ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ຢ່າງສຸດໃຈ! ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນປະຕິວັດລາວ

  • ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດວ້ຍ
  • ພິທີປິດຊຸດຝຶກອົບຮົມວຽກງານ ໂຄສະນາອົ
  • ພິທີເປີດບັ້ນຊຸດຝຶກອົບຮົມເປົ້າຫມາຍ
  • ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ຈັດ
  • ວິທະຍາໄລການເງີນພາກໃຕ້ ຈັດພິທີ ປາຖະ
  • ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທ
ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດວ້ຍນັກສຳມະນາກອນຄະນະໂຄສະນາອາອົບຮົມ 5 ແຂວງພາກໃຕ້ ລົງເຄື່ອນໄຫວທັດສະນາສຶກສາ

ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດວ້ຍນັກສຳມະນາກອນຄະນະໂຄສະນາອາອົບຮົມ 5 ແຂວງພາກໃຕ້ ລົງເຄື່ອນໄຫວທັດສະນາສຶກສາ

ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສຳມະນາກອນທັງໝົດ 5 ແຂວງພາກໃຕ້ ລົງທັດສະນາສຶກສາ ທ່ຽວຊົມການຜະລິດທີ່ເ...
ພິທີປິດຊຸດຝຶກອົບຮົມວຽກງານ ໂຄສະນາອົບຮົມ  5 ແຂວງພາກໃຕ້ປະຈໍາປີ 2023 ທີ່ແຂວງຈໍາປາສັກ

ພິທີປິດຊຸດຝຶກອົບຮົມວຽກງານ ໂຄສະນາອົບຮົມ 5 ແຂວງພາກໃຕ້ປະຈໍາປີ 2023 ທີ່ແຂວງຈໍາປາສັກ

ໃນວັນທີ 8 ມີນາ 2023 ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີຝຶກອົບຮົມວຽກງານໂຄສະນາອົບຮົມ 5 ແຂວງພາກ...
ພິທີເປີດບັ້ນຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ I ປະຈໍາປີ 2023

ພິທີເປີດບັ້ນຊຸດຝຶກອົບຮົມເປົ້າຫມາຍທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ I ປະຈໍາປີ 2023

  ໃນຕອນເຊົ້າ ຂອງວັນທີ 15 ກຸມພາ 2023 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດບັ້ນຊຸດຝຶກອົບຮົ...
Previous
Next

ຂ່າວໃໝ່

ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ຈຳປາສັກ ປະຈຳປີ 2022 ແລະ ທິດທາງແຜນການ 2023 ແລະ ພິທີປະດັບຫຼຽນ, ຍ້ອງຍໍຜົນງານ 5 ປີ.

 

     ກອງປະຊຸມວຽກງານຄະນະໂຄສະນາອົບຮົມທົ່ວແຂວງຈຳປາສັກ ປະຈຳປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ກຸມພາ 2023, ທີ່ຫ້ອງປະຊຸມ 406 ຂອງສຳນັກງານຫ້ອງວ່າການປົກຄອງແຂວງ; ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ປອ ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີ ທ່ານ ບົວໄລ ຊາພັກດີ ອາດີດກຳມະການພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີບັນດາຄະນະ, ຄະນະພະແນກການ, ອົງການ, ຄະນະພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 17 ທ່ານ.

   ໃນກອງປະຊຸມ ທ່ານປະທານ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ, ຈາກນັ້ນ ທ່ານ ປອ ວັນນະລາ ສຸດທິຈັກ ປະທານກວດກາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2023. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງສະພາບລວມ ແລະ ປັດໄຈທີ່ເປັນສິ່ງທ້າທ້າຍຕໍ່ວຽກງານໂຄສະນາອົບຮົມ, ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ຜົນງານເຊີ່ງສະແດງອອກໃນວຽກງານທຸກດ້ານທີ່ໄດ້ເອົາໃຈໃສ່ສົມທົບກັບບັນດາພະແນກການ-ອົງການ, ເມືອງ, ໃນການຈັດຕັ້ງເຊື່ອມຊຶມ-ປາຖະກະຖາ ເນື່ອງໃນໂອກາດວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ສາກົນ; ໂດຍການໂຄສະນາຜ່ານສື່ອອນລາຍ ເຊັ່ນ: ເຟດບຸກ, ເວັບໄຊ໋ ແລະ ລາຍການວິທະຍຸ ປະຕິບັດໄດ້ທັງໝົດ 770 ຄັ້ງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ: 108,020 ທ່ານ, ຍິງ 41,781 ທ່ານ, ສະມາຊິກພັກ 45,291 ສະຫາຍ, ຍິງ 13,405 ສະຫາຍ. ຈາກນັ້ນ ກອງປະຊຸມຍັງໄດ້ຮັບຟັງການແລກປ່ຽນຄໍາຄິດຄໍາເຫັນ ຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເພື່ອປະກອບໃສ່ຮ່າງບົດສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງຈຳປາສັກ ປະຈຳປີ 2022 ໃຫ້ມີເນື້ອໃນຢ່າງເລິກເຊິ່ງ ແລະ ຮັດກຸມກວ່າເກົ່າ. 

     ໃນໂອກາດດຽວກັນນີ້ ຍັງໄດ້ປະດັບຫຼຽນໄຊແຮງງານ ຊັ້ນ I, II, III, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍຂັ້ນແຂວງ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕະຫຼອດ 5 ປີຜ່ານມາ; ບຸກຄົນທີ່ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ມີຈຳນວນ 1 ທ່ານ, ຊັ້ນ II ຈໍານວນ 3 ທ່ານ, ຮັບຫຼຽນໄຊແຮງງານ ຊັ້ນ III ຈໍານວນ 2 ທ່ານ; ຮັບຫຼຽນກາແຮງງານ ຈຳນວນ 3 ທ່ານ, ຮັບໃບຍ້ອງຍໍລັດຖະບານ ຈຳນວນ 6 ທ່ານ ແລະ ຮັບໃບຍ້ອງຍໍຂັ້ນແຂວງ ຈຳນວນ 16 ທ່ານ.
         ໃນຕອນທ້າຍໄດ້ຮັບຟັງການໂອ້ລົມ ຂອງທ່ານ ປະທານ, ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງຄະນະໂຄສະນາອົບຮົມໃນໄລຍະ 1 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍ ພ້ອມກັນເອົາໃຈໃສ່ສືບຕໍ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນ ບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ເພື່ອເອົານໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ມີປະສິດທິຜົນສູງສຸດ ແລະ ຖືເອົາວຽກງານໂຄສະນາອົບຮົມເປັນວຽກສໍາຄັນ, ເປັນວຽກຫຼັກ, ເປັນວຽກງານແຖວໜ້າໃນຂົງເຂດວຽກງານການເມືອງແນວຄິດ.

 

 

 

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195

ລົດກູ້ໄພ:       1623
ໄຟຟ້າ:         1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 14  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

144917
ມື້ນີ້ມື້ນີ້19
ມື້ວານນີ້ມື້ວານນີ້122
ອາທິດນີ້ອາທິດນີ້317
ເດືອນນີ້ເດືອນນີ້3411
ທັງໝົດທັງໝົດ144917

ບົດຄວາມທີ່ໄດ້ຮັບຄວາມສົນໃຈ

ສາລະໜ້າຮູ້

ກິດຈະກຳ