ໃນຕອນເຊົ້າ ຂອງວັນທີ 25 ມັງກອນ 2023 ພະແນກແຜນການ ແລະ ການລົງທຶນ ແຂວງຈຳປາສັກ ຈັດພິທີປາຖະກະຖາວັນສຳຄັນຂອງພັກຂອງຊາດຄື: ວັນຊາດ 2 ທັນວາ ຄົບຮອບ 47ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102ປີ, ວັນສ້າງຕັ້ງກອງທັບ ປະຊາຊົນປະຕິວັດລາວ ຄົບຮອບ 74ປີ; ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຂອງພະແນກ.
ໂດຍພາຍໃຕ້ການໃຫ້ກຽດເປັນປະທານ ຂອງທ່ານ ປອ ວັນນະລາ ສຸດທິຈັກ ປະທານກວດກາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄຳໝ່ານ ຄຸນນະວັນສີ ປະທານກວດກາຄະນະພັກຮາກຖານ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ພ້ອມດ້ວຍສະຫາຍສະມາຊິກພັກສົມບູນ, ສຳຮອງ ຕະຫຼອດຮອດພະນັກງານ-ລັດຖະກອນ ພະແນກແຜນການ ແລະ ການລົງທຶນ ແລະ ຫ້ອງການຄຸ້ມຄອງເຂດເສດຖະກິດພິເສດທີ່ເຂົ້າຮ່ວມທັງໝົດ ຈຳນວນ 55 ທ່ານ, ຍິງ 18 ທ່ານ.
ເຊິ່ງຜ່ານການບັນລະຍາຍເອກະສານຂອງປະທານ ສາມາດຮັບຮູ້ກ່ຽວກັບນ້ຳໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ. ນ້ຳໃຈຕໍ່ສູ້ຕ້ານການຮຸກຮານຂອງລ່າເມືອງຂຶ້ນ, ເຊິ່ງເຮັດໃຫ້ພັກເຮົາໄດ້ຮ່ຳຮຽນເອົາມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດຂອງປະທານ ໄກສອນ ພົມວິຫານ ຖືເອົາແນວຄິດ ໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງ, ປັບປຸງໜ້າທີ່ວຽກງານ ໃຫ້ບັນລຸປະສິດທິຜົນສູງ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 16 |
![]() | ມື້ວານນີ້ | 122 |
![]() | ອາທິດນີ້ | 314 |
![]() | ເດືອນນີ້ | 3408 |
![]() | ທັງໝົດ | 144914 |