດ້ານການເມືອງ-ແນວຄິດ ແລະ ກຳລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະຕິວັດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນຄວາມສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງ, ຄວາມສະຫງົບສຸກ, ຍັງຕ້ອງໄດ້ເອົາບົດສະຫຼຸບຕີລາຄາການປະຕິບັດວຽກງານການເມືອງ-ແນວຄິດ 5 ປີຜ່ານມາ ໃນຂັ້ນທີ່ຕົນຮັບຜິດຊອບນັ້ນ ມາຈັດຕັ້ງຜັນຂະຫຍາຍໄປພ້ອມໆກັນ ໃຫ້ທ່ວງທັນກັບສະພາບໃນປະຈຸບັນ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 125 |
![]() | ມື້ວານນີ້ | 84 |
![]() | ອາທິດນີ້ | 959 |
![]() | ເດືອນນີ້ | 1678 |
![]() | ທັງໝົດ | 159080 |