ກອງປະຊຸມວຽກງານຄະນະໂຄສະນາອົບຮົມທົ່ວແຂວງຈຳປາສັກ ປະຈຳປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ກຸມພາ 2023, ທີ່ຫ້ອງປະຊຸມ 406 ຂອງສຳນັກງານຫ້ອງວ່າການປົກຄອງແຂວງ; ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີ ທ່ານ ບົວໄລ ຊາພັກດີ ອາດີດກຳມະການພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີບັນດາຄະນະ, ຄະນະພະແນກການ, ອົງການ, ຄະນະພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 17 ທ່ານ.
ໃນກອງປະຊຸມ ທ່ານປະທານ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ, ຈາກນັ້ນ ທ່ານ ປອ ວັນນະລາ ສຸດທິຈັກ ປະທານກວດກາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2023. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບລວມ ແລະ ປັດໄຈທີ່ເປັນສິ່ງທ້າທ້າຍຕໍ່ວຽກງານໂຄສະນາອົບຮົມ, ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ຜົນງານເຊີ່ງສະແດງອອກໃນວຽກງານທຸກດ້ານທີ່ໄດ້ເອົາໃຈໃສ່ສົມທົບກັບບັນດາພະແນກການ-ອົງການ, ເມືອງ, ໃນການຈັດຕັ້ງເຊື່ອມຊຶມ-ປາຖະກະຖາ ເນື່ອງໃນໂອກາດວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ສາກົນ; ໂດຍການໂຄສະນາຜ່ານສື່ອອນລາຍ ເຊັ່ນ: ເຟດບຸກ, ເວັບໄຊ໋ ແລະ ລາຍການວິທະຍຸ ປະຕິບັດໄດ້ທັງໝົດ 770 ຄັ້ງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ: 108,020 ທ່ານ, ຍິງ 41,781 ທ່ານ, ສະມາຊິກພັກ 45,291 ສະຫາຍ, ຍິງ 13,405 ສະຫາຍ. ຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເພື່ອປະກອບໃສ່ຮ່າງບົດສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງຈຳປາສັກ ປະຈຳປີ 2022 ໃຫ້ມີເນື້ອໃນຢ່າງເລິກເຊິ່ງ ແລະ ຮັດກຸມກວ່າເກົ່າ.
ໃນໂອກາດດຽວກັນນີ້ ຍັງໄດ້ປະດັບຫຼຽນໄຊແຮງງານ ຊັ້ນ I, II, III, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍຂັ້ນແຂວງ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕະຫຼອດ 5 ປີຜ່ານມາ; ບຸກຄົນທີ່ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ມີຈຳນວນ 1 ທ່ານ, ຊັ້ນ II ຈໍານວນ 3 ທ່ານ, ຮັບຫຼຽນໄຊແຮງງານ ຊັ້ນ III ຈໍານວນ 2 ທ່ານ; ຮັບຫຼຽນກາແຮງງານ ຈຳນວນ 3 ທ່ານ, ຮັບໃບຍ້ອງຍໍລັດຖະບານ ຈຳນວນ 6 ທ່ານ ແລະ ຮັບໃບຍ້ອງຍໍຂັ້ນແຂວງ ຈຳນວນ 16 ທ່ານ.
ໃນຕອນທ້າຍໄດ້ຮັບຟັງການໂອ້ລົມ ຂອງທ່ານ ປະທານ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງຄະນະໂຄສະນາອົບຮົມໃນໄລຍະ 1 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍ ພ້ອມກັນເອົາໃຈໃສ່ສືບຕໍ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນ ບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ເພື່ອເອົານໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ມີປະສິດທິຜົນສູງສຸດ ແລະ ຖືເອົາວຽກງານໂຄສະນາອົບຮົມເປັນວຽກສໍາຄັນ, ເປັນວຽກຫຼັກ, ເປັນວຽກງານແຖວໜ້າໃນຂົງເຂດວຽກງານການເມືອງແນວຄິດ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 142 |
![]() | ມື້ວານນີ້ | 84 |
![]() | ອາທິດນີ້ | 976 |
![]() | ເດືອນນີ້ | 1695 |
![]() | ທັງໝົດ | 159097 |