ຄະນະໂຄສະນາອົບຮົມແຂວງ ເຂົ້າອວຍພອນອະດີດການນໍາ, ອະດີດຫົວຫນ້າຄະນະໂຄສະນາອົບຮົມແຂວງ
ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນຊາດທີ 02 ທັນວາ ຄົບຮອບ 47ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102ປີ; ໃນຕອນບ່າຍຂອງວັນທີ 13 ທັນວາ 2022, ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໂດຍການນໍາພາຂອງ ທ່ານ ປອ ສຸປານີ ສິລິປຸ່ນໂຍ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ,
ທ່ານ ບົວສອນ ວົງຫາຈັກ ເລຂາຫນ່ວຍພັກຮາກຖານ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາທ່ານຫົວຫນ້າຂະແຫນງ ໄດ້ເຂົ້າຂໍ່ານັບ ອວຍພອນ ທ່ານ ຈັນຄໍາ ທໍາມະນູນ ແລະ ທ່ານ ບົວໄລ ຊາພັກດີ ອະດີດການນໍາ ການນຳຂອງແຂວງ, ອະດີດຫົວຫນ້າຄະນະໂຄສະນາອົບຮົມແຂວງ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຫມາກຜົນ, ຜົນງານການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານຕະຫຼອດທີ່ຜ່ານມາ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 132 |
![]() | ມື້ວານນີ້ | 118 |
![]() | ອາທິດນີ້ | 353 |
![]() | ເດືອນນີ້ | 612 |
![]() | ທັງໝົດ | 180321 |